ເອຊາຢາ 58 - ພຣະຄຳພີສັກສິການຖືສິນອົດອາຫານອັນແທ້ຈິງ 1 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງຮ້ອງດັງໆຈົນສຸດສຽງເຖີດ ຈົ່ງບອກປະຊາຊົນອິດສະຣາເອນຂອງເຮົາກ່ຽວກັບການບາບຂອງພວກເຂົາ 2 ພວກເຂົານະມັດສະການເຮົາທຸກວັນໂດຍອ້າງວ່າ ພວກຕົນຢາກຮູ້ສິ່ງທີ່ເຮົາຕ້ອງການໃຫ້ພວກເຂົາເຮັດ ແລະຢາກປະຕິບັດຕາມຂໍ້ກົດບັນຍັດຂອງເຮົາ. ພວກເຂົາບອກວ່າ, ຕ້ອງການກົດບັນຍັດທີ່ທ່ຽງທຳ ແລະພວກເຂົາກໍມີຄວາມສຸກໃນການນະມັດສະການເຮົາ.” 3 ປະຊາຊົນຖາມວ່າ, “ເປັນຫຍັງພວກເຮົາຈຶ່ງຕ້ອງຖືສິນອົດອາຫານ ໃນເມື່ອພຣະອົງບໍ່ໄດ້ສັງເກດເຫັນ? ເປັນຫຍັງພວກເຮົາຈຶ່ງຕ້ອງອົດບໍ່ກິນເຂົ້າ ໃນເມື່ອພຣະອົງບໍ່ໄດ້ເອົາໃຈໃສ່?” ອົງພຣະຜູ້ເປັນເຈົ້າກ່າວແກ່ພວກເຂົາວ່າ, “ຄວາມຈິງກໍຄືວ່າໃນເວລາທີ່ພວກເຈົ້າຖືສິນອົດອາຫານນັ້ນ ພວກເຈົ້າເຫັນແກ່ໄດ້ ແລະກົດຂີ່ຄົນງານຂອງພວກເຈົ້າ. 4 ການທີ່ພວກເຈົ້າຖືສິນອົດອາຫານນັ້ນພາໃຫ້ພວກເຈົ້າຮຸນແຮງ ທັງທະເລາະຜິດຖຽງກັນ ແລະຕໍ່ສູ້ຊຶ່ງກັນແລະກັນ. ພວກເຈົ້າຄິດວ່າການຖືສິນອົດອາຫານແບບນີ້ ຈະເຮັດໃຫ້ເຮົາຟັງຄຳພາວັນນາອະທິຖານຂອງພວກເຈົ້າຈັ່ງຊັ້ນບໍ? 5 ເມື່ອຖືສິນອົດອາຫານນັ້ນ ພວກເຈົ້າເຮັດໃຫ້ພວກເຈົ້າເອງເປັນທຸກ; ພວກເຈົ້າກົ້ມຫົວລົງຕໍ່າໆດັ່ງໃບຫຍ້າອ່ອນໂນ້ມ ແລະປູກະສອບເຂົ້າເທິງຂີ້ເຖົ່າເນີ້ງຕົວລົງນອນ. ອັນນັ້ນບໍທີ່ພວກເຈົ້າເອີ້ນວ່າຖືສິນອົດອາຫານ? ພວກເຈົ້າຄິດວ່າພຣະເຈົ້າຢາເວຈະພໍໃຈນຳການກະທຳເຊັ່ນນັ້ນບໍ? 6 ການຖືສິນອົດອາຫານແບບທີ່ເຮົາຕ້ອງການແມ່ນດັ່ງນີ້: ຄືແກ້ໂສ້ແຫ່ງການກົດຂີ່ ແລະປົດແອກແຫ່ງຄວາມບໍ່ຍຸດຕິທຳ ແລະປົດປ່ອຍຄົນທີ່ຖືກກົດຂີ່ໃຫ້ເປັນອິດສະຫລະ. 7 ຈົ່ງແບ່ງປັນອາຫານໃຫ້ແກ່ຜູ້ທີ່ອຶດຫິວ ແລະໃຫ້ທີ່ພັກແກ່ຜູ້ທີ່ຍາກຈົນຂາດບ່ອນພັກພາອາໄສ. ຈົ່ງຫາເຄື່ອງນຸ່ງຫົ່ມໃຫ້ແກ່ຜູ້ທີ່ບໍ່ມີ ແລະຢ່າລະເລີຍໃນການຊ່ວຍເຫລືອເພື່ອນມະນຸດ. 8 ແລ້ວຄວາມກະລຸນາຂອງເຮົາກໍຈະສ່ອງແສງດັ່ງຕາເວັນຂຶ້ນໃນຕອນເຊົ້າ ແລະບາດແຜຂອງເຈົ້າກໍຈະຖືກປິ່ນປົວໃຫ້ຫາຍດີໄວ. ແລະຄວາມຊອບທຳຂອງເຈົ້າຈະນຳໜ້າເຈົ້າໄປ, ສະຫງ່າຣາສີຂອງພຣະເຈົ້າຢາເວຈະປົກປັກຮັກສາເຈົ້າຮອບດ້ານ. 9 ເມື່ອນັ້ນເຈົ້າຈະພາວັນນາອະທິຖານຫາເຮົາ ເຮົາກໍຈະຕອບເຈົ້າ. ເມື່ອເຈົ້າເອີ້ນຫາເຮົາ ເຮົາກໍຈະຂານຕອບເຈົ້າ. ຖ້າເຈົ້າເຊົາກົດຂີ່ຄົນອື່ນ ເລີກການດູໝິ່ນປະໝາດທຸກປະການ ແລະເຊົາເວົ້າຄຳຊົ່ວຊ້າທຸກຢ່າງ; 10 ຖ້າເຈົ້າໃຫ້ອາຫານແກ່ຜູ້ທີ່ອຶດຫິວ ແລະໃຫ້ຜູ້ທີ່ຂັດສົນໄດ້ມີຄວາມອີ່ມໃຈ ແລ້ວມືດທີ່ອ້ອມຮອບເຈົ້ານັ້ນ ກໍຈະປ່ຽນເປັນແຈ້ງໃນຕອນກາງເວັນ. 11 ແລ້ວພຣະເຈົ້າຢາເວກໍຈະນຳພາເຈົ້າໄປສະເໝີ ແລະຈະໃຫ້ເຈົ້າໄດ້ອີ່ມໃຈກັບສິ່ງທີ່ດີທັງຫລາຍ. ເຮົາຈະຮັກສາເຈົ້າໃຫ້ເຂັ້ມແຂງແລະທັງຈະໃຫ້ຢູ່ດີກິນດີດ້ວຍ. ເຈົ້າຈະເປັນດັ່ງສວນທີ່ມີນໍ້າລໍ່ລ້ຽງຢ່າງອຸດົມສົມບູນ ເປັນດັ່ງນໍ້າພຸທີ່ບໍ່ແຫ້ງເປັນຈັກເທື່ອ. 12 ປະຊາຊົນຂອງເຈົ້າຈະສ້າງສິ່ງທີ່ຮົກຮ້າງເພພັງແຕ່ດົນນານຂຶ້ນໃໝ່ ຄືສ້າງຂຶ້ນໃໝ່ຢູ່ໃນບ່ອນທີ່ມີຮາກຖານເດີມ. ເຈົ້າຈະເປັນທີ່ຮູ້ຈັກໃນຖານະປະຊາຊົນ ຜູ້ທີ່ສ້າງກຳແພງເມືອງຂຶ້ນໃໝ່ ຜູ້ທີ່ສ້າງບ້ານເຮືອນທີ່ຮົກຮ້າງເພພັງຂຶ້ນໃໝ່.” ພຣະເຈົ້າມີບຳເໜັດແກ່ຜູ້ທີ່ຢຶດຖືວັນຊະບາໂຕ 13 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຖ້າເຈົ້າຢຶດຖືວັນຊະບາໂຕ ແລະບໍ່ເຫັນແກ່ຕົວໃນວັນສັກສິດຂອງເຮົາ; ຖ້າເຈົ້ານັບຖືແລະໃຫ້ກຽດວັນນັ້ນໂດຍບໍ່ທ່ອງທ່ຽວໄປມາ, ບໍ່ເຮັດການ ຫລືເວົ້າສິ່ງທີ່ບໍ່ມີປະໂຫຍດໃນວັນສັກສິດຂອງພຣະເຈົ້າຢາເວ 14 ແລ້ວເຈົ້າກໍຈະໄດ້ພົບຄວາມຊົມຊື່ນຍິນດີໃນພຣະເຈົ້າຢາເວ ເນື່ອງຈາກບົວລະບັດຮັບໃຊ້ເຮົາ. ເຮົາຈະໃຫ້ເຈົ້າໄດ້ຮັບກຽດໃນທົ່ວທັງໂລກນີ້ ແລະເຈົ້າກໍຈະມ່ວນຊື່ນເບີກບານໃຈໃນດິນແດນ ທີ່ເຮົາໄດ້ມອບໃຫ້ແກ່ຢາໂຄບບັນພະບຸລຸດຂອງເຈົ້າ.” ປາກຂອງພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ. |
@ 2012 United Bible Societies. All Rights Reserved.