Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 57 - ພຣະຄຳພີສັກສິ


ການ​ຂາບໄຫວ້​ຮູບເຄົາຣົບ​ຖືກ​ກ່າວໂທດ

1 ຄົນ​ຊອບທຳ​ຕາຍໄປ​ໂດຍ​ບໍ່ມີ​ຜູ້ໃດ​ເຂົ້າໃຈ​ຫລື​ເອົາໃຈໃສ່​ເລີຍ, ແຕ່​ເມື່ອ​ເຂົາ​ຕາຍໄປ​ນັ້ນ ບໍ່ມີ​ໂພຍໄພ​ອັນໃດ​ຈະ​ທຳຮ້າຍ​ເຂົາ​ໄດ້.

2 ພວກ​ທີ່​ດຳເນີນ​ຊີວິດ​ໃນ​ຄວາມ​ທ່ຽງທຳ​ຈະ​ພົບ​ສັນຕິສຸກ ແລະ​ການ​ພັກຜ່ອນ​ໃນ​ຄວາມຕາຍ​ຂອງ​ພວກເຂົາ.

3 ພວກ​ຄົນບາບ​ເອີຍ ຈົ່ງ​ມາ​ນີ້ ຮັບ​ເອົາ​ການ​ພິພາກສາ ພວກເຈົ້າ​ບໍ່​ດີ​ໄປ​ກວ່າ​ພວກ​ໝໍ​ວິຊາ​ອາຄົມ, ຄົນຜິດ​ປະເວນີ ແລະ​ພວກ​ແມ່ຈ້າງນາງເລງ.

4 ພວກເຈົ້າ​ຫຍໍ້ຫຍັນ​ຜູ້ໃດ​ກັນ​ໜໍ? ຄົນ​ຂີ້ຕົວະ​ເອີຍ

5 ພວກເຈົ້າ​ຂາບໄຫວ້​ບັນດາ​ພະ​ແຫ່ງ​ຄວາມ​ອຸດົມ​ສົມບູນ ໂດຍ​ສົມສູ່​ກັນ​ທາງເພດ​ຢູ່​ລຸ່ມ​ຕົ້ນໄມ້​ສັກສິດ​ຂອງ​ພວກເຈົ້າ. ພວກເຈົ້າ​ຖວາຍ​ລູກ​ຂອງ​ພວກເຈົ້າ​ເປັນ​ເຄື່ອງບູຊາ​ຢູ່​ໃນ​ຖໍ້າ​ຫີນ​ຂ້າງ​ຫ້ວຍນໍ້າ.

6 ພວກເຈົ້າ​ເອົາ​ຫີນ​ກ້ຽງ​ຈາກ​ທີ່​ນັ້ນ​ມາ​ເຮັດ​ເປັນ​ຮູບພະ​ເພື່ອ​ຂາບໄຫວ້​ບູຊາ. ພວກເຈົ້າ​ໄດ້​ຖອກ​ເຫຼົ້າ​ອະງຸ່ນ​ແລະ​ນຳ​ພືດຜົນ​ເປັນເມັດ​ຖວາຍ​ເປັນ​ເຄື່ອງບູຊາ​ແກ່​ຮູບພະ​ເຫຼົ່ານີ້. ພວກເຈົ້າ​ຄິດວ່າ​ເຮົາ​ພໍໃຈ​ນຳ​ສິ່ງ​ທັງໝົດ​ເຫຼົ່ານີ້​ຊັ້ນບໍ?

7 ພວກເຈົ້າ​ໄດ້​ຂຶ້ນ​ໄປ​ທີ່​ເທິງ​ພູ​ໜ່ວຍສູງໆ ເພື່ອ​ຖວາຍບູຊາ​ແລະ​ສົມສູ່ກັນ​ທາງເພດ.

8 ພວກເຈົ້າ​ໄດ້​ຕັ້ງ​ຮູບ​ລາມົກ​ໄວ້​ຢູ່​ຕໍ່ໜ້າ​ປະຕູ​ເຂົ້າ​ບ້ານ​ຂອງ​ພວກເຈົ້າ. ພວກເຈົ້າ​ປະຖິ້ມ​ເຮົາ, ພວກເຈົ້າ​ແກ້​ເສື້ອຜ້າ​ອອກ, ແລະ​ກ້າວ​ຂຶ້ນ​ເທິງ​ຕຽງ​ໃຫຍ່​ນອນ​ນຳ​ຄູ່ຮັກ​ຂອງ​ພວກເຈົ້າ ຄື​ຜູ້​ທີ່​ພວກເຈົ້າ​ໄດ້​ຈ່າຍ​ເງິນຄຳ​ໃຫ້​ເພື່ອ​ຈະ​ໄດ້​ນອນ​ນຳ. ໃນ​ທີ່ນັ້ນ ພວກເຈົ້າ​ອີ່ມໜຳ​ສຳລານ​ໃຈ​ກັບ​ຕັນຫາ​ຂອງ​ພວກເຈົ້າ.

9 ພວກເຈົ້າ​ໃສ່​ນໍ້າຫອມ​ແລະ​ທາ​ນວດ​ສະເໜ່​ໄປ​ຂາບໄຫວ້​ພະ​ໂມເລັກ. ເພື່ອ​ຈະ​ໄດ້​ບັນດາ​ພະ​ມາ​ຂາບໄຫວ້ ພວກເຈົ້າ​ໄດ້​ສົ່ງ​ຄະນະທູດ​ໄປ​ສູ່​ແດນໄກ​ໄປ​ຮອດ​ແມ່ນແຕ່​ແດນ​ຂອງ​ຄົນຕາຍ.

10 ພວກເຈົ້າ​ຊອກຫາ​ບັນດາ​ພະ​ຕົນອື່ນ ຈົນ​ພວກເຈົ້າ​ເອງ​ໝົດເຮື່ອ​ໝົດແຮງ ແຕ່​ພວກເຈົ້າ​ກໍ​ຍັງ​ບໍ່​ຍອມ​ຍົກເລີກ. ພວກເຈົ້າ​ຄິດວ່າ​ບັນດາ​ຮູບ​ລາມົກ​ໃຫ້​ກຳລັງ​ພວກເຈົ້າ​ໄດ້; ສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ຍອມ​ອ່ອນເພຍ.

11 ອົງພຣະ​ຜູ້​ເປັນເຈົ້າ​ຖາມ​ວ່າ, “ບັນດາ​ພະ​ເຫຼົ່ານີ້ ທີ່​ເຮັດ​ໃຫ້​ພວກເຈົ້າ​ຢ້ານ​ນັ້ນ​ເປັນ​ຜູ້ໃດ ຈຶ່ງ​ເຮັດ​ໃຫ້​ພວກເຈົ້າ​ເວົ້າ​ຕົວະ​ແລະ​ລືມໄລ​ເຮົາ​ໄປ​ຢ່າງ​ໝົດສິ້ນ? ພວກເຈົ້າ​ເຊົາ​ໃຫ້ກຽດ​ເຮົາ​ຍ້ອນ​ເຮົາ​ມິດງຽບ​ຢູ່​ຕັ້ງ​ດົນນານ​ຊັ້ນບໍ?

12 ພວກເຈົ້າ​ຄິດວ່າ​ສິ່ງ​ທີ່​ພວກເຈົ້າ​ເຮັດ​ນັ້ນ​ຖືກຕ້ອງ; ແຕ່​ເຮົາ​ຈະ​ເປີດເຜີຍ​ຄວາມ​ປະພຶດ​ຂອງ​ພວກເຈົ້າ ແລະ​ຮູບພະ​ເຫຼົ່ານັ້ນ​ຈະ​ຊ່ວຍ​ຫຍັງ​ພວກເຈົ້າ​ບໍ່ໄດ້.

13 ເມື່ອ​ພວກເຈົ້າ​ຮ້ອງ​ຫາ​ໃຫ້​ຊ່ວຍເຫລືອ ຈົ່ງ​ໃຫ້​ບັນດາ​ຮູບພະ​ຂອງ​ພວກເຈົ້າ​ຊ່ວຍເຫລືອ​ພວກເຈົ້າ​ສາ ລົມພະຍຸ​ພັດ​ມາ​ພຽງ​ເທື່ອດຽວ​ກໍ​ຈະ​ກວາດ​ເອົາ​ບັນດາ​ຮູບພະ​ເຫຼົ່ານີ້​ໄປ​ໝົດ ແຕ່​ພວກ​ທີ່​ໄວ້ວາງໃຈ​ໃນ​ເຮົາ​ຈະ​ອາໄສ​ຢູ່​ໃນ​ດິນແດນ ແລະ​ຈະ​ນະມັດສະການ​ເຮົາ​ຢູ່​ໃນ​ພຣະວິຫານ​ຂອງເຮົາ.”


ພຣະເຈົ້າ​ສັນຍາ​ວ່າ​ຈະ​ຊ່ວຍເຫຼືອ​ແລະ​ຮັກສາ

14 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ໃຫ້​ປະຊາຊົນ​ຂອງເຮົາ​ກັບ​ມາ​ຫາ​ເຮົາ​ສາ. ຈົ່ງ​ຍົກຍ້າຍ​ສິ່ງ​ທີ່​ກີດຂວາງ​ທຸກຢ່າງ​ຈາກ​ທາງ​ຂອງ​ພວກເຂົາ ຈົ່ງ​ສ້າງ​ຖະໜົນ​ແລະ​ຕຽມ​ຫົນທາງ​ໃຫ້​ພ້ອມ​ເຖີດ.

15 ເຮົາ​ເປັນ​ພຣະເຈົ້າ​ອົງ​ສູງສຸດ, ອົງ​ບໍຣິສຸດ, ແລະ​ອົງ​ຊົງ​ຊີວິດ​ຢູ່​ຕະຫລອດໄປ. ເຮົາ​ຢູ່​ໃນ​ສະຖານທີ່​ສູງສຸດ​ແລະ​ບໍຣິສຸດ; ແຕ່​ເຮົາ​ຢູ່​ນຳ​ປະຊາຊົນ​ຜູ້​ທີ່​ຖ່ອມໃຈ​ແລະ​ຜູ້​ທີ່​ກັບໃຈໃໝ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຟື້ນຟູ​ຈິດວິນຍານ ແລະ​ຄວາມຫວັງ​ຂອງ​ພວກເຂົາ​ຂຶ້ນ​ໃໝ່.

16 ເຮົາ​ໄດ້​ໃຫ້​ຊີວິດ​ແກ່​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ບໍ່​ສືບຕໍ່​ກ່າວຫາ​ຫລື​ໂກດຮ້າຍ​ພວກເຂົາ​ຕະຫລອດໄປ.

17 ເຮົາ​ໂກດຮ້າຍ​ພວກເຂົາ ເພາະ​ການບາບ​ແລະ​ຄວາມ​ໂລບມາກ​ຂອງ​ພວກເຂົາ; ສະນັ້ນ ເຮົາ​ຈຶ່ງ​ໄດ້​ລົງໂທດ​ແລະ​ປະຖິ້ມ​ພວກເຂົາ. ແຕ່​ພວກເຂົາ​ຍັງ​ດື້ດ້ານ​ແລະ​ສືບຕໍ່​ເຮັດ​ຕາມ​ວິຖີ​ທາງ​ຂອງຕົນ​ຢູ່.

18 ເຮົາ​ເຫັນ​ວ່າ​ພວກເຂົາ​ໄດ້​ປະພຶດ​ຕົນ​ຢ່າງໃດ, ແຕ່​ເຮົາ​ກໍ​ຈະ​ປິ່ນປົວ​ພວກເຂົາ​ໃຫ້​ດີ. ເຮົາ​ຈະ​ນຳພາ​ແລະ​ຊ່ວຍເຫລືອ​ພວກເຂົາ ແລະ​ເຮົາ​ຈະ​ເລົ້າໂລມ​ອອຍໃຈ​ຄົນ​ທີ່​ໂສກເສົ້າ​ເສຍໃຈ.

19 ເຮົາ​ໃຫ້​ສັນຕິສຸກ​ແກ່​ທຸກຄົນ ທັງ​ຜູ້​ທີ່​ຢູ່​ໄກ​ແລະ​ຜູ້​ທີ່​ຢູ່​ໃກ້, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ ເຮົາ​ຈະ​ປິ່ນປົວ​ປະຊາຊົນ​ຂອງເຮົາ​ໃຫ້​ດີ.

20 ແຕ່​ຄົນຊົ່ວຮ້າຍ​ກໍ​ເປັນ​ດັ່ງ​ທະເລ​ທີ່​ປັ່ນປ່ວນ ຊຶ່ງ​ຄື້ນ​ຂອງ​ມັນ​ບໍ່​ເຊົາ​ພັດ​ຕີ​ຕາຝັ່ງ​ຈັກເທື່ອ ທັງ​ນຳ​ເອົາ​ຂອງ​ເປິເປື້ອນ​ແລະ​ຂີ້ຕົມ​ມາ​ດ້ວຍ.”

21 ພຣະເຈົ້າ​ຂອງ​ເຮົາ​ກ່າວ​ວ່າ, “ຄົນຊົ່ວຮ້າຍ​ຈະ​ບໍ່ໄດ້​ຮັບ​ສັນຕິສຸກ​ຈັກເທື່ອ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan