ເອຊາຢາ 56 - ພຣະຄຳພີສັກສິທຸກຊາດຈະລວມເປັນປະຊາຊົນຂອງພຣະເຈົ້າ 1 ພຣະເຈົ້າຢາເວກ່າວແກ່ປະຊາຊົນຂອງພຣະອົງວ່າ, “ຈົ່ງເຮັດໃນສິ່ງທີ່ຍຸດຕິທຳແລະຖືກຕ້ອງ ເພາະໃນໄວໆນີ້ເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນ. 2 ເຮົາຈະອວຍພອນພວກທີ່ຢຶດຖືວັນຊະບາໂຕແລະຜູ້ທີ່ບໍ່ລະເມີດກົດຂອງວັນຊະບາໂຕ. ເຮົາຈະອວຍພອນຜູ້ທີ່ບໍ່ເຮັດສິ່ງອັນຊົ່ວຊ້າໃດໆ.” 3 ເມື່ອຄົນຕ່າງດ້າວຜູ້ໜຶ່ງໄດ້ເຂົ້າຮ່ວມກັບປະຊາຊົນຂອງພຣະເຈົ້າຢາເວ ລາວຈະບໍ່ໄດ້ເວົ້າວ່າ, “ພຣະເຈົ້າຢາເວຈະບໍ່ໃຫ້ຂ້ອຍ ນະມັດສະການກັບປະຊາຊົນຂອງພຣະອົງ.” ຊາຍກະເທີຍຄົນໜຶ່ງບໍ່ຕ້ອງຄິດເລີຍວ່າເພາະຕົນມີລູກບໍ່ໄດ້ ຈຶ່ງເປັນປະຊາຊົນຂອງພຣະເຈົ້າບໍ່ໄດ້. 4 ພຣະເຈົ້າຢາເວກ່າວແກ່ລາວວ່າ, “ຖ້າເຈົ້າໃຫ້ກຽດເຮົາໂດຍຢຶດຖືວັນຊະບາໂຕ ແລະເຮັດໃນສິ່ງທີ່ເຮົາພໍໃຈ ຕະຫລອດທັງຮັກສາພັນທະສັນຍາຂອງເຮົາຢ່າງສັດຊື່ 5 ແລ້ວເຮົາກໍຈະຈົດຊື່ຂອງເຈົ້າໄວ້ໃນວິຫານຂອງເຮົາ ແລະໃນທ່າມກາງປະຊາຊົນຂອງເຮົາຍາວນານກວ່າ ຖ້າເຈົ້າມີລູກຊາຍແລະລູກສາວຫລາຍຄົນ. ເຮົາຈະບໍ່ລືມໄລເຈົ້າຈັກເທື່ອ.” 6 ແລ້ວພຣະເຈົ້າຢາເວກໍກ່າວແກ່ພວກຕ່າງດ້າວ ທີ່ກາຍເປັນປະຊາຊົນສ່ວນໜຶ່ງຂອງພຣະອົງ ຄືຜູ້ທີ່ຮັກນາມຊື່ຂອງພຣະເຈົ້າຢາເວ ແລະບົວລະບັດຮັບໃຊ້ພຣະອົງ ທີ່ຢຶດຖືວັນຊະບາໂຕ ແລະຮັກສາພັນທະສັນຍາຂອງພຣະອົງຢ່າງສັດຊື່ວ່າ, 7 “ເຮົາຈະນຳພວກເຈົ້າໄປຍັງຊີໂອນ ເນີນພູສັກສິດຂອງເຮົາ ເພື່ອໃຫ້ພວກເຈົ້າມີຄວາມຊົມຊື່ນຍິນດີໃນເຮືອນຂອງເຮົາສຳລັບພາວັນນາອະທິຖານ ແລະເຮົາຈະຮັບເຄື່ອງບູຊາຊຶ່ງພວກເຈົ້າຖວາຍທີ່ເທິງແທ່ນຂອງເຮົາ. ພຣະວິຫານຂອງເຮົາຈະເປັນທີ່ເອີ້ນວ່າ, ‘ວິຫານແຫ່ງການໄຫວ້ວອນສຳລັບທຸກຊົນຊາດ.”’ 8 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ທີ່ນຳປະຊາຊົນອິດສະຣາເອນຂອງພຣະອົງ ກັບຄືນມາແຕ່ການເປັນຊະເລີຍໃນຕ່າງຖິ່ນໄດ້ສັນຍາວ່າ ພຣະອົງຍັງຈະນຳປະຊາຊົນອື່ນໆມາຮ່ວມກັບພວກເຂົາ. ບັນດາຜູ້ນຳຂອງຊາດອິດສະຣາເອນຖືກກ່າວໂທດ 9 ອົງພຣະຜູ້ເປັນເຈົ້າໄດ້ບອກຊາດຕ່າງດ້າວທັງຫລາຍໃຫ້ມາດັ່ງຝູງສັດປ່າ ແລະກັດກິນປະຊາຊົນຂອງພຣະອົງ. 10 ພຣະອົງກ່າວວ່າ, “ບັນດາຜູ້ນຳທັງໝົດ ຄືຜູ້ທີ່ຖືກສົ່ງມາຕັກເຕືອນປະຊາຊົນຂອງເຮົານັ້ນຕາບອດໝົດ ພວກເຂົາບໍ່ຮູ້ຈັກຫຍັງ. ພວກເຂົາເປັນດັ່ງໝານອນເຝົ້າທີ່ບໍ່ເຫົ່າ ຄືມັກເອ່ນຕົວລົງ ແລະເພີ້ຝັນ. ພວກເຂົາມັກນອນຫລາຍແທ້. 11 ພວກເຂົາເປັນຄືໝາທີ່ກິນແລ້ວບໍ່ຮູ້ຈັກອີ່ມ. ພວກຜູ້ນຳເຫຼົ່ານີ້ບໍ່ມີຄວາມເຂົ້າໃຈ. ພວກເຂົາແຕ່ລະຄົນເຮັດໄປຕາມໃຈບັນຊາ ແລະຊອກຫາຜົນປະໂຫຍດສ່ວນຕົວ. 12 ພວກຂີ້ເຫລົ້າເຫຼົ່ານີ້ເວົ້າວ່າ, ‘ດື່ມເຫຼົ້າອະງຸ່ນກັນເທາະ ແລະດື່ມເທົ່າທີ່ພວກເຮົາດື່ມໄດ້ ເພາະມື້ອື່ນຈະດີກວ່າມື້ນີ້.”’ |
@ 2012 United Bible Societies. All Rights Reserved.