Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 55 - ພຣະຄຳພີສັກສິ


ພຣະເຈົ້າ​ສະເໜີ​ໃຫ້​ຄວາມ​ເມດຕາ

1 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ​ດັ່ງນີ້: “ເຊີນ​ທຸກໆ​ຄົນ​ມາ ຈົ່ງ​ເຊີນ​ມາ​ເທີ້ນ ຜູ້​ທີ່​ຫິວນໍ້າ ນໍ້າ​ມີ​ໃຫ້​ດື່ມ​ຢູ່​ທີ່​ນີ້​ເດ ຜູ້​ທີ່​ບໍ່ມີ​ເງິນ ເຊີນ​ມາ ຈົ່ງ​ຊື້​ເຂົ້າ​ກິນ​ເຖີດ ຈົ່ງ​ເຊີນ​ມາ​ຊື້​ເຫຼົ້າ​ອະງຸ່ນ​ແລະ​ນໍ້ານົມ​ດື່ມ ໂດຍ​ບໍ່​ຕ້ອງ​ເສຍຄ່າ​ຫຍັງໝົດ.

2 ເປັນຫຍັງ​ຈຶ່ງ​ຈ່າຍ​ເງິນ​ຊື້​ສິ່ງຂອງ​ທີ່​ບໍ່​ແມ່ນ​ເຂົ້າຈີ່. ເປັນຫຍັງ​ຈຶ່ງ​ຈ່າຍ​ໄປ​ແຕ່​ພັດ​ຍັງ​ຢາກ​ຢູ່? ຈົ່ງ​ຕັ້ງໃຈ​ຟັງ​ເຮົາ ແລະ​ກິນ​ອາຫານ​ທີ່​ດີ ແລະ​ຈົ່ງ​ປິຕິ​ຍິນດີ​ໃນ​ອາຫານ​ອັນ​ດີ​ເປັນ​ປະໂຫຍດ​ທີ່ສຸດ.

3 ບັດນີ້ ຈົ່ງ​ມາ​ຟັງ​ເຮົາ​ເທີ້ນ ໄພ່ພົນ​ຂອງເຮົາ​ເອີຍ ເຊີນ​ມາ​ຫາ​ເຮົາ​ແລະ​ພວກເຈົ້າ​ຈະ​ໄດ້​ຊີວິດ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ​ສືບໆໄປ ເຮົາ​ຈະ​ໃຫ້​ພອນ​ດັ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ດາວິດ.

4 ເຮົາ​ໄດ້​ເຮັດ​ໃຫ້​ເພິ່ນ​ນຳພາ​ແລະ​ສັ່ງການ ບັນດາ​ຊົນຊາດ​ໄດ້​ຮູ້​ຣິດອຳນາດ​ເຮົາ​ທາງ​ເພິ່ນ.

5 ບັດນີ້ ເຈົ້າ​ຈະ​ເອີ້ນ​ຊົນຊາດ​ຕ່າງດ້າວ​ທັງຫລາຍ ຊຶ່ງ​ໃນ​ເວລາ​ໜຶ່ງ​ພວກເຂົາ​ບໍ່ເຄີຍ​ຮູ້ຈັກ​ເຈົ້າ ແຕ່​ບັດນີ້ ພວກເຂົາ​ຈະ​ແລ່ນ​ມາ​ຫາ​ເຈົ້າ ເພື່ອ​ຂໍ​ຮ່ວມເຂົ້າ​ກັບ​ເຈົ້າ​ໃດ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ແລະ​ເພາະ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຈະ​ໃຫ້​ເຈົ້າ​ມີ​ສະຫງ່າຣາສີ​ແລະ​ກຽດຕິຍົດ.”

6 ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ​ໃນ​ຂະນະທີ່​ຈະ​ພົບ​ພຣະອົງ​ໄດ້ ຈົ່ງ​ພາວັນນາ​ອະທິຖານ​ຕໍ່ ພຣະອົງ​ໃນ​ຂະນະທີ່​ພຣະອົງ​ສະຖິດ​ຢູ່​ໃກ້.

7 ຈົ່ງ​ໃຫ້​ຄົນຊົ່ວຮ້າຍ​ປະ​ວິທີ​ດຳເນີນ​ຊີວິດ​ເດີມ​ຂອງ​ພວກເຂົາ ແລະ​ປ່ຽນ​ແນວທາງ​ທີ່​ພວກເຂົາ​ເຄີຍ​ຄິດ​ນັ້ນ. ຈົ່ງ​ໃຫ້​ພວກເຂົາ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ພຣະອົງ​ເຕັມ​ດ້ວຍ​ຄວາມ​ເມດຕາ​ແລະ​ອະໄພ​ໃຫ້.

8 ພຣະເຈົ້າຢາເວ​ກ່າວ​ວ່າ, “ຄວາມຄິດ​ເຮົາ​ນັ້ນ ບໍ່​ຄື​ຄວາມຄິດ​ຂອງ​ພວກເຈົ້າ ແລະ​ວິຖີ​ທາງ​ຂອງເຮົາ​ນັ້ນ​ກໍ​ແຕກຕ່າງ​ໃດ ບໍ່​ຄື​ວິຖີ​ທາງ​ຂອງ​ພວກເຈົ້າ.

9 ຟ້າ​ສະຫວັນ​ສູງກວ່າ​ແຜ່ນດິນ​ໂລກ​ສັນໃດ ວິຖີ​ທາງ​ທັງ​ຄວາມຄິດ​ເຮົາ​ກໍ​ສູງກວ່າ​ສັນນັ້ນ.”

10 “ຖ້ອຍຄຳ​ຂອງເຮົາ​ເປັນ​ດັ່ງ​ນໍ້າ​ຝົນ ແລະ​ຫິມະ ຊຶ່ງ​ລົງ​ມາ​ຈາກ​ສະຫວັນ​ເບື້ອງເທິງ ແລະ​ຫົດ​ແຜ່ນດິນ​ໂລກ​ໃຫ້​ຊຸ່ມເຢັນ ຊຶ່ງ​ເຮັດ​ໃຫ້​ເຄື່ອງ​ປູກ​ງອກງາມ​ໃຫຍ່ຂຶ້ນ ທັງ​ຈັດຫາ​ໃຫ້​ມີ​ແນວພືດ​ສຳລັບ​ປູກຝັງ ທັງ​ໃຫ້​ມີ​ເຂົ້າຈີ່​ກິນ​ດ້ວຍ.

11 ສະນັ້ນ ຖ້ອຍຄຳ​ທີ່​ເຮົາ​ກ່າວ​ໄປ​ກໍ​ເຊັ່ນດຽວ​ກັນ ຄື​ຈະ​ບໍ່​ກັບຄືນ​ມາ​ຫາ​ເຮົາ​ໂດຍ​ສູນເປົ່າ ຈະ​ສຳເລັດ​ຕາມ​ທີ່​ເຮົາ​ໄດ້​ວາງ​ແຜນການ ແລະ​ທຸກສິ່ງ​ທີ່​ເຮົາ​ໃຊ້​ໄປ​ເຮັດ​ນັ້ນ ຈະ​ເກີດຜົນ​ຈະເລີນ​ຂຶ້ນ.

12 ພວກເຈົ້າ​ຈະ​ຈາກ​ນະຄອນ​ບາບີໂລນ​ຢ່າງ​ຊົມຊື່ນ​ຍິນດີ ຈະ​ຖືກ​ນຳ​ອອກ​ໄປ​ຢ່າງ​ສັນຕິສຸກ​ເຫລືອລົ້ນ. ພູເຂົາ​ແລະ​ເນີນພູ​ທຸກໜ່ວຍ​ກໍ​ຈະ​ເປັ່ງ​ສຽງ​ຮ້ອງເພງ ແລະ​ຕົ້ນໄມ້​ກໍ​ຈະ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ​ຍິ່ງ.

13 ຕົ້ນ​ສົນ​ຈະ​ງອກ​ໃຫຍ່ຂຶ້ນ​ແທນ​ຕົ້ນໜາມ ກົກໄມ້​ຫອມ​ຈະ​ເກີດຂຶ້ນ​ແທນ​ກໍ​ໜາມ. ການນີ້​ຈະ​ເປັນ​ໝາຍສຳຄັນ​ທີ່​ຈະ​ດຳລົງ​ຢູ່​ສືບໄປ ຄື​ເຕືອນ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້ຊົງ​ກະທຳ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan