Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 54 - ພຣະຄຳພີສັກສິ


ອົງພຣະ​ຜູ້​ເປັນເຈົ້າ​ຮັກ​ຊາດ​ອິດສະຣາເອນ

1 ເຢຣູຊາເລັມ​ເອີຍ ເຈົ້າ​ນັ້ນ​ເປັນ​ດັ່ງ​ຍິງ​ເປັນ​ໝັນ ແຕ່​ບັດນີ້ ຈົ່ງ​ຮ້ອງລຳ​ທຳເພງ​ຍິນດີ​ກັນ​ເຖີດ ບັດນີ້ ເຈົ້າ​ຈະ​ມີ​ລູກ​ຕື່ມ​ຢ່າງ​ຫລວງຫລາຍ ລື່ນກວ່າ​ຍິງ​ຜູ້​ທີ່​ຜົວ​ບໍ່ເຄີຍ​ໜີປະ​ຈັກເທື່ອ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

2 ຈົ່ງ​ເຮັດ​ຜ້າເຕັນ​ຂອງ​ເຈົ້າ​ໃຫ້​ກວ້າງຂວາງ, ຕໍ່​ເຊືອກເຕັນ​ໃຫ້​ຍາວ​ທັງ​ສຽບ​ຫລັກ​ລົງ​ໃຫ້​ແໜ້ນ.

3 ເຈົ້າ​ຈະ​ຂະຫຍາຍ​ເຂດແດນ​ຂອງເຈົ້າ​ໄປ​ທຸກ​ທິດທາງ ຄົນ​ຂອງ​ເຈົ້າ​ຈະ​ໄດ້​ດິນແດນ​ໃກ້ຄຽງ​ຄືນ​ມາ​ອີກ ເປັນ​ດິນແດນ​ທີ່​ຊາດ​ອື່ນ​ໄດ້​ຢຶດ​ໃນ​ປະຈຸບັນ ເມືອງ​ຮົກຮ້າງ​ກໍ​ຈະ​ເຕັມ​ແຕ່​ຄົນ​ອາໄສ​ຢູ່.

4 ຢ່າ​ສູ່ຢ້ານ ເພາະ​ເຈົ້າ​ຈະ​ບໍ່​ຖືກ​ອັບອາຍ​ອີກ​ເລີຍ ເຈົ້າ​ຈະ​ບໍ່ໄດ້​ເສຍ​ກຽດສັກສີ​ແຕ່​ຢ່າງໃດ. ເຈົ້າ​ຈະ​ລືມ​ຄວາມອາຍ​ໃນ​ໄວສາວ ເຈົ້າ​ຈະ​ບໍ່​ຈົດຈຳ​ຄຳ​ຕ້ອງຕິ​ໃນ​ຄາວ​ເຈົ້າ​ເປັນ​ໝ້າຍ.

5 ພຣະຜູ້​ສ້າງ​ຂອງເຈົ້າ​ຈະ​ເປັນ​ຄື​ຜົວ​ຂອງເຈົ້າ​ເດີ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ແມ່ນ​ພຣະນາມ​ຂອງ​ພຣະອົງ. ແລະ​ພຣະຜູ້ໄຖ່​ໃຫ້​ພົ້ນ​ຂອງເຈົ້າ​ຄື​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຊົງ​ປົກຄອງ​ທົ່ວ​ທັງ​ໂລກນີ້.

6 ອິດສະຣາເອນ​ເອີຍ ເຈົ້າ​ເປັນ​ຄື​ເມຍສາວ​ຜູ້ໜຶ່ງ ທີ່​ຖືກ​ຜົວ​ປະ​ແລະ​ອຸກອັ່ງ​ຄັ່ງໃຈ​ຈົນ​ສຸດຂີດ. ແຕ່​ພຣະເຈົ້າຢາເວ​ເອີ້ນ​ເຈົ້າ​ໃຫ້​ກັບຄືນ​ມາ ຈົ່ງ​ກັບ​ມາ​ຫາ​ພຣະອົງ​ຜູ້​ທີ່​ເວົ້າ​ກັບ​ເຈົ້າ​ວ່າ,

7 “ເຮົາ​ໄດ້​ປະຮ້າງ​ເຈົ້າ​ພຽງແຕ່​ໄລຍະ​ຊົ່ວຄາວ ເຮົາ​ຈະ​ເອົາ​ເຈົ້າ​ຄືນ​ດ້ວຍ​ຄວາມຮັກ​ອັນ​ສຸດ​ຫົວໃຈ.

8 ເຮົາ​ປິ່ນໜ້າ​ດ້ວຍ​ຄວາມ​ໂກດຮ້າຍ​ພຽງ​ຊົ່ວຄາວ ເຮົາ​ບໍ່ໄດ້​ແນມເບິ່ງ​ໜ້າ​ເຈົ້າ​ພຽງ​ໄລຍະ​ໜຶ່ງ ແຕ່​ເຮົາ​ຈະ​ສຳແດງ​ຄວາມຮັກ​ຕໍ່​ເຈົ້າ​ສືບໄປ.” ພຣະເຈົ້າຢາເວ​ພຣະຜູ້ໄຖ່​ກ່າວ​ດັ່ງນີ້ແຫລະ.

9 “ເຮົາ​ໄດ້​ສັນຍາ​ໄວ້​ໃນ​ສະໄໝ​ຂອງ​ໂນອາ​ວ່າ ເຮົາ​ຈະ​ບໍ່​ໃຫ້​ນໍ້າ​ຖ້ວມ​ແຜ່ນດິນ​ໂລກ​ອີກ​ເລີຍ. ບັດນີ້ ເຮົາ​ສັນຍາ​ວ່າ​ຈະ​ບໍ່​ໂກດຮ້າຍ​ເຈົ້າ​ອີກ​ຕໍ່ໄປ ເຮົາ​ຈະ​ບໍ່​ຕິຕຽນ​ຫລື​ຈະ​ບໍ່​ລົງໂທດ​ເຈົ້າ​ອີກ.

10 ພູ​ໃຫຍ່​ແລະ​ພູນ້ອຍ​ອາດ​ພັງ​ທະລາຍ​ລົງ ແຕ່​ຄວາມຮັກ​ຂອງເຮົາ​ໝັ້ນຄົງ​ບໍ່​ສິ້ນສຸດ​ໄດ້; ເຮົາ​ຈະ​ຮັກສາ​ສັນຍາ​ຄວາມ​ສະຫງົບສຸກ​ໄວ້​ສືບໄປ.” ພຣະເຈົ້າຢາເວ​ຜູ້​ຊົງ​ເມດຕາ​ເຈົ້າ​ກ່າວ​ດັ່ງນີ້ແຫລະ.


ນະຄອນ​ເຢຣູຊາເລັມ​ໃນ​ອະນາຄົດ

11 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ​ດັ່ງນີ້: “ໂອ ເຢຣູຊາເລັມ​ເອີຍ ເຈົ້າ​ທົນທຸກ​ແລ້ວ ນະຄອນ​ຂາດ​ທີ່​ເພິ່ງ​ຫາ​ຜູ້​ເລົ້າໂລມ​ໃຈ​ກໍ​ບໍ່ມີ ດ້ວຍ​ຫີນ​ປະເສີດ​ເຮົາ​ຈະ​ສ້າງ​ຮາກຖານ​ເຈົ້າ​ໃໝ່.

12 ດ້ວຍ​ທັບທີມ​ອັນແທ້ ເຮົາ​ຈະ​ສ້າງ​ຫໍຄອຍ ດ້ວຍ​ແກ້ວ​ເຈຍລະໄນ​ຈະ​ສ້າງ​ປະຕູ​ເມືອງ​ຂຶ້ນ. ດ້ວຍ​ເພັດນິນ​ຈິນດາ​ຈະ​ສ້າງ​ກຳແພງ​ເມືອງ ໃຫ້​ເປັນ​ປ້ອມລ້ອມ​ກຳແພງ​ປ້ອງກັນ​ເຈົ້າ​ໄວ້.

13 ສ່ວນ​ປະຊາຊົນ​ຂອງ​ເຈົ້າ​ເຮົາ​ຈະ​ສັ່ງສອນ​ພວກເຂົາ​ໂດຍ​ພຣະເຈົ້າຢາເວ ຈະ​ໃຫ້​ມີ​ສັນຕິສຸກ​ແລະ​ໃຫ້​ຈະເລີນ​ຮຸ່ງເຮືອງ​ດ້ວຍ.

14 ຄວາມ​ຍຸດຕິທຳ​ແລະ​ຄວາມ​ຖືກຕ້ອງ​ຈະ​ໃຫ້​ເຈົ້າ​ເຂັ້ມແຂງ​ຂຶ້ນ ເຈົ້າ​ຈະ​ພົ້ນ​ຈາກ​ການກົດຂີ່​ແລະ​ຈາກ​ຄວາມຢ້ານ.

15 ຖ້າ​ຜູ້ໃດ​ໂຈມຕີ​ເຈົ້າ ກໍ​ເຮັດ​ໂດຍ​ທີ່​ເຮົາ​ບໍ່​ເຫັນ​ດີ ຜູ້ໃດ​ຂັດຂວາງ​ຕໍ່ສູ້​ເຈົ້າ ກໍ​ຈະ​ລົ້ມລົງ.

16 ເຮົາ​ສ້າງ​ຊ່າງ​ຕີເຫລັກ​ເປົ່າ​ໄຟ​ເຮັດ​ອາວຸດ ເຮົາ​ສ້າງ​ທະຫານ​ໃຫ້​ໃຊ້​ອາວຸດ​ຂ້າຟັນກັນ.

17 ແຕ່​ບໍ່ມີ​ອາວຸດ​ໃດໆ​ທີ່​ທຳຮ້າຍ​ເຈົ້າ​ໄດ້​ເລີຍ ເຈົ້າ​ຈະ​ມີ​ຄຳຕອບ​ແກ່​ທຸກຄົນ​ທີ່​ຟ້ອງ​ເຈົ້າ. ເຮົາ​ຈະ​ປ້ອງກັນ​ຜູ້ຮັບໃຊ້​ຂອງເຮົາ​ໃຫ້​ມີໄຊ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan