ເອຊາຢາ 53 - ພຣະຄຳພີສັກສິ1 ປະຊາຊົນຖາມຄືນວ່າ, “ຜູ້ໃດແດ່ໄດ້ເຊື່ອ ເລື່ອງທີ່ພວກເຮົາລາຍງານດຽວນີ້? ຜູ້ໃດແດ່ໄດ້ເຫັນຢ່າງປະຈັກຕາຕົນເອງ ສິ່ງທີ່ພຣະເຈົ້າຢາເວທຳການໃນເລື່ອງນີ້? 2 ມັນແມ່ນພຣະປະສົງທີ່ຜູ້ຮັບໃຊ້ຂອງພຣະອົງ ໃຫຍ່ຂຶ້ນດັ່ງໄມ້ພັນດີທັງຢັ່ງຮາກໃນດິນແຫ້ງແລ້ງ. ທ່ານບໍ່ມີທ່າທາງຜ່າເຜີຍ ແລະສະຫງ່າງາມໃດໆ ເພື່ອໃຫ້ພວກເຮົາສັງເກດເຫັນໃນຕົວທ່ານໄດ້. ໃນຕົວທ່ານນັ້ນບໍ່ມີຫຍັງພໍຈະດຶງດູດຈິດໃຈ ພໍຈະດູດດຶງພວກເຮົາເຂົ້າໄປຫາທ່ານໄດ້. 3 ພວກເຮົາດູໝິ່ນປະໝາດແລະປະຖິ້ມທ່ານໄປ ທ່ານໄດ້ທົນທຸກນາໆ ແລະທົນຕໍ່ຄວາມເຈັບປວດ. ບໍ່ມີຜູ້ໃດແມ່ນແຕ່ຈະຫລຽວແລເບິ່ງທ່ານເລີຍ ຕ່າງກໍເມີນເສີຍດັ່ງເພິ່ນບໍ່ມີຫຍັງຈັກດີ້. 4 ແທ້ຈິງທ່ານທົນຕໍ່ຄວາມທຸກທີ່ເປັນຂອງພວກເຮົາ ແລະທົນຄວາມເຈັບປວດທີ່ພວກເຮົາສົມຄວນໄດ້ຮັບ. ຄວາມລຳບາກທີ່ທ່ານຮັບເອົານັ້ນພວກເຮົາຄິດຢູ່ສະເໝີ ວ່າເປັນການລົງໂທດມາຈາກພຣະເຈົ້າ. 5 ແຕ່ຍ້ອນການບາບຂອງພວກເຮົານັ້ນທ່ານຈຶ່ງໄດ້ຮັບບາດເຈັບ ຖືກຂ້ຽນຖືກຕີຍ້ອນການຊົ່ວຮ້າຍຂອງພວກເຮົາ. ພວກເຮົາໄດ້ຮັບການປິ່ນປົວໃຫ້ດີ ຍ້ອນໂທດກຳທີ່ທ່ານຮັບ ດີປົກກະຕິຍ້ອນການຕົບຕີທີ່ທ່ານຮັບເອົາ. 6 ພວກເຮົາທຸກຄົນເປັນດັ່ງແກະທີ່ໄດ້ຫຼົງເສຍໄປ ແຕ່ລະຄົນເດີນຕາມທາງຂອງຕົນເອງທັງນັ້ນ. ແຕ່ພຣະເຈົ້າຢາເວໄດ້ໃຫ້ທ່ານຮັບໂທດທັນ ຄືໂທດກຳທີ່ເຮົາທຸກຄົນສົມຄວນໄດ້ຮັບ. 7 ທ່ານຖືກທາລຸນໜັກ ແຕ່ທົນເອົາຢ່າງຖ່ອມໃຈ ທ່ານບໍ່ເຄີຍເອີ່ຍປາກເວົ້າຈາແມ່ນແຕ່ຄຳດຽວ. ດັ່ງລູກແກະພວມຖືກນຳໄປຂ້າ ດັ່ງແກະທີ່ຖືກຕັດເອົາຂົນ ຄຳດຽວທ່ານກໍບໍ່ເຄີຍກ່າວອອກ. 8 ທ່ານຖືກຈັບໄປເພື່ອໃສ່ໂທດທັນ ທ່ານຖືກນຳອອກໄປເພື່ອປະຫານຊີວິດ ບໍ່ມີຜູ້ໃດຫ່ວງໃຍເຄາະກຳທີ່ທ່ານຖືກສັງຫານ ຍ້ອນການບາບຂອງປະຊາຊົນພວກເຮົານັ້ນ. 9 ທ່ານຖືກວາງໄວ້ໃນອຸບມຸງກັບຄົນຊົ່ວຊາມ ທ່ານຖືກຝັງໄວ້ກັບຄົນຮັ່ງມີເປັນດີດ້ວຍ ເຖິງວ່າທ່ານບໍ່ເຄີຍກໍ່ໂທດກຳໄວ້ເລີຍກໍຕາມ ທ່ານບໍ່ເຄີຍເວົ້າຕົວະແລະຫລອກລວງຜູ້ໃດຈັກເທື່ອ.” 10 ພຣະເຈົ້າຢາເວກ່າວວ່າດັ່ງນີ້: “ການທີ່ທ່ານທົນທຸກຄືຄວາມປະສົງຂອງເຮົາ ຄວາມຕາຍຂອງທ່ານເປັນເຄື່ອງບູຊາ ເພື່ອນຳເອົາການຍົກໂທດມາໃຫ້. ທ່ານຈຶ່ງໄດ້ເຫັນເຊື້ອສາຍມີຊີວິດຍາວໄກ ເປົ້າໝາຍຂອງພຣະເຈົ້າຢາເວຈະສຳເລັດທາງທ່ານ. 11 ຫລັງຈາກມີຊີວິດຢ່າງທົນທຸກທໍລະມານ ທ່ານກໍຈະມີຄວາມສຸກຊົມຊື່ນຍິນດີອີກ; ທ່ານຈະຮູ້ວ່າທ່ານບໍ່ໄດ້ທົນທຸກຢ່າງໄຮ້ຜົນ ເປັນຜູ້ຮັບໃຊ້ອຸທິດຕົນທີ່ເຮົາພໍໃຈນຳແທ້ໆ. ທ່ານຈະແບກໂທດກຳຂອງຄົນທັງຫລາຍ ເພື່ອເຫັນແກ່ທ່ານ ເຮົາຈະຍົກໂທດໃຫ້ພວກເຂົາ. 12 ສະນັ້ນ ເຮົາຈຶ່ງຈະໃຫ້ທ່ານໄດ້ນັ່ງບ່ອນມີກຽດສັກສີ ຄືບ່ອນໜຶ່ງທ່າມກາງຜູ້ຍິ່ງໃຫຍ່ທີ່ມີອຳນາດ. ທ່ານຍິນດີມອບຊີວິດຕົນເອງໃຫ້ຢ່າງເຕັມໃຈ ແລະເຂົ້າສ່ວນໃນຊາຕາກຳຂອງຄົນຊົ່ວຮ້າຍ. ທ່ານໄດ້ເຂົ້າແທນບ່ອນຄົນບາບທັງຫລາຍ ແລະພາວັນນາອະທິຖານເພື່ອພວກເຂົາໃຫ້ໄດ້ຮັບການຍົກໂທດ.” |
@ 2012 United Bible Societies. All Rights Reserved.