ເອຊາຢາ 52 - ພຣະຄຳພີສັກສິພຣະເຈົ້າຈະຊ່ວຍກູ້ເອົານະຄອນເຢຣູຊາເລັມ 1 ຈົ່ງເຂັ້ມແຂງຍິ່ງໃຫຍ່ອີກນະຄອນເຢຣູຊາເລັມເອີຍ ພຣະນະຄອນສັກສິດ ຈົ່ງສວມພຣະສະຫງ່າຣາສີເຖີດ ພວກບໍ່ນັບຖືພຣະເຈົ້າ ແລະພວກທີ່ເປັນມົນທິນ ຈະບໍ່ໄດ້ເຂົ້າທີ່ປະຕູເມືອງຂອງເຈົ້າອີກຈັກເທື່ອ. 2 ນະຄອນເຢຣູຊາເລັມເອີຍ ຈົ່ງສັ່ນຂີ້ຝຸ່ນເປັນອິດສະຫລະ ຈົ່ງລຸກຈາກຂີ້ຝຸ່ນດິນ ແລະນັ່ງລົງເທິງບັນລັງເຖີດ ພວກລູກສາວຂອງພູເຂົາຊີໂອນຜູ້ຖືກຈັບເອີຍ ຈົ່ງທຸບໂສ້ທີ່ລ່າມເຈົ້ານັ້ນໃຫ້ມັນຫລຸດອອກໄປ. 3 ພຣະເຈົ້າຢາເວກ່າວແກ່ປະຊາຊົນຂອງພຣະອົງວ່າ, “ເມື່ອຕົກເປັນທາດນັ້ນບໍ່ມີຜູ້ໃດທີ່ໃຊ້ເງິນຊື້ເອົາພວກເຈົ້າໄປ; ທຳນອງດຽວກັນ ບໍ່ມີສິ່ງໃດທີ່ຈະຊື້ເອົາພວກເຈົ້າໃຫ້ເປັນອິດສະຫລະ. 4 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເມື່ອພວກເຈົ້າໄດ້ໄປຢູ່ທີ່ປະເທດເອຢິບໃນຖານະເປັນຄົນຕ່າງດ້າວນັ້ນ ພວກເຈົ້າໄດ້ໄປຢູ່ຕາມໃຈມັກຂອງຕົນເອງ, ແຕ່ອັດຊີເຣຍໄດ້ຈັບເອົາພວກເຈົ້າໄປ ໂດຍໃຊ້ກຳລັງແລະບໍ່ໄດ້ຈ່າຍຫຍັງໃຫ້ພວກເຈົ້າ. 5 ພຣະເຈົ້າຢາເວກ່າວວ່າ, ບັດນີ້ ໃນບາບີໂລນແມ່ນສິ່ງດຽວກັນນັ້ນ ທີ່ໄດ້ເກີດຂຶ້ນອີກ ຄືພວກເຈົ້າໄດ້ຖືກຈັບໄປ ແລະບໍ່ໄດ້ຈ່າຍຫຍັງໃຫ້ພວກເຈົ້າ. ພຣະເຈົ້າຢາເວກ່າວວ່າ, ຜູ້ທີ່ປົກຄອງເໜືອພວກເຈົ້າເວົ້າໂມ້ທັງໂອ້ອວດ ແລະດູຖູກຫຍໍ້ຫຍັນເຮົາຢູ່ເປັນປະຈຳ. 6 ເມື່ອເວລານັ້ນມາເຖິງ ພວກເຈົ້າຈະຮັບຮູ້ວ່າເຮົາແມ່ນພຣະເຈົ້າ ແລະແມ່ນເຮົາທີ່ໄດ້ກ່າວແກ່ພວກເຈົ້າ.” 7 ເປັນຕາຮັກແທ້ທີ່ເຫັນຜູ້ສົ່ງຂ່າວຂ້າມພູເຂົາມາ ໂດຍນຳຂ່າວດີຄືຂ່າວແຫ່ງສັນຕິສຸກມາໃຫ້ ລາວປະກາດເລື່ອງໄຊຊະນະແກ່ພູເຂົາຊີໂອນວ່າ, “ພຣະເຈົ້າຂອງເຈົ້າເປັນເຈົ້າມະຫາຊີວິດ.” 8 ພວກທີ່ເຝົ້າຍາມກໍໂຮຮ້ອງດ້ວຍສຽງດັງກ້ອງ ພວກເຂົາຊົມຊື່ນຍິນດີຈຶ່ງພາກັນໂຮຮ້ອງ ພວກເຂົາສາມາດເຫັນໄດ້ດ້ວຍຕາຂອງພວກເຂົາເອງ ການກັບມາສູ່ພູເຂົາຊີໂອນຂອງພຣະເຈົ້າຢາເວ. 9 ນະຄອນເຢຣູຊາເລັມເອີຍ ຈົ່ງເປັ່ງສຽງຮ້ອງຍິນດີ ເຈົ້າຜູ້ທີ່ເປັນເມືອງເພພັງແລະຮົກຮ້າງ ພຣະເຈົ້າຢາເວຈະຊົງໄຖ່ເອົານະຄອນເຢຣູຊາເລັມ ທັງຈະອອຍໃຈປະຊາຊົນຂອງພຣະອົງດ້ວຍ. 10 ພຣະເຈົ້າຢາເວຈະໃຊ້ຣິດທານຸພາບອັນສັກສິດ ຕໍ່ສາຍຕາປະຊາຊົນຂອງທຸກໆຊົນຊາດ ພຣະອົງຈະຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນໄພ ໝົດທັງໂລກຈະໄດ້ເຫັນຄວາມພົ້ນແຫ່ງພຣະເຈົ້າຂອງພວກເຮົາ. 11 ທຸກຄົນທີ່ແບກຫາບເຄື່ອງໃຊ້ຂອງພຣະເຈົ້າຢາເວ ຈົ່ງອອກໄປໄວໆ ຈາກນະຄອນບາບີໂລນເຖີດ ຢ່າແຕະຕ້ອງສິ່ງຫວງຫ້າມໃດໆ ຈົ່ງຮັກສາຕົວໃຫ້ບໍຣິສຸດ ແລະອອກໜີໄປເຖີດ 12 ເທື່ອນີ້ບໍ່ຈຳເປັນຕ້ອງຟ້າວຟັ່ງອອກໄປ ພວກເຈົ້າບໍ່ຈຳເປັນຕ້ອງປົບໜີໄປດອກ ພຣະເຈົ້າຢາເວຈະນຳໜ້າອອກໄປ ພຣະອົງຈະປົກປັກຮັກສາພວກເຈົ້າຮອບດ້ານ. ຜູ້ຮັບໃຊ້ທີ່ທົນທຸກ 13 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຜູ້ຮັບໃຊ້ຂອງເຮົານັ້ນ ຈະເຮັດສຳເລັດໜ້າທີ່ຊຶ່ງໄດ້ມອບໝາຍໃຫ້; ເພິ່ນຈະເຮັດພາລະກິດຂອງເພິ່ນໃຫ້ສຳເລັດຜົນ; ແມ່ນກຽດສັກສີອັນສູງທີ່ທ່ານຈະໄດ້ຮັບ. 14 ເມື່ອປະຊາຊົນໄດ້ເຫັນທ່ານກໍສະດຸ້ງຕົກໃຈ; ໜ້າຕາທ່ານປ່ຽນໂສມ ທ່າທາງເກືອບບໍ່ຄືມະນຸດ. 15 ແຕ່ບັດນີ້ຫລາຍຊົນຊາດຈະງຶດງໍ້ອັດສະຈັນໃຈ ພວກກະສັດກໍຈະອັດສະຈັນໃຈຈົນປາກບໍ່ອອກ. ພວກເຂົາຈະຮູ້ເຫັນແລະທັງຈະເຂົ້າໃຈ ບາງສິ່ງທີ່ພວກເຂົາບໍ່ເຄີຍຮູ້ເຫັນຈັກເທື່ອ.” |
@ 2012 United Bible Societies. All Rights Reserved.