ເອຊາຢາ 51 - ພຣະຄຳພີສັກສິຄຳເລົ້າໂລມແກ່ນະຄອນເຢຣູຊາເລັມ 1 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຜູ້ທີ່ຢາກພົ້ນຈົ່ງຟັງເຮົາ ຄືພວກທີ່ສະແຫວງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອນັ້ນ. ຈົ່ງຄິດເຖິງໂງ່ນຫີນຈາກບ່ອນທີ່ພວກເຈົ້າໄດ້ມາ ບໍ່ຫີນຈາກບ່ອນທີ່ພວກເຈົ້າໄດ້ຂຸດນັ້ນ. 2 ຈົ່ງຄິດເຖິງບັນພະບຸລຸດພວກເຈົ້າຄືອັບຣາຮາມ ແລະນາງຊາຣາຜູ້ທີ່ສືບເຊື້ອສາຍໃຫ້ພວກເຈົ້າ. ເມື່ອເຮົາໄດ້ເອີ້ນອັບຣາຮາມນັ້ນລາວບໍ່ມີລູກເລີຍ ແຕ່ເຮົາໄດ້ອວຍພອນລາວໃຫ້ໄດ້ມີລູກ; ເຮົາໄດ້ໃຫ້ອັບຣາຮາມກາຍເປັນບັນພະບຸລຸດຜູ້ໜຶ່ງ ຜູ້ທີ່ສືບເຊື້ອສາຍໃຫ້ຊົນຊາດທັງຫລາຍ. 3 ພຣະເຈົ້າຢາເວຈະໃຫ້ຄວາມເມດຕາຕໍ່ນະຄອນເຢຣູຊາເລັມ ຕໍ່ຄົນທັງໝົດທີ່ຢູ່ໃນບ່ອນຮົກຮ້າງເພພັງນັ້ນ. ເຖິງວ່າດິນແດນນັ້ນຈະເປັນຖິ່ນແຫ້ງແລ້ງກັນດານ ເຮົາກໍຈະໃຫ້ກາຍເປັນສວນເອເດນໄດ້ ຈາກພື້ນດິນແຫ້ງຂາດນໍ້າຫລໍ່ລ້ຽງໃຫ້ເກີດຜົນ ກໍຈະເປັນດັ່ງສວນຂອງພຣະເຈົ້າຢາເວ. ແລ້ວທີ່ນັ້ນກໍຈະມີຄວາມຊົມຊື່ນຍິນດີຫລາຍ ມີທັງສຽງຮ້ອງລຳທຳເພງຍົກຍໍໂມທະນາຂອບພຣະຄຸນດ້ວຍ. 4 ປະຊາຊົນຂອງເຮົາເອີຍ ຈົ່ງຟັງເຮົາເທີ້ນ ຈົ່ງຟັງສິ່ງທີ່ເຮົາຈະກ່າວດັ່ງຕໍ່ໄປນີ້: ເຮົາໄດ້ໃຫ້ຄຳສັ່ງສອນແກ່ຊົນຊາດທັງຫລາຍ ກົດບັນຍັດຈະນຳພວກເຂົາສູ່ແສງແຈ້ງ. 5 ເຮົາຈະມາໃນໄວໆເພື່ອຊ່ວຍເອົາພວກເຂົາໃຫ້ພົ້ນ; ເວລາແຫ່ງໄຊຊະນະຂອງເຮົາກໍມາໃກ້ແລ້ວ. ຝ່າຍເຮົາເອງນັ້ນຈະປົກຄອງຊົນຊາດທັງຫລາຍ ບັນດາປະເທດທີ່ຫ່າງໄກຕ່າງກໍລໍຄອຍຖ້າ. ພວກເຂົາທັງໝົດຄອຍຖ້າການມາຂອງເຮົາ ດ້ວຍຄວາມຫວັງໃຫ້ເຮົາຊ່ວຍພວກເຂົາໃຫ້ພົ້ນ. 6 ຈົ່ງແນມຂຶ້ນສູ່ຟ້າສະຫວັນແລະເບິ່ງທີ່ແຜ່ນດິນໂລກດູ, ຟ້າສະຫວັນຈະສູນຫາຍໄປດັ່ງຄວັນໄຟຟົ້ງຂຶ້ນ; ສ່ວນແຜ່ນດິນໂລກດັ່ງເຄື່ອງນຸ່ງເກົ່າຂາດໄປ ທຸກຄົນໃນໂລກກໍຈະຕາຍໄປສິ້ນ. ແຕ່ຄວາມຊ່ວຍໃຫ້ພົ້ນຂອງເຮົາຈະດຳລົງຢູ່ສືບໆໄປ, ຄວາມຊອບທຳຂອງເຮົາກໍຈະບໍ່ສິ້ນສຸດເລີຍ. 7 ພວກທີ່ຮູ້ຈັກສິ່ງທີ່ຖືກຕ້ອງເອີຍ ຈົ່ງຟັງເທີ້ນ ພວກທີ່ມີຄຳສັ່ງສອນຂອງເຮົາຝັງທີ່ຫົວໃຈນັ້ນ. ຢ່າສູ່ຢ້ານກົວແຕ່ປະການໃດເລີຍ ເມື່ອຄົນກ່າວຫຍໍ້ຫຍັນນິນທາພວກເຈົ້າ. 8 ພວກເຂົາຈະສະຫລາຍໄປດັ່ງເຄື່ອງນຸ່ງທີ່ຕົກໂໝະ ຊຶ່ງຖືກໂຕມອດກັດຂາດໄປຈົນກ້ຽງ, ແຕ່ຄວາມຊ່ວຍໃຫ້ພົ້ນຈະດຳລົງຢູ່ສືບໆໄປ ຄວາມມີໄຊຂອງເຮົາຈະຍືນຍົງໄປຕະຫລອດ.” 9 ຂ້າແດ່ພຣະເຈົ້າຢາເວ ຈົ່ງຕື່ນຂຶ້ນຊ່ວຍເຫຼືອພວກຂ້ານ້ອຍແດ່ ຈົ່ງໃຊ້ຣິດທານຸພາບຊ່ວຍຊູແດ່ທ້ອນ ດັ່ງທີ່ພຣະອົງໄດ້ເຮັດໃນສະໄໝບູຮານ ພຣະອົງໄດ້ຕັດຣາຮາບ ໃນທະເລຂາດເປັນຕ່ອນໆ. 10 ແມ່ນພຣະອົງຄືກັນທີ່ໄດ້ເຮັດໃຫ້ທະເລແຫ້ງລົງ ແລະໄດ້ເຮັດທາງຍ່າງຜ່ານທ້ອງທະເລໄປໄດ້ ເພື່ອວ່າປະຊາຊົນທີ່ພຣະອົງຊົງໄຖ່ ຈະຍ່າງຂ້າມໄປໃຫ້ຫວິດໄພອັນຕະລາຍໄດ້. 11 ພວກທີ່ພຣະເຈົ້າຢາເວໄດ້ຊ່ວຍກູ້ກໍເຖິງນະຄອນເຢຣູຊາເລັມ ເບີກບານໃຈທັງຮ້ອງລຳທຳເພງດ້ວຍ. ພວກເຂົາຈະມີຄວາມສຸກຕະຫລອດໄປ ຈະບໍ່ໂສກເສົ້າເຫງົາໃຈອີກຈັກເທື່ອ. 12 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຄືຜູ້ທີ່ເຮັດໃຫ້ ພວກເຈົ້າໄດ້ກຳລັງເຂັ້ມແຂງຂຶ້ນໃໝ່. ເປັນຫຍັງພວກເຈົ້າຈຶ່ງຢ້ານມະນຸດທີ່ຕາຍເປັນ ພວກທີ່ບໍ່ຍືນຍົງລື່ນຕົ້ນຫຍ້າ? 13 ພວກເຈົ້າລືມໄລພຣະເຈົ້າຢາເວຜູ້ສ້າງເຈົ້າແລ້ວບໍ? ຜູ້ໄດ້ກາງຈັກກະວານ ທັງວາງຮາກຖານແຜ່ນດິນໂລກ? ເປັນຫຍັງພວກເຈົ້າຈຶ່ງໃຊ້ຊີວິດດ້ວຍຄວາມຢ້ານເປັນປະຈຳ? ໂດຍຢ້ານພວກທີ່ກົດຂີ່ພວກເຈົ້າຢ່າງໂຫດຮ້າຍ ຄືພວກທີ່ພ້ອມຈະທຳລາຍພວກເຈົ້າທຸກເວລາ? ຄວາມໂຫດຮ້າຍຂອງພວກເຂົາແຕະຕ້ອງພວກເຈົ້າບໍ່ໄດ້. 14 ພວກຊະເລີຍເສິກນັ້ນຈະຖືກປ່ອຍໃຫ້ເປັນເສລີ ພວກເຂົາຈະບໍ່ສິ້ນຊີວິດຢູ່ໃນຄຸກມືດ ແຕ່ພວກເຂົາຈະມີຊີວິດຍືນຍາວກ້າວໄປໄກສະເໝີ ແລະມີເຂົ້າຈີ່ຕາມທີ່ພວກເຂົາຕ້ອງການ. 15 ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ, ເຮົາປຸກປັ່ນທະເລໃຫ້ມັນຄຶກຄະນອງຂຶ້ນ ແລະເຮັດໃຫ້ສຽງຄື້ນດັງກ້ອງສະໜັ່ນຫວັ່ນໄຫວ ນາມເຮົາຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ 16 ເຮົາໄດ້ກາງ ຈັກກະວານ ແລະວາງຮາກຖານແຜ່ນດິນໂລກ ເຮົາກ່າວແກ່ນະຄອນເຢຣູຊາເລັມດັ່ງນີ້: ‘ເຈົ້າເປັນປະຊາຊົນທີ່ເຮົາປົກປ້ອງຄຸ້ມຄອງໄວ້ ເຮົາມອບຄຳສັ່ງສອນໃຫ້ເຈົ້າຮັກສາໄວ້.”’ ນະຄອນເຢຣູຊາເລັມໝົດຄວາມທົນທຸກ 17 ນະຄອນເຢຣູຊາເລັມເອີຍ ຈົ່ງຕື່ນຂຶ້ນເຖີດ ຈົ່ງຕື່ນຂຶ້ນເອງ ແລະລຸກຂຶ້ນສາເຖີດ ເຈົ້າມົວເມົາດ້ວຍຈອກແຫ່ງການລົງໂທດທັນ ທີ່ພຣະເຈົ້າຢາເວໄດ້ໃຫ້ເຈົ້າດື່ມຍ້ອນຄວາມໂກດຮ້າຍ; ເຈົ້າໄດ້ດື່ມຄວາມໂກດຮ້າຍຂອງພຣະອົງ ຈຶ່ງເຮັດໃຫ້ເຈົ້າໂຊເຊຍ່າງໄປບໍ່ທຸ່ນທ່ຽງ. 18 ຜູ້ທີ່ຈະນຳພາເຈົ້ານັ້ນບໍ່ມີຈັກຄົນເລີຍ ບໍ່ມີແມ່ນແຕ່ຜູ້ດຽວທີ່ຈະຈູງແຂນເຈົ້າ. 19 ໄພພິບັດສອງຢ່າງໄດ້ຕົກຖືກເຈົ້າແລ້ວ ຄືດິນແດນເຈົ້າໄດ້ຖືກເສິກທຳລາຍກ້ຽງ ແລະປະຊາຊົນຂອງເຈົ້າກໍໄດ້ຕາຍອຶດຕາຍຫິວ ບໍ່ມີຜູ້ໃດຈັກຄົນໃຫ້ຄວາມເຫັນໃຈແກ່ເຈົ້າ. 20 ໃນຖະໜົນທຸກໆສາຍຕາມທຸກຂອບທຸກແຈ ປະຊາຊົນລົ້ມລົງເພາະຄວາມອິດອ່ອນ; ພວກເຂົາເປັນດັ່ງກວາງທີ່ຖືກຕາໜ່າງນາຍພານ ທີ່ໄດ້ຕົກຢູ່ໃຕ້ອຳນາດຄວາມໂກດຮ້າຍຂອງພຣະເຈົ້າຢາເວ. 21 ບັດນີ້ ຈົ່ງຟັງເທີ້ນ ນະຄອນເຢຣູຊາເລັມທີ່ທົນທຸກ ເຈົ້າລຸກຍ່າງໂຊເຊນັ້ນ ເພາະວ່າເຈົ້າມືນເມົາ. 22 ພຣະເຈົ້າຢາເວຂອງເຈົ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ຜູ້ທີ່ປົກປ້ອງຄຸ້ມຄອງເຈົ້າກ່າວດັ່ງນີ້: “ເຮົາກຳລັງເອົາຈອກທີ່ເຮົາໃຫ້ເຈົ້າດື່ມໜີໄປ ທີ່ໃຫ້ເຈົ້າດື່ມລົງໄປຍ້ອນຄວາມໂກດຮ້າຍ. ເຈົ້າຈະບໍ່ໄດ້ດື່ມຈາກຈອກນັ້ນອີກຕໍ່ໄປ ເຫຼົ້າອະງຸ່ນທີ່ເຮັດໃຫ້ເຈົ້າຍ່າງໂຊເຊນັ້ນ. 23 ເຮົາຈະເອົາໃຫ້ພວກທີ່ກົດຂີ່ເຈົ້າດື່ມແທນ ຄືພວກທີ່ໃຫ້ເຈົ້ານອນກາງຫົນທາງນັ້ນ ແລະພວກເຂົາກໍໄດ້ຢຽບຢໍ່າເຈົ້າລົງ ດັ່ງຢຽບຂີ້ຝຸ່ນດິນທີ່ພື້ນຕີນຂອງເຂົາເຈົ້າ.” |
@ 2012 United Bible Societies. All Rights Reserved.