ເອຊາຢາ 50 - ພຣະຄຳພີສັກສິ1 ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ສົ່ງຄົນຂອງເຮົາໜີໄປແທ້ບໍ? ດັ່ງຊາຍຮ້າງເມຍແລະປະນາງຫລືນີ້? ຖ້າດັ່ງນັ້ນ ໜັງສືປະຮ້າງນັ້ນຢູ່ໃສ? ເຮົາໄດ້ຂາຍເຈົ້າໄປເປັນທາດຮັບໃຊ້ແທ້ຫລືນີ້? ດັ່ງຄົນຂາຍລູກໄປເປັນທາດຮັບໃຊ້ຊັ້ນບໍ? ບໍ່ແມ່ນດອກ ທີ່ຖືກຈັບໄປຍ້ອນການບາບຂອງເຈົ້າ; ການບາບນັ້ນເປັນເຫດໃຫ້ເຈົ້າຖືກສົ່ງໜີໄປ ທັງນີ້ກໍຍ້ອນໂທດກຳຂອງເຈົ້າ. 2 ເປັນຫຍັງປະຊາຊົນຂອງເຮົາຈຶ່ງບໍ່ຍອມຕອບນໍ ເມື່ອເຮົາມາຊ່ວຍກູ້ເອົາພວກເຂົາເຈົ້າ. ເມື່ອເຮົາເອີ້ນຫາ ເປັນຫຍັງພວກເຂົາຈຶ່ງບໍ່ຕອບນໍ? ຫລືວ່າເຮົາອ່ອນແອຫຼາຍທີ່ຈະຊ່ວຍໃຫ້ພົ້ນ? ເຮົາສັ່ງຄຳດຽວເທົ່ານັ້ນ ນໍ້າໃນທະເລກໍແຫ້ງລົງ ແລະແມ່ນໍ້ານັ້ນກໍກາຍເປັນຖິ່ນແຫ້ງແລ້ງ ແລ້ວຝູງປາໃນແມ່ນໍ້ານັ້ນກໍຈະຕາຍໄປ ຍ້ອນນໍ້າໃນລຳທານບໍ່ມີເສຍແລ້ວ. 3 ເຮົາໄດ້ຫົ່ມຟ້າສະຫວັນ ໃຫ້ມືດມົວສະຫລົວໄປ ດັ່ງເປັນການໄວ້ທຸກໃຫ້ຄົນທີ່ຕາຍໄປແລ້ວ.” ຄວາມເຊື່ອຟັງຂອງຜູ້ຮັບໃຊ້ອົງພຣະຜູ້ເປັນເຈົ້າ 4 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ພຣະອົງໄດ້ສັ່ງສອນສິ່ງທີ່ຂ້ອຍຈະເວົ້າ ເພື່ອວ່າຂ້ອຍຈະໄດ້ຊ່ວຍຜູ້ທີ່ອ່ອນແຮງ ໃຫ້ພວກເຂົາເຂັ້ມແຂງແລະມີແຮງຂຶ້ນໃໝ່. ທຸກໆເຊົ້າ ພຣະອົງໄດ້ໃຫ້ຂ້ອຍຫິວກະຫາຍ ຟັງສິ່ງທີ່ພຣະອົງກຳລັງສັ່ງສອນຂ້ອຍ. 5 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໃຫ້ຂ້ອຍໄດ້ມີຄວາມເຂົ້າໃຈ ແລະຂ້ອຍກໍບໍ່ໄດ້ກະບົດຫລືຫັນໜີຈາກພຣະອົງ. 6 ຂ້ອຍໄດ້ແບຫລັງໃຫ້ຜູ້ທີ່ຂ້ຽນຕີ ຂ້ອຍບໍ່ໄດ້ຢັບຢັ້ງຄົນທີ່ດູໝິ່ນນິນທາຂ້ອຍ. ເມື່ອພວກເຂົາກຳໜວດຈັບເຄົາຂ້ອຍດຶງໄປ ກໍປິ່ນໜ້າໂດຍດີໃຫ້ພວກເຂົາຖົ່ມນໍ້າລາຍໃສ່. 7 ແຕ່ຄຳດູໝິ່ນປະໝາດບໍ່ໄດ້ທຳຮ້າຍຂ້ອຍເລີຍ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າຊ່ວຍເຫຼືອຂ້ອຍໄວ້. ຂ້ອຍຫລໍ່ຫລອມຕົນເອງຂຶ້ນເພື່ອທົນທານຕໍ່ພວກເຂົາ ຂ້ອຍຮູ້ວ່າຕົນເອງຈະບໍ່ໄດ້ຖືກອັບອາຍຂາຍໜ້າ 8 ພຣະອົງຜູ້ຕັ້ງຂ້ອຍໄວ້ໃນຄວາມຊອບທຳກໍສະຖິດຢູ່ໃກ້ຊິດຂ້ອຍທຸກເວລາ ແລະຈະພິສູດວ່າຂ້ອຍບໍ່ມີຜິດຫຍັງ. ຜູ້ໃດແດ່ກ້ານຳເລື່ອງກ່າວຟ້ອງຂ້ອຍໄດ້ເດ? ຈົ່ງໄປທີ່ສານຕັດສິນນຳກັນເທາະ ຈົ່ງໃຫ້ພວກເຂົານັ້ນນຳຄຳກ່າວຫາມາເບິ່ງດູ ນຳຄະດີຂອງພວກເຂົາຂຶ້ນມາຟ້ອງເບິ່ງ 9 ຜູ້ປ້ອງກັນຂ້ອຍຄືອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ແລ້ວຜູ້ໃດແດ່ພິສູດເອົາຄວາມຜິດກັບຂ້ອຍໄດ້? ພວກທີ່ກ່າວຫາຂ້ອຍນັ້ນຈະສູນຫາຍໄປໝົດ ພວກເຂົາຈະສະຫລາຍໄປດັ່ງເຄື່ອງນຸ່ງທີ່ຕົກໂໝະ. 10 ຂໍໃຫ້ທຸກຄົນຈົ່ງຢຳເກງພຣະເຈົ້າຢາເວ ເຊື່ອຟັງຄຳສັ່ງສອນຂອງຜູ້ຮັບໃຊ້ພຣະເຈົ້າ ເຖິງວ່າທາງທີ່ເດີນໄປນັ້ນມືດມົວກໍຈິງ ແຕ່ຈົ່ງໄວ້ວາງໃຈໃນພຣະນາມແຫ່ງພຣະເຈົ້າຢາເວ ແລະເພິ່ງພຣະເຈົ້າແຫ່ງຕົນ. 11 ສ່ວນຜູ້ທີ່ວາງແຜນຕໍ່ສູ້ຄົນອື່ນໃນພວກເຈົ້າທຸກຄົນ ກໍຈະຖືກທຳລາຍຍ້ອນແຜນການຂອງພວກເຈົ້າເອງ. ພຣະອົງເອງຈະເຮັດໃຫ້ສິ່ງນີ້ເກີດຂຶ້ນມາ ພວກເຈົ້າຈະທົນທຸກຢ່າງເວດທະນາເຫລືອລົ້ນ. |
@ 2012 United Bible Societies. All Rights Reserved.