Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 5 - ພຣະຄຳພີສັກສິ


ເພງ​ກ່ຽວກັບ​ສວນອະງຸ່ນ

1 ເມື່ອ​ຂ້ອຍ​ຮ້ອງເພງ​ນີ້ ຂໍ​ທ່ານ​ຈົ່ງ​ຟັງ​ເອົາ​ເດີ​ ທີ່​ເອີ່ຍ​ເຖິງ​ສວນອະງຸ່ນ​ກັບ​ໝູ່ເພື່ອນ​ຂອງຂ້ອຍ: ເພື່ອນ​ຂອງຂ້ອຍ​ມີ​ສວນອະງຸ່ນ​ຕອນ​ໜຶ່ງ ຊຶ່ງ​ສວນ​ນີ້​ຕັ້ງ​ຢູ່​ຕາມ​ເນີນພູ​ທີ່​ມີ​ດິນ​ດີ.

2 ລາວ​ຂຸດ​ທັງ​ພູນ​ດິນ​ຫລັງຈາກ​ເກັບ​ກ້ອນ​ຫີນ​ອອກ​ໄປ ແລ້ວ​ຈຶ່ງ​ໄດ້​ປູກ​ເບ້ຍ​ພັນ​ອະງຸ່ນ​ດີໆ​ທັງນັ້ນ​ໃສ່. ລາວ​ປຸກ​ຫໍຄອຍ​ຫລັງ​ໜຶ່ງ​ໄວ້​ສຳລັບ​ເຝົ້າ​ສວນອະງຸ່ນ ລາວ​ເຈາະ​ອ່າງ​ຫີນ​ໄວ້​ສຳລັບ​ບີບ​ໝາກອະງຸ່ນ​ດ້ວຍ. ແລ້ວ​ກໍ​ຕັ້ງໃຈ​ລໍ​ຄອຍຖ້າ ຈົນ​ໝາກອະງຸ່ນ​ສຸກງອມ ແຕ່​ໝາກອະງຸ່ນ​ທີ່​ສຸກ​ພັດ​ມີ​ຣົດ​ສົ້ມ​ທັງໝົດ.

3 ສະນັ້ນ ເພື່ອນ​ຂອງຂ້ອຍ​ຈຶ່ງ​ເວົ້າ​ວ່າ, “ພວກເຈົ້າ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ຢູດາຍ​ເອີຍ ຈົ່ງ​ຕັດສິນ​ລະຫວ່າງ​ຂ້ອຍ​ກັບ​ສວນອະງຸ່ນ​ເບິ່ງດູ.

4 ມີ​ອັນ​ໃດ​ແດ່ ທີ່​ຂ້ອຍ​ບໍ່ໄດ້​ເຮັດ​ສຳລັບ​ສວນ​ນີ້? ແລ້ວ​ເປັນຫຍັງ​ໝາກ​ອະງຸ່ນ​ຈຶ່ງ​ສົ້ມ​ໝົດ ທັງໆ​ທີ່​ຂ້ອຍ​ຫວັງ​ໄວ້​ວ່າ​ຈະ​ໄດ້​ໝາກ​ຫວານ​ດີ?

5 ບັດນີ້ ຂ້ອຍ​ຈະ​ເຮັດ​ກັບ​ສວນອະງຸ່ນ​ຂອງຂ້ອຍ​ດັ່ງນີ້: ຈະ​ຮື້​ໜາມ​ແລະ​ມ້າງ​ຮົ້ວ​ທີ່​ລ້ອມ​ມັນ​ນັ້ນ​ອອກ ແລະ​ປ່ອຍ​ໃຫ້​ສັດປ່າ​ມາ​ກິນ​ແລະ​ຢຽບຢໍ່າ​ມັນ​ຖິ້ມ.

6 ຂ້ອຍ​ຈະ​ປ່ອຍ​ໃຫ້​ຫຍ້າ​ເກີດຂຶ້ນ​ເຕັມ​ໄປ​ທົ່ວ. ຂ້ອຍ​ຈະ​ບໍ່​ຕັດ​ແໜງ​ຫລື​ພວນດິນ; ແຕ່​ຈະ​ປ່ອຍ​ໃຫ້​ເຄືອ​ແລະ​ກົກ​ໜາມ​ປົ່ງ​ຂຶ້ນ​ຫຸ້ມຫໍ່. ຂ້ອຍ​ຈະ​ບໍ່​ໃຫ້​ແມ່ນແຕ່​ຝົນ​ຕົກລົງ​ມາ​ຮຳ​ສວນ​ນັ້ນ​ເລີຍ.”

7 ສວນອະງຸ່ນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແມ່ນ​ຊາດ​ອິດສະຣາເອນ ແລະ​ປະຊາຊົນ​ຊາວ​ຢູດາ​ແມ່ນ​ເບ້ຍ​ອະງຸ່ນ ຊຶ່ງ​ພຣະອົງ​ໄດ້​ປູກ​ໄວ້. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່ດີ, ແຕ່​ພວກເຂົາ​ມີ​ແຕ່​ປະພຶດ​ຕົນ​ເປັນ​ຜູ້ຂ້າຄົນ. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່​ຊອບທຳ, ແຕ່​ຄົນ​ຮັບ​ເຄາະກຳ​ຮ້ອງຂໍ​ຄວາມ​ຍຸດຕິທຳ.


ຄວາມ​ຊົ່ວຊ້າ​ທີ່​ມະນຸດ​ເຮັດ

8 ວິບັດ​ເປັນ​ຂອງ​ພວກເຈົ້າ​ສາແລ້ວ ພວກເຈົ້າ​ຊື້​ເຮືອນ​ຕື່ມ​ອີກ​ຫລາຍ​ຫລັງ ແລະ​ຊື້​ນາ​ຕື່ມ​ອີກ​ຫລາຍ​ທົ່ງ ເພີ່ມ​ກັບ​ສິ່ງ​ທີ່​ພວກເຈົ້າ​ມີ​ຢູ່. ບໍ່​ດົນ​ກໍ​ຈະ​ບໍ່ມີ​ບ່ອນ​ສຳລັບ​ຄົນອື່ນ​ຢູ່ ແລະ​ແມ່ນ​ພວກເຈົ້າ​ເທົ່ານັ້ນ​ທີ່​ຈະ​ຢູ່​ໃນ​ດິນແດນ.

9 ຂ້າພະເຈົ້າ​ໄດ້ຍິນ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮືອນ​ຫລັງ​ໃຫຍ່ໆ​ແລະ​ງາມໆ​ເຫຼົ່ານີ້​ຈະ​ເປົ່າຮ້າງ​ແລະ​ເພພັງ​ລົງ.

10 ເບ້ຍ​ອະງຸ່ນ​ທີ່​ປູກ​ຢູ່​ໃນ​ທີ່ດິນ​ສິບສອງ​ໄຮ່​ຈະ​ກັ່ນ​ເຫຼົ້າ​ອະງຸ່ນ​ໄດ້ ພຽງ​ແປດ​ລິດ​ເທົ່ານັ້ນ. ຫວ່ານ​ແນວປູກ​ໄປ​ແປດສິບ​ລິດ ຈະ​ເກັບກ່ຽວ​ພືດຜົນ​ເປັນເມັດ​ໄດ້​ພຽງແຕ່​ແປດ​ລິດ​ເທົ່ານັ້ນ.”

11 ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ລຸກ​ຂຶ້ນ​ແຕ່​ເຊົ້າໆ​ຕັ້ງຕົ້ນ​ດື່ມ​ເຫຼົ້າ ແລະ​ພວກເຈົ້າ​ກໍ​ເມົາ​ເຫຼົ້າ​ຕະຫລອດ​ຄືນ.

12 ໃນ​ງານກິນລ້ຽງ ພວກເຈົ້າ​ມີ​ພິນ​ແລະ​ມີ​ກອງ ແລະ​ມີ​ຂຸ່ຍ​ພ້ອມ​ທັງ​ເຫຼົ້າ​ອະງຸ່ນ. ແຕ່​ພວກເຈົ້າ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ຈະ​ເຮັດ

13 ສະນັ້ນ ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ. ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ຈະ​ຕາຍ​ຍ້ອນ​ຫິວເຂົ້າ ແລະ​ຄົນ​ສາມັນ​ທຳມະດາ​ຈະ​ຕາຍ​ຍ້ອນ​ຫິວນໍ້າ.

14 ແດນ​ມໍຣະນາ​ກໍ​ຫິວ​ຢາກ​ກິນ​ພວກເຂົາ ແລະ​ອ້າ​ປາກ​ຂອງ​ມັນ​ອອກ​ກວ້າງ​ລໍຖ້າ​ຢູ່. ມັນ​ຈະ​ກືນກິນ​ພວກ​ຂຸນນາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ຝູງ​ຄົນ​ສາມັນ​ທີ່​ຮ້ອງ​ສຽງດັງ​ຢ່າງ​ອຶກກະທຶກ.

15 ທຸກຄົນ​ຈະ​ຖືກ​ອັບອາຍ​ຂາຍໜ້າ ແລະ​ຜູ້​ທີ່​ອວດອົ່ງ​ຈອງຫອງ​ຈະ​ຖ່ອມຕົວ.

16 ແຕ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ສຳແດງ​ຣິດທານຸພາບ​ຂອງ​ພຣະອົງ​ໂດຍ​ເຮັດ​ໃນ​ສິ່ງ​ທີ່​ຍຸດຕິທຳ ແລະ​ເປີດເຜີຍ​ໃຫ້​ເຫັນ​ຄວາມ​ບໍຣິສຸດ​ຂອງ​ພຣະອົງ ໂດຍ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ.

17 ໃນ​ເມືອງ​ທີ່​ຮົກຮ້າງ​ເພພັງ​ນັ້ນ ແກະນ້ອຍ​ຈະ​ມີ​ຫຍ້າ​ກິນ ແລະ​ແບ້​ນ້ອຍ​ກໍ​ຈະ​ພົບ​ທົ່ງຫຍ້າ.

18 ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ຈະ​ເປັນ​ອິດສະຫລະ​ໂດຍ​ຫລຸດພົ້ນ​ຈາກ​ບາບ​ໄປ​ບໍ່ໄດ້​ດອກ.

19 ພວກເຈົ້າ​ເວົ້າ​ວ່າ, “ໃຫ້​ພຣະເຈົ້າ​ຟ້າວ​ເຮັດ ໃນ​ສິ່ງ​ທີ່​ພຣະອົງ​ກ່າວ​ວ່າ​ຈະ​ເຮັດ​ນັ້ນ​ສາ​ເທາະ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເຫັນ. ໃຫ້​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ເຮັດ​ຕາມ​ແຜນການ​ຂອງ​ພຣະອົງ​ເຖີດ ພວກເຮົາ​ຢາກ​ຈະ​ຮູ້ຈັກ​ແຜນການ​ນັ້ນ.”

20 ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເອີ້ນ​ສິ່ງ​ທີ່​ດີ​ວ່າ​ເປັນ​ສິ່ງ​ທີ່​ຊົ່ວ ແລະ​ເອີ້ນ​ສິ່ງ​ທີ່​ຊົ່ວ​ວ່າ​ເປັນ​ສິ່ງ​ທີ່​ດີ. ພວກເຈົ້າ​ປ່ຽນ​ມືດ​ເປັນ​ແຈ້ງ ແລະ​ແຈ້ງ​ເປັນ​ມືດ. ພວກເຈົ້າ​ເຮັດ​ສິ່ງ​ທີ່​ຂົມ​ໃຫ້​ເປັນ​ຫວານ ແລະ​ສິ່ງ​ທີ່​ຫວານ​ໃຫ້​ເປັນ​ຂົມ.

21 ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ຄິດ​ວ່າ​ຕົນ​ເປັນ​ຄົນ​ສະຫລາດ ແລະ​ເປັນ​ຄົນ​ຫລັກແຫລມ​ຫລາຍ​ແທ້ນໍ.

22 ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຈອມຂີ້ເມົາ​ເອີຍ ແລະ​ຜູ້​ເກັ່ງກ້າ​ທີ່​ປະສົມ​ສິ່ງ​ມືນເມົາ.

23 ແຕ່​ຍ້ອນ​ສິນຈ້າງ​ລາງວັນ ພວກເຈົ້າ​ປ່ອຍ​ໃຫ້​ຄົນຜິດ​ໜີໄປ​ລ້າໆ ແລະ​ບໍ່​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຄົນ​ບໍ່ມີຄວາມຜິດ.

24 ສະນັ້ນ ບັດນີ້ ເຟືອງ ແລະ​ຫຍ້າແຫ້ງ​ຖືກ​ເຜົາ​ໄໝ້​ໃນ​ໄຟ​ສັນໃດ ຮາກເຫງົ້າ​ຂອງ​ພວກເຈົ້າ​ຈະ​ຂຸ​ແລະ​ດອກ​ຂອງ​ພວກເຈົ້າ​ຈະ​ຫ່ຽວແຫ້ງ ທັງ​ຖືກ​ລົມ​ພັດ​ໜີໄປ​ສັນນັ້ນ; ເພາະ​ພວກເຈົ້າ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຄື​ດູຖູກ​ຢຽບຫຍາມ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ໄດ້​ສັ່ງສອນ​ພວກເຮົາ.

25 ພຣະເຈົ້າຢາເວ​ໂກດຮ້າຍ​ປະຊາຊົນ​ຂອງ​ພຣະອົງ ແລະ​ຢຽດ​ມື​ອອກ​ລົງໂທດ​ພວກເຂົາ​ສາ​ແລ້ວ. ພູ​ທັງຫລາຍ​ຈະ​ສັ່ນສະເທືອນ ແລະ​ຊາກສົບ​ຂອງ​ຄົນຕາຍ​ກໍ​ຈະ​ຖືກ​ປະປ່ອຍ​ໄວ້​ຕາມ​ຖະໜົນ​ຫົນທາງ​ດັ່ງ​ຂີ້ເຫຍື້ອ. ເຖິງປານນັ້ນ ພຣະອົງ​ກໍ​ຍັງ​ບໍ່​ເຊົາ​ໂກດຮ້າຍ ແຕ່​ຍັງ​ຈະ​ຢຽດ​ມື​ອອກ​ເພື່ອ​ລົງໂທດ​ພວກເຂົາ​ຕໍ່ໄປ.

26 ພຣະອົງ​ເຮັດ​ສັນຍາ​ເອີ້ນ​ເອົາ​ຊາດ​ໜຶ່ງ​ທີ່​ຢູ່​ຫ່າງໄກ. ພຣະອົງ​ຖິວ​ເອົາ​ພວກເຂົາ​ມາ​ແຕ່​ທີ່ສຸດປາຍ​ແຜ່ນດິນ​ໂລກ. ພວກເຂົາ​ມາ​ຢ່າງ​ວ່ອງໄວ​ໂດຍ​ບໍ່​ຊັກຊ້າ

27 ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ອິດເມື່ອຍ; ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ຕຳ​ສະດຸດ. ພວກເຂົາ​ບໍ່​ງ້ວງ​ຫລື​ເຫງົານອນ. ສາຍ​ຮັດ​ກໍ​ບໍ່​ຫລຸດ​ແລະ​ເກີບ​ກໍ​ບໍ່​ຂາດ.

28 ລູກທະນູ​ຂອງ​ພວກເຂົາ​ແຫລມ ແລະ​ໜ້າທະນູ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຍິງ. ກີບ​ຕີນ​ມ້າ​ຂອງ​ພວກເຂົາ​ແຂງ​ດັ່ງ​ຫີນ ແລະ​ຕີນ​ລົດ​ກໍ​ປິ່ນ​ດັ່ງ​ລົມ​ບ້າໝູ.

29 ພວກ​ທະຫານ​ຕ່າງ​ກໍ​ຄວນຄາງ ສຽງດັງ​ຄື​ສຽງ​ໂຕສິງ​ທີ່​ໄດ້​ຂ້າ​ເຫຍື່ອ ແລະ​ຄາບ​ໄປ​ສູ່​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ຍາດ​ເອົາ​ຈາກ​ມັນ​ໄດ້.

30 ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຮຮ້ອງ​ໃສ່​ຊາດ​ອິດສະຣາເອນ​ດັ່ງ​ຄື້ນ​ອຶກກະທຶກ​ຂອງ​ທະເລ. ເບິ່ງ​ປະເທດ​ນີ້​ແມ ຊ່າງ​ມືດມິດ ແລະ​ທຸກລະທົມ​ແທ້ ຄວາມ​ສະຫວ່າງ​ກາຍເປັນ​ມືດມົວ​ສາແລ້ວ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan