ເອຊາຢາ 49 - ພຣະຄຳພີສັກສິອິດສະຣາເອນຄືແສງແຈ້ງແກ່ບັນດາຊົນຊາດ 1 ບັນດາຊົນຊາດທີ່ຢູ່ຫ່າງໄກເອີຍ ຈົ່ງຟັງເຮົາເທີ້ນ ປະຊາຊົນໃນດິນແດນຫ່າງໄກອອກໄປພຸ້ນ ພຣະເຈົ້າຢາເວເລືອກຂ້ອຍໄວ້ກ່ອນມື້ເກີດມາ ແລະໄດ້ຕັ້ງຊື່ໃຫ້ຕັ້ງແຕ່ຢູ່ໃນທ້ອງແມ່. 2 ພຣະອົງໃຫ້ຖ້ອຍຄຳຂອງຂ້ອຍເປັນຄືດາບຄົມໆ ແລະປົກປັກຮັກສາໄວ້ດ້ວຍມືຂອງພຣະເຈົ້າ. ພຣະອົງໄດ້ເຮັດໃຫ້ຂ້ອຍເປັນດັ່ງລູກໜ້າທະນູ ທັງແຫລມຄົມພ້ອມທີ່ຈະໃຊ້ການໄດ້ໂລດ. 3 ພຣະອົງໄດ້ກ່າວແກ່ຂ້ອຍວ່າ, “ຊາດອິດສະຣາເອນຄືຜູ້ຮັບໃຊ້ຂອງເຮົາ ເພາະເຈົ້ານີ້ແຫລະ ປະຊາຊົນທັງຫລາຍ ຈຶ່ງຈະຍ້ອງຍໍສັນລະເສີນເຮົາໄດ້.” 4 ຂ້ານ້ອຍກ່າວວ່າ, “ຂ້ານ້ອຍເຮັດວຽກ ແຕ່ກໍບໍ່ມີປະໂຫຍດ ຂ້ານ້ອຍໃຊ້ກຳລັງ ແຕ່ກໍບໍ່ສຳເລັດຫຍັງຈັກຢ່າງ. ແຕ່ຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າຢາເວປ້ອງກັນສິດ ພຣະອົງຈະໃຫ້ບຳເໜັດໃນສິ່ງທີ່ຂ້ານ້ອຍກະທຳນັ້ນ. 5 ພຣະເຈົ້າຢາເວແຕ່ງຕັ້ງຂ້ານ້ອຍກ່ອນມື້ເກີດມາ ແລະໄດ້ເຮັດໃຫ້ຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເພື່ອໃຫ້ນຳປະຊາຊົນຂອງພຣະອົງກັບຄືນມາ ຄືອິດສະຣາເອນທີ່ແຕກກະຈັດກະຈາຍ ຄືນມາຫາພຣະເຈົ້າ. ພຣະເຈົ້າຢາເວໃຫ້ຂ້ານ້ອຍໄດ້ຮັບກຽດສັກສີ ພຣະເຈົ້າຂອງຂ້ານ້ອຍເປັນບໍ່ແຫ່ງກຳລັງຂອງຂ້ານ້ອຍ.” 6 ພຣະອົງກ່າວວ່າ, “ເຮົາມີພາລະກິດ ທີ່ຍິ່ງໃຫຍ່ໃຫ້ເຈົ້າຜູ້ຮັບໃຊ້ຂອງເຮົາເຮັດ. ບໍ່ແມ່ນພຽງແຕ່ໃຫ້ນຳຄວາມຍິ່ງໃຫຍ່ ຂອງຊົນຊາດອິດສະຣາເອນທີ່ລອດຕາຍຄືນມາ, ແຕ່ຈະໃຫ້ເຈົ້າເປັນແສງສະຫວ່າງແກ່ບັນດາປະຊາຊາດທັງຫລາຍ ເພື່ອວ່າເຈົ້າຈະນຳຄວາມລອດພົ້ນຂອງເຮົາໄປເຖິງທີ່ສຸດປາຍແຜ່ນດິນໂລກ.” 7 ພຣະເຈົ້າຢາເວອົງຊົງບໍຣິສຸດຂອງຊາດອິດສະຣາເອນ ພຣະຜູ້ໄຖ່ກ່າວແກ່ຜູ້ທີ່ຖືກດູໝິ່ນໜັກ ຄືຜູ້ທີ່ບັນດານາໆຊາດພາກັນກຽດຊັງ ທັງເປັນຜູ້ຮັບໃຊ້ຂອງພວກນັກປົກຄອງວ່າ, “ກະສັດຈະເຫັນເຈົ້າຖືກປ່ອຍຕົວໄປ ພວກເຂົາຈະລຸກຂຶ້ນຢືນສະແດງຄວາມເຄົາຣົບຕໍ່ເຈົ້າ; ພວກເຈົ້າຊາຍກໍຈະໄດ້ເຫັນເຫດການນີ້ຄືກັນ ແລະພວກເຂົາຈະກົ້ມລົງໃຫ້ກຽດແກ່ເຈົ້າ.” ສິ່ງນີ້ຈະເກີດຂຶ້ນເພາະພຣະເຈົ້າຢາເວກະທຳການ ພຣະອົງໄດ້ເລືອກເຈົ້າໃຫ້ເປັນຜູ້ຮັບໃຊ້ຂອງພຣະເຈົ້າ; ພຣະເຈົ້າຂອງຊາດອິດສະຣາເອນເປັນອົງບໍຣິສຸດ ຊົງຮັກສາຄຳສັນຍາທີ່ພຣະອົງໄດ້ກະທຳໄວ້. ພຣະເຈົ້າຈະສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ 8 ພຣະເຈົ້າຢາເວກ່າວຕໍ່ປະຊາຊົນຂອງພຣະອົງວ່າ, “ເມື່ອເຖິງເວລາທີ່ຈະຊ່ວຍເຈົ້າໃຫ້ພົ້ນ ເຮົາຈະເຫັນໃຈເຈົ້າ ແລະຕອບຄຳຮ້ອງຂໍ ຈະເຝົ້າເບິ່ງແຍງຮັກສາ ແລະປົກປ້ອງເຈົ້າໄວ້ ໂດຍທາງເຈົ້າ ເຮົາຈະຕັ້ງພັນທະສັນຍາ ກັບຊົນຊາດທັງຫລາຍທີ່ຢູ່ໃນໂລກນີ້. ເຮົາຈະນຳເຈົ້າໃຫ້ຕັ້ງຖິ່ນຖານເທື່ອໃໝ່ ໃນດິນແດນທີ່ເວລານີ້ຮົກຮ້າງຫວ່າງຄົນ. 9 ເຮົາຈະກ່າວແກ່ພວກທີ່ເປັນຊະເລີຍວ່າ, ‘ຈົ່ງພາກັນໄປເປັນອິດສະຫລະເຖີດ’ ແລະກ່າວແກ່ຜູ້ທີ່ຢູ່ໃນຄວາມມືດວ່າ, ‘ຈົ່ງອອກມາສູ່ແສງແຈ້ງສາ’ ພວກເຂົາຈະເປັນດັ່ງຝູງແກະ ທີ່ກິນຫຍ້າຢູ່ຕາມເນີນພູພຸ້ນ. 10 ພວກເຂົາຈະບໍ່ຫິວເຂົ້າ ແລະຢາກນໍ້າອີກຕໍ່ໄປ ຕາເວັນແລະຖິ່ນແຫ້ງແລ້ງກັນດານຈະບໍ່ທຳຮ້າຍ ດ້ວຍວ່າ, ພວກເຂົາມີຜູ້ນຳພາທີ່ຮັກແພງພວກເຂົາຫລາຍ ພຣະອົງຈະນຳພາພວກເຂົາໄປສູ່ບໍ່ນໍ້າພຸ. 11 ເຮົາຈະສ້າງທາງຫລວງຂ້າມພູເຂົາທັງຫລາຍ ຕຽມຫົນທາງເພື່ອປະຊາຊົນຂອງເຮົາທຽວໄດ້. 12 ພວກເຂົາຈະມາຈາກດິນແດນຫ່າງໄກ ທິດເໜືອ ທິດຕາເວັນຕົກ ອາຊວານ ທິດໃຕ້.” 13 ໂອ ຟ້າສະຫວັນເອີຍ ຈົ່ງຮ້ອງເພງສັນລະເສີນ! ໂອ ແຜ່ນດິນໂລກເອີຍ ຈົ່ງໂຮຮ້ອງຢ່າງຊົມຊື່ນຍິນດີເຖີດ! ຈົ່ງໃຫ້ພູເຂົາທຸກໜ່ວຍໂຮຮ້ອງເປັນສຽງເພງດັງໆ ພຣະເຈົ້າຢາເວຈະອອຍໃຈປະຊາຊົນຂອງພຣະອົງ; ປະຊາຊົນຂອງພຣະອົງຜູ້ທີ່ໄດ້ທົນທຸກທໍລະມານ ພຣະອົງຈະເມດຕາປະຊາຊົນເຫຼົ່ານັ້ນ. 14 ແຕ່ປະຊາຊົນຊາວເຢຣູຊາເລັມນັ້ນເວົ້າວ່າ, “ພຣະເຈົ້າຢາເວປະຖິ້ມແລະລືມໄລພວກເຮົາ.” 15 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງໂຕ້ຕອບຄືນໄປວ່າ, “ຍິງຜູ້ໜຶ່ງລືມໄລລູກທີ່ຕົນຄອດໄດ້ຫລືບໍ່? ເຖິງວ່າແມ່ຈະລືມໄລລູກຂອງຕົນກໍຕາມ ແຕ່ເຮົາຈະບໍ່ລືມໄລພວກເຈົ້າຈັກເທື່ອ.” 16 ນະຄອນເຢຣູຊາເລັມ ເຮົາລືມໄລເຈົ້າບໍ່ໄດ້ເລີຍ ເຮົາຂຽນຊື່ເຈົ້າໃສ່ຝາມືຂອງເຮົາແລ້ວ. 17 “ຜູ້ທີ່ຈະສ້າງເຈົ້າຂຶ້ນໃໝ່ຈະມາໃນໄວໆນີ້ເອງ ພວກທີ່ໄດ້ກົດຂີ່ຂົ່ມເຫັງກໍຈະໜີໄປຈາກເຈົ້າ. 18 ຈົ່ງຫລຽວຮອບໆ ເບິ່ງວ່າມີຫຍັງກຳລັງມີມາ ຄົນຂອງເຈົ້າກຳລັງຮວບຮວມກັນກັບຄືນມາບ້ານ ພຣະເຈົ້າຢາເວກ່າວວ່າ, ເຮົາເປັນພຣະເຈົ້າອົງຊົງຊີວິດຢູ່ຢ່າງແນ່ນອນ ເຈົ້າຈະພູມໃຈໃນພວກເຂົາດັ່ງເຈົ້າສາວກັບເພັດພອຍ. 19 ປະເທດຂອງເຈົ້າຖືກປະປ່ອຍໃຫ້ຮົກຮ້າງເພພັງ ແຕ່ບັດນີ້ ຈະແຄບເກີນໄປສຳລັບຜູ້ທີ່ກັບມາບ້ານ. ພວກທີ່ໄດ້ປະເຈົ້າໄວ້ໃຫ້ຮົກຮ້າງເພພັງ ກໍຈະຖືກຍົກຍ້າຍອອກໄປໃຫ້ຫ່າງໄກຈາກເຈົ້າ. 20 ຄົນຂອງເຈົ້າທີ່ເກີດໃນບ່ອນເນລະເທດໄປ ກໍຈະພາກັນເວົ້າກັບເຈົ້າໃນມື້ໜຶ່ງວ່າ ‘ດິນແດນບ່ອນນີ້ແຄບຫຼາຍສຳລັບພວກເຮົາ ພວກເຮົາຕ້ອງການບ່ອນຢູ່ອາໄສໃຫຍ່ກວ່ານີ້.’ 21 ແລ້ວເຈົ້າກໍຈະເຫັນໂດຍຕົນເອງວ່າ, ‘ຜູ້ໃດເກີດເດັກນ້ອຍເຫຼົ່ານີ້ໃຫ້ຂ້ອຍ? ຂ້ອຍໄດ້ສູນເສຍເດັກນ້ອຍທັງຫລາຍ ແລະກໍບໍ່ສາມາດມີຕື່ມອີກ. ຂ້ອຍຖືກເນລະເທດແລະຂັບໄລ່ໃຫ້ໜີໄປ ແມ່ນຜູ້ໃດນຳເດັກນ້ອຍເຫຼົ່ານີ້ມາໃຫ້? ຂ້ອຍໄດ້ຖືກປະປ່ອຍໃຫ້ຢູ່ປ່ຽວຕາມລຳພັງ ເດັກນ້ອຍເຫຼົ່ານີ້ພັດມາແຕ່ໃສອີກ?”’ 22 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວຕໍ່ປະຊາຊົນຂອງພຣະອົງດັ່ງນີ້, “ເຮົາຈະໃຫ້ສັນຍານແກ່ຊົນຊາດທັງຫລາຍ ແລະພວກເຂົາຈະອຸ້ມລູກໆຂອງເຈົ້າກັບມາບ້ານ. 23 ບັນດາກະສັດຈະເປັນດັ່ງບິດາຂອງເຈົ້າ ບັນດາຣາຊີນີກໍຈະເປັນດັ່ງມານດາຂອງເຈົ້າ. ພວກເຂົາຈະກົ້ມໃຫ້ກຽດເຈົ້າຕໍ່ໜ້າເຈົ້າ ຈະໃຫ້ຄວາມນັບຖືແກ່ເຈົ້າຢ່າງອ່ອນນ້ອມ. ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ຜູ້ທີ່ລໍຄອຍໃຫ້ເຮົາຊ່ວຍເຫຼືອຈະບໍ່ຜິດຫວັງຈັກເທື່ອ.” 24 ເຈົ້າຢຶດເຄື່ອງທີ່ທະຫານປຸ້ນມາໜີໄປໄດ້ບໍ? ຊ່ວຍກູ້ເອົາຊະເລີຍເສິກຈາກຜູ້ກົດຂີ່ໄດ້ຫລືບໍ່? 25 ພຣະເຈົ້າຢາເວ ໂຕ້ຕອບກ່າວຄືນໄປວ່າ, “ເຫດການດັ່ງທີ່ໄດ້ກ່າວ ກຳລັງຈະເກີດຂຶ້ນ. ຊະເລີຍຂອງທະຫານນັ້ນຈະຖືກຈັບເອົາໄປ ເຄື່ອງທີ່ນັກກົດຂີ່ໄດ້ປຸ້ນມາກໍຈະຖືກຢຶດດ້ວຍ. ເຮົາຈະສູ້ຮົບທຸກຄົນທີ່ຕໍ່ສູ້ກັບເຈົ້າ ເຮົາຈະຊ່ວຍເອົາລູກຫລານຂອງເຈົ້າໃຫ້ພົ້ນ. 26 ເຮົາຈະເຮັດໃຫ້ພວກກົດຂີ່ເຈົ້າຂ້າກັນເອງ ພວກເຂົາຈະມົວຂ້າຟັນກັນຢ່າງໂມໂຫໃຫຍ່. ແລ້ວທົ່ວໂລກກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ຜູ້ຊ່ວຍເຈົ້າໃຫ້ພົ້ນແລະພຣະຜູ້ໄຖ່ຂອງເຈົ້າ. ແລ້ວພວກເຂົາກໍຈະຮູ້ຈັກວ່າເຮົາແມ່ນອົງຊົງຣິດອຳນາດຍິ່ງໃຫຍ່ຂອງຢາໂຄບ.” |
@ 2012 United Bible Societies. All Rights Reserved.