Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 48 - ພຣະຄຳພີສັກສິ


ພຣະເຈົ້າ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ອະນາຄົດ

1 ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເລື່ອງນີ້ ພວກ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ເຜົ່າຢູດາ​ນັ້ນ: ພວກເຈົ້າ​ໄດ້​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ແລະ​ອ້າງ​ວ່າ​ຕົນ​ນະມັດສະການ​ພຣະເຈົ້າ ຄື​ຍ້ອງຍໍ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແຕ່​ບໍ່ໄດ້​ຕັ້ງໃຈ​ເວົ້າ​ແມ່ນແຕ່​ຄຳດຽວ​ຢ່າງນັ້ນ.

2 ແຕ່​ເຖິງ​ປານນັ້ນ ພວກເຈົ້າ​ກໍ​ຍັງ​ພູມໃຈ​ໃນ​ຕົວເອງ ວ່າ​ເປັນ​ໄພ່ພົນ​ແຫ່ງ​ນະຄອນ​ບໍຣິສຸດ​ຂອງ​ພຣະເຈົ້າ ວ່າ​ຕົນ​ສຸດຂາດ​ນຳ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຄື​ພຣະນາມ​ຂອງ​ພຣະອົງ.

3 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ຊາດ​ອິດສະຣາເອນ​ວ່າ, “ດົນ​ແລ້ວ​ເດ ທີ່​ເຮົາ​ໄດ້​ກ່າວ​ລ່ວງໜ້າ​ໄວ້ ຄື​ບອກ​ໄວ້​ກ່ອນ​ເຖິງ​ເຫດການ​ທີ່​ຈະ​ເກີດ​ມາ ແລ້ວ​ທັນໃດນັ້ນ​ເອງ ເຮົາ​ກໍ​ໃຫ້​ເກີດຂຶ້ນ​ແທ້.

4 ເຮົາ​ຮູ້​ວ່າ​ພວກເຈົ້າ​ຕ້ອງ​ກາຍເປັນ​ຄົນ​ດື້ດຶງ ແຂງ​ຄື​ເຫຼັກ ບໍ່​ຍອມ​ອ່ອນຂໍ້​ດັ່ງ​ທອງສຳຣິດ.

5 ເຮົາ​ຈຶ່ງ​ກ່າວ​ເຖິງ​ອະນາຄົດ​ພວກເຈົ້າ​ໄວ້​ແຕ່​ດົນ ໂດຍ​ປະກາດ​ເຖິງ​ເຫດການ​ກ່ອນ​ຈະ​ເກີດຂຶ້ນ. ເພື່ອ​ບໍ່​ໃຫ້​ພວກເຈົ້າ​ອວດອ້າງ​ໄດ້​ເລີຍ​ວ່າ​ແມ່ນ ຮູບເຄົາຣົບ​ແລະ​ຮູບພະ​ຂອງ​ພວກເຈົ້າ​ໃຫ້​ເກີດຂຶ້ນ.

6 ທຸກສິ່ງ​ທີ່​ເຮົາ​ບອກ​ໄວ້ ບັດນີ້​ກໍໄດ້​ເກີດຂຶ້ນ​ມາ ພວກເຈົ້າ​ຕ້ອງ​ຮັບ​ສິ່ງ​ທີ່​ເຮົາ​ກ່າວ​ໄວ້​ວ່າ​ຖືກຕ້ອງ. ບັດນີ້ ເຮົາ​ຈະ​ບອກ​ເຖິງ​ສິ່ງ​ໃໝ່ໆ​ທີ່​ຈະ​ເກີດ​ມາ ຄື​ເຫດການ​ທີ່​ເຮົາ​ບໍ່ເຄີຍ​ເປີດເຜີຍ​ມາ​ກ່ອນ.

7 ເຮົາ​ກຳລັງ​ໃຫ້​ເກີດຂຶ້ນ​ໃນ​ປັດຈຸບັນ​ນີ້​ເອງ ບໍ່ມີ​ເຫດການ​ຄື​ນີ້​ເລີຍ ທີ່​ໄດ້​ເກີດຂຶ້ນ​ໃນ​ອະດີດ. ຖ້າ​ໄດ້​ມີ​ເຊັ່ນນັ້ນ ພວກເຈົ້າ​ຈະ​ຖື​ເປັນ​ຂໍ້​ອ້າງອີງ ວ່າ​ພວກເຈົ້າ​ເອງ​ຮູ້​ເຫັນ​ເຫດການ​ນັ້ນ​ແລ້ວ.

8 ເຮົາ​ຮູ້ວ່າ​ພວກເຈົ້າ​ບໍ່​ເປັນ​ທີ່​ໄວ້ວາງໃຈ​ໄດ້​ເລີຍ ເປັນ​ຄົນ​ກະບົດ​ຕະຫລອດ​ມາ​ເລື້ອຍໆ. ສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່ໄດ້ຍິນ​ສິ່ງ​ເຫຼົ່ານີ້​ເລີຍ ເປັນຫຍັງ​ຖ້ອຍຄຳ​ຈຶ່ງ​ບໍ່​ຊອດ​ຫູ​ພວກເຈົ້າ.

9 ເພື່ອ​ປະຊາຊົນ​ຈະ​ໄດ້​ສັນລະເສີນ​ນາມ​ຂອງເຮົາ ເຮົາ​ຈະ​ຢັບຢັ້ງ​ຄວາມ​ໂກດຮ້າຍ​ຂອງເຮົາ​ໄວ້; ເຮົາ​ອົດກັ້ນ​ທັງ​ຜ່ອນຜັນ​ຄວາມ​ໂກດຮ້າຍ​ທີ່​ເຮົາ​ມີ ເພື່ອ​ວ່າ​ເຮົາ​ຈະ​ບໍ່ໄດ້​ທຳລາຍ​ພວກເຈົ້າ.

10 ເຮົາ​ທົດສອບ​ພວກເຈົ້າ​ໃຫ້​ທົນທຸກ​ໃນ​ແປວໄຟ ດັ່ງ​ຊຸບ​ເງິນ​ໃຫ້​ບໍຣິສຸດ​ໃນ​ເຕົາຫລອມ​ຮ້ອນ.

11 ສິ່ງ​ທີ່​ເຮົາ​ເຮັດ​ແມ່ນ​ເພື່ອ​ເຫັນ​ແກ່​ເຮົາເອງ ເຮົາ​ຈະ​ບໍ່​ຍອມ​ໃຫ້​ນາມ​ຂອງເຮົາ​ຖືກ​ລົດກຽດ ຫລື​ຍອມ​ໃຫ້​ພະອື່ນ​ໄດ້​ຮ່ວມ​ຮັບ​ສະຫງ່າຣາສີ ທີ່​ເປັນ​ຂອງເຮົາ ຂອງເຮົາ​ແຕ່​ຜູ້ດຽວ​ເທົ່ານັ້ນ.”


ໄຊຣັດ ຜູ້ນຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເລືອກ

12 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຟັງ​ເທີ້ນ ຊາດ​ອິດສະຣາເອນ ພວກ​ທີ່​ເຮົາ​ໄດ້​ເອີ້ນ ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ແມ່ນ​ພຣະເຈົ້າ​ແຕ່​ອົງດຽວ​ເທົ່ານັ້ນ

13 ມື​ເຮົາ​ທີ່​ໄດ້​ສ້າງ​ຮາກຖານ​ແຜ່ນດິນ​ໂລກ ແລະ​ທັງ​ໄດ້​ກາງ​ຟ້າ​ສະຫວັນ​ອອກ​ດ້ວຍ. ເມື່ອ​ເຮົາ​ເອີ້ນ​ພວກມັນ​ມາ​ຫາ, ພວກມັນ​ກໍ​ມາ​ສະເໜີ​ຕົວ​ໃນ​ທັນທີ​ທັນໃດ​ໂລດ.”

14 “ເຈົ້າ​ທັງໝົດ ຈົ່ງ​ມາ​ເຕົ້າໂຮມ​ກັນ​ແລະ​ຟັງ ບໍ່ມີ​ພະ​ໃດ​ໃນ​ທ່າມກາງ​ບັນດາ​ພະ​ເຫຼົ່ານັ້ນ​ໄດ້​ປະກາດ​ສິ່ງ​ເຫຼົ່ານີ້ ວ່າ​ພຣະເຈົ້າຢາເວ​ຊົງ​ຮັກ​ທ່ານ ພຣະອົງ​ຈະ​ໂຈມຕີ​ນະຄອນ​ບາບີໂລນ ຈະ​ເຮັດ​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮັດ​ທຸກຢ່າງ.

15 ເຮົາ​ແມ່ນ​ຜູ້​ທີ່​ໄດ້​ກ່າວ​ແລະ​ເອີ້ນ​ເອົາ​ລາວ ເຮົາ​ໄດ້​ນຳ​ລາວ​ໄປ ແລະ​ໃຫ້​ເຮັດ​ສຳເລັດ.

16 ບັດນີ້ ຈົ່ງ​ຫຍັບ​ເຂົ້າ​ມາ​ໃກ້ ແລະ​ຕັ້ງໃຈ​ຟັງ ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ຢ່າງ​ເປີດເຜີຍ​ຕັ້ງແຕ່​ຕົ້ນ ແລະ​ເຮັດ​ໃຫ້​ຄຳເວົ້າ​ຕ່າງໆ​ຂອງເຮົາ ກາຍເປັນ​ຄວາມຈິງ​ມາ​ຕະຫລອດ.” (ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ອຳນາດ​ຂອງ​ພຣະອົງ​ແກ່​ຂ້ານ້ອຍ ແລະ​ໄດ້​ສົ່ງ​ຂ້ານ້ອຍ​ໄປ.)


ພຣະເຈົ້າ​ມີ​ແຜນການ​ສຳລັບ​ປະຊາຊົນ​ຂອງ​ພຣະອົງ

17 ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະເຈົ້າຢາເວ​ອົງ​ພຣະ​ຜູ້ໄຖ່​ຂອງ​ເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ເດີ ຢາກ​ສັ່ງສອນ​ຄວາມດີ​ແລະ​ຊີ້​ທາງເດີນ​ໃຫ້​ເຈົ້າ.”

18 “ຖ້າ​ເຈົ້າ​ໄດ້​ເຮັດ​ແຕ່​ຕາມ​ຄຳສັ່ງ​ຂອງເຮົາ ແລ້ວ​ພອນ​ກໍ​ຈະ​ຫລັ່ງໄຫລ​ດັ່ງ​ສາຍ​ນໍ້າ​ບໍ່​ບົກແຫ້ງ. ແລ້ວ​ໄຊຊະນະ​ກໍ​ຈະ​ເປັນ​ຂອງ​ເຈົ້າ​ໃນທັນທີ ດັ່ງ​ຄື້ນ​ທະເລ​ທີ່​ຖືກ​ລົມ​ພັດ​ມາ​ເທິງ​ຊາຍຫາດ.

19 ເຊື້ອສາຍ​ເຈົ້າ​ກໍ​ຈະ​ຫລວງຫລາຍ​ດັ່ງ​ເມັດຊາຍ ເຮົາ​ຈະ​ຮັກສາ​ພວກເຂົາ​ບໍ່​ໃຫ້​ຖືກ​ທຳລາຍ​ຈັກເທື່ອ.”

20 ຈົ່ງ​ອອກ​ໄປ​ຢ່າງ​ອິດສະຫລະ​ຈາກ​ນະຄອນ​ບາບີໂລນ ຈົ່ງ​ປະກາດ​ຂ່າວ​ດີ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ. ຈົ່ງ​ບອກ​ທຸກໆ​ບ່ອນ​ໃຫ້​ຮູ້​ແລະ​ໄດ້ຍິນ​ວ່າ, “ພຣະເຈົ້າຢາເວ​ໄດ້​ໄຖ່​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ.”

21 ເມື່ອ​ພຣະອົງ​ໄດ້ນຳ​ປະຊາຊົນ​ຂອງ​ພຣະອົງ ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ອົບເອົ້າ ພວກເຂົາ​ກໍ​ບໍ່ໄດ້​ທົນທຸກ​ເນື່ອງ​ຈາກ​ຂາດ​ນໍ້າ​ກິນ ພຣະອົງ​ໃຫ້​ນໍ້າ​ອອກ​ຈາກ​ໂງ່ນຫີນ​ເພື່ອ​ໄດ້​ດື່ມ. ພຣະອົງ​ໄດ້​ເຮັດ​ໃຫ້​ໂງ່ນຫີນ​ຍະ​ອອກ​ຈາກ​ກັນ ແລະ​ນໍ້າ​ກໍ​ຫລັ່ງໄຫລ​ອອກ​ມາ​ຢ່າງ​ເຫລືອລົ້ນ.

22 ພຣະເຈົ້າຢາເວ​ກ່າວ​ວ່າ, “ຄວາມ​ປອດໄພ ຈະ​ບໍ່ມີ​ສຳລັບ​ພວກ​ຄົນຊົ່ວຮ້າຍ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan