Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 47 - ພຣະຄຳພີສັກສິ


ພຣະເຈົ້າ​ພິພາກສາ​ນະຄອນ​ບາບີໂລນ

1 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ລົງ​ຈາກ​ບັນລັງ​ເຖີດ ນະຄອນ​ບາບີໂລນ​ເອີຍ ແລະ​ນັ່ງ​ເທິງ​ພື້ນ​ຕາມ​ຂີ້ຝຸ່ນ​ດິນ​ສາ​ເຖີດ ຄັ້ງໜຶ່ງ ເຈົ້າ​ເປັນ​ດັ່ງ​ສາວ​ປອດ​ຜູ້ໜຶ່ງ​ໃດ ເປັນ​ນະຄອນ​ໜຶ່ງ​ທີ່​ບໍ່ມີ​ຜູ້ໃດ​ກ້າ​ໂຈມຕີ​ເອົາ​ໄດ້ ແຕ່​ເຈົ້າ​ຈະ​ບໍ່​ອ່ອນໂຍນ​ແລະ​ໜ້າ​ຈັບໃຈ​ຕໍ່ໄປ ບັດນີ້ ເຈົ້າ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ສາ​ແລ້ວ

2 ຈົ່ງ​ສີ​ເຂົ້າ​ເປືອກ​ເຖີດ ຈົ່ງ​ໂມ້ແປ້ງ​ສາ ຈົ່ງ​ເອົາ​ຜ້າປົກ​ໂສມໜ້າ​ເຈົ້າ​ອອກ​ສາ​ເຖີດ ຈົ່ງ​ແກ້​ເຄື່ອງ​ງາມ​ລະອຽດ​ຂອງ​ເຈົ້າ​ອອກ​ສາ ຈົ່ງ​ຮື້​ກະໂປ່ງ​ເຈົ້າ​ຂຶ້ນ ແລະ​ຍ່າງ​ຂ້າມ​ຫ້ວຍນໍ້າ

3 ເພື່ອ​ປະຊາຊົນ​ຈະ​ໄດ້​ເຫັນ​ເຈົ້າ​ເປືອຍກາຍ ພວກເຂົາ​ຈະ​ໄດ້​ເຫັນ​ເຈົ້າ​ຕົກຕໍ່າ​ແລະ​ຂາຍໜ້າ. ເຮົາ​ຈະ​ລົງ​ມື​ແກ້ແຄ້ນ​ໃຫ້​ແກ່​ເຮົາເອງ ແລະ​ຈະ​ບໍ່ມີ​ຜູ້ໃດ​ຂັດຂືນ​ທັງ​ຢັບຢັ້ງ​ເຮົາ​ໄດ້.”

4 ພຣະຜູ້ໄຖ່​ຂອງ​ພວກເຮົາ​ມີ​ນາມຊື່​ວ່າ​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.

5 ອົງພຣະ​ຜູ້​ເປັນເຈົ້າ​ລັ່ນປາກ​ກ່າວ​ຕໍ່​ນະຄອນ​ບາບີໂລນ​ວ່າ, “ຈົ່ງ​ນັ່ງ​ໃນ​ທີ່​ງຽບ​ສະຫງົບ ແລະ​ໃນ​ທີ່​ມືດ​ສາ​ເຖີດ ເພາະ​ເຈົ້າ​ໄດ້​ສູນເສຍ​ຕໍ່າແໜ່ງ​ຂອງເຈົ້າ​ໄປ ຄື​ຕໍ່າແໜ່ງ​ແຫ່ງ​ຣາຊີນີ​ຂອງ​ບັນດາ​ຊົນຊາດ

6 ເຮົາ​ໄດ້​ໂກດຮ້າຍ​ໃຫ້​ປະຊາຊົນ​ຂອງເຮົາ ເຮົາ​ໄດ້​ເຮັດ​ຕໍ່​ພວກເຂົາ​ດັ່ງ​ບໍ່ໄດ້​ເປັນ​ຂອງເຮົາ​ອີກ: ເຮົາ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ອຳນາດ​ຂອງເຈົ້າ​ໝົດ ເຈົ້າ​ບໍ່ໄດ້​ເມດຕາປານີ​ພວກເຂົາ​ເລີຍ.

7 ເຈົ້າ​ຄິດວ່າ​ເຈົ້າ​ຈະ​ໄດ້​ເປັນ​ຣາຊີນີ​ສືບໄປ​ບໍ? ຈຶ່ງ​ບໍ່​ຄິດວ່າ​ເລື່ອງ​ຈະ​ຈົບລົງ​ຢ່າງໃດ​ແທ້? ແມ່ນແຕ່​ຄົນ​ເຖົ້າແກ່​ຊະຣາ​ກໍຕາມ ກໍໄດ້​ເຮັດ​ກັບ​ພວກເຂົາ​ຢ່າງ​ໂຫດຮ້າຍ​ທາລຸນ.

8 ເຈົ້າ​ຜູ້​ມັກ​ມ່ວນຊື່ນ​ເອີຍ ຈົ່ງ​ຟັງ​ເລື່ອງນີ້​ ເຈົ້າ​ເຄີຍ​ຄິດວ່າ​ຕົນ​ປອດໄພ​ແລະ​ໝັ້ນຄົງ​ແລ້ວ. ເຈົ້າ​ອ້າງຕົນ​ວ່າ​ຍິ່ງໃຫຍ່​ເທົ່າ​ກັບ​ພຣະເຈົ້າ​ບໍ ເວົ້າ​ວ່າ, ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ດຸດດັ່ງ​ຕົນ​ໄດ້. ເຈົ້າ​ຄິດວ່າ​ຈະ​ບໍ່ໄດ້​ເປັນ​ຍິງໝ້າຍ​ຜົວ​ຕາຍ​ປະ​ບໍ ຫລື​ທຸກຮ້ອນ​ໃຈ​ຍ້ອນ​ຕົນ​ສູນເສຍ​ລູກ.

9 ແຕ່​ພຽງ​ບຶດດຽວ​ເທົ່ານັ້ນ ພຽງແຕ່​ໃນ​ມື້ດຽວ ເຫດການ​ເຫຼົ່ານີ້​ທັງສອງ​ກໍ​ຈະ​ເກີດຂຶ້ນ: ເຖິງ​ວ່າ​ຈະ​ໃຊ້​ເວດມົນ​ຄາຖາ​ທັງໝົດ​ກໍຕາມ ເຈົ້າ​ກໍ​ຈະ​ສູນເສຍ​ຜົວ ແລະ​ລູກ​ຂອງເຈົ້າ.

10 ເຈົ້າ​ເຊື່ອໝັ້ນ​ໃນ​ຄວາມ​ຊົ່ວຊ້າ​ຂອງເຈົ້າ​ນໍ ເຈົ້າ​ຄິດວ່າ​ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ເບິ່ງ​ເຫັນ​ເຈົ້າ​ໄດ້. ປັນຍາ​ຂອງເຈົ້າ ແລະ​ຄວາມຮູ້​ຂອງ​ເຈົ້າເອງ ໄດ້​ພາ​ໃຫ້​ເຈົ້າ​ເດີນ​ໄປ​ໃນ​ທາງ​ຜິດ​ສາ​ແລ້ວ; ເຈົ້າ​ຈຶ່ງ​ຄິດວ່າ ‘ຂ້ອຍ​ຄື​ພຣະເຈົ້າ​ອົງ​ໜຶ່ງ​ໃດ ແລະ​ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ທີ່​ຄ້າຍຄື​ກັບ​ຂ້ອຍ.’

11 ໄພພິບັດ​ອັນ​ໃຫຍ່​ນັ້ນ​ມັນ​ຈະ​ມາ​ຖືກ​ເຈົ້າ​ເດີ ບໍ່ມີ​ເວດມົນ​ຄາຖາ​ໃດໆ​ຈະ​ຢັບຢັ້ງ​ມັນ​ໄວ້​ໄດ້. ການ​ຮົກຮ້າງ​ເພພັງ​ຈະ​ມາ​ຖືກ​ເຈົ້າ​ໃນ​ທັນທີ ຄື​ການ​ຮົກຮ້າງ​ເພພັງ​ທີ່​ເຈົ້າ​ບໍ່​ຄາດຝັນ​ມາກ່ອນ

12 ຈົ່ງ​ສືບຕໍ່​ໃຊ້​ເວດມົນ​ກັບ​ເຄື່ອງແຄ້ວ​ຂອງຄົງ​ສາ ເພາະ​ເຈົ້າ​ໄດ້​ໃຊ້​ມັນ​ມາ​ແຕ່​ສະໄໝ​ຍັງ​ໜຸ່ມ​ພຸ້ນ. ບາງທີ​ມັນ​ອາດ​ຊ່ວຍ​ບາງສິ່ງ​ບາງຢ່າງ​ໄດ້​ກໍ​ມີ ບາງທີ​ໃຊ້​ມັນ​ໃຫ້​ເຫຼົ່າ​ສັດຕູ​ຢ້ານກົວ​ກໍໄດ້.

13 ສິ້ນ​ອຳນາດ​ແລ້ວ​ເຖິງ​ວ່າ​ໄດ້​ຮັບ​ຄຳແນະນຳ​ກໍດີ ຈົ່ງ​ໃຫ້​ພວກ​ໝໍໂຫນ​ໝໍທວາຍ​ອອກ​ມາ ແລະ​ຊ່ວຍ​ເອົາ​ເຈົ້າ​ໄວ້ ຄື​ບັນດາ​ຄົນ​ທີ່​ສຶກສາ​ເບິ່ງ​ດວງດາວ​ທັງຫລາຍ ທັງ​ເຮັດ​ແຜນທີ່​ຂອງ​ຟ້າ​ສະຫວັນ​ອອກ​ມາ​ເປັນ​ຊັ້ນໆ ແລະ​ບອກ​ເຈົ້າ​ເດືອນ​ແລ້ວ​ເດືອນ​ເຫຼົ່າ​ອີກ​ວ່າ ມີ​ເຫດການ​ຫຍັງ​ແດ່​ຈະ​ເກີດຂຶ້ນ​ກັບ​ເຈົ້າ​ນໍ.

14 ພວກເຂົາ​ຈະ​ເປັນ​ດັ່ງ​ເຟືອງ​ທ່ອນ​ນ້ອຍໆ​ທັງຫລາຍ ແລະ​ໄຟ​ກໍ​ຈະ​ໄໝ້​ໃຫ້​ວອດວາຍ​ໄປ​ໝົດສິ້ນ ພວກເຂົາ​ຈະ​ຊ່ວຍ​ແມ່ນແຕ່​ພວກເຂົາ​ເອງ​ບໍ່ໄດ້​ເລີຍ ໄຟ​ຈະ​ລຸກ​ແຮງ​ສຳລັບ​ພວກເຂົາ ບໍ່ແມ່ນ​ໄຟ​ໃຫ້​ອົບອຸ່ນ.

15 ນີ້ແຫລະ ແມ່ນ​ສິ່ງ​ດີ​ທີ່​ພວກເຂົາ​ຈະ​ເຮັດ​ຕໍ່​ເຈົ້າ​ຄື ບັນດາ​ໝໍໂຫນ​ໝໍທວາຍ​ທີ່​ເຈົ້າ​ຂໍ​ຄຳ​ປຶກສາ​ມາ​ຕະຫລອດ ພວກເຂົາ​ຈະ​ປະຖິ້ມ​ເຈົ້າ ແລະ​ໜີໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫຼືອ​ຢູ່​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan