Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 46 - ພຣະຄຳພີສັກສິ

1 “ນີ້​ຄື​ຈຸດຈົບ​ຂອງ​ບັນດາ​ພະ​ທີ່​ນະຄອນ​ບາບີໂລນ ພະ​ເບັນ​ແລະ​ເນໂບ ທີ່​ຄັ້ງ​ໜຶ່ງ ຊາວ​ນະຄອນ​ໄດ້​ຂາບໄຫວ້ ແຕ່​ບັດນີ້ ພະ​ເຫຼົ່ານັ້ນ​ຖືກ​ບັນທຸກ​ໃສ່​ຫລັງ​ລໍ ເປັນ​ພາລະໜັກ​ໃຫ້​ສັດ​ທີ່​ກຳລັງ​ອິດເມື່ອຍ.

2 ຮູບເຄົາຣົບ​ເຫຼົ່ານັ້ນ​ຊ່ວຍ​ມັນເອງ​ບໍ່ໄດ້​ເລີຍ ຊາວ​ນະຄອນ​ໄດ້​ຮິບໂຮມ ແລະ​ເອົາ​ໜີໄປ​ໄວ້​ທີ່​ອື່ນ. ນີ້ແຫລະ ແມ່ນ​ຈຸດ​ອະວະສານ​ຂອງ​ພວກມັນ ຄື​ຂອງ​ບັນດາ​ພະ​ທີ່​ນະຄອນ​ບາບີໂລນ​ນັ້ນ.

3 ຈົ່ງ​ຟັງ​ເຮົາ​ເທີ້ນ ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ຄື​ປະຊາຊົນ​ທັງໝົດ​ຂອງເຮົາ​ທີ່​ຍັງ​ມີ​ຊີວິດ​ຢູ່​ນັ້ນ. ເຮົາ​ໄດ້​ເບິ່ງແຍງ​ພວກເຈົ້າ​ແຕ່​ໃດໆ​ມາ ຄື​ຕອນ​ທີ່​ພວກເຈົ້າ​ເກີດ​ມາ​ແຕ່​ທ້ອງ​ແມ່.

4 ເຮົາ​ເປັນ​ພຣະເຈົ້າ​ຈະ​ດູແລ​ພວກເຈົ້າ​ເອງ ຈົນກວ່າ​ເຖົ້າແກ່​ຊະຣາ​ຜົມ​ເປັນ​ສີເຖົ່າ. ເຮົາ​ໄດ້​ສ້າງ​ພວກເຈົ້າ​ແລະ​ຈະ​ເປັນ​ຜູ້​ດູແລ ເຮົາ​ຈະ​ຊ່ວຍຊູ​ແລະ​ຊ່ວຍກູ້​ເອົາ​ພວກເຈົ້າ.”

5 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ພວກເຈົ້າ​ຈະ​ປຽບທຽບ​ເຮົາ​ໃສ່​ຜູ້ໃດ? ຫລື​ມີ​ຜູ້ໃດ​ບໍ​ທີ່​ຄ້າຍຄື​ກັນ​ກັບ​ເຮົາ​ນີ້?

6 ປະຊາຊົນ​ໄຂ​ກະເປົາ ແລະ​ຖອກ​ຄຳ​ອອກ​ມາ ຊັ່ງ​ເບິ່ງ​ນໍ້າໜັກ​ເງິນ​ໃສ່​ຊິງ​ທີ່​ພວກເຂົາ​ມີ​ນັ້ນ. ພວກເຂົາ​ຈ້າງ​ຊ່າງ​ຫລອມ​ຄຳ​ໃຫ້​ເຮັດ​ເປັນ​ຮູບພະ ແລ້ວ​ກໍ​ຂາບໄຫວ້​ຮູບພະ​ທີ່​ໄດ້​ສ້າງ​ຂຶ້ນ​ມາ.

7 ພວກເຂົາ​ຍົກ​ມັນ​ຂຶ້ນ​ໃສ່​ບ່າ ແລະ​ພາກັນ​ຫາມ​ໄປ ວາງ​ຮູບພະ​ລົງ​ຢູ່​ທີ່ໃດ ມັນ​ກໍ​ຢືນ​ຢູ່​ທີ່ນັ້ນ ມັນ​ເໜັງຕີງ​ຍ້າຍ​ໄປມາ​ບ່ອນໃດ​ບໍ່ໄດ້​ເລີຍ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ພາວັນນາ​ອະທິຖານ​ມັນ​ກໍ​ຕອບ​ຫຍັງ​ບໍ່ໄດ້ ຫລື​ບໍ່​ສາມາດ​ຊ່ວຍ​ຄົນໃດ​ຄົນໜຶ່ງ​ໄດ້​ເລີຍ ໃຫ້​ພົ້ນ​ຈາກ​ໄພພິບັດ​ທີ່​ມາ​ປະເຊີນ​ນັ້ນ.

8 ຄົນບາບ​ທັງຫລາຍ​ເອີຍ ຈົ່ງ​ຈົດຈຳ​ສິ່ງນີ້ ຈົ່ງ​ພິຈາລະນາ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ມາ​ນັ້ນ.

9 ຈົ່ງ​ຈົດຈຳ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ແຕ່​ດົນນານ ຈົ່ງ​ຮັບຮູ້​ວ່າ​ເຮົາ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ ແລະ​ຮັບຮູ້​ວ່າ​ນອກຈາກ​ເຮົາ​ແລ້ວ​ບໍ່ມີ​ຜູ້ໃດ ເພາະ​ແມ່ນ​ເຮົາ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ.

10 ຕັ້ງແຕ່ຕົ້ນ​ເຮົາ​ກ່າວ​ໄວ້​ກ່ອນ​ເຖິງ​ສິ່ງ​ທີ່​ຈະ​ມີ​ມາ ເຮົາ​ໄດ້​ບອກ​ໄວ້​ແຕ່​ດົນນານ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ. ເຮົາ​ບອກ​ວ່າ, ແຜນການ​ຂອງເຮົາ​ບໍ່ເຄີຍ​ຫລົ້ມເຫລວ ເຮົາ​ເຮັດ​ທຸກໆສິ່ງ​ຕາມ​ທີ່​ເຮົາ​ຢາກ​ເຮັດ.

11 ແຕ່​ທິດ​ຕາເວັນອອກ ເຮົາ​ກຳລັງ​ເອີ້ນ​ເອົາ​ຄົນ​ໜຶ່ງ​ມາ ລາວ​ຈະ​ຊັດ​ຫົວ​ລົງ​ດັ່ງ​ໂຕ​ແຫລວ​ບິນ​ເຈີດ ລາວ​ຈະ​ເຮັດ​ສຳເລັດ​ຕາມ​ທີ່​ເຮົາ​ໄດ້​ວາງແຜນ ເຮົາ​ກ່າວ​ໄວ້​ຢ່າງໃດ​ກໍ​ຈະ​ເກີດຂຶ້ນ​ຢ່າງນັ້ນ.

12 ຈົ່ງ​ຟັງ ພວກເຈົ້າ​ປະຊາຊົນ​ທີ່​ດື້ດ້ານ​ເອີຍ ຜູ້ໃດ​ຄິດວ່າ​ຄວາມມີໄຊ​ມັນ​ຢູ່​ໄກ​ເກີນ​ຢື້.

13 ເຮົາ​ພວມ​ນຳ​ມື້​ໄຊຊະນະ​ເຂົ້າ​ມາ​ໃກ້​ທຸກ​ທີ ເປັນ​ໄຊຊະນະ​ທີ່​ບໍ່​ຢູ່​ໄກ​ແຕ່​ຢ່າງໃດ​ຈັກດີ້. ຄວາມມີໄຊ​ຂອງເຮົາ​ຈະ​ບໍ່​ຖືກ​ເຮັດ​ໃຫ້​ຊັກຊ້າ​ໄປ ເຢຣູຊາເລັມ​ແລະ​ອິດສະຣາເອນ ຈະ​ມີ​ຜູ້​ຊ່ວຍ​ທັງ​ໄດ້​ຮັບ​ກຽດ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan