ເອຊາຢາ 45 - ພຣະຄຳພີສັກສິອົງພຣະຜູ້ເປັນເຈົ້າແຕ່ງຕັ້ງໄຊຣັດ 1 ພຣະເຈົ້າຢາເວໄດ້ກ່າວກັບຜູ້ທີ່ພຣະອົງຊົງເຈີມໄວ້ຄືໄຊຣັດໃຫ້ເປັນກະສັດ ຜູ້ຊຶ່ງພຣະອົງໄດ້ຈັບມືຂວາໄວ້ເພື່ອໃຫ້ປາບບັນດາຊົນຊາດຕໍ່ໜ້າທ່ານ; ພຣະອົງສົ່ງເພິ່ນມາເພື່ອຖອດຕຳແໜ່ງກະສັດ ຈາກອຳນາດທີ່ພວກເຂົາມີສຳລັບການປົກຄອງນັ້ນ; ໃຫ້ເປີດປະຕູຕໍ່ໜ້າທ່ານ ແລະບໍ່ໃຫ້ປະຕູເມືອງປິດກ່າວດັ່ງນີ້ວ່າ: 2 “ເຮົາເອງຈະຕຽມທາງເດີນໃຫ້ເຈົ້າໃດ ໂດຍເຮັດໃຫ້ພູ ແລະເນີນພູຮາບພຽງກັນໄວ້. ເຮົາຈະພັງປະຕູທອງສຳຣິດໃຫ້ໝຸ່ນທະລາຍ ທຸບທ່ອນເຫລັກໄລປະຕູເມືອງໃຫ້ຫັກໝົດສິ້ນ. 3 ເຮົາຈະມອບຂຸມຊັບຈາກທີ່ມືດລັບລີ້ທັງຫລາຍ ໃຫ້ເຈົ້າເປັນຜູ້ຄຸ້ມຄອງຊັບສົມບັດເຫຼົ່ານັ້ນ; ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ເອີ້ນເອົາເຈົ້າໂດຍນາມຊື່ຂອງເຈົ້າ. 4 ເຮົາຕັ້ງເຈົ້າໃຫ້ຊ່ວຍອິດສະຣາເອນຜູ້ຮັບໃຊ້ຂອງເຮົາ ຄືຊ່ວຍເຫລືອປະຊາຊົນທີ່ເຮົາໄດ້ເລືອກເອົານັ້ນ. ເຮົາໄດ້ໃຫ້ເຈົ້າມີກຽດສັກສີອັນໃຫຍ່ຫລວງ ເຖິງວ່າເຈົ້າບໍ່ຮູ້ຈັກເຮົາເລີຍກໍຕາມ. 5 ເຮົາຄືພຣະເຈົ້າຢາເວ ບໍ່ມີພຣະເຈົ້າອົງອື່ນໃດ ເຈົ້າບໍ່ຮູ້ເຮົາ ແຕ່ເຮົາກໍຈະໃຫ້ກຳລັງແກ່ເຈົ້າ. 6 ເຮົາເຮັດສິ່ງນີ້ກໍເພື່ອວ່າທຸກໆຄົນ ຈາກສົ້ນໜຶ່ງຫາອີກສົ້ນໜຶ່ງຂອງແຜ່ນດິນໂລກ ຈະໄດ້ຮູ້ຈັກວ່າເຮົາແມ່ນພຣະເຈົ້າຢາເວ ແລະຮູ້ວ່າໃນໂລກນີ້ບໍ່ມີພຣະເຈົ້າອົງອື່ນອີກ. 7 ເຮົາໄດ້ສ້າງຄວາມສະຫວ່າງຂຶ້ນມາ ຄວາມມືດ ເຮົາກໍນິຣະມິດສ້າງຂຶ້ນດ້ວຍ; ເຮົານຳພອນ ແລະຄວາມພິນາດມາຄືກັນ ເຮົາຄືພຣະເຈົ້າຢາເວເຮັດທຸກສິ່ງເຫຼົ່ານີ້. 8 ເຮົາຈະສົ່ງໄຊຊະນະຈາກຟ້າສະຫວັນມາດັ່ງຫ່າຝົນ ແຜ່ນດິນໂລກຈະເປີດປະຕູຮັບເອົາໄວ້ ເບັ່ງບານດ້ວຍອິດສະຫລະພາບກັບຄວາມຍຸດຕິທຳ ເຮົາຄືພຣະເຈົ້າຢາເວເຮັດໃຫ້ສິ່ງນີ້ເກີດຂຶ້ນ.” ອົງພຣະຜູ້ເປັນເຈົ້າ ພຣະຜູ້ສ້າງ ຜູ້ກໍ່ປະຫວັດສາດ 9 ໝໍ້ດິນຈະກ້າໂຕ້ແຍ້ງກັບຊ່າງປັ້ນໝໍ້ໄດ້ບໍ? ໝໍ້ດິນໜ່ວຍໜຶ່ງກໍເປັນດັ່ງໝໍ້ດິນໜ່ວຍອື່ນໆ ດິນດາກຖາມຊ່າງປັ້ນໝໍ້ວ່າເຮັດຫຍັງຢູ່ໄດ້ບໍ? ໝໍ້ດິນຈົ່ມໃຫ້ຊ່າງປັ້ນໝໍ້ວ່າບໍ່ໄດ້ເລື່ອງໄດ້ບໍ່? 10 ມີຜູ້ໃດແດ່ກ້າເວົ້າໃຫ້ພໍ່ແມ່ຂອງຕົນວ່າ, “ເປັນຫຍັງຈຶ່ງສ້າງລູກໃຫ້ເປັນເຊັ່ນນີ້?” 11 ພຣະເຈົ້າຢາເວອົງບໍຣິສຸດຂອງຊາດອິດສະຣາເອນ ແມ່ນຜູ້ທີ່ຈັດຕຽມຮູບຮ່າງຂອງອະນາຄົດກ່າວວ່າ, “ເຈົ້າບໍ່ມີສິດສອບຖາມເຖິງລູກໆຂອງເຮົາ ຫລືບອກເຮົາວ່າຄວນຈະເຮັດແນວໃດແດ່ 12 ແມ່ນເຮົາທີ່ໄດ້ນິຣະມິດສ້າງໂລກນີ້ຂຶ້ນມາ ໄດ້ສ້າງມະນຸດທຸກຄົນໃຫ້ອາໄສຢູ່ໃນທີ່ນັ້ນ. ເຮົາໄດ້ກາງຟ້າສະຫວັນດ້ວຍຣິດອຳນາດຂອງເຮົາ ຄວບຄຸມຕາເວັນ ເດືອນ ແລະດາວດ້ວຍ. 13 ເຮົາເອງໄດ້ປຸກປັ່ນໄຊຣັດໃຫ້ດຳເນີນການ ເພື່ອສຳເລັດເປົ້າໝາຍ ແລະຈັດໃຫ້ຖືກຕ້ອງ. ເຮົາຈະເຮັດທາງທຸກເສັ້ນທີ່ລາວເດີນໄປໃຫ້ຊື່ ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ຄືເມືອງຂອງເຮົາ ແລະຈະປ່ອຍຄົນຂອງເຮົາທີ່ຖືກຈັບໃຫ້ເປັນເສລີ ບໍ່ມີຜູ້ໃດຈ້າງໃຫ້ເຮັດ ຫລືຈອບອອຍລາວດ້ວຍ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ກ່າວເລື່ອງທັງໝົດເຫຼົ່ານີ້ໄວ້. 14 ພຣະເຈົ້າຢາເວກ່າວວ່າ, “ສົມບັດຂອງປະເທດເອຢິບກັບປະເທດເອທີໂອເປຍຈະເປັນຂອງເຈົ້າ ຄົນໃຫຍ່ສູງແຫ່ງເສບາກໍຈະເປັນທາດຮັບໃຊ້ເຈົ້າຄືກັນ ພວກເຂົາຈະຍ່າງຕາມເຈົ້າໄປໂດຍຖືກລ່າມໂສ້ພ້ອມ. ພວກເຂົາຈະກົ້ມຂາບເຈົ້າ ແລະທັງສາລະພາບວ່າ ‘ພຣະເຈົ້າຢູ່ນຳເຈົ້າ ເປັນພຣະເຈົ້າແຕ່ອົງດຽວ. 15 ພຣະເຈົ້າແຫ່ງອິດສະຣາເອນ ພຣະຜູ້ຊ່ວຍຄົນຂອງພຣະອົງ ເປັນພຣະເຈົ້າອົງທີ່ເຊື່ອງຊ້ອນຕົນເອງໄວ້. 16 ພວກທີ່ເຮັດຮູບເຄົາຣົບຈະໄດ້ຮັບຄວາມອັບອາຍ ພວກເຂົາທຸກຄົນຈະໄດ້ຮັບການດູໝິ່ນປະໝາດ. 17 ແຕ່ພຣະເຈົ້າຢາເວໄດ້ຊ່ວຍຊູຊາດອິດສະຣາເອນ ແລະຄວາມມີໄຊຂອງພວກເຂົາກໍດຳລົງໄປຕະຫລອດ; ພຣະອົງຈະບໍ່ໃຫ້ປະຊາຊົນຂອງພຣະອົງ ໄດ້ຖືກອັບອາຍຂາຍໜ້າອີກຈັກເທື່ອ.”’ 18 ພຣະເຈົ້າຢາເວໄດ້ນິຣະມິດສ້າງຈັກກະວານ ແມ່ນພຣະອົງແຕ່ຜູ້ດຽວທີ່ເປັນພຣະເຈົ້າ ພຣະອົງໄດ້ຈັດຮູບຮ່າງສ້າງແຜ່ນດິນໂລກຂຶ້ນມາ ໄດ້ເຮັດໃຫ້ໂລກໝັ້ນຄົງ ແລະຢັ້ງຢືນຄົງຢູ່ໄດ້. ພຣະອົງບໍ່ໄດ້ເຮັດໃຫ້ເປັນທີ່ເປົ່າຮ້າງຫວ່າງຄົນ ແຕ່ເປັນບ່ອນທີ່ມະນຸດເຮົາພັກພາອາໄສຢູ່ ພຣະເຈົ້າລັ່ນປາກກ່າວໄຂວາຈາວ່າ, “ເຮົາຄືພຣະເຈົ້າຢາເວ ພຣະເຈົ້າອົງອື່ນບໍ່ມີ. 19 ເຮົາບໍ່ໄດ້ກ່າວໃນບ່ອນທີ່ລັບລີ້ເລີຍ ຫລືປິດບັງຈຸດມຸ່ງໝາຍຂອງເຮົາໄວ້. ເຮົາບໍ່ໄດ້ຮ້ອງຂໍໃຫ້ປະຊາຊົນອິດສະຣາເອນ ຊອກຄົ້ນຫາເຮົາໃນບ່ອນເປົ່າຮ້າງ. ເຮົາຄືພຣະເຈົ້າຢາເວກ່າວແຕ່ຄວາມຈິງ ເຮັດໃຫ້ທຸກຄົນຮູ້ຈັກແຕ່ສິ່ງທີ່ຖືກຕ້ອງ.” ພຣະເຈົ້າແລະຮູບເຄົາຣົບຂອງນະຄອນບາບີໂລນ 20 ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຈົ່ງພາກັນມາເຖີດ ຊົນຊາດທີ່ລອດຈາກອານາຈັກລົ້ມທະລາຍນັ້ນ; ສະເໜີພວກເຈົ້າສຳລັບການສອບສວນຄະດີເບິ່ງດູ ຜູ້ທີ່ແຫ່ຂະບວນກັບຮູບເຄົາຣົບໄມ້ຂອງຕົນນັ້ນ ທັງພາວັນນາອະທິຖານຕໍ່ບັນດາພະທີ່ຊ່ວຍຫຍັງບໍ່ໄດ້ເລີຍ ຄືພວກທີ່ບໍ່ຮູ້ຈັກເລື່ອງລາວຫຍັງໝົດ. 21 ຈົ່ງມາສະເໜີຄະດີຂອງພວກເຈົ້າທີ່ສານເບິ່ງດູ ຈົ່ງໃຫ້ຈຳເລີຍປຶກສາຊຶ່ງກັນແລະກັນເບິ່ງ. ຜູ້ໃດໄດ້ກ່າວລ່ວງໜ້າເຖິງສິ່ງທີ່ຈະເກີດຂຶ້ນນໍ? ບໍ່ແມ່ນເຮົາບໍ ອົງທີ່ເປັນພຣະເຈົ້າຢາເວ? ຄືພຣະເຈົ້າອົງທີ່ຊອບທຳແລະພຣະຜູ້ຊ່ວຍ; ນອກຈາກເຮົາບໍ່ມີພຣະເຈົ້າອື່ນໃດອີກແລ້ວ. 22 ຊາວໂລກທັງໂລກ ຈົ່ງກັບມາຫາເຮົາ ເຮົາເທົ່ານັ້ນຄືພຣະເຈົ້າແລະຊ່ວຍໃຫ້ພົ້ນໄດ້. 23 ເຮົາໄດ້ສາບານໂດຍເຮົາເອງດ້ວຍຄວາມຊອບທຳ ຖ້ອຍຄຳໄດ້ອອກໄປຈາກປາກຂອງເຮົາຈະບໍ່ປ່ຽນແປງຈັກເທື່ອວ່າ, ‘ທຸກຫົວເຂົ່າຈະຕ້ອງຄຸລົງຕໍ່ໜ້າເຮົາ ລີ້ນທຸກລີ້ນຈະສາບານຕໍ່ເຮົາ.’ 24 ພວກເຂົາຈະກ່າວຕໍ່ເຮົາວ່າ, ‘ໂດຍພຣະເຈົ້າຢາເວແຕ່ອົງດຽວ ພົບຄວາມຊອບທຳແລະກຳລັງ,’ ແຕ່ທຸກຄົນທີ່ຄຽດແຄ້ນຕໍ່ສູ້ເຮົາ ກໍຈະມາຫາເຮົາ ແລະຈະຖືກອັບອາຍຂາຍໜ້າ. 25 ເຊື້ອສາຍອິດສະຣາເອນທັງໝົດຈະຕັ້ງຢູ່ໃນຄວາມມີໄຊ ແລະຈະຍ້ອງຍໍສັນລະເສີນໃນພຣະເຈົ້າຢາເວ.” |
@ 2012 United Bible Societies. All Rights Reserved.