ເອຊາຢາ 44 - ພຣະຄຳພີສັກສິອົງພຣະຜູ້ເປັນເຈົ້າເທົ່ານັ້ນແມ່ນພຣະເຈົ້າ 1 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ບັດນີ້ ຈົ່ງຟັງ ເຊື້ອສາຍຢາໂຄບຜູ້ຮັບໃຊ້ຂອງເຮົາ ຊາດອິດສະຣາເອນຄືປະຊາຊົນທີ່ເຮົາໄດ້ເລືອກໄວ້. 2 ພຣະເຈົ້າຢາເວອົງທີ່ໄດ້ສ້າງເຈົ້າມາ ຕັ້ງແຕ່ເຈົ້າເກີດມາຜູ້ທີ່ຊ່ວຍເຫລືອເຈົ້າໄວ້. ເຈົ້າຢ່າສູ່ຢ້ານ ຜູ້ຮັບໃຊ້ຂອງເຮົາເອີຍ ເຈົ້າຄືປະຊາຊົນທີ່ເຮົາຮັກ ພວກທີ່ເຮົາເລືອກໄວ້. 3 ເຮົາຈະໃຫ້ນໍ້າແກ່ດິນແດນທີ່ຫິວກະຫາຍ ຈະໃຫ້ມີແມ່ນໍ້າໄຫລເທິງພື້ນດິນທີ່ແຫ້ງແລ້ງ. ເຮົາຈະເທຣິດອຳນາດເທິງລູກໆທັງຫລາຍຂອງເຈົ້າ ແລະເທພອນເຖິງເຊື້ອສາຍຂອງພວກເຈົ້າ. 4 ພວກເຂົາຈະໃຫຍ່ຂຶ້ນດັ່ງຫຍ້າທີ່ມີນໍ້າລໍ່ລ້ຽງຢ່າງດີ ດັ່ງຕົ້ນໄມ້ໃກ້ສາຍທາລາທີ່ມີນໍ້າໄຫລຢູ່ບໍ່ຂາດ. 5 ຄົນຜູ້ນີ້ຈະກ່າວວ່າ, ‘ຂ້ອຍເປັນຂອງພຣະເຈົ້າຢາເວ.’ ແລະຜູ້ນັ້ນຈະເອີ້ນຊື່ຕາມນາມຊື່ຂອງຢາໂຄບ. ແລະຜູ້ນັ້ນຈະຂຽນໄວ້ເທິງມືຂອງຕົນວ່າ, ‘ຂອງພຣະເຈົ້າຢາເວ.’ ແລະຈະມີຊື່ຕາມນາມຊື່ຂອງອິດສະຣາເອນ.” 6 ພຣະເຈົ້າຢາເວອົງກະສັດຂອງຊາດອິດສະຣາເອນແລະອົງພຣະຜູ້ໄຖ່ຂອງເຂົາ ຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວໄວ້ດັ່ງນີ້: “ເຮົາເປັນຜູ້ຕົ້ນແລະເປັນຜູ້ປາຍ ບໍ່ມີພຣະເຈົ້າອື່ນໃດ ນອກເໜືອຈາກເຮົາແລ້ວ. 7 ມີຜູ້ໃດອີກແດ່ເຮັດສິ່ງທີ່ເຮົາໄດ້ເຮັດມາ? ຜູ້ໃດແດ່ບອກເຖິງສິ່ງທີ່ເກີດຂຶ້ນລ່ວງໜ້າໄດ້ ຄືເຫດການທັງໝົດນັ້ນທີ່ໄດ້ເກີດຂຶ້ນມາ ຕັ້ງແຕ່ປະຖົມມະການເຖິງອະວະສານພຸ້ນ? 8 ພວກເຈົ້າຢ່າສູ່ຢ້ານ ປະຊາຊົນຂອງເຮົາເອີຍ ພວກເຈົ້າຮູ້ແຕ່ດຶກດຳບັນຈົນເຖິງປັດຈຸບັນນີ້ ເຮົາໄດ້ບອກລ່ວງໜ້າເຖິງທຸກສິ່ງທີ່ຈະເກີດມາ ພວກເຈົ້າກໍເປັນພະຍານຫຼັກຖານໃຫ້ເຮົາໄດ້. ນອກຈາກເຮົາແລ້ວ ມີພຣະເຈົ້າອົງໃດແດ່? ຊຶ່ງມີຣິດອຳນາດທີ່ເຮົາໄດ້ຍິນມາ?” ການບູຊາຮູບເຄົາຣົບເປັນສິ່ງທີ່ບໍ່ມີຄຸນຄ່າ 9 ທຸກຄົນທີ່ສ້າງຮູບເຄົາຣົບລ້ວນແຕ່ບໍ່ມີປະໂຫຍດ ແລະພະທັງຫລາຍທີ່ພວກເຂົາຕີລາຄາຢ່າງສູງສຸດນັ້ນກໍບໍ່ມີຄຸນຄ່າ. ພວກທີ່ຂາບໄຫວ້ພະເຫຼົ່ານີ້ກໍຕາບອດແລະໂງ່ຈ້າ ຄືພວກເຂົາຈະໄດ້ຮັບຄວາມອັບອາຍ. 10 ບໍ່ເປັນການດີດອກ ທີ່ໃຊ້ໂລຫະເຮັດຮູບພະໄວ້ຂາບໄຫວ້ເປັນພຣະເຈົ້າ 11 ທຸກໆຄົນທີ່ຂາບໄຫວ້ຮູບນັ້ນຈະໄດ້ຮັບຄວາມອັບອາຍ. ຄົນທີ່ເຮັດຮູບເຄົາຣົບນັ້ນກໍເປັນພຽງແຕ່ມະນຸດ ບໍ່ວິເສດວິໂສຫຍັງ. ຈົ່ງໃຫ້ພວກເຂົາມາແລະຢືນສູ້ຄະດີເບິ່ງ ແລະພວກເຂົາກໍຈະຢ້ານກົວຫລາຍ ທັງຈະໄດ້ຮັບຄວາມອັບອາຍຢ່າງໜັກດ້ວຍ. 12 ຊ່າງຕີເຫລັກເອົາໂລຫະມາຫລອມ. ແຂນອັນແຂງແຮງຂອງລາວກໍໃຊ້ຄ້ອນຕີໂລຫະໃຫ້ເປັນຮູບ. ໃນເວລາທີ່ເຮັດວຽກຢູ່ນັ້ນ ລາວກໍຫິວເຂົ້າ, ຢາກນໍ້າ ແລະອິດເມື່ອຍ. 13 ຊ່າງໄມ້ກໍແທກໄມ້, ລາວໃຊ້ສໍຂາວຂີດຮູບຮ່າງ ພ້ອມທັງໃຊ້ສິ່ວຄວັດໄມ້ ແລະເຮັດໃຫ້ເປັນຮູບມະນຸດ ທີ່ສວຍງາມຕັ້ງໄວ້ໃນເຮືອນ. 14 ລາວອາດຈະຕັດເອົາຕົ້ນແປກມາເຮັດ ຫລືໃຊ້ໄມ້ໂອກຫລືໄມ້ສົນເທດຈາກປ່າມາເຮັດ ຫລືລາວອາດຈະປູກຕົ້ນໝາກກໍ່ ແລະລໍຖ້າຝົນຕົກເພື່ອເຮັດໃຫ້ມັນໃຫຍ່ຂຶ້ນ. 15 ມະນຸດໃຊ້ຕົ້ນໄມ້ສ່ວນໜຶ່ງເຮັດເປັນເຊື້ອໄຟ ແລະສ່ວນໜຶ່ງເຮັດເປັນຮູບເຄົາຣົບ. ສຳລັບສ່ວນໜຶ່ງນັ້ນໄດ້ໃຊ້ເປັນຟືນດັງໄຟຝີງ ໃຫ້ອົບອຸ່ນແລະອົບເຂົ້າຈີ່; ສຳລັບສ່ວນອື່ນອີກພັດໃຊ້ເຮັດເປັນພະເພື່ອຂາບໄຫວ້. 16 ໄມ້ບາງສ່ວນນັ້ນໃຊ້ເຮັດຟືນດັງໄຟປິ້ງຊີ້ນກິນອີ່ມໜຳສຳລານ. ພວກເຂົາອົບອຸ່ນຮ່າງກາຍແລະເວົ້າວ່າ, “ຊ່າງອົບອຸ່ນດີແທ້ໆ ໄຟນີ້ຊ່າງລຸກດີແທ້ນໍ.” 17 ສ່ວນໄມ້ທີ່ເຫຼືອນັ້ນພັດເອົາໄປເຮັດຮູບເຄົາຣົບ ແລ້ວກົ້ມລົງ ແລະຂາບໄຫວ້ທັງພາວັນນາອະທິຖານຕໍ່ຮູບເຄົາຣົບ ໂດຍເວົ້າວ່າ, “ພະຂອງຂ້ອຍ ໂຜດຊ່ວຍຂ້ອຍດ້ວຍເຖີດ.” 18 ບຸກຄົນເຊັ່ນນີ້ໂງ່ຈ້າເຫຼືອທີ່ຈະເຂົ້າໃຈວ່າ ພວກຕົນກຳລັງເຮັດຫຍັງ. ພວກເຂົາອັດຕາ ແລະຕັນຄວາມຄິດຂອງຕົນເອງບໍ່ໃຫ້ຮູ້ຄວາມຈິງ. 19 ຜູ້ເຮັດຮູບເຄົາຣົບບໍ່ໄດ້ມີປັນຍາ ຫລືຄວາມເຂົ້າໃຈພໍທີ່ຈະເວົ້າວ່າ, “ໄມ້ບາງສ່ວນ ຂ້ອຍເອົາເຮັດຟືນດັງໄຟ, ໃຊ້ເຮັດຖ່ານອົບເຂົ້າຈີ່ ແລະໃຊ້ປິ້ງຊີ້ນກິນ. ສ່ວນທີ່ເຫຼືອຂ້ອຍເອົາເຮັດຮູບເຄົາຣົບ. ບັດນີ້ ຂ້ອຍກຳລັງກົ້ມລົງຂາບທ່ອນໄມ້ທ່ອນໜຶ່ງ.” 20 ມັນກໍທຳນອງດຽວ ກັບກິນຂີ້ເຖົ່ານັ້ນແຫລະ. ຄວາມຄິດໂງ່ຂອງລາວໄດ້ພາໃຫ້ລາວຫລົງຜິດໄປເກີນກວ່າຈະຊ່ວຍໄດ້. ລາວເອງບໍ່ຍອມຮັບເລີຍວ່າ ຮູບເຄົາຣົບທີ່ຕົນຖືຢູ່ນັ້ນບໍ່ແມ່ນພຣະເຈົ້າ. ອົງພຣະຜູ້ເປັນເຈົ້າ ພຣະຜູ້ສ້າງ ພຣະຜູ້ໂຜດໃຫ້ພົ້ນ 21 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຢາໂຄບເອີຍ ຈົ່ງພາກັນຈົດຈຳເລື່ອງນີ້. ອິດສະຣາເອນເອີຍ ພວກເຈົ້າເປັນຜູ້ຮັບໃຊ້ຂອງເຮົາ ເຮົາໄດ້ສ້າງເຈົ້າ ເພື່ອເປັນຜູ້ຮັບໃຊ້ຂອງເຮົາ; ອິດສະຣາເອນເອີຍ ເຮົາຈະບໍ່ລືມໄລເຈົ້າຈັກເທື່ອ. 22 ເຮົາປັດການບາບຂອງເຈົ້າດັ່ງເມກຫາຍໄປ ຈົ່ງກັບມາ ເພາະເຮົາຜູ້ດຽວທີ່ຊ່ວຍເຈົ້າໄດ້.” 23 ໂອ ຟ້າສະຫວັນຟ້າສະຫວັນ ເອີຍ ຈົ່ງໂຮຮ້ອງຍິນດີໃນສິ່ງທີ່ພຣະເຈົ້າຢາເວໄດ້ກະທຳ; ແຜ່ນດິນໂລກບ່ອນເລິກສຸດເອີຍ ຈົ່ງໂຮຮ້ອງສາເຖີດ ພູຜາທຸກໜ່ວຍແລະຕົ້ນໄມ້ໃນປ່າທັງຫລາຍ ຈົ່ງຊົມຊື່ນຍິນດີດ້ວຍສຽງໂຮຮ້ອງເຖີດ ເຫດວ່າພຣະເຈົ້າຢາເວໄດ້ຊົງໄຖ່ຢາໂຄບ ແລະຈະຊົງຮັບກຽດແຫ່ງສະຫງ່າຣາສີໃນອິດສະຣາເອນ. 24 “ພຣະເຈົ້າຢາເວ ພຣະຜູ້ໄຖ່ຂອງເຈົ້າກ່າວວ່າ: ແມ່ນເຮົາທີ່ເປັນຜູ້ໄດ້ສ້າງເຈົ້າ ເຮົາຄືພຣະເຈົ້າຢາເວທີ່ສ້າງສັບພະທຸກສິ່ງທັງຫລາຍ ແມ່ນເຮົາແຕ່ຜູ້ດຽວທີ່ໄດ້ກາງຟ້າສະຫວັນອອກ. ເມື່ອເຮົາໄດ້ສ້າງແຜ່ນດິນໂລກຂຶ້ນມາ ບໍ່ມີຜູ້ໃດເລີຍທີ່ໄດ້ຊ່ວຍເຫລືອເຮົາ. 25 ເຮົາໄດ້ເຮັດໃຫ້ພວກໝໍດູໝໍມໍໂງ່ຈ້າໝົດ ເຮັດໃຫ້ຜູ້ເບິ່ງເລີກເບິ່ງຍາມເຫລືອອົກເຫລືອໃຈດ້ວຍ. ເຮົາຂັດແຍ້ງ ໂຕ້ຕອບຄຳເວົ້າຄົມຂອງຄົນມີປັນຍາ ແລະຊີ້ໃຫ້ເຫັນວ່າປັນຍາຂອງພວກເຂົານັ້ນໂງ່ຈ້າ. 26 ແຕ່ເມື່ອຜູ້ຮັບໃຊ້ຂອງເຮົາເວົ້າລ່ວງໜ້າອອກໄປ ເມື່ອເຮົາສົ່ງຜູ້ນຳຂ່າວມາບອກແຜນການຂອງເຮົານັ້ນ. ເຮົາກໍໄດ້ໃຫ້ຄຳເວົ້າທັງແຜນການກາຍເປັນຈິງ ເຮົາບອກນະຄອນເຢຣູຊາເລັມວ່າປະຊາຊົນຈະຢູ່ທີ່ນັ້ນອີກ ບອກຊາວຢູດາວ່າເມືອງຈະຖືກສ້າງຂຶ້ນໃໝ່ໝົດ ທີ່ຮົກຮ້າງເພພັງຈະຖືກສ້າງຂຶ້ນໃໝ່ທັງນັ້ນ. 27 ເຮົາສັ່ງພື້ນນໍ້າບ່ອນເລິກສຸດຂອງທ້ອງທະເລວ່າ, ‘ໃຫ້ນໍ້າແຫ້ງໄປໝົດແລະປະດິນແຫ້ງໄວ້.’ 28 ເຮົາສັ່ງໄຊຣັດວ່າ, ‘ເຈົ້າຄືຜູ້ທີ່ຈະປົກຄອງໃຫ້ເຮົາ ເຈົ້າຈະເຮັດແຕ່ສິ່ງທີ່ເຮົາຕ້ອງການໃຫ້ເຮັດເທົ່ານັ້ນ: ເຈົ້າຈະສັ່ງໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຮາກຖານພຣະວິຫານກໍຈະຖືກວາງໄວ້ຄືກັນ.”’ |
@ 2012 United Bible Societies. All Rights Reserved.