ເອຊາຢາ 43 - ພຣະຄຳພີສັກສິພຣະເຈົ້າສັນຍາຊ່ວຍກູ້ເອົາປະຊາຊົນຂອງພຣະອົງ 1 ບັດນີ້ ພຣະເຈົ້າຢາເວຜູ້ໄດ້ສ້າງເຈົ້າ, ໂອ ຢາໂຄບ ອົງໄດ້ສ້າງເຈົ້າ, ໂອ ອິດສະຣາເອນ ກ່າວດັ່ງນີ້, “ຢ່າຢ້ານກົວເລີຍ ເຮົາໄດ້ໄຖ່ເຈົ້າໃຫ້ພົ້ນແລ້ວ ພວກເຈົ້າເປັນຂອງເຮົາຈຶ່ງເອີ້ນພວກເຈົ້າຕາມຊື່. 2 ເຮົາຈະຢູ່ນຳເມື່ອຍ່າງຂ້າມບ່ອນນໍ້າເລິກໄປ ຄວາມລຳບາກຂອງພວກເຈົ້າຈະບໍ່ຖ້ວມພວກເຈົ້າ. ໄຟຈະບໍ່ໄໝ້ພວກເຈົ້າເມື່ອຜ່ານຜ່າໄຟໄປ ການທົດລອງທີ່ລຳບາກຈະທຳຮ້າຍພວກເຈົ້າບໍ່ໄດ້. 3 ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເດີ ອົງບໍຣິສຸດຂອງອິດສະຣາເອນທີ່ຊ່ວຍພວກເຈົ້າໃຫ້ພົ້ນ. ເຮົາຈະໃຫ້ປະເທດເອຢິບຍອມປົດປ່ອຍພວກເຈົ້າເປັນເສລີ ຈະໃຫ້ເອທີໂອເປຍ ແລະເສບາຍອມດ້ວຍ. 4 ເຮົາຈະໃຫ້ທຸກຊົນຊາດຍອມຊ່ວຍກູ້ເອົາຄືກັນ ຄືຊ່ວຍເອົາຊີວິດຂອງພວກເຈົ້າໄວ້. ເພາະພວກເຈົ້າມີຄ່າຫລາຍສຳລັບເຮົາ ເພາະເຮົາຮັກພວກເຈົ້າຫລາຍຈຶ່ງໃຫ້ກຽດພວກເຈົ້າ. 5 ສະນັ້ນ ຢ່າສູ່ຢ້ານກົວແຕ່ຢ່າງໃດເລີຍ ຝ່າຍເຮົາສະຖິດຢູ່ກັບພວກເຈົ້າ. ແຕ່ທີ່ໄກສຸດທາງຕາເວັນອອກແລະຕາເວັນຕົກ ເຮົາຈະນຳຄົນຂອງເຈົ້າກັບຄືນມາບ້ານ. 6 ເຮົາຈະບອກທິດເໜືອປ່ອຍໃຫ້ພວກເຂົາໄປ ແລະບອກທິດໃຕ້ບໍ່ໃຫ້ຈ່ອງດຶງພວກເຂົາໄວ້. ຈົ່ງປ່ອຍປະຊາຊົນຂອງເຮົາໃຫ້ຄືນມາແຕ່ທີ່ໄກຫ່າງ ຈາກທຸກໆມຸມແຜ່ນດິນໂລກພຸ້ນເດີ. 7 ຄືທຸກຄົນທີ່ຖືກເອີ້ນຕາມນາມຊື່ຂອງເຮົາ ແລະທີ່ເຮົາໄດ້ສ້າງພວກເຂົາເພື່ອເຜີຍສະຫງ່າຣາສີຂອງເຮົາ, ທີ່ເຮົາໄດ້ສ້າງແລະໄດ້ກະທຳໄວ້.” ຊາດອິດສະຣາເອນຄືພະຍານຂອງອົງພຣະຜູ້ເປັນເຈົ້າ 8 ພຣະເຈົ້າກ່າວວ່າ, “ຈົ່ງໝາຍເກາະປະຊາຊົນຂອງເຮົາ ຈົ່ງເອີ້ນພວກເຂົາໃຫ້ຂຶ້ນສານເຖີດ ພວກເຂົາມີຕາ ແຕ່ພວກເຂົາພັດເບິ່ງບໍ່ເຫັນຫຍັງໝົດ; ພວກເຂົາມີຫູ ແຕ່ພວກເຂົາພັດຟັງອັນໃດບໍ່ໄດ້ຍິນ. 9 ຈົ່ງໝາຍເກາະບັນດາຊົນຊາດໃຫ້ມາສູ້ຄະດີກັນ ມີພະຕົນໃດໃນພວກເຂົາ ທຳນວາຍອະນາຄົດໄດ້? ມີພະຕົນໃດແດ່ ບອກກ່ອນເຖິງສິ່ງຈະມີມາ? ຂໍໃຫ້ພະເຫຼົ່ານີ້ນຳພະຍານຂອງພວກເຂົາມາເບິ່ງ ເພື່ອພິສູດວ່າຝ່າຍຖືກຕ້ອງເປັນຂອງພວກເຂົາ ເພື່ອຢັ້ງຢືນວ່າຄຳທີ່ພວກເຂົາເວົ້າເປັນຈິງແທ້ໆ. 10 ພຣະເຈົ້າຢາເວກ່າວວ່າ ເຈົ້າທັງຫລາຍເປັນພະຍານຂອງເຮົາ ເຮົາໄດ້ເລືອກພວກເຈົ້າໃຫ້ມາເປັນຜູ້ຮັບໃຊ້ ເພື່ອວ່າຈະໄດ້ຮູ້ ແລະຈະໄດ້ເຊື່ອໃນເຮົາ ເຂົ້າໃຈວ່າເຮົາແຕ່ຜູ້ດຽວຊົງເປັນພຣະເຈົ້າ. ນອກຈາກເຮົາແລ້ວ ບໍ່ມີພະຕົນອື່ນອີກເລີຍ ບໍ່ເຄີຍມີມາແຕ່ໃດໆ ແລະຈະບໍ່ມີຈັກເທື່ອ. 11 ເຮົາຜູ້ດຽວເທົ່ານັ້ນ ທີ່ເປັນພຣະເຈົ້າຢາເວເດີ ເຮົາແຕ່ຜູ້ດຽວຊ່ວຍພວກເຈົ້າໃຫ້ພົ້ນໄດ້. 12 ເຮົາກ່າວລ່ວງໜ້າສິ່ງທີ່ຕ້ອງເກີດຂຶ້ນມາ ແຕ່ແລ້ວເຮົາກໍໄດ້ມາຊ່ວຍເຫລືອພວກເຈົ້າໄວ້. ບັນດາພະຕ່າງຊາດບໍ່ເຄີຍເຮັດຢ່າງນີ້ເລີຍ ພວກເຈົ້າເປັນພະຍານໃຫ້ເຮົາໄດ້. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 13 ເຮົາເປັນພຣະເຈົ້າ ເຮົາເປັນຢູ່ສືບໄປ ບໍ່ມີຜູ້ໃດປົບໜີຈາກຣິດອຳນາດຂອງເຮົາໄດ້. ມີຜູ້ໃດແດ່ທີ່ປ່ຽນແປງເຫດການຕ່າງໆໄດ້ນໍ ສິ່ງທີ່ເຮົາໄດ້ເຮັດໄປບໍ່ມີຜູ້ໃດປ່ຽນແປງໄດ້.” ຊາວອິດສະຣາເອນຫລົບໜີຈາກນະຄອນບາບີໂລນ 14 ພຣະເຈົ້າຢາເວຜູ້ຊົງໄຖ່ເຈົ້າທັງຫລາຍ ອົງບໍຣິສຸດຂອງຊາດອິດສະຣາເອນ ກ່າວດັ່ງນີ້: “ເພື່ອໄຖ່ພວກເຈົ້າ ເຮົາຈະໃຊ້ກອງທັບໜຶ່ງຕໍ່ສູ້ບາບີໂລນ ເຮົາຈະພັງປະຕູເມືອງໃຫ້ລົ້ມທະລາຍລົງກ້ຽງ ແລະສຽງຊາວເມືອງທີ່ໂຮຮ້ອງຢ່າງຊົມຊື່ນຍິນດີ ກໍຈະກັບກາຍເປັນສຽງຮ້ອງໄຫ້ຄໍ່າຄວນ. 15 ເຮົາຄືພຣະເຈົ້າຢາເວອົງບໍຣິສຸດຂອງພວກເຈົ້າ ໄດ້ສ້າງອິດສະຣາເອນແລະເປັນກະສັດຂອງພວກເຈົ້າ.” 16 ພຣະເຈົ້າຢາເວກ່າວດັ່ງນີ້: ນານແລ້ວທີ່ພຣະອົງໄດ້ເຮັດທາງຜ່ານທະເລ ຄືທາງຍ່າງຜ່ານນໍ້າເລີກເປັນຄອງເປັນຄື້ນ. 17 ພຣະອົງນຳກອງທັບມີອຳນາດໃຫ້ຈິບຫາຍໄປ ຄືກອງທັບທີ່ມີຝູງມ້າຫລາຍ ແລະມີລົດຮົບດ້ວຍ. ພວກເຂົາຈົມລົງໃນນໍ້າແລະບືນຕົວຂຶ້ນບໍ່ໄດ້ເລີຍ ຈົມລົງເລີຍໆດັ່ງແສງໂຄມໄຟຄ່ອຍໆມອດ. 18 ພຣະເຈົ້າກ່າວວ່າ, “ຢ່າຕິດຢູ່ກັບເຫດການຜ່ານມາ ຫລືຢ່າຈົມຢູ່ໃນເຫດການທີ່ເກີດມານານແລ້ວ. 19 ຈົ່ງເຝົ້າເບິ່ງສິ່ງໃໝ່ໆທີ່ກຳລັງຈະເກີດມີມາ ບັດນີ້ ພວກເຈົ້າເບິ່ງເຫັນເພາະກຳລັງຈະເກີດຂຶ້ນ. ເຮົາຈະເຮັດທາງຜ່ານຖິ່ນແຫ້ງແລ້ງກັນດານ ແລະໃຫ້ມີແມ່ນໍ້າຫ້ວຍໄຫລສຳລັບພວກເຈົ້າໃນທີ່ນັ້ນ. 20 ແມ່ນແຕ່ຝູງສັດປ່າຕ່າງກໍຈະໃຫ້ກຽດເຮົາ ໝາປ່າ ແລະນົກເຄົ້າກໍຈະສັນລະເສີນເຮົາດ້ວຍ ເມື່ອມີລຳນໍ້າໄຫລຜ່ານຖິ່ນແຫ້ງແລ້ງກັນດານ ໃຫ້ປະຊາຊົນທີ່ເຮົາໄດ້ເລືອກສັນມີນໍ້າກິນນໍ້າໃຊ້. 21 ພວກເຂົາຄືປະຊາຊົນທີ່ເຮົາເລືອກສຳລັບເຮົາເອງ ແລະພວກເຂົາຈະຮ້ອງເພງຍົກຍໍເຮົາທັງນັ້ນ.” ບາບຂອງຊາດອິດສະຣາເອນ 22 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ອິດສະຣາເອນເອີຍ ພວກເຈົ້າເບື່ອແລະບໍ່ນະມັດສະການເຮົາອີກ. 23 ພວກເຈົ້າບໍ່ໄດ້ນຳແກະມາຂ້າຖວາຍບູຊາເຮົາເລີຍ ບໍ່ໄດ້ໃຫ້ກຽດເຮົາດ້ວຍເຄື່ອງບູຊາຂອງພວກເຈົ້າ. ເຮົາບໍ່ໄດ້ໃຫ້ພາລະໜັກໂດຍຖາມເອົາເຄື່ອງບູຊາ ຫລືໃຫ້ອິດເມື່ອຍໂດຍຖາມຫາເຄື່ອງຫອມບູຊາອີກ. 24 ພວກເຈົ້າບໍ່ໄດ້ຊື້ເຄື່ອງຫອມບູຊາສຳລັບເຮົາ ຫລືເຮັດໃຫ້ພໍໃຈຍ້ອນໄຂມັນສັດຂອງພວກເຈົ້າ. ແຕ່ພວກເຈົ້າເຮັດໃຫ້ເຮົາມີພາລະໜັກ ຍ້ອນບາບທີ່ພວກເຈົ້າໄດ້ກະທຳນັ້ນ. ພວກເຈົ້າໄດ້ເຮັດໃຫ້ເຮົາເບື່ອໜ່າຍຫລາຍ ຍ້ອນຄວາມຜິດທີ່ພວກເຈົ້າໄດ້ເຮັດນັ້ນ. 25 ແຕ່ເຮົາຍັງເປັນພຣະເຈົ້າຜູ້ຍົກບາບໃຫ້ເດີ ເຮົາເຮັດໄປກໍເພາະເຮົາເປັນຜູ້ເຮົາເປັນນັ້ນ. ເຮົາບໍ່ໄດ້ຈົດຈຳການບາບຂອງພວກເຈົ້າໃດ ເພື່ອນຳເອົາສິ່ງນັ້ນໄປຕໍ່ສູ້ພວກເຈົ້າ. 26 ຈົ່ງໄປສານແລະເອົາຄຳກ່າວຫາໄປນຳ ໃຫ້ສະເໜີຄະດີເພື່ອພິສູດວ່າເປັນຝ່າຍຖືກ 27 ບັນພະບຸລຸດພວກເຈົ້າແຕ່ກີ້ ກໍໄດ້ເຮັດບາບຄືກັນ ພວກຜູ້ນຳເອງກໍເຮັດບາບຕໍ່ສູ້ເຮົາດ້ວຍ. 28 ພວກຜູ້ປົກຄອງຕ່າງກໍໝິ່ນປະໝາດເຮົາ ທັງຫຍໍ້ຫຍັນບ່ອນສັກສິດຂອງເຮົາດ້ວຍ. ສະນັ້ນ ເຮົາຈຶ່ງໃຫ້ອິດສະຣາເອນຖືກທຳລາຍ ປ່ອຍໃຫ້ປະຊາຊົນຂອງເຮົາຖືກໝິ່ນປະໝາດ.” |
@ 2012 United Bible Societies. All Rights Reserved.