Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 42 - ພຣະຄຳພີສັກສິ


ຜູ້ຮັບໃຊ້​ຂອງ​ອົງພຣະ​ຜູ້​ເປັນເຈົ້າ

1 ພຣະເຈົ້າ​ກ່າວ​ວ່າ, “ນີ້​ຄື​ຜູ້ຮັບໃຊ້​ທີ່​ເຮົາ​ໃຫ້​ກຳລັງ” “ຜູ້​ທີ່​ເຮົາ​ໄດ້​ເລືອກເອົາ​ແລະ​ພໍໃຈ​ນຳ​ດ້ວຍ. ເຮົາ​ໃຫ້​ລາວ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ຂອງເຮົາ ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ທຸກ​ຊົນຊາດ.

2 ລາວ​ຈະ​ບໍ່​ເປັ່ງ​ສຽງ​ຮ້ອງ​ຫລື​ຈະ​ບໍ່​ຍົກ​ສຽງ​ຂອງຕົນ ຫລື​ຈະ​ບໍ່​ເປັ່ງ​ສຽງດັງ​ຕາມ​ຖະໜົນ​ຕ່າງໆ.

3 ລາວ​ຈະ​ບໍ່​ຫັກ​ຕົ້ນອໍ້​ຊຶ່ງ​ກຳລັງ​ກົ່ງ​ລົງ ທັງ​ຈະ​ບໍ່​ດັບ​ໄຟ​ໃນ​ຕະກຽງ​ທີ່​ກຳລັງ​ຈະ​ມອດ. ແຕ່​ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ ອັນ​ບໍ່​ສິ້ນສຸດ​ມາ​ໃຫ້​ແກ່​ມວນ​ມະນຸດ​ຊາດ.

4 ລາວ​ຈະ​ບໍ່​ເສຍຫວັງ​ຫລື​ຄວາມ​ກ້າຫານ​ໃດໆ ລາວ​ຈະ​ຕັ້ງ​ຄວາມ​ຍຸດຕິທຳ​ເທິງ​ແຜ່ນດິນ​ໂລກ. ບັນດາ​ປະເທດ​ທີ່​ຢູ່​ຫ່າງໄກ​ທັງຫລາຍ ສົນໃຈ​ລໍຖ້າ​ໃນ​ຄຳ​ສັ່ງສອນ​ຂອງ​ລາວ​ທັງນັ້ນ.”

5 ພຣະເຈົ້າ, ພຣະເຈົ້າຢາເວ, ຜູ້​ນິຣະມິດ​ສ້າງ​ຟ້າ​ສະຫວັນ ແລະ​ກາງ​ອອກ​ມາ ອອກແບບ​ແຜ່ນດິນ​ໂລກ ແລະ​ທຸກສິ່ງ​ຢູ່​ໃນ​ນັ້ນ; ພຣະອົງ​ໃຫ້​ຊີວິດ​ແລະ​ລົມຫາຍໃຈ​ແກ່​ທຸກຄົນ ພຣະອົງ​ກ່າວ​ດັ່ງນີ້:

6 “ເຮົາ​ຄື​ພຣະເຈົ້າຢາເວ ເຮົາ​ໄດ້ເອີ້ນ​ເຈົ້າ​ຕາມ​ແຜນການ ອັນ​ສັດຊື່​ຂອງເຮົາ​ທີ່​ໃຫ້​ຄວາມ​ຍຸດຕິທຳ​ແກ່​ໂລກ. ໂດຍ​ທາງ​ເຈົ້າ​ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ທຸກຄົນ ແລະ​ເຮົາ​ຈະ​ໃຫ້​ແສງແຈ້ງ​ແກ່​ຊາວ​ໂລກ.

7 ເຈົ້າ​ຈະ​ເຮັດ​ໃຫ້​ຄົນ​ຕາບອດ​ໄດ້​ເຫັນຮຸ່ງ ປົດປ່ອຍ​ຄົນ​ໃນ​ຄຸກມືດ​ໃຫ້​ເປັນ​ເສລີ.

8 ເຮົາ​ແມ່ນ​ພຣະເຈົ້າຢາເວ ນາມນີ້​ແມ່ນ​ນາມຊື່​ຂອງເຮົາ ເຮົາ​ຈະ​ບໍ່​ຍົກ​ສະຫງ່າຣາສີ​ຂອງເຮົາ​ໃຫ້​ແກ່​ຜູ້ອື່ນ; ເຮົາ​ຈະ​ບໍ່​ຍອມ​ໃຫ້​ຄຳ​ຍົກຍໍ​ສັນລະເສີນ ທີ່​ເປັນ​ຂອງເຮົາ​ແຕ່​ເທົ່ານັ້ນ​ໃຫ້​ແກ່​ຮູບເຄົາຣົບ​ທັງຫລາຍ.

9 ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄວ້​ດຽວນີ້​ກາຍ​ເກີດ​ເປັນຈິງ ບັດນີ້ ເຮົາ​ຈະ​ໃຫ້​ຮູ້​ສິ່ງ​ໃໝ່ໆ​ກ່ອນ​ທີ່​ຈະ​ເກີດຂຶ້ນ.”


ບົດເພງ​ແຫ່ງ​ການ​ຍ້ອງຍໍ​ສັນລະເສີນ

10 ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ຍ້ອງຍໍ​ສັນລະເສີນ ທົ່ວ​ທັງໂລກ ຈົ່ງ​ຮ້ອງເພງ​ຍ້ອງຍໍ​ພຣະເຈົ້າຢາເວ ຜູ້​ເດີນເຮືອ​ໃນ​ທະເລ​ນັ້ນ ຈົ່ງ​ສັນລະເສີນ​ພຣະອົງ ທຸກສິ່ງ​ທີ່​ມີ​ຊີວິດ​ໃນ​ນັ້ນ ຈົ່ງ​ສັນລະເສີນ​ພຣະເຈົ້າ ບັນດາ​ປະເທດ​ຕ່າງໆ​ທີ່​ຢູ່​ຫ່າງໄກ​ແສນໄກ ແລະ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນເມືອງ​ນັ້ນ ຈົ່ງ​ສັນລະເສີນ​ພຣະເຈົ້າ

11 ເມືອງ​ທີ່​ຖິ່ນ​ແຫ້ງແລ້ງ ຈົ່ງ​ຍົກຍໍ​ພຣະເຈົ້າ​ເດີ ປະຊາຊົນ​ທີ່​ເມືອງ​ເກດາ ຈົ່ງ​ສັນລະເສີນ​ພຣະເຈົ້າ ຂໍ​ໃຫ້​ຄົນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເສລາ ຮ້ອງ​ຈາກ​ຈອມພູ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ

12 ຂໍ​ໃຫ້​ຄົນ​ທີ່​ອາໄສ​ຢູ່​ໃນ​ແດນ​ຫ່າງໄກ ຈົ່ງ​ຖວາຍ​ສະຫງ່າຣາສີ​ແກ່​ພຣະເຈົ້າຢາເວ

13 ພຣະເຈົ້າຢາເວ​ອອກ​ສູ່​ສະໜາມ ດັ່ງ​ນັກຮົບ​ຜູ້ໜຶ່ງ ຕຽມ​ເຂົ້າ​ສູ່​ສົງຄາມ ແລະ​ຫ້າວຫັນ​ເພື່ອ​ສູ້ຮົບ. ພໍ​ພຣະອົງ​ຮ້ອງ​ຕໍ່ສູ້​ກໍ​ມີ​ສຽງ​ສູ້ຮົບ​ໃນ​ສະໜາມ ເປັນ​ສົງຄາມ​ສູ້ຮົບ​ສັດຕູ​ດ້ວຍ​ຣິດທານຸພາບ.


ພຣະເຈົ້າ​ສັນຍາ​ຊ່ວຍເຫຼືອ​ປະຊາຊົນ​ຂອງ​ພຣະອົງ

14 ພຣະເຈົ້າ​ກ່າວ​ວ່າ, “ດົນແລ້ວ​ທີ່​ເຮົາ​ມິດງຽບ ເຮົາ​ບໍ່​ຕອບ​ສິ່ງ​ທີ່​ປະຊາຊົນ​ຂອງເຮົາ​ໄດ້​ຂໍຮ້ອງ. ແຕ່​ບັດນີ້ ເວລາ​ທີ່​ດຳເນີນການ​ກໍໄດ້​ມາເຖິງ​ແລ້ວ ເຮົາ​ຮ້ອງ​ອອກ​ມາ​ດັ່ງ​ຍິງ​ຖືພາ​ກຳລັງ​ຈະ​ຄອດ​ລູກ.

15 ເຮົາ​ຈະ​ທຳລາຍ​ເນີນພູ​ແລະ​ພູເຂົາ​ທັງຫລາຍ ແລ້ວ​ຫຍ້າ​ກັບ​ຕົ້ນໄມ້​ກໍ​ຈະ​ຫ່ຽວແຫ້ງ​ຕາຍ​ສິ້ນ. ເຮົາ​ຈະ​ປ່ຽນ​ຮ່ອມພູ​ທີ່​ມີ​ນໍ້າ​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຈະ​ໃຫ້​ສະ​ນໍ້າ​ແຫ້ງແລ້ງ​ລົງ​ຈົນ​ບໍ່ມີ​ນໍ້າ.

16 ປະຊາຊົນ​ຂອງເຮົາ​ຜູ້​ຕາບອດ ເຮົາ​ຈະ​ນຳພາ ໃຫ້​ເດີນ​ໄປ​ຕາມ​ທາງ​ທີ່​ພວກເຂົາ​ບໍ່​ເຄີຍທຽວ​ຈັກເທື່ອ. ເຮົາ​ຈະ​ປ່ຽນ​ມືດ​ໃຫ້​ເປັນ​ແຈ້ງ​ສຳລັບ​ພວກເຂົາ ທີ່​ຫລຸບ​ທີ່​ໂນນ​ໃຫ້​ເປັນ​ທີ່​ຮາບພຽງ​ແລະ​ອ່ອນນຸ້ມ. ສິ່ງ​ເຫຼົ່ານີ້​ແຫລະ ເປັນ​ຄຳສັນຍາ​ຂອງເຮົາ ເຮົາ​ຈະ​ຮັກສາ​ສິ່ງ​ນັ້ນ​ໄວ້​ຢ່າງ​ແນ່ແທ້.

17 ທຸກຄົນ​ທີ່​ວາງໃຈ​ໃນ​ຮູບເຄົາຣົບ​ທັງ​ຮ້ອງຫາ​ມັນ ກໍ​ຈະ​ຖືກ​ດູໝິ່ນ​ນິນທາ ແລະ​ອັບອາຍ​ຂາຍໜ້າ.”


ຊາດ​ອິດສະຣາເອນ​ບໍ່​ຍອມ​ຮຽນຮູ້

18 ພຣະເຈົ້າ​ກ່າວ​ວ່າ, “ຄົນ​ຫູ​ໜວກ​ເອີຍ ຈົ່ງ​ຟັງ ມາ​ເບິ່ງ​ໃກ້ໆ​ພີ້ດູ ພວກເຈົ້າ​ຄົນ​ຕາບອດ

19 ມີ​ຜູ້ໃດ​ແດ່​ຕາບອດ​ກວ່າ​ຜູ້ຮັບໃຊ້​ຂອງເຮົາ​ບໍ? ຜູ້ໃດ​ແດ່​ຫູ​ໜວກ​ກວ່າ​ຜູ້​ສົ່ງຂ່າວ​ທີ່​ເຮົາ​ໃຊ້​ໄປ​ນັ້ນ? ຜູ້ໃດ​ເປັນ​ຕາບອດ​ເໝືອນດັ່ງ​ທ່ານ​ທີ່​ເຮົາ​ມອບໝາຍ​ນັ້ນ, ແລະ​ຕາບອດ​ເໝືອນດັ່ງ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ.

20 ເຈົ້າ​ເຄີຍ​ເຫັນ​ມາ​ຫລາຍ​ແລ້ວ ແຕ່​ບໍ່​ຈົດຈຳ ເຈົ້າ​ມີ​ຫູເປີດ ແຕ່​ໄດ້ຍິນ​ອັນໃດ​ແທ້ໆ?”

21 ເພາະ​ເຫັນ​ແກ່​ຄວາມ​ຊອບທຳ​ຂອງ​ພຣະອົງ ພຣະເຈົ້າຢາເວ​ຊົງ​ພໍພຣະໄທ ທີ່​ຈະ​ເຊີດຊູ​ກົດບັນຍັດ ແລະ​ເຮັດ​ໃຫ້​ກົດບັນຍັດ​ນັ້ນ​ມີ​ກຽດ.

22 ແຕ່​ບັດນີ້ ປະຊາຊົນ​ຂອງ​ພຣະອົງ​ໄດ້​ຖືກ​ປຸ້ນ ຖືກ​ຂັງ​ທີ່​ຫ້ອງ​ໃຕ້​ດິນ​ລັບໆ​ກັບ​ພວກ​ນັກໂທດ. ພວກເຂົາ​ຖືກ​ປຸ້ນ​ຈົນ​ສິ້ນເນື້ອ​ປະດາຕົວ ແລະ​ບໍ່ມີ​ຜູ້ໃດ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ.

23 ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ຈະ​ຮັບ​ຟັງ​ເລື່ອງນີ້​ບໍ? ແຕ່ນີ້​ຕໍ່ໄປ ພວກເຈົ້າ​ຈະ​ຟັງ​ຢ່າງ​ເອົາໃຈໃສ່​ຫລື​ບໍ່?

24 ຜູ້ໃດ​ໃຫ້​ອິດສະຣາເອນ​ເປັນ​ເຫຍື່ອ​ພວກ​ນັກປຸ້ນ​ເດ? ແມ່ນ​ພຣະເຈົ້າຢາເວ​ທີ່​ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ນັ້ນ ພວກເຮົາ​ບໍ່ໄດ້​ດຳເນີນ​ຊີວິດ​ດັ່ງ​ທີ່​ພຣະອົງ​ຕ້ອງການ ຫລື​ເຊື່ອຟັງ​ຄຳສັ່ງສອນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້.

25 ສະນັ້ນ ພຣະອົງ​ຈຶ່ງ​ໃຫ້​ໄດ້​ຊີມ​ຣິດ​ພຣະ​ໂກດຮ້າຍ ທັງທົນທຸກ​ຍ້ອນ​ສົງຄາມ​ອັນ​ໂຫດຫ້ຽມ. ພຣະ​ໂກດຮ້າຍ​ເປັນ​ດັ່ງ​ໄຟ​ໄໝ້​ຊາດ​ອິດສະຣາເອນ ແຕ່​ພວກເຮົາ​ບໍ່​ຮູ້ເຫັນ​ຖື​ເອົາ​ເປັນ​ບົດຮຽນ​ຈັກດີ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan