ເອຊາຢາ 41 - ພຣະຄຳພີສັກສິພຣະເຈົ້າໃຫ້ຄວາມໝັ້ນໃຈຊາດອິດສະຣາເອນ 1 ພຣະເຈົ້າຊົງກ່າວວ່າ, “ແດນຫ່າງໄກ ຈົ່ງມິດແລະຟັງ ຈົ່ງຕຽມຄະດີຂອງພວກເຈົ້າສະເໜີໃນສານເຖີດ; ພວກເຈົ້າຈະໄດ້ມີໂອກາດກ່າວແລະປາໄສ ຈົ່ງມາຕັດສິນຊີ້ຂາດວ່າຜູ້ໃດເປັນຜູ້ຖືກຕ້ອງ.” 2 “ຜູ້ໃດນຳນັກປາບປາມຜູ້ໜຶ່ງ ມາແຕ່ທິດຕາເວັນອອກເດ ແລະເຮັດໃຫ້ລາວມີໄຊໃນທຸກບ່ອນທີ່ລາວໄປນັ້ນ? ຜູ້ໃດໃຫ້ລາວໄຊຊະນະກະສັດ ແລະຊົນຊາດທັງຫລາຍ? ດາບຂອງລາວຟັນພວກເຂົາລົງໃຫ້ເປັນຂີ້ຝຸ່ນດິນທັງສິ້ນ. ລູກທະນູຂອງລາວເຮັດໃຫ້ພວກເຂົາກະຈັດກະຈາຍໄປ ເໝືອນດັ່ງເຟືອງທີ່ຖືກລົມພັດປິວໄປຈົນໝົດສິ້ນ. 3 ລາວໄລ່ຕາມ ແລະຍົກທັບກ້າວໄປຢ່າງປອດໄພ ໄປຢ່າງໄວທີ່ສຸດຈົນວ່າຕີນບໍ່ຢຽບດິນຊໍ້າ 4 ຜູ້ໃດເປັນຜູ້ທີ່ເຮັດໃຫ້ເຫດການນີ້ເກີດຂຶ້ນມາ? ຜູ້ໃດໄດ້ກຳນົດກົດເກນກົງລໍ້ປະຫວັດສາດ? ເຮົາຄືພຣະເຈົ້າຢາເວຢູ່ທີ່ນັ້ນຕັ້ງແຕ່ຕົ້ນມາ ແລະຢູ່ທີ່ນັ້ນຈົນຈົບສິ້ນ. 5 ປະຊາຊົນຂອງດິນແດນທັງຫລາຍທີ່ໄກຫ່າງ ຕ່າງກໍໄດ້ພົບເຫັນສິ່ງທີ່ເຮົາໄດ້ກະທຳນັ້ນ; ພວກເຂົາເກີດຢ້ານ ແລະສັ່ນເຊັນທັງຕົວ ສະນັ້ນ ທັງໝົດຈຶ່ງເຕົ້າໂຮມກັນມາມີໜ້າ. 6 ຊ່າງສີມືຕ່າງກໍໄດ້ຊ່ວຍເຫລືອກັນແລະກັນ ທັງໃຫ້ກຳລັງໃຈຊຶ່ງກັນແລະກັນດ້ວຍ. 7 ຊ່າງໄມ້ເວົ້າຕໍ່ຊ່າງຄຳວ່າ, ‘ເຈົ້າເຮັດໄດ້ດີຫລາຍ.’ ຜູ້ທີ່ຕີຮູບເຄົາຣົບລະອຽດດີກໍຊູໃຈຜູ້ທີ່ໃຊ້ຕະປູຕອກດ້ວຍ. ເຂົາເວົ້າວ່າ, ‘ເຈົ້າຊຸບໂລຫະເຂົ້າກັນໄດ້ດີຫລາຍ.’ ຕອກຕະປູເຂົ້າຈຳດີເພື່ອຕໍ່ສ່ວນຕ່າງໆຂອງຮູບເຄົາຣົບ. 8 ແຕ່ສຳລັບພວກເຈົ້ານັ້ນແມ່ນຊາດອິດສະຣາເອນ ເປັນພວກທີ່ອຸທິດຕົວເພື່ອການບົວລະບັດຮັບໃຊ້ ແມ່ນປະຊາຊົນພວກໜຶ່ງທີ່ເຮົາໄດ້ເລືອກເອົາ ຄືເຊື້ອສາຍອັບຣາຮາມມິດສະຫາຍຂອງເຮົານັ້ນ. 9 ເຮົາໄດ້ນຳພວກເຈົ້າມາຈາກທີ່ສຸດປາຍແຜ່ນດິນ ເຮົາໄດ້ເອີ້ນພວກເຈົ້າມາຈາກທີ່ສຸດທຸກມຸມໂລກ ແລະກ່າວວ່າ, ‘ພວກເຈົ້າຄືຜູ້ຮັບໃຊ້ຂອງເຮົາ’ ເຮົາບໍ່ເຄີຍປະຖິ້ມແຕ່ເລືອກເອົາພວກເຈົ້າໄວ້. 10 ເພາະເຮົາຢູ່ກັບພວກເຈົ້າ ສະນັ້ນ ຢ່າສູ່ຢ້ານກົວ ຢ່າສູ່ຢ້ານສິ່ງໃດໆ ເຮົາຄືພຣະເຈົ້າຂອງພວກເຈົ້າ ເຮົາຈະຊ່ວຍເຫຼືອໃຫ້ພວກເຈົ້າໄດ້ເຂັ້ມແຂງ ເຮົາຈະປົກປັກຮັກສາຊ່ວຍພວກເຈົ້າໃຫ້ພົ້ນ. 11 ຜູ້ໃດທີ່ໂກດຮ້າຍພວກເຈົ້າຈະພ່າຍແພ້ຢ່າງອັບອາຍ ຜູ້ໃດທີ່ຕໍ່ສູ້ພວກເຈົ້າຈະຕ້ອງຕາຍເປັນແນ່ 12 ພວກເຂົາຈະສາບສູນຈາກແຜ່ນດິນໂລກນີ້ໄປ ທຸກຄົນທີ່ຕໍ່ສູ້ເຈົ້າທັງຫລາຍຈະບໍ່ມີຄຸນຄ່າ. 13 ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃດ ເຮົາເປັນຜູ້ທີ່ໃຫ້ກຳລັງທັງສັ່ງສອນພວກເຈົ້າ, ຢ່າສູ່ພາກັນຢ້ານກົວແຕ່ຢ່າງໃດເລີຍ ເຮົາຈະຊ່ວຍເຫຼືອເອົາພວກເຈົ້າໄວ້.” 14 ພຣະເຈົ້າກ່າວວ່າ, “ອິດສະຣາເອນເອີຍ ຢ່າຢ້ານ. ເຖິງແມ່ນພວກເຈົ້າໜ້ອຍທັງອ່ອນແຮງເຮົາກໍຈະຊ່ວຍເຈົ້າ. ພຣະເຈົ້າຢາເວອົງບໍຣິສຸດຂອງຊາດອິດສະຣາເອນ ຄືຜູ້ທີ່ຊົງໄຖ່ພວກເຈົ້າໃຫ້ພົ້ນ. 15 ເຮົາຈະໃຫ້ເຈົ້າເປັນດັ່ງແປ້ນຟາດເມັດເຂົ້າໃດ ເປັນເຫລັກແຫລມໃໝ່ອ່ຽມ ແລະທັງຄົມດີດ້ວຍ. ເຈົ້າຈະຟາດ ແລະທຳລາຍພູເຂົາໜ່ວຍຕ່າງໆລົງ ເນີນພູຈະໝຸ່ນລະລາຍເປັນຂີ້ຝຸ່ນດິນໄປສິ້ນ. 16 ເຈົ້າຈະໂຍນມັນຂຶ້ນທີ່ເທິງອາກາດເວຫາ; ລົມແລະພະຍຸຈະພັດມັນຊະໄປໝົດສິ້ນ. ແຕ່ເຈົ້າຈະຊົມຊື່ນຍິນດີໃນພຣະເຈົ້າຢາເວ ແລະຈະຍົກຍໍອົງບໍຣິສຸດຂອງຊາດອິດສະຣາເອນ. 17 ເມື່ອປະຊາຊົນຂອງເຮົາຊອກນໍ້າດື່ມເພາະຫິວ ເມື່ອລຳຄໍຂອງພວກເຂົາແຫ້ງກະຫາຍຫິວນໍ້າດື່ມ; ແລ້ວເຮົາຄືພຣະເຈົ້າຢາເວຈະຕອບພວກເຂົາ ເຮົາຄືພຣະເຈົ້າແຫ່ງອິດສະຣາເອນຈະບໍ່ປະຖິ້ມພວກເຂົາຈັກເທື່ອ. 18 ເຮົາຈະໃຫ້ມີນໍ້າໄຫລຜ່ານໄປສູ່ພູເຂົາທີ່ແຫ້ງແລ້ງ ແລະມີນໍ້າພຸຫລັ່ງໄຫລໃນຮ່ອມພູດ້ວຍ. ເຮົາຈະປ່ຽນຖິ່ນແຫ້ງແລ້ງເປັນສະນໍ້າທັງຫລາຍ ປ່ຽນດິນທີ່ແລ້ງຝົນເປັນບ່ອນທີ່ມີນໍ້າພຸໄຫລຫລັ່ງ. 19 ເຮົາຈະໃຫ້ຕົ້ນແປກເກີດໃນຖິ່ນແຫ້ງແລ້ງກັນດານ ຕົ້ນກະຖິນເທດ ຕົ້ນໄມ້ຫອມ ຕົ້ນໝາກກອກເທດ. ໃນດິນແດນແຫ້ງແລ້ງປ່າໄມ້ຈະເກີດມີມາ ຄືປ່າຕົ້ນສົນກັບພຸ່ມໄມ້ ແລະຕົ້ນແປກ. 20 ປະຊາຊົນຈະໄດ້ເຫັນສິ່ງນີ້ ແລະຈະໄດ້ຮູ້ຈັກ ວ່າມືຂອງພຣະເຈົ້າຢາເວໄດ້ກະທຳການນີ້. ພວກເຂົາຈະເລີ່ມເຂົ້າໃຈເຖິງພຣະເຈົ້າອົງບໍຣິສຸດຂອງອິດສະຣາເອນ ທີ່ໄດ້ເຮັດໃຫ້ສິ່ງທັງໝົດເກີດຂຶ້ນ.” ພຣະເຈົ້າຢາເວທ້າທາຍພະທຽມ 21 ພຣະເຈົ້າຢາເວອົງຊົງເປັນກະສັດ ແຫ່ງຊາດອິດສະຣາເອນໄດ້ກ່າວດັ່ງນີ້: “ພະຂອງຊົນຊາດຕ່າງໆ ຈົ່ງສະເໜີຄະດີຂອງພວກເຈົ້າ ຈົ່ງນຳຂໍ້ໂຕ້ແຍ້ງອັນດີທີ່ສຸດຂອງພວກເຈົ້າມາກ່າວ 22 ຈົ່ງມາທີ່ນີ້ ແລະທຳນວາຍສິ່ງທີ່ເກີດຂຶ້ນເບິ່ງດູ ເພື່ອຈະໄດ້ຮູ້ເຫັນວ່າມັນເກີດຂຶ້ນເມື່ອໃດແທ້ ຈົ່ງອະທິບາຍເຫດການໃນອະດີດໃຫ້ສານຟັງ ບອກວ່າ, ທຸກສິ່ງນັ້ນໝາຍຄວາມວ່າຢ່າງໃດແທ້. 23 ຈົ່ງບອກວ່າ, ໃນອະນາຄົດຈະມີຫຍັງເກີດຂຶ້ນມາ ແລ້ວພວກເຮົາກໍຈະໄດ້ຮູ້ວ່າພວກເຈົ້າຄືພະເຈົ້າ ຈົ່ງເຮັດສິ່ງດີບາງຢ່າງຫລືນຳໄພພິບັດມາເບິ່ງດູ; ຈົ່ງເຮັດໃຫ້ຢ້ານກົວອົກສັ່ນຂວັນເສຍລອງເບິ່ງ 24 ພວກເຈົ້າກັບທຸກສິ່ງທີ່ພວກເຈົ້າເຮັດບໍ່ມີຫຍັງໝົດ ຄົນຂີ້ດຽດທັງນັ້ນທີ່ນະມັດສະການພວກເຈົ້າ. 25 ເຮົາໄດ້ເລືອກຄົນໜຶ່ງຢູ່ທິດຕາເວັນອອກມາ ຈະໃຫ້ລາວໂຈມຕີມາແຕ່ທາງທິດເໜືອພຸ້ນ. ລາວຈະຢຽບຢໍ່າພວກຜູ້ປົກຄອງດັ່ງຢຽບຂີ້ຕົມ ດັ່ງຊ່າງເຮັດໝໍ້ດິນຢຽບຢໍ່າດິນດາກ. 26 ຜູ້ໃດໃນພວກເຈົ້າທຳນວາຍວ່າສິ່ງນີ້ຈະເກີດມາ ເພື່ອເຮົາຈະເວົ້າໄດ້ວ່າພວກເຈົ້າຄືຝ່າຍຖືກຕ້ອງ? ບໍ່ມີຜູ້ໃດໃນພວກເຈົ້າເວົ້າເຖິງເລື່ອງນີ້ຈັກຄຳໜຶ່ງໄດ້ເລີຍ ບໍ່ມີຜູ້ໃດໄດ້ຍິນພວກເຈົ້າເວົ້າສິ່ງໃດຈັກດີ້ 27 ເຮົາເປັນຜູ້ຕົ້ນບອກຂ່າວນີ້ແກ່ພູເຂົາຊີໂອນວ່າ ເຮົາໃຊ້ຜູ້ນຳຂ່າວມາບອກນະຄອນເຢຣູຊາເລັມໃຫ້ຮູ້ ວ່າ ‘ປະຊາຊົນຂອງເຈົ້າ ພວກເຂົາກຳລັງມາ ພວກເຂົາກຳລັງພາກັນກັບຄືນເມືອບ້ານ’ 28 ເມື່ອເຮົາແນມເບິ່ງພວກພະກໍບໍ່ເຫັນເວົ້າຫຍັງ ບໍ່ມີຜູ້ໃດຕອບຄຳຖາມຂອງເຮົາໄດ້. 29 ບັນດາພະບໍ່ມີຄ່າເຫຼົ່ານີ້ເຮັດຫຍັງບໍ່ໄດ້ເລີຍ ເປັນຮູບພະທີ່ອ່ອນແອ ແລະຂາດຣິດອຳນາດ.” |
@ 2012 United Bible Societies. All Rights Reserved.