Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 40 - ພຣະຄຳພີສັກສິ


ຖ້ອຍຄຳ​ແຫ່ງ​ຄວາມຫວັງ

1 ພຣະເຈົ້າ​ຂອງ​ພວກເຮົາ​ກ່າວ​ວ່າ, “ຈົ່ງ​ເລົ້າໂລມ​ປະຊາຊົນ​ຂອງເຮົາ ຈົ່ງ​ເລົ້າໂລມ​ໃຈ​ປະຊາຊົນ​ຂອງເຮົາ​ເຖີດ

2 ຈົ່ງ​ຊູໃຈ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ຈົ່ງ​ບອກ​ວ່າ, ພວກເຂົາ​ທົນທຸກ​ດົນນານ​ພໍ​ແລ້ວ ບັດນີ້​ການບາບ​ຂອງ​ພວກເຂົາ​ທັງຫລາຍ ກໍໄດ້​ຮັບ​ອະໄພ ເສຍ​ແລ້ວ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ລົງທັນ​ພວກເຂົາ ໃຫ້​ສົມ​ກັບ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ​ແລ້ວ.”

3 ຍັງ​ມີ​ສຽງ​ໜຶ່ງ​ນັ້ນ​ຮ້ອງ​ດັງ​ອອກ​ມາ​ວ່າ “ຈົ່ງ​ຕຽມ​ທາງ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໃຫ້​ພ້ອມ ຈົ່ງ​ຕຽມ​ຫົນທາງ​ນັ້ນ​ໄວ້​ສຳລັບ​ພຣະເຈົ້າຢາເວ​ເດີ ຈົ່ງ​ແປງ​ທາງ​ໃນ​ທະເລຊາຍ​ສຳລັບ​ພຣະເຈົ້າ​ຂອງ​ພວກເຮົາ

4 ຈົ່ງ​ຖົມ​ຮ່ອມພູ​ທຸກບ່ອນ​ໃຫ້​ຮາບພຽງ​ກັນ ຈົ່ງ​ຂຸດ​ພູ​ທຸກໜ່ວຍ​ລົງ​ໃຫ້​ຮາບພຽງ​ກັນ​ໄວ້. ເນີນພູ​ທັງຫລາຍ​ຈະ​ກາຍເປັນ​ທົ່ງ​ຮາບພຽງ ທີ່​ແຂງ​ແລະ​ຫຍາບ​ຈະ​ຖືກ​ປ່ຽນ​ໃຫ້​ເປັນ​ດິນ​ອ່ອນ.

5 ແລ້ວ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ຈະ​ປາກົດ​ແຈ້ງ ທຸກ​ປະຊາຊາດ​ກໍ​ຈະ​ໄດ້​ເຫັນ​ພຣະ​ສະຫງ່າຣາສີ​ນັ້ນ ປາກ​ຂອງ​ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ໄວ້.”

6 ຍັງ​ມີ​ສຽງ​ໜຶ່ງ​ນັ້ນ​ຮ້ອງ​ດັງ​ອອກ​ມາ​ວ່າ, “ຈົ່ງ​ໄປ​ປະກາດ​ຖ້ອຍຄຳ​ຂອງ​ພຣະອົງ.” ແລ້ວ​ຂ້າພະເຈົ້າ​ກໍໄດ້​ເອີ້ນ​ຖາມ​ຄືນ​ໄປ​ວ່າ, “ແມ່ນ​ຖ້ອຍຄຳ​ຫຍັງ​ທີ່​ຂ້ານ້ອຍ​ຈະ​ຕ້ອງ​ປະກາດ?” ສຽງ​ນັ້ນ​ຈຶ່ງ​ໄດ້​ກ່າວ​ຕໍ່ໄປ​ອີກ​ວ່າ, “ຈົ່ງ​ປະກາດ​ວ່າ​ມະນຸດ​ທຸກຄົນ​ເປັນ​ດັ່ງ​ຕົ້ນຫຍ້າ; ຊາຕາກຳ​ຂອງ​ມະນຸດ​ນັ້ນ​ຈະ​ຢູ່​ບໍ່ໄດ້​ດົນ ເພາະ​ທຸກຄົນ​ເປັນ​ພຽງແຕ່​ດອກໄມ້​ປ່າ.

7 ຕົ້ນຫຍ້າ​ຫ່ຽວແຫ້ງ​ທັງ​ດອກໄມ້​ກໍ​ຫລ່າເຫລືອງ ເມື່ອ​ພຣະເຈົ້າຢາເວ​ສົ່ງ​ລົມ​ພັດ​ມາ​ໃສ່ ມະນຸດ​ເຮົາ​ບໍ່​ອາດ​ທົນທານ​ໄດ້​ສັນໃດ ຕົ້ນຫຍ້າ​ກໍ​ບໍ່​ອາດ​ທົນທານ​ໄດ້​ສັນນັ້ນ.

8 ຖືກ​ແລ້ວ ຕົ້ນຫຍ້າ​ຫ່ຽວແຫ້ງ​ດອກໄມ້​ຫລ່າເຫລືອງ ແຕ່​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.”

9 ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຂຶ້ນ​ໄປ​ເທິງ​ພູສູງ ຈົ່ງ​ພາກັນ​ໄປ​ປະກາດ​ຂ່າວດີ​ຢູ່​ທີ່ນັ້ນ​ເຖີດ ຈົ່ງ​ເປັ່ງ​ສຽງ​ຮ້ອງ​ດັງໆ ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ປະກາດ​ຂ່າວດີ ຢ່າ​ຢ້ານກົວ​ສິ່ງ​ໃດໆ​ທັງນັ້ນ. ຈົ່ງ​ບອກ​ເມືອງ​ຕ່າງໆ​ຂອງ​ຊາວ​ຢູດາຍ ວ່າ​ພຣະເຈົ້າ​ຂອງ​ພວກເຂົາ​ກຳລັງ​ສະເດັດ​ມາຮອດ.

10 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ຈະ​ມາ​ປົກຄອງ​ດ້ວຍ​ຣິດທານຸພາບ​ຍິ່ງໃຫຍ່ ໂດຍ​ນຳ​ຄົນ​ທີ່​ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ມາ​ພ້ອມ.

11 ພຣະອົງ​ຈະ​ລ້ຽງ​ແກະ​ຂອງ​ພຣະອົງ​ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ ພຣະອົງ​ຈະ​ເຕົ້າໂຮມ​ລູກແກະ​ທຸກ​ໂຕ​ໄວ້ ແລະ​ອູ້ມ​ເຂົາ​ໄວ້​ຢູ່​ໃນ​ອ້ອມກອດ​ຂອງ​ພຣະອົງ ຈະ​ນຳ​ລູກແກະ ແມ່ແກະ​ເຫຼົ່ານັ້ນ​ຢ່າງ​ອ່ອນໂຍນ.


ຜູ້ໃດ​ທຽບ​ໄດ້​ກັບ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ?

12 ຜູ້ໃດ​ແທກ​ມະຫາສະໝຸດ​ໄດ້​ດ້ວຍ​ອົ້ງມື​ຕົນ ຫລື​ໃຊ້​ຝາມື​ຕົນ​ແທກ​ລວງຍາວ​ຂອງ​ຟ້າ​ສະຫວັນ​ໄດ້? ຜູ້ໃດ​ເອົາ​ຂີ້ດິນ​ໃນ​ໂລກນີ້​ໄດ້​ໃສ່​ເຄື່ອງ​ຜອງ​ຕວງເບິ່ງ ຫລື​ຊັ່ງ​ພູເຂົາ ແລະ​ເນີນພູ ເພື່ອ​ຢາກ​ຮູ້​ວ່າ​ໜັກ​ເທົ່າໃດ?

13 ຜູ້ໃດ​ບອກ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ວ່າ​ຄວນ​ຈະ​ເຮັດ​ຫຍັງ? ຫລື​ສັ່ງສອນ​ພຣະອົງ ຫລື​ແນະນຳ​ພຣະອົງ​ໄດ້?

14 ພຣະອົງ​ປຶກສາ​ນຳ​ຜູ້ໃດ​ເພື່ອ​ຢາກ​ຮູ້​ແລະ​ເຂົ້າໃຈ ຫລື​ສຶກສາ​ຮໍ່າຮຽນ​ສິ່ງ​ທັງໝົດ​ໃນ​ໂລກນີ້?

15 ສຳລັບ​ພຣະອົງ​ແລ້ວ​ຊົນຊາດ​ຕ່າງໆ​ໄຮ້​ຄ່າ​ໝົດ ພວກເຂົາ​ເທົ່າທຽມ​ກັບ​ຢອດນໍ້າ​ຢອດໜຶ່ງ​ເທົ່ານັ້ນ; ພວກເຂົາ​ເປັນ​ພຽງແຕ່​ຂີ້ຝຸ່ນ​ທີ່​ຊັ່ງ​ເທິງ​ຊີງ ໝູ່ເກາະ​ກໍ​ເປັນ​ພຽງແຕ່​ຂີ້ຝຸ່ນ​ດິນ​ສວດ​ຂຶ້ນ.

16 ແມ່ນແຕ່​ສັດ​ຕ່າງໆ​ທີ່​ຢູ່​ໃນ​ປ່າ​ເລບານອນ ກໍ​ຍັງ​ບໍ່ມີ​ພຽງພໍ​ທີ່​ຈະ​ຖວາຍບູຊາ​ແກ່​ພຣະເຈົ້າ ພ້ອມທັງ​ບັນດາ​ຕົ້ນໄມ້​ທີ່​ຢູ່​ໃນ​ປ່າດົງ​ພົງໄພ ກໍ​ຍັງ​ມີ​ແຕ່​ໜ້ອຍດຽວ​ເພື່ອ​ເຮັດ​ຟືນ​ດັງ​ໄຟ​ໄດ້.

17 ຕໍ່ໜ້າ​ພຣະອົງ​ຊົນຊາດ​ຕ່າງໆ​ໄຮ້​ຄ່າ​ທັງໝົດ ພວກເຂົາ​ບໍ່ມີ​ປະໂຫຍດ​ຫຍັງ​ຕໍ່​ພຣະອົງ​ຈັກດີ້.

18 ພຣະເຈົ້າ​ຖືກ​ທຽບ​ໃສ່​ໄດ້​ກັບ​ສິ່ງໃດ? ທ່ານ​ພັນລະນາ​ໄດ້​ບໍ​ວ່າ​ພຣະອົງ​ເປັນ​ອັນໃດ​ແທ້?

19 ພຣະອົງ​ບໍ່​ເປັນ​ດັ່ງ​ຮູບເຄົາຣົບ​ທີ່​ຖືກ​ສ້າງ​ດ້ວຍ​ມື ທີ່​ຊ່າງ​ໂລຫະ​ເຄືອບ​ຄຳ​ທັງ​ໃຊ້​ເງິນ​ຫລໍ່​ຕີນ​ດ້ວຍ.

20 ຄົນ​ທີ່​ບໍ່​ສາມາດ​ຫາ​ເງິນ ຫລື​ຄຳ​ມາ​ເຮັດ ກໍ​ເລືອກ​ເອົາ​ໄມ້​ທີ່​ມອດ​ກັດ​ບໍ່ໄດ້​ມາ​ເຮັດ. ລາວ​ຊອກຫາ​ເອົາ​ຊ່າງ​ຜູ້​ທີ່​ຊຳນິ​ຊຳນານ ມາ​ສ້າງ​ເປັນ​ຮູບພະ​ທີ່​ເໜັງຕີງ​ໄປມາ​ບໍ່ໄດ້.

21 ທ່ານ​ບໍ່​ຮູ້​ບໍ​ສິ່ງ​ທີ່​ຄົນ​ໄດ້​ກໍ່​ຕັ້ງ​ແຕ່​ດົນນານ? ບໍ່ໄດ້ຍິນ​ບໍ​ວ່າ​ໂລກ​ເຮົາ​ໄດ້​ຕັ້ງຕົ້ນ​ຢ່າງໃດ​ແທ້?

22 ພຣະອົງ​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ພຣະອົງ ຢູ່​ເໜືອ​ແຜ່ນດິນ​ໂລກ​ເຮົາ ແລະ​ຢູ່​ເທິງ​ທ້ອງຟ້າ; ພຣະອົງ​ໄດ້​ສ້າງ​ໂລກນີ້​ດ້ວຍ​ສີມື​ຂອງ​ພຣະອົງ​ເອງ ພຣະອົງ​ຫລຽວເຫັນ​ມະນຸດ​ຄື​ໂຕ​ຕັກແຕນ​ຢູ່​ເທິງ​ໂລກ. ພຣະອົງ​ກາງ​ຟ້າ​ສະຫວັນ​ດັ່ງ​ກາງ​ຜ້າກັ້ງ​ອອກ​ມາ ດັ່ງ​ຄົນ​ກາງ​ຜ້າເຕັນ​ເພື່ອ​ຈະ​ອາໄສ​ຢູ່.

23 ພຣະອົງ​ປົດ​ນັກປົກຄອງ​ຈາກ​ອຳນາດ​ຂອງ​ພວກເຂົາ ແລະ​ລົດກຽດ​ພວກເຂົາ​ລົງ​ຈົນ​ບໍ່ມີ​ຄ່າ​ຫຍັງ​ໝົດ.

24 ຄົນ​ເຫຼົ່ານັ້ນ​ເປັນ​ດັ່ງ​ຕົ້ນໄມ້​ນ້ອຍໆ​ທັງຫລາຍ ທີ່​ຫາ​ກໍ່​ປູກ​ໃໝ່ ແລະ​ຮາກ​ຫາ​ກໍ່​ຢັ່ງລົງ​ດິນ​ເທົ່ານັ້ນ. ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ລົມ​ພັດ​ຜ່ານ​ກາຍມາ ມັນ​ກໍ​ຫ່ຽວແຫ້ງ​ທັນທີ ແລະ​ຖືກ​ພັດ​ໄປ​ດັ່ງ​ເຟືອງເຂົ້າ.

25 ພຣະເຈົ້າ​ອົງ​ບໍຣິສຸດ​ຖືກ​ທຽບ​ໃສ່​ໄດ້​ກັບ​ສິ່ງໃດ​ນໍ? ມີ​ຜູ້ໃດ​ແດ່​ທີ່​ສຳຄັນ​ເໝືອນ​ດັ່ງ​ພຣະອົງ​ໄດ້?

26 ຈົ່ງ​ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ​ເວຫາ​ເບິ່ງດູ ຜູ້ໃດ​ສ້າງ​ໝູ່​ດວງດາວ​ທີ່​ທ່ານ​ເຫັນ​ຢູ່​ນັ້ນ? ຜູ້​ທີ່​ນຳ​ດວງດາວ​ມາ​ໄວ້​ດັ່ງ​ກອງທັບ​ທະຫານ ຮູ້ຈັກ​ຈຳນວນ​ແລະ​ເອີ້ນ​ຊື່​ດາວ​ແຕ່ລະ​ດວງ​ໄດ້ ຣິດອຳນາດ​ຂອງ​ພຣະອົງ​ຍິ່ງໃຫຍ່​ເຫລືອຫລາຍ ຈົນ​ບໍ່ມີ​ດາວ​ດວງໃດ​ຂາດຫາຍ​ໄປ​ຈັກດວງ.

27 ຊາດ​ອິດສະຣາເອນ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຈົ່ມ ວ່າ​ພຣະເຈົ້າຢາເວ​ບໍ່​ຮູ້ຈັກ​ຄວາມ​ເດືອດຮ້ອນ​ຂອງ​ພວກເຈົ້າ ຫລື​ບໍ່​ເບິ່ງແຍງ​ພວກເຈົ້າ ແລະ​ເຝົ້າ​ຮັກສາ? ເມື່ອ​ຖືກ​ທົນທຸກ​ເພາະ​ຄວາມ​ບໍ່​ຍຸດຕິທຳ​ນັ້ນ?

28 ພວກເຈົ້າ​ຕັ້ງ​ບໍ່​ຮູ້ ພວກເຈົ້າ​ບໍ່ໄດ້ຍິນ​ບໍ? ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ເປັນ​ຢູ່​ສືບໄປ​ເປັນນິດ; ພຣະອົງ​ເປັນ​ຜູ້​ສ້າງ​ສັບພະທຸກສິ່ງ​ຢູ່​ໃນ​ໂລກ​ເຮົາ ພຣະອົງ​ບໍ່ເຄີຍ​ກ່າວ​ວ່າ​ພຣະອົງ​ອ່ອນແຮງ​ຈັກເທື່ອ ຫລື​ພຣະອົງ​ອິດເມື່ອຍ​ແຕ່​ປະການ​ໃດ​ເລີຍ ບໍ່ມີ​ຜູ້ໃດ​ເຂົ້າໃຈ​ຄວາມຄິດ​ຂອງ​ພຣະອົງ​ໄດ້.

29 ພຣະອົງ​ເຊີດຊູ​ກຳລັງ​ຜູ້​ທີ່​ອິດເມື່ອຍ​ອ່ອນແຮງ ແລະ​ໃຫ້​ຄວາມ​ເຂັ້ມແຂງ​ແກ່​ຜູ້​ທີ່​ຂາດ​ກຳລັງ.

30 ແມ່ນແຕ່​ຜູ້​ທີ່​ໜຸ່ມນ້ອຍ​ກໍ​ຍັງ​ອ່ອນແຮງ ຄົນໜຸ່ມ​ລົ້ມລົງ​ເພາະ​ຕົນ​ໝົດແຮງ​ໄດ້.

31 ແຕ່​ພວກ​ທີ່​ລໍຄອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ການ​ເສີມກຳລັງ​ເຮື່ອແຮງ​ຂຶ້ນ​ໃໝ່ ພວກເຂົາ​ຈະ​ບິນ​ຂຶ້ນ​ດ້ວຍ​ປິກ​ດັ່ງ​ນົກອິນຊີ​ບິນ​ໄປ; ພວກເຂົາ​ຈະ​ແລ່ນ​ໄດ້​ແລະ​ບໍ່​ອິດເມື່ອຍ​ອ່ອນແຮງ, ພວກເຂົາ​ຈະ​ຍ່າງ​ໄປ ແລະ​ບໍ່​ອ່ອນເພຍ​ລົງ​ອີກ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan