ເອຊາຢາ 4 - ພຣະຄຳພີສັກສິ1 ເມື່ອເວລານັ້ນມາເຖິງ ຜູ້ຍິງເຈັດຄົນຈະຍາດເອົາຜູ້ຊາຍຄົນດຽວ ພ້ອມທັງກ່າວວ່າ, “ພວກເຮົາລ້ຽງແລະຫາເຄື່ອງນຸ່ງຫົ່ມໃຫ້ຕົນເອງໄດ້; ແຕ່ໂຜດໃຫ້ພວກເຮົາເອີ້ນເຈົ້າວ່າເປັນຜົວຂອງພວກເຮົາເທີ້ນ ເພື່ອວ່າພວກເຮົາຈະບໍ່ຕ້ອງທົນອັບອາຍຂາຍໜ້າຍ້ອນຫາຜົວບໍ່ໄດ້.” ນະຄອນເຢຣູຊາເລັມຈະຖືກສ້າງຂຶ້ນໃໝ່ 2 ເມື່ອວັນນັ້ນມາເຖິງ ພຣະເຈົ້າຢາເວຈະເຮັດໃຫ້ພືດພັນ ແລະຕົ້ນໄມ້ຢູ່ໃນດິນແດນໃຫຍ່ຂຶ້ນແລະສວຍງາມ. ປະຊາຊົນຊາວອິດສະຣາເອນທັງໝົດທີ່ຍັງມີຊີວິດເຫລືອຢູ່ ຈະຊື່ນຊົມຍິນດີໃນຜົນລະປູກທີ່ເກີດໃນດິນແດນ. 3 ທຸກຄົນທີ່ເຫລືອຢູ່ໃນນະຄອນເຢຣູຊາເລັມ ຄືຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ໃຫ້ມີຊີວິດຢູ່ ຄົນຈະເອີ້ນເຂົາວ່າ ບໍຣິສຸດ. 4 ໂດຍຣິດອຳນາດຂອງອົງພຣະຜູ້ເປັນເຈົ້າ ພຣະອົງຈະຕັດສິນແລະຊຳລະປະເທດຊາດ ແລະຊຳລະລ້າງມົນທິນໃຫ້ສິ້ນໄປຈາກນະຄອນເຢຣູຊາເລັມ ແລະຊຳລະເລືອດທີ່ໄດ້ໄຫລລົງທີ່ນັ້ນດ້ວຍ. 5 ແລ້ວເທິງພູເຂົາຊີໂອນແລະເທິງຜູ້ທີ່ເຕົ້າໂຮມຢູ່ທີ່ນັ້ນ ພຣະເຈົ້າຢາເວຈະສົ່ງເມກມາໃນຕອນກາງເວັນ ແລະສົ່ງຄວັນກັບແປວໄຟມາໃນຕອນກາງຄືນ. ສະຫງ່າຣາສີຈະປົກປ້ອງຄຸ້ມຄອງນະຄອນ. 6 ສະຫງ່າຣາສີຂອງພຣະອົງຈະປົກປັກຮັກສານະຄອນ ຈາກແສງແດດໃນຕອນກາງເວັນ ແລະນະຄອນນັ້ນກໍຈະເປັນບ່ອນປອດໄພເພື່ອຫລົບຝົນແລະພະຍຸຮ້າຍ. |
@ 2012 United Bible Societies. All Rights Reserved.