Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 39 - ພຣະຄຳພີສັກສິ


ຄະນະທູດ​ມາ​ຈາກ​ບາບີໂລນ
( 2 ກສ 20:12-19 )

1 ໃນ​ເວລາ​ດຽວກັນ​ນັ້ນ ເມໂຣດັກ​ບາລາດານ​ກະສັດ​ແຫ່ງ​ບາບີໂລນ ລູກຊາຍ​ຂອງ​ບາລາດານ​ໄດ້ຍິນ​ວ່າ​ກະສັດ​ເຮເຊກີຢາ​ລົ້ມປ່ວຍ; ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຈົດໝາຍ​ແລະ​ຂອງຂວັນ​ມາ​ໃຫ້.

2 ກະສັດ​ເຮເຊກີຢາ​ໄດ້​ຕ້ອນຮັບ​ຄະນະທູດ​ເປັນ​ຢ່າງດີ ແລະ​ພາ​ເລາະຊົມ​ບ່ອນ​ຮັກສາ​ຊັບສົມບັດ​ຂອງຕົນ​ເຊັ່ນ: ເງິນ, ຄຳ, ເຄື່ອງເທດ​ກັບ​ເຄື່ອງຫອມ ແລະ​ອາວຸດ​ຍຸດທະພັນ​ທັງໝົດ​ໃນ​ກອງທັບ. ບໍ່ມີ​ບ່ອນໃດ​ໃນ​ຄັງ​ມ້ຽນເຄື່ອງ​ຫລື​ບ່ອນ​ອື່ນໆ​ໃນ​ຣາຊອານາຈັກ ທີ່​ເພິ່ນ​ບໍ່ໄດ້​ພາ​ພວກເຂົາ​ເລາະຊົມ.

3 ແລ້ວ​ຜູ້ທຳນວາຍ​ເອຊາຢາ​ກໍໄດ້​ມາ​ຫາ​ເຈົ້າ​ເຮເຊກີຢາ ແລະ​ຖາມ​ເພິ່ນ​ວ່າ, “ຄົນ​ເຫຼົ່ານີ້​ມາ​ແຕ່​ໃສ ແລະ​ພວກເຂົາ​ເວົ້າ​ຫຍັງແດ່​ກັບ​ທ່ານ?” ເຈົ້າ​ເຮເຊກີຢາ​ໄດ້​ຕອບ​ວ່າ, “ພວກເຂົາ​ມາ​ແຕ່​ປະເທດ​ໄກ ຄື​ມາ​ຈາກ​ບາບີໂລນ.”

4 ເອຊາຢາ​ຖາມ​ອີກ​ວ່າ, “ພວກເຂົາ​ໄດ້​ເຫັນ​ຫຍັງ​ແດ່​ໃນ​ວັງ?” ເພິ່ນ​ຕອບ​ວ່າ, “ພວກເຂົາ​ເຫັນ​ໝົດ​ທຸກສິ່ງ ບໍ່ມີ​ບ່ອນໃດ​ໃນ​ຄັງ​ມ້ຽນເຄື່ອງ​ທີ່​ເຮົາ​ບໍ່ໄດ້​ພາ​ພວກເຂົາ​ເລາະຊົມ.”

5 ແລ້ວ​ເອຊາຢາ​ກໍ​ບອກ​ກະສັດ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ

6 ເວລາ​ມາ​ເຖິງ​ແລ້ວ​ທີ່​ທຸກໆ​ສິ່ງ​ໃນ​ວັງ​ຂອງທ່ານ ຄື​ທຸກສິ່ງ​ທີ່​ບັນພະບຸລຸດ​ຂອງທ່ານ​ໄດ້​ສະສົມ​ໄວ້​ຈົນຮອດ​ວັນນີ້ ຈະ​ຖືກ​ຂົນ​ໄປ​ບາບີໂລນ. ຈະ​ບໍ່ມີ​ສິ່ງໃດ​ເຫຼືອ​ຢູ່​ເລີຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

7 ພວກ​ທີ່​ເປັນ​ເຊື້ອສາຍ​ແທ້​ຂອງທ່ານ​ບາງຄົນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊາຍ​ຕອນ ເພື່ອ​ຮັບໃຊ້​ຢູ່​ໃນ​ວັງ​ຂອງ​ກະສັດ​ແຫ່ງ​ບາບີໂລນ.”

8 ກະສັດ​ເຮເຊກີຢາ​ໄດ້​ເຂົ້າໃຈ​ເລື່ອງ​ນີ້​ໂດຍ​ຕີ​ຄວາມໝາຍ​ເອົາ​ວ່າ ໃນ​ຣາຊການ​ຂອງ​ເພິ່ນ​ນັ້ນ​ຈະ​ມີ​ຄວາມ​ສະຫງົບສຸກ ແລະ​ມີ​ຄວາມ​ໝັ້ນຄົງ​ດີ; ສະນັ້ນ ເພິ່ນ​ຈຶ່ງ​ຕອບ​ເອຊາຢາ​ວ່າ, “ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ເຈົ້າ ນຳ​ມາ​ບອກ​ເຮົາ​ນັ້ນ​ດີ​ຫລາຍ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan