ເອຊາຢາ 38 - ພຣະຄຳພີສັກສິກະສັດເຮເຊກີຢາປ່ວຍ ແລະຫາຍດີ ( 2 ກສ 20:1-11 ; 2 ຂຄ 32:24-26 ) 1 ໃນສະໄໝນັ້ນ ກະສັດເຮເຊກີຢາໄດ້ເຈັບປ່ວຍເກືອບຕາຍ. ຜູ້ທຳນວາຍເອຊາຢາ ລູກຊາຍຂອງອາໂມດໄດ້ໄປຢ້ຽມຢາມເພິ່ນ ແລະກ່າວຕໍ່ເພິ່ນວ່າ, “ພຣະເຈົ້າຢາເວບອກທ່ານວ່າ ຈົ່ງຈັດການກັບການບ້ານການເມືອງໃຫ້ຮຽບຮ້ອຍ ເພາະທ່ານຕ້ອງຕາຍແລະຈະບໍ່ຫາຍດີ.” 2 ເຈົ້າເຮເຊກີຢາປິ່ນໜ້າເຂົ້າຝາ ແລະພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, 3 “ຂ້າແດ່ພຣະເຈົ້າຢາເວ ຈົ່ງລະນຶກເຖິງດ້ວຍວ່າ ຂ້ານ້ອຍໄດ້ຮັບໃຊ້ພຣະອົງດ້ວຍຄວາມສັດຊື່ ແລະດ້ວຍຄວາມຈົງຮັກພັກດີ ແລະຂ້ານ້ອຍກໍບຳເພັນຕົນກະທຳແຕ່ສິ່ງທີ່ພຣະອົງຕ້ອງການໃຫ້ຂ້ານ້ອຍກະທຳ.” ແລ້ວເພິ່ນກໍຮ້ອງໄຫ້ຂຶ້ນຢ່າງຂົມຂື່ນ. 4 ຕໍ່ມາ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ສັ່ງເອຊາຢາ 5 ໃຫ້ກັບຄືນໄປຫາເຈົ້າເຮເຊກີຢາ ແລະບອກວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງດາວິດບັນພະບຸລຸດຂອງເຈົ້າ ໄດ້ກ່າວດັ່ງນີ້ວ່າ, ເຮົາໄດ້ຍິນຄຳພາວັນນາອະທິຖານຂອງເຈົ້າ ແລະໄດ້ເຫັນນໍ້າຕາຂອງເຈົ້າ; ສະນັ້ນ ເຮົາຈຶ່ງຈະໃຫ້ເຈົ້າມີຊີວິດຢູ່ຕື່ມອີກສິບຫ້າປີ. 6 ເຮົາຈະຊ່ວຍກູ້ເອົາເຈົ້າ ແລະນະຄອນເຢຣູຊາເລັມຈາກກະສັດແຫ່ງອັດຊີເຣຍ ແລະເຮົາຈະສືບຕໍ່ປົກປ້ອງນະຄອນນີ້.” 7 “ອັນນີ້ແມ່ນໝາຍສຳຄັນຂອງພຣະເຈົ້າຢາເວທີ່ມີແກ່ທ່ານເພື່ອພິສູດວ່າ ພຣະເຈົ້າຢາເວຈະດຳເນີນການຕາມທີ່ພຣະອົງໄດ້ສັນຍາ: 8 ເທິງຂັ້ນໄດທີ່ເຈົ້າອາຮາດໄດ້ສ້າງ ພຣະອົງຈະເຮັດໃຫ້ເງົາຖອຍຫລັງສິບຂັ້ນ.” ແລະເງົານັ້ນກໍໄດ້ຖອຍຫລັງເທິງຂັ້ນໄດນັ້ນສິບຂັ້ນ. 9 ຫລັງຈາກເຈົ້າເຮເຊກີຢາໄດ້ຫາຍດີຈາກການເຈັບປ່ວຍຂອງຕົນແລ້ວ ເພິ່ນໄດ້ແຕ່ງບົດເພງນີ້ສັນລະເສີນພຣະເຈົ້າ: 10 “ຂ້ານ້ອຍຄິດວ່າໄວກາງຊີວິດກຳລັງຜ່ານໄປ ເວລາທີ່ເຫຼືອກໍຖືກມອບໃຫ້ແດນມໍຣະນາແລ້ວ. 11 ຂ້ານ້ອຍຄິດວ່າຈະບໍ່ໄດ້ເຫັນພຣະເຈົ້າໃນໂລກຄົນເປັນ ຫລືຈະບໍ່ໄດ້ເຫັນຄົນທີ່ຍັງມີຊີວິດຢູ່. 12 ຊີວິດຂ້ານ້ອຍຖືກຕັດຂາດໃຫ້ສິ້ນສຸດລົງ ດັ່ງຜ້າເຕັນທີ່ກຳລັງຖືກມ້າງ ດັ່ງຜ້າທີ່ຖືກຕັດອອກຈາກຫູກເປັນຜືນໆ ຂ້ານ້ອຍຄິດວ່າພຣະອົງໃຫ້ຈົບຊີວິດສາແລ້ວ. 13 ທັງຄືນຂ້ານ້ອຍໄດ້ແຕ່ຮ້ອງເຈັບປວດເຫລືອຫລາຍ ຄ້າຍດັ່ງໂຕສິງຫັກກະດູກທັງໝົດຂອງຂ້ານ້ອຍຖິ້ມ. ຂ້ານ້ອຍຫວນແຕ່ຄິດຕະຫລອດມາວ່າ ພຣະເຈົ້າໄດ້ໃຫ້ຂ້ານ້ອຍຈົບຊີວິດສາແລ້ວ. 14 ສຽງຂ້ານ້ອຍດັບມ້ອຍໆຄ່ອຍໆອ່ອນແຮງລົງ ຂ້ານ້ອຍໄດ້ແຕ່ຄວນຄາງດັ່ງນົກເຂົາຮໍ່າຮ້ອງ. ຕາຂ້ານ້ອຍອ່ອນແຮງບໍ່ຢາກເບິ່ງຂຶ້ນສູ່ສະຫວັນ ຂ້າແດ່ອົງພຣະຜູ້ເປັນເຈົ້າ ໂຜດຊ່ວຍກູ້ຈາກຄວາມທຸກນີ້ດ້ວຍ. 15 ພຣະອົງໃຫ້ສິ່ງນີ້ເກີດຂຶ້ນ ຜູ້ໃດນໍເວົ້າຫຍັງໄດ້ແດ່? ດັ່ງນັ້ນ ໃຈຂອງຂ້ານ້ອຍຈຶ່ງຂົມຂື່ນນອນບໍ່ຫລັບ. 16 ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍຈະມີຊີວິດຢູ່ແຕ່ເພື່ອພຣະອົງ ໂຜດຊົງປິ່ນປົວຂ້ານ້ອຍ ແລະໃຫ້ມີຊີວິດຢູ່ດ້ວຍ. 17 ແລ້ວຄວາມຂົມຂື່ນກໍຈະຫັນປ່ຽນເປັນສັນຕິສຸກ ເພາະພຣະອົງເອງຊ່ວຍກູ້ເອົາ ຊີວິດຂ້ານ້ອຍໄວ້; ໂດຍເຮັດໃຫ້ພົ້ນຈາກອັນຕະລາຍທຸກຢ່າງ ການບາບຂອງຂ້ານ້ອຍກໍໄດ້ຮັບອະໄພ. 18 ບໍ່ມີຜູ້ໃດຍ້ອງຍໍສັນລະເສີນພຣະເຈົ້າໄດ້ໃນແດນມໍຣະນາ ຄົນຕາຍວາງໃຈໃນຄວາມສັດຊື່ຂອງພຣະອົງບໍ່ໄດ້. 19 ແມ່ນຜູ້ທີ່ມີຊີວິດຢູ່ເທົ່ານັ້ນທີ່ສັນລະເສີນພຣະອົງ ດັ່ງທີ່ຂ້ານ້ອຍສັນລະເສີນພຣະອົງຢູ່ດຽວນີ້. ດັ່ງພໍ່ແມ່ບອກສອນພວກລູກໆຂອງຕົນ ເຖິງຄວາມສັດຊື່ຂອງພຣະອົງໃຫ້ເຂົາໄດ້ຮູ້. 20 ຂ້າແດ່ພຣະເຈົ້າຢາເວ ພຣະອົງປິ່ນປົວຂ້ານ້ອຍໃຫ້ຫາຍດີ ຂ້ານ້ອຍຈະດີດກິດຕາ ແລະສັນລະເສີນພຣະອົງ ທັງຮ້ອງລຳທຳເພງພ້ອມຖວາຍແດ່ພຣະອົງ ໃນວິຫານຂອງພຣະເຈົ້າຢາເວຕາບເທົ່າທີ່ຍັງມີຊີວິດຢູ່.” 21 ເອຊາຢາໄດ້ບອກກະສັດໃຫ້ເອົາແປ້ງທີ່ເຮັດດ້ວຍໝາກເດື່ອ ໂພະໃສ່ບ່ອນທີ່ເພິ່ນເຈັບປວດ ແລະເພິ່ນກໍຈະຫາຍດີເປັນປົກກະຕິ. 22 ແລ້ວກະສັດເຮເຊກີຢາກໍຖາມວ່າ, “ແມ່ນຫຍັງຈະເປັນໝາຍສຳຄັນບອກໃຫ້ເຮົາຮູ້ວ່າເຮົາຈະສາມາດຂຶ້ນໄປວິຫານຂອງພຣະເຈົ້າຢາເວໄດ້?” |
@ 2012 United Bible Societies. All Rights Reserved.