Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 37 - ພຣະຄຳພີສັກສິ


ກະສັດ​ຂໍ​ຄຳແນະນຳ​ຈາກ​ເອຊາຢາ
( 2 ກສ 19:1-7 )

1 ພໍ​ເມື່ອ​ກະສັດ​ເຮເຊກີຢາ​ໄດ້​ຟັງ​ຄຳ​ລາຍງານ​ນັ້ນ ເພິ່ນ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມທຸກໃຈ, ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ແລະ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.

2 ເພິ່ນ​ໄດ້​ໃຊ້​ເອລີອາກິມ ຜູ້​ຮັບຜິດຊອບ​ວັງ, ເຊັບນາ​ເລຂາທິການ ແລະ​ພວກ​ປະໂຣຫິດ​ອາວຸໂສ​ໄປ​ຫາ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ. ພວກເຂົາ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ​ເຊັ່ນກັນ.

3 ພວກເຂົາ​ໄດ້​ນຳ​ຖ້ອຍຄຳ​ໄປ​ບອກ​ເອຊາຢາ​ດັ່ງນີ້: “ມື້ນີ້​ແມ່ນ​ມື້​ທີ່​ພວກເຮົາ​ເປັນທຸກໃຈ​ຫລາຍ; ພວກເຮົາ​ໄດ້​ຮັບ​ໂທດ​ໜັກ ແລະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ. ພວກເຮົາ​ເປັນ​ຄື​ແມ່ຍິງ​ທີ່​ກຳລັງ​ຈະ​ອອກລູກ, ແຕ່​ອ່ອນເພຍ​ເກີນກວ່າ​ທີ່​ຈະ​ເບັ່ງ​ລູກ​ອອກ​ໄດ້.

4 ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່ ມາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່. ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໄດ້ຍິນ​ຄຳ​ໝິ່ນປະໝາດ​ເຫຼົ່ານີ້ ແລະ​ລົງໂທດ​ພວກ​ທີ່​ເວົ້າ​ຄຳ​ໝິ່ນປະໝາດ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ດ້ວຍ. ສະນັ້ນ ຈົ່ງ​ພາວັນນາ​ອະທິຖານ​ພຣະເຈົ້າ​ສຳລັບ​ປະຊາຊົນ​ຂອງ​ພວກເຮົາ ໃຫ້​ມີ​ຊີວິດ​ລອດ​ຢູ່​ດ້ວຍ​ເຖີດ.”

5 ເມື່ອ​ເອຊາຢາ​ໄດ້​ຮັບ​ຂໍ້ຄວາມ​ຂອງ​ກະສັດ​ເຮເຊກີຢາ

6 ເພິ່ນ​ຈຶ່ງ​ສົ່ງ​ຄຳຕອບ​ກັບຄືນ​ໄປ​ດັ່ງນີ້: “ພຣະເຈົ້າຢາເວ ບອກ​ທ່ານ​ດັ່ງນີ້​ວ່າ, ‘ບໍ່​ໃຫ້​ຕົກໃຈ​ຢ້ານກົວ ເພາະ​ຄຳ​ກ່າວອ້າງ​ຂອງ​ຄົນຮັບໃຊ້​ກະສັດ​ອັດຊີເຣຍ​ທີ່​ໄດ້​ປ້ອຍດ່າ​ເຮົາ.

7 ເຮົາ​ຈະ​ບັນດານ​ໃຫ້​ກະສັດ​ໄດ້ຍິນ​ຂ່າວ​ເລົ່າລື ທີ່​ຈະ​ເຮັດ​ໃຫ້​ລາວ​ກັບຄືນ​ເມືອ​ປະເທດ​ຂອງຕົນເອງ ແລະ​ເຮົາ​ຈະ​ໃຫ້​ລາວ​ຖືກ​ສັງຫານ​ດ້ວຍດາບ​ໃນ​ທີ່ນັ້ນ.”’


ຊາວ​ອັດຊີເຣຍ​ມາ​ຂົ່ມຂູ່​ອີກ
( 2 ກສ 19:8-19 )

8 ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ແຫ່ງ​ອັດຊີເຣຍ​ຮູ້​ວ່າ ກະສັດ​ໄດ້​ຈາກ​ເມືອງ​ລາກິດ​ໄປ​ແລ້ວ ແລະ​ກຳລັງ​ສູ້ຮົບ​ກັບ​ເມືອງ​ລິບນາ​ທີ່​ຢູ່​ໃກ້​ນັ້ນ; ສະນັ້ນ ຂ້າຣາຊການ​ຈຶ່ງ​ໄປ​ທີ່​ນັ້ນ​ເພື່ອ​ປຶກສາ​ຫາລື​ກັບ​ເພິ່ນ.

9 ພວກ​ອັດຊີເຣຍ​ໄດ້​ຂ່າວ​ວ່າ​ກອງທັບ​ເອຢິບ ນຳ​ໂດຍ​ກະສັດ​ຕີຣາກາ​ແຫ່ງ​ເອທີໂອເປຍ ກຳລັງ​ຍົກທັບ​ມາ​ໂຈມຕີ​ພວກ​ຕົນ. ເມື່ອ​ໄດ້ຍິນ​ເຊັ່ນນີ້ ກະສັດ​ຈຶ່ງ​ສົ່ງ​ຂໍ້ຄວາມ​ສະບັບ​ໜຶ່ງ​ໄປ​ຫາ​ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ ໂດຍ​ບອກ​ວ່າ,

10 “ພຣະ​ທີ່​ທ່ານ​ໄວ້ວາງໃຈ​ນັ້ນ​ໄດ້​ບອກ​ວ່າ, ທ່ານ​ຈະ​ບໍ່​ຕົກ​ຢູ່​ໃຕ້​ອຳນາດ​ຂອງເຮົາ ແຕ່​ຢ່າ​ໃຫ້​ສິ່ງນັ້ນ​ຫລອກລວງ​ທ່ານ​ເລີຍ.

11 ທ່ານ​ໄດ້ຍິນ​ແລ້ວ​ສິ່ງ​ທີ່​ກະສັດ​ແຫ່ງ​ອັດຊີເຣຍ ເຮັດ​ກັບ​ທຸກ​ປະເທດ​ທີ່​ເພິ່ນ​ຕັ້ງໃຈ​ຈະ​ທຳລາຍ. ທ່ານ​ຄິດ​ວ່າ​ທ່ານ​ຈະ​ປົບໜີ​ພົ້ນ​ໄດ້​ບໍ?

12 ພວກ​ບັນພະບຸລຸດ​ຂອງ​ຂ້າພະເຈົ້າ​ໄດ້​ທຳລາຍ​ເມືອງ​ເຫຼົ່ານີ້​ເຊັ່ນ: ໂກຊານ, ຮາຣານ ແລະ​ເຣເຊັບ ທັງ​ໄດ້​ຂ້າ​ປະຊາຊົນ​ຊາວ​ເອເດນ​ທີ່​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເຕລາສາ ແລະ​ບັນດາ​ພະ​ຂອງ​ພວກເຂົາ​ກໍ​ຊ່ວຍ​ພວກເຂົາ​ບໍ່ໄດ້​ເລີຍ.

13 ກະສັດ​ແຫ່ງ​ນະຄອນ​ຮາມັດ, ອັກປັດ, ເສຟາກວາອິມ, ເຮນາ ແລະ​ອີວາ​ຢູ່​ໃສ​ໝົດ​ແລ້ວ?”

14 ກະສັດ​ເຮເຊກີຢາ​ໄດ້​ຈັບ​ເອົາ​ຂໍ້ຄວາມ​ຈາກ​ພວກ​ຜູ້​ສົ່ງຂ່າວ​ມາ​ອ່ານ. ແລ້ວ​ເພິ່ນ​ກໍ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ວາງ​ຂໍ້ຄວາມ​ນັ້ນ​ໄວ້​ຊ້ອງໜ້າ​ພຣະເຈົ້າຢາເວ

15 ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ,

16 “ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ພຣະອົງ​ນັ່ງ​ທີ່​ເທິງ​ເຄຣຸບ ພຣະອົງ​ເທົ່ານັ້ນ​ເປັນ​ພຣະເຈົ້າ​ທີ່​ປົກຄອງ​ອານາຈັກ​ທັງໝົດ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້. ພຣະອົງ​ເປັນ​ຜູ້​ໄດ້ສ້າງ​ຟ້າ​ສະຫວັນ ແລະ​ແຜ່ນດິນ​ໂລກ.

17 ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ​ຫງ່ຽງຫູ​ຟັງ​ພວກ​ຂ້ານ້ອຍ ແລະ​ເບິ່ງ​ສິ່ງ​ທີ່​ກຳລັງ​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ​ນັ້ນ​ດ້ວຍ. ຂ້າແດ່​ພຣະເຈົ້າຢາເວ ຂໍ​ໂຜດ​ຟັງ​ແລະ​ເບິ່ງ​ສິ່ງ​ທັງໝົດ​ທີ່​ເຊັນນາເກຣິບ​ກຳລັງ​ເວົ້າ​ໝິ່ນປະໝາດ​ພຣະອົງ ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່.

18 ຂ້າແດ່​ພຣະເຈົ້າຢາເວ ພວກ​ຂ້ານ້ອຍ​ທຸກຄົນ​ຮູ້​ວ່າ​ກະສັດ​ແຫ່ງ​ອັດຊີເຣຍ ໄດ້​ທຳລາຍ​ຫລາຍ​ຊົນຊາດ, ໄດ້​ເຮັດ​ໃຫ້​ດິນແດນ​ຂອງ​ພວກເຂົາ​ຮົກຮ້າງ​ຫວ່າງເປົ່າ,

19 ທັງ​ໄດ້​ຈູດ​ບັນດາ​ພະ​ຂອງ​ພວກເຂົາ​ຖິ້ມ​ຊຶ່ງ​ບໍ່ແມ່ນ​ພຣະ​ແທ້, ແຕ່​ເປັນ​ພຽງ​ຮູບ​ໄມ້ ແລະ​ຫີນ​ທີ່​ມື​ມະນຸດ​ໄດ້​ເຮັດ​ຂຶ້ນ​ເທົ່ານັ້ນ.

20 ແຕ່​ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຂໍໂຜດ​ຊ່ວຍກູ້​ເອົາ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ພວກ​ອັດຊີເຣຍ​ດ້ວຍ​ເຖີດ ເພື່ອ​ວ່າ​ຊົນຊາດ​ທັງໝົດ​ທີ່​ຢູ່​ໃນ​ໂລກ​ຈະ​ໄດ້​ຮູ້​ວ່າ ພຣະເຈົ້າຢາເວ​ອົງດຽວ​ແຕ່​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.”


ເອຊາຢາ​ນຳ​ຖ້ອຍຄຳ​ມາ​ບອກ​ກະສັດ
( 2 ກສ 19:20-37 )

21 ແລ້ວ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ກໍໄດ້​ສົ່ງ​ຖ້ອຍຄຳ​ໄປ​ບອກ​ກະສັດ​ເຮເຊກີຢາ​ວ່າ: ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ: ເພາະ​ເຈົ້າ​ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ​ກ່ຽວກັບ​ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ,

22 ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່ສູ້​ລາວ​ວ່າ, “ລູກສາວ​ພົມມະຈາຣີ​ແຫ່ງ​ຊີໂອນ​ດູຖູກ​ແລະ​ຫົວຂວັນ​ໃສ່​ເຈົ້າ ລູກສາວ​ນະຄອນ​ເຢຣູຊາເລັມ​ກໍ​ຫົວ​ເຍາະເຍີ້ຍ​ເຈົ້າ.

23 ເຈົ້າ​ຄິດ​ວ່າ​ເຈົ້າ​ເວົ້າ​ໝິ່ນປະໝາດ​ຜູ້ໃດ? ແລະ​ໄດ້​ປ້ອຍດ່າ​ຜູ້ໃດ? ເຈົ້າ​ໄດ້​ຂື້ນສຽງ​ຕໍ່ສູ້​ຜູ້ໃດ? ແລະ​ແຫງນ​ຕາ​ທີ່​ໂອ້ອວດ​ຂອງເຈົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.

24 ເຈົ້າ​ໄດ້​ສົ່ງ​ຜູ້ຮັບໃຊ້​ຂອງ​ເຈົ້າ​ມາ​ຄຸຍໂມ້​ໃສ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເຈົ້າ​ໄດ້ກ່າວ​ວ່າ ດ້ວຍ​ລົດຮົບ​ທັງໝົດ​ເຈົ້າ​ໄດ້​ຕີ​ເອົາ​ພູເຂົາ​ໜ່ວຍ​ສູງ​ທີ່ສຸດ​ຂອງ​ເລບານອນ. ເຈົ້າ​ຄຸຍໂມ້​ວ່າ​ເຈົ້າ​ໄດ້​ຕັດ​ຕົ້ນແປກ​ທີ່​ງາມ​ທີ່ສຸດ ແລະ​ຕົ້ນ​ສົນ​ທີ່​ສູງ​ທີ່ສຸດ​ລົງ ແລະ​ທັງ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ເລິກ​ທີ່ສຸດ​ດ້ວຍ.

25 ເຈົ້າ​ຄຸຍໂມ້​ວ່າ​ເຈົ້າ​ໄດ້​ຂຸດ​ນໍ້າສ້າງ ແລະ​ດື່ມ​ນໍ້າ​ໃນ​ດິນແດນ​ຕ່າງດ້າວ ແລະ​ທັງ​ຄຸຍ​ອີກ​ວ່າ​ທະຫານ​ຂອງ​ເຈົ້າ​ໄດ້​ຢຽບ​ແມ່ນໍ້ານິນ ຈົນ​ແຫ້ງ.

26 ເຈົ້າ​ຍັງ​ບໍ່ເຄີຍ​ໄດ້ຍິນ​ບໍ​ວ່າ ເຮົາ​ວາງ​ແຜນການ​ທັງໝົດ​ນີ້​ໄວ້​ຕັ້ງນານ​ແລ້ວ? ບັດນີ້ ເຮົາ​ກໍ​ດຳເນີນ​ຕາມ​ແຜນການ​ນັ້ນ. ເຮົາ​ໄດ້​ໃຫ້​ອຳນາດ​ແກ່​ເຈົ້າ​ປ່ຽນ​ນະຄອນ​ທີ່​ມີ​ປ້ອມ​ປ້ອງກັນ ໃຫ້​ເປັນ​ກອງ​ສິ່ງ​ຮົກຮ້າງ​ເພພັງ.

27 ປະຊາຊົນ​ທີ່​ໄດ້​ອາໄສ​ຢູ່​ໃນ​ທີ່ນັ້ນ​ບໍ່ມີ​ກຳລັງ. ພວກເຂົາ​ຕົກໃຈ​ຈົນ​ສະຫລົບ ດັ່ງ​ຕົ້ນຫຍ້າ​ໃນ​ທົ່ງນາ ຫລື​ຫຍ້າຮົກ​ຊຶ່ງ​ເກີດ​ທີ່​ເທິງ​ຫລັງຄາ ເມື່ອ​ຖືກ​ລົມ​ຮ້ອນ​ທາງທິດ​ຕາເວັນອອກ​ພັດ​ມາ.

28 ແຕ່​ເຮົາ​ຮູ້​ທຸກສິ່ງ​ກ່ຽວກັບ​ເຈົ້າ ຄື​ສິ່ງ​ທີ່​ເຈົ້າ​ເຮັດ ແລະ​ບ່ອນ​ທີ່​ເຈົ້າ​ໄປ. ເຮົາ​ຮູ້​ວ່າ​ເຈົ້າ​ໂກດແຄ້ນ​ເຮົາ​ສໍ່າໃດ.

29 ເຮົາ​ໄດ້​ຮັບ​ລາຍງານ​ເຖິງ​ຄວາມ​ໂກດແຄ້ນ ແລະ​ຄວາມ​ຈອງຫອງ​ຂອງ​ເຈົ້າ; ບັດນີ້ ເຮົາ​ຈະ​ເອົາ​ເບັດ​ເກາະ​ດັງ​ເຈົ້າ, ຈະ​ເອົາ​ບັງຫຽນ​ໃສ່​ປາກ​ເຈົ້າ ແລະ​ພາ​ກັບຄືນ​ໄປ​ທາງ​ເກົ່າ​ທີ່​ເຈົ້າ​ມາ.”

30 ແລ້ວ​ເອຊາຢາ​ກໍໄດ້​ກ່າວ​ແກ່​ກະສັດ​ເຮເຊກີຢາ​ວ່າ, “ນີ້​ແມ່ນ​ໝາຍສຳຄັນ​ຂອງ​ເຫດການ​ທີ່​ຈະ​ເກີດຂຶ້ນ. ໃນ​ປີນີ້​ກັບ​ປີໜ້າ ທ່ານ​ຈະ​ໄດ້​ກິນ​ແຕ່​ເມັດ​ພືດ​ໃນ​ປ່າ​ເທົ່ານັ້ນ, ແຕ່​ໃນ​ປີ​ຕໍ່ໄປ ທ່ານ​ສາມາດ​ປູກຝັງ​ທັງ​ເກັບກ່ຽວ ແລະ​ປູກ​ໝາກອະງຸ່ນ​ກິນ​ໄດ້.

31 ພວກ​ທີ່​ລອດຊີວິດ​ຢູ່​ໃນ​ຢູດາຍ​ຈະ​ຮຸ່ງເຮືອງ​ຂຶ້ນ ດັ່ງ​ຕົ້ນໄມ້​ທີ່​ຢັ່ງຮາກ​ລົງ​ເລິກ​ໃນ​ພື້ນດິນ ແລະ​ເກີດ​ໝາກ​ໄດ້​ຫລາຍ.

32 ໃນ​ນະຄອນ​ເຢຣູຊາເລັມ ແລະ​ທີ່​ພູເຂົາ​ຊີໂອນ​ຈະ​ມີ​ປະຊາຊົນ​ທີ່​ລອດຊີວິດ​ຢູ່ ເພາະ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກຳນົດ​ໄວ້​ວ່າ ສິ່ງ​ເຫຼົ່ານັ້ນ​ຈະ​ເກີດຂຶ້ນ​ແທ້.

33 ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ເຖິງ​ກະສັດ​ແຫ່ງ​ອັດຊີເຣຍ​ນັ້ນ ມີ​ດັ່ງນີ້: ລາວ​ຈະ​ບໍ່ໄດ້​ເຂົ້າ​ມາ​ໃນ​ນະຄອນ​ນີ້ ຫລື​ແມ່ນແຕ່​ຍິງ​ທະນູ​ລູກ​ດຽວ​ເຂົ້າ​ໄປ. ບໍ່ມີ​ທະຫານ​ຄົນໃດ​ທີ່​ຈະ​ຖື​ໂລ້​ເຂົ້າ​ມາ​ໃກ້ ແລະ​ຈະ​ບໍ່ມີ​ຜູ້ໃດ​ສ້າງ​ສິ່ງ​ປິດລ້ອມ​ນະຄອນ.

34 ລາວ​ຈະ​ກັບຄືນ​ເມືອ​ທາງ​ເກົ່າ​ທີ່​ລາວ​ໄດ້​ມາ ໂດຍ​ບໍ່ໄດ້​ເຂົ້າ​ມາ​ໃນ​ນະຄອນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.

35 “ເຮົາ​ຈະ​ປ້ອງກັນ ແລະ​ຮັກສາ​ນະຄອນ​ນີ້​ໄວ້​ເພື່ອ​ເຫັນ​ແກ່​ກຽດ​ຂອງ​ເຮົາເອງ ແລະ​ຍ້ອນ​ຄຳສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ.”

36 ຕໍ່ມາ ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າຢາເວ​ໄດ້​ເຂົ້າ​ໄປ ທີ່​ຄ້າຍພັກ​ຂອງ​ກອງທັບ​ອັດຊີເຣຍ ແລະ​ຂ້າ​ທະຫານ​ໜຶ່ງຮ້ອຍ​ແປດສິບຫ້າພັນ​ຄົນ. ພໍ​ເຊົ້າ​ຂອງ​ວັນ​ໃໝ່ ພວກເຂົາ​ທັງໝົດ​ກໍ​ນອນ​ຕາຍ​ເດຍລະດາດ​ຢູ່​ທີ່​ນັ້ນ

37 ແລ້ວ​ເຈົ້າ​ເຊັນນາເກຣິບ ກະສັດ​ແຫ່ງ​ອັດຊີເຣຍ​ກໍ​ລ່າຖອຍ​ກັບຄືນ​ເມືອ​ເມືອງ​ນີເນເວ.

38 ວັນ​ໜຶ່ງ ໃນ​ຂະນະທີ່​ເພິ່ນ​ກຳລັງ​ຂາບໄຫວ້​ນີຊະໂລກ ພະ​ຂອງຕົນ​ຢູ່​ໃນ​ວິຫານ ອັດຣຳເມເລັກ​ແລະ​ຊາເຣເຊ ລູກຊາຍ​ສອງ​ຄົນ​ຂອງ​ເພິ່ນ ໄດ້​ສັງຫານ​ເພິ່ນ​ດ້ວຍ​ດາບ​ຂອງ​ພວກເຂົາ ແລ້ວ​ກໍ​ປົບໜີໄປ​ໃນ​ດິນແດນ​ອາຣາຣັດ. ເອສາຮັດໂດນ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan