ເອຊາຢາ 36 - ພຣະຄຳພີສັກສິຊາວອັດຊີເຣຍຂົ່ມຂູ່ນະຄອນເຢຣູຊາເລັມ ( 2 ກສ 18:13-27 ; 2 ຂຄ 32:1-19 ) 1 ໃນຣາຊການປີທີສິບສີ່ຂອງເຈົ້າເຮເຊກີຢາ ກະສັດແຫ່ງຢູດາຍ; ເຊັນນາເກຣິບກະສັດແຫ່ງອັດຊີເຣຍໄດ້ບຸກໂຈມຕີບັນດາເມືອງ ທີ່ມີປ້ອມປ້ອງກັນຂອງຢູດາຍແລະຢຶດເມືອງເຫຼົ່ານັ້ນໄດ້. 2 ແລ້ວເພິ່ນກໍສັ່ງຂ້າຣາຊການຊັ້ນຜູ້ໃຫຍ່ຈາກເມືອງລາກິດ ນຳກຳລັງທະຫານຢ່າງຫລວງຫລາຍໄປທີ່ນະຄອນເຢຣູຊາເລັມ ເພື່ອບັງຄັບໃຫ້ເຈົ້າເຮເຊກີຢາຍອມຈຳນົນ. ຂ້າຣາຊການຜູ້ນັ້ນໄດ້ຢຶດຖະໜົນບ່ອນຊັກຜ້າ ໂດຍທາງຄັນຄູຊຶ່ງສົ່ງນໍ້າມາແຕ່ສະບ່ອນສູງ. 3 ຊາວຢູດາສາມຄົນໄດ້ອອກມາພົບພວກເຂົາ ຄືເອລີອາກິມລູກຊາຍຂອງຮິນກີຢາຜູ້ຮັບຜິດຊອບຣາຊວັງ; ເຊັບນາເລຂາທິການ ແລະໂຢອາລູກຊາຍຂອງອາສັບຜູ້ບັນທຶກ. 4 ຂ້າຣາຊການຊັ້ນຜູ້ໃຫຍ່ອັດຊີເຣຍໄດ້ບອກຂ້າຣາຊການຊາວຢູດາວ່າ ກະສັດຢາກຈະຮູ້ຈັກວ່າ ແມ່ນຫຍັງທີ່ເຮັດໃຫ້ເຈົ້າເຮເຊກີຢາ ມີຄວາມໝັ້ນໃຈຢ່າງໜັກແໜ້ນແທ້. 5 ເຂົາຖາມວ່າ, “ທ່ານຄິດວ່າຖ້ອຍຄຳແທນຄວາມຊຳນານ ແລະອຳນາດທາງທະຫານໄດ້ບໍ? ທ່ານຄິດວ່າສິ່ງນັ້ນຊ່ວຍທ່ານໃຫ້ກະບົດຕໍ່ອັດຊີເຣຍໄດ້ຊັ້ນບໍ? 6 ທ່ານຫວັງຈະໃຫ້ເອຢິບຊ່ວຍເຫລືອ, ແຕ່ຈະເປັນດັ່ງໃຊ້ໄມ້ອໍ້ແທນໄມ້ເທົ້າ ມັນຈະຫັກ ແລະແທງມືທ່ານລ້າໆ. ຄົນໃດທີ່ເພິ່ງພາກະສັດປະເທດເອຢິບຈະເປັນດັ່ງນັ້ນແຫລະ.” 7 ຂ້າຣາຊການຊັ້ນຜູ້ໃຫຍ່ແຫ່ງອັດຊີເຣຍເວົ້າຕໍ່ໄປວ່າ, “ຫລືທ່ານຈະບອກຂ້າພະເຈົ້າວ່າ ທ່ານເພິ່ງພາອາໄສພຣະເຈົ້າຢາເວ ພຣະເຈົ້າຂອງທ່ານຊັ້ນບໍ? ແມ່ນເຮເຊກີຢາທີ່ໄດ້ທຳລາຍບ່ອນສັກສິດ ແລະແທ່ນບູຊາ ເມື່ອເພິ່ນບອກປະຊາຊົນຢູດາ ແລະນະຄອນເຢຣູຊາເລັມໄປນະມັດສະການ ທີ່ແທ່ນບູຊາແຕ່ແຫ່ງດຽວ. 8 ຂ້າພະເຈົ້າຂໍພະນັນກັບທ່ານໃນນາມຂອງຈັກກະພັດ ດັ່ງນີ້: ຂ້າພະເຈົ້າຈະຫາມ້າສອງພັນໂຕມາໃຫ້ ຖ້າທ່ານຫາຄົນຂີ່ມ້າຕາມຈຳນວນນັ້ນໄດ້. 9 ທ່ານບໍ່ເທົ່າທຽມແມ່ນແຕ່ກັບຂ້າຣາຊການຊັ້ນຜູ້ນ້ອຍຂອງອັດຊີເຣຍຊໍ້າ; ແຕ່ທ່ານພັດຫວັງໃຫ້ຊາວເອຢິບສົ່ງລົດຮົບ ແລະທະຫານມ້າມາໃຫ້. 10 ທ່ານຄິດວ່າຂ້າພະເຈົ້າໂຈມຕີ ແລະທຳລາຍປະເທດຂອງທ່ານ ໂດຍບໍ່ໄດ້ຮັບຄວາມຊ່ວຍເຫລືອຈາກພຣະເຈົ້າຢາເວຂອງທ່ານຊັ້ນບໍ? ພຣະເຈົ້າຢາເວເອງບອກຂ້າພະເຈົ້າໃຫ້ມາໂຈມຕີ ແລະທຳລາຍປະເທດຂອງທ່ານ.” 11 ແລ້ວເອລີອາກິມ, ເຊັບນາ ແລະໂຢອາກໍບອກຂ້າຣາຊການຜູ້ນັ້ນວ່າ, “ຢ່າເວົ້າເປັນພາສາເຮັບເຣີເລີຍ. ເວົ້າເປັນພາສາອາຣາມິກກໍໄດ້; ພວກເຮົາເຂົ້າໃຈຢູ່ ເພາະປະຊາຊົນທັງໝົດທີ່ເທິງກຳແພງເມືອງກຳລັງຟັງຢູ່.” 12 ເຂົາຈຶ່ງຕອບວ່າ, “ທ່ານຄິດວ່າກະສັດຂອງຂ້າພະເຈົ້າສົ່ງຂ້າພະເຈົ້າມາທີ່ນີ້ ເພື່ອບອກເລື່ອງນີ້ແກ່ທ່ານແລະກະສັດຂອງທ່ານເທົ່ານັ້ນບໍ? ບໍ່ແມ່ນດອກ ຂ້າພະເຈົ້າຢາກໃຫ້ປະຊາຊົນທີ່ນັ່ງເທິງກຳແພງນັ້ນໄດ້ຍິນນຳ ຄືພວກທີ່ຈະຕ້ອງກິນຂີ້ແລະກິນຍ່ຽວຂອງຕົນເອງ ແລະທ່ານກໍຈະຕ້ອງກິນເຊັ່ນກັນ.” 13 ແລ້ວຂ້າຣາຊການຜູ້ນັ້ນກໍໄດ້ຢືນຂຶ້ນ ແລະຮ້ອງສຽງດັງເປັນພາສາເຮັບເຣີວ່າ, “ຈົ່ງຟັງສິ່ງທີ່ກະສັດແຫ່ງອັດຊີເຣຍກຳລັງບອກພວກເຈົ້າ. 14 ເພິ່ນເຕືອນວ່າຢ່າໃຫ້ເຮເຊກີຢາຫລອກລວງພວກເຈົ້າເລີຍ. ເຮເຊກີຢາຊ່ວຍຫຍັງພວກເຈົ້າບໍ່ໄດ້ດອກ. 15 ຢ່າຍອມໃຫ້ລາວຈູງດັງພວກເຈົ້າເຂົ້າໄປເພິ່ງພຣະເຈົ້າຢາເວ. ຢ່າຄິດວ່າພຣະເຈົ້າຢາເວຈະຊ່ວຍພວກເຈົ້າຢັບຢັ້ງກອງທັບຂອງອັດຊີເຣຍ ບໍ່ໃຫ້ຢຶດເອົາເມືອງຂອງພວກເຈົ້າໄດ້. 16 ຢ່າເຊື່ອຟັງເຮເຊກີຢາເລີຍ ກະສັດແຫ່ງອັດຊີເຣຍສັ່ງພວກເຈົ້າ ໃຫ້ອອກມາຈາກເມືອງ ແລະຍອມຈຳນົນສາ. ເຈົ້າທຸກຄົນຈະໄດ້ຮັບອະນຸຍາດ ໃຫ້ກິນໝາກອະງຸ່ນຢູ່ໃນສວນອະງຸ່ນຂອງພວກເຈົ້າເອງ ແລະກິນໝາກເດື່ອຈາກຕົ້ນໝາກເດື່ອຂອງພວກເຈົ້າເອງ ແລະດື່ມນໍ້າຈາກສ້າງຂອງພວກເຈົ້າເອງໄດ້ 17 ຈົນກວ່າກະສັດຈັດຖິ່ນຖານໃຫ້ພວກເຈົ້າໃໝ່ ໃນປະເທດທີ່ຄືກັບປະເທດຂອງພວກເຈົ້າ ບ່ອນທີ່ມີສວນອະງຸ່ນສຳລັບເຮັດເຫລົ້າແວງ ແລະບ່ອນທີ່ມີເມັດເຂົ້າສຳລັບເຮັດເຂົ້າຈີ່. 18 ຢ່າຍອມໃຫ້ເຮເຊກີຢາເຮັດໃຫ້ພວກເຈົ້າຕົກໂງ່ ໂດຍຄິດວ່າ ພຣະເຈົ້າຢາເວຈະຊ່ວຍກູ້ເອົາພວກເຈົ້າ. ບັນດາພະຂອງຊົນຊາດອື່ນ ຊ່ວຍເຫລືອປະເທດຂອງພວກເຂົາຈາກກະສັດແຫ່ງອັດຊີເຣຍໄດ້ບໍ? 19 ບັດນີ້ ພວກພະຂອງເມືອງຮາມັດ ແລະອັກປັດໄປໃສໝົດແລ້ວ? ພວກພະຂອງເມືອງເສຟາກວາອິມໄປໃສໝົດ? ມີຜູ້ໃດແດ່ຊ່ວຍນະຄອນຊາມາເຣຍໄດ້? 20 ພະທັງຫລາຍຂອງປະເທດເຫຼົ່ານີ້ຊ່ວຍປະເທດຂອງພວກເຂົາ ຈາກຈັກກະພັດໄດ້ເມື່ອໃດ? ແລ້ວພວກເຈົ້າຄິດຢ່າງໃດຈຶ່ງວ່າ ພຣະເຈົ້າຢາເວຊ່ວຍນະຄອນເຢຣູຊາເລັມໄດ້.” 21 ປະຊາຊົນພາກັນມິດງຽບບໍ່ຕອບຫຍັງຈັກຄຳ ດັ່ງທີ່ກະສັດເຮເຊກີຢາໄດ້ສັ່ງພວກເຂົາໄວ້. 22 ແລ້ວເອລີອາກິມລູກຊາຍຂອງຮິນກີຢາຜູ້ຮັບຜິດຊອບຣາຊວັງ, ເຊັບນາເລຂາທິການ ແລະໂຢອາລູກຊາຍຂອງອາສັບຜູ້ບັນທຶກ ກໍຈີກເສື້ອຂອງຕົນດ້ວຍຄວາມທຸກໃຈ ແລະໄປລາຍງານສິ່ງທີ່ຂ້າຣາຊການແຫ່ງອັດຊີເຣຍໄດ້ເວົ້ານັ້ນສູ່ກະສັດຟັງ. |
@ 2012 United Bible Societies. All Rights Reserved.