ເອຊາຢາ 35 - ພຣະຄຳພີສັກສິທາງແຫ່ງຄວາມບໍຣິສຸດ 1 ຖິ່ນແຫ້ງແລ້ງກັນດານນັ້ນຈະຊົມຊື່ນຍິນດີ ດອກໄມ້ຈະເບັ່ງບານໃນດິນທີ່ແຫ້ງແລ້ງ. 2 ຖິ່ນແຫ້ງແລ້ງຈະຂັບຮ້ອງບົດເພງຢ່າງຊື່ນໃຈ ຈະເປັນທີ່ສວຍງາມວິໄລດັ່ງພູເລບານອນພຸ້ນ. ແລະເປັນດັ່ງທົ່ງຫຍ້າທີ່ອຸດົມສົມບູນດີ ຂອງພູກາເມນ ແລະທົ່ງຊາໂຣນດ້ວຍ. ທຸກຄົນຈະໄດ້ເຫັນສະຫງ່າຣາສີຂອງພຣະເຈົ້າຢາເວໃດ ຄືຄວາມຍິ່ງໃຫຍ່ແລະຣິດອຳນາດຂອງພຣະເຈົ້າຂອງພວກເຮົາ. 3 ຈົ່ງໃຫ້ກຳລັງຜູ້ທີ່ມືອິດເມື່ອຍອ່ອນແຮງ ຊູແຮງຫົວເຂົ່າທີ່ສັ່ນເຊັນເພາະຄວາມອິດເມື່ອຍ. 4 ຈົ່ງບອກທຸກຄົນທີ່ຂາດຄວາມຊູໃຈໃຫ້ຮູ້ວ່າ “ຈົ່ງເຂັ້ມແຂງ ແລະຢ່າສູ່ຢ້ານປະການໃດເລີຍ ພຣະເຈົ້າກຳລັງມາຊ່ວຍເອົາພວກເຈົ້າໃຫ້ພົ້ນ, ພຣະອົງກຳລັງມາແກ້ແຄ້ນສັດຕູຂອງພວກເຈົ້າ.” 5 ຄົນຕາບອດຈະເຫັນຮຸ່ງເມື່ອເຂົາແນມໄປມາ ຄົນຫູໜວກຈະໄດ້ຍິນເມື່ອເຂົາຟັງຄົນເວົ້າ. 6 ຄົນຂາພິການຈະກະໂດດເຕັ້ນຟ້ອນລຳທຳເພງ ຜູ້ປາກບໍ່ເປັນກໍຈະຊົມຊື່ນຍິນດີດ້ວຍສຽງໂຮຮ້ອງ. ແມ່ນໍ້າສາຍຕ່າງໆຈະໄຫລຫລັ່ງຜ່ານເຂົ້າໄປ ໃນຖິ່ນແຫ້ງແລ້ງກັນດານບ່ອນທີ່ມີພື້ນດິນແຫ້ງແລ້ງ; 7 ດິນຊາຍທີ່ອົບເອົ້າເຜົາໄໝ້ຈະກາຍເປັນໜອງ ພື້ນທີ່ອັນແຫ້ງແລ້ງກໍຈະເຕັມໄປດ້ວຍນໍ້າພຸ. ບ່ອນໃດທີ່ໝາໄນເຄີຍຊົ້ນ ແລະເຄີຍຢູ່ເຄີຍອາໄສ ຕົ້ນຫຍ້າແລະຕົ້ນອໍ້ຈະໃຫຍ່ຂຶ້ນຕາມໜອງນໍ້າ. 8 ທາງຫລວງສາຍໜຶ່ງຈະຖືກສ້າງຂຶ້ນມາ ທີ່ມີຊື່ວ່າ, “ທາງແຫ່ງຄວາມບໍຣິສຸດ” ອັນແທ້ຈິງ. ຈະບໍ່ມີຄົນບາບເດີນໄປໃນທາງນັ້ນເລີຍ ແມ່ນແຕ່ຄົນໂງ່ກໍຈະບໍ່ຫລົງໃນທາງນັ້ນ. 9 ໂຕສິງທີ່ຮ້າຍກາດຈະອາໄສຢູ່ທີ່ນັ້ນບໍ່ໄດ້ເລີຍ ສັດຮ້າຍທັງຫລາຍຈະບໍ່ຜ່ານໄປທາງນັ້ນ ພວກທີ່ພຣະເຈົ້າຢາເວໄດ້ຊົງໄຖ່ເອົາມາ ຈະເດີນທາງກັບເມືອບ້ານໂດຍຜ່ານທາງນີ້. 10 ພວກເຂົາຈະໄປຮອດນະຄອນຊີໂອນຢ່າງເບີກບານໃຈ ທັງຂັບຮ້ອງລຳທຳເພງດ້ວຍຄວາມຍິນດີທັງນັ້ນ. ພວກເຂົາຈະໄດ້ເປັນສຸກໃຈຢູ່ຕະຫລອດໄປ ໂດຍບໍ່ໂສກເສົ້າເຫງົາໃຈແລະຂົມຂື່ນ. |
@ 2012 United Bible Societies. All Rights Reserved.