ເອຊາຢາ 33 - ພຣະຄຳພີສັກສິປະຊາຊົນພາວັນນາອະທິຖານຂໍຄວາມຊ່ວຍເຫລືອ 1 ເຄາະກຳເປັນຂອງເຫຼົ່າສັດຕູຂອງພວກເຮົາສາແລ້ວ ພວກເຂົາປຸ້ນ ແລະທໍລະຍົດ ທັງໆທີ່ບໍ່ມີຜູ້ໃດປຸ້ນ ແລະທໍລະຍົດພວກເຂົາ. ແຕ່ເວລາຂອງພວກເຂົາທີ່ປຸ້ນ ແລະທໍລະຍົດນັ້ນຈະສິ້ນສຸດລົງ ແລະພວກເຂົາເອງຈະຕົກເປັນເຫຍື່ອຂອງການປຸ້ນ ແລະການທໍລະຍົດ. 2 ຂ້າແດ່ພຣະເຈົ້າຢາເວ ໂຜດເມດຕາພວກຂ້ານ້ອຍດ້ວຍເຖີດ. ພວກຂ້ານ້ອຍຂໍຝາກຄວາມຫວັງໄວ້ກັບພຣະອົງ. ຈົ່ງປົກປ້ອງພວກຂ້ານ້ອຍແຕ່ລະວັນ ແລະຊ່ວຍເຫລືອພວກຂ້ານ້ອຍໃນເວລາເດືອດຮ້ອນດ້ວຍເຖີດ. 3 ເມື່ອພຣະອົງສູ້ຮົບແທນພວກຂ້ານ້ອຍນັ້ນ ຊົນຊາດທັງຫລາຍກໍແລ່ນປົບໜີໄປຈາກສຽງທີ່ຕໍ່ສູ້ກັນໃນສະໜາມຮົບ. 4 ສິ່ງຂອງທີ່ພວກເຂົາມີຢູ່ກໍຖືກຮິບໂຮມເອົາໄປໝົດ. 5 ຜູ້ຍິ່ງໃຫຍ່ທີ່ສຸດແມ່ນພຣະເຈົ້າຢາເວ ພຣະອົງປົກຄອງເໜືອສັບພະທຸກສິ່ງ. ພຣະອົງຈະໃຫ້ນະຄອນເຢຣູຊາເລັມເຕັມດ້ວຍຄວາມຍຸດຕິທຳແລະຄວາມຊອບທຳ 6 ແລະໃຫ້ປະເທດຊາດມີຄວາມໝັ້ນຄົງດີ. ພຣະອົງປົກປ້ອງປະຊາຊົນຂອງພຣະອົງຢູ່ສະເໝີ ແລະໃຫ້ພວກເຂົາມີສະຕິປັນຍາ ແລະຄວາມຮອບຮູ້. ຊັບສົມບັດອັນຍິ່ງໃຫຍ່ທີ່ສຸດຂອງພວກເຂົາ ແມ່ນການຢຳເກງພຣະເຈົ້າຢາເວ. 7 ບັນດາຄົນກ້າຫານກັບຮ້ອງຂໍຄວາມຊ່ວຍເຫລືອ. ບັນດາທູດຜູ້ທີ່ພະຍາຍາມໃຫ້ເກີດສັນຕິສຸກກໍຮ້ອງໄຫ້ຢ່າງຂົມຂື່ນ. 8 ຫົນທາງຫລວງທຸກສາຍກໍເຕັມໄປດ້ວຍອັນຕະລາຍ ຈົນບໍ່ມີຜູ້ໃດກ້າທຽວ. ຂໍ້ສັນຍາຕ່າງໆຖືກຝ່າຝືນ ແລະຂໍ້ຕົກລົງຕ່າງໆຖືກລະເມີດ. ບໍ່ມີຜູ້ໃດນັບຖືຊຶ່ງກັນແລະກັນຕໍ່ໄປ. 9 ດິນແດນຖືກປະຖິ້ມໃຫ້ຮົກຮ້າງຫວ່າງເປົ່າ. ປ່າໄມ້ຂອງນະຄອນເລບານອນຫ່ຽວແຫ້ງໄປ ຮ່ອມພູທີ່ອຸດົມສົມບູນດີໃນຊາໂຣນກໍເປັນດັ່ງຖິ່ນແຫ້ງແລ້ງກັນດານ ແລະໃນຖິ່ນບາຊານ ແລະເທິງພູກາເມນ ໃບໄມ້ກໍຫລົ່ນລົງຈາກຕົ້ນໝົດ. ພຣະເຈົ້າຢາເວຕັກເຕືອນເຫຼົ່າສັດຕູຂອງພຣະອົງ 10 ພຣະເຈົ້າຢາເວກ່າວແກ່ຊົນຊາດທັງຫລາຍວ່າ, “ບັດນີ້ເຮົາຈະດຳເນີນການ. ເຮົາຈະສະແດງໃຫ້ເຫັນວ່າເຮົາມີຣິດອຳນາດສໍ່າໃດ. 11 ແຜນການຂອງພວກເຈົ້າບໍ່ໄດ້ເລື່ອງ ແລະບໍ່ມີປະໂຫຍດ. ວິນຍານຂອງເຮົາເປັນດັ່ງໄຟ ທີ່ຈະທຳລາຍພວກເຈົ້າ. 12 ພວກເຈົ້າຈະໝຸ່ນໝົດດັ່ງຫີນທີ່ຖືກເຜົາເພື່ອຈະເອົາໄປເຮັດປູນຂາວ ດັ່ງໜາມທີ່ຖືກເຜົາເປັນຂີ້ເຖົ່າ. 13 ຈົ່ງໃຫ້ຄົນທີ່ຢູ່ໄກ ແລະຢູ່ໃກ້ໄດ້ຍິນສິ່ງທີ່ເຮົາໄດ້ເຮັດ; ແລະຈົ່ງໃຫ້ຮັບຮູ້ຣິດເດດຂອງເຮົາ.” 14 ປະຊາຊົນຂອງພູເຂົາຊີໂອນທີ່ເຮັດບາບ ກຳລັງຢ້ານກົວຈົນຕົວສັ່ນເຊັນ. ພວກເຂົາເວົ້າວ່າ, “ການຕັດສິນຂອງພຣະເຈົ້າເປັນດັ່ງໄຟທີ່ໄໝ້ຢູ່ຕະຫລອດໄປ. ມີຜູ້ໃດແດ່ໃນພວກເຮົາທີ່ມີຊີວິດລອດຢູ່ໄດ້ໃນໄຟເຊັ່ນນັ້ນ?” 15 ພວກເຈົ້າຈະມີຊີວິດຢູ່ໄດ້ ຖ້າພວກເຈົ້າເວົ້າ ແລະເຮັດໃນສິ່ງທີ່ຊອບທຳ. ຢ່າໃຊ້ອຳນາດຂອງພວກເຈົ້າສໍ້ໂກງຄົນຍາກຈົນ ແລະຢ່າຮັບສິນຈ້າງລາງວັນ. ຢ່າຮ່ວມກັບຜູ້ທີ່ວາງແຜນຂ້າຄົນຫລືກະທຳສິ່ງທີ່ຊົ່ວຮ້າຍ. 16 ແລ້ວພວກເຈົ້າກໍຈະປອດໄພ; ພວກເຈົ້າຈະໝັ້ນຄົງດັ່ງຢູ່ໃນປ້ອມປ້ອງກັນອັນເຂັ້ມແຂງ. ພວກເຈົ້າຈະມີອາຫານກິນ ແລະຈະມີນໍ້າດື່ມ. ອະນາຄົດອັນຮຸ່ງເຮືອງ 17 ອີກຄັ້ງໜຶ່ງ ພວກເຈົ້າຈະເຫັນກະສັດອົງໜຶ່ງ ປົກຄອງດິນແດນອັນກວ້າງໃຫຍ່ໄພສານດ້ວຍສະຫງ່າຣາສີ ທີ່ກະຈາຍອອກໄປທົ່ວທຸກທິດ. 18 ຄວາມຢ້ານອັນເກົ່າຂອງຄົນເກັບພາສີຊາດຕ່າງດ້າວ ແລະນັກສືບສອດແນມ ກໍຈະເປັນແຕ່ພຽງການຈົດຈຳເທົ່ານັ້ນ. 19 ພວກເຈົ້າຈະບໍ່ເຫັນຄົນຕ່າງດ້າວຜູ້ອວດດີ ເວົ້າພາສາທີ່ພວກເຈົ້າບໍ່ເຂົ້າໃຈອີກຕໍ່ໄປ. 20 ເບິ່ງທີ່ພູເຂົາຊີໂອນພຸ້ນດູ ນະຄອນທີ່ພວກເຮົາສະຫລອງເທດສະການຕ່າງໆ. ເບິ່ງນະຄອນເຢຣູຊາເລັມພຸ້ນດູ ຊ່າງເປັນບ່ອນປອດໄພທີ່ໜ້າຢູ່ແທ້ໆ ເປັນດັ່ງຜ້າເຕັນທີ່ຈະບໍ່ຖືກຍົກຍ້າຍຈັກເທື່ອ ຊຶ່ງຫລັກສຽບບໍ່ເຄີຍຖອນອອກ ແລະເຊືອກເໜັ່ງກໍບໍ່ເຄີຍຂາດ. 21 ພຣະເຈົ້າຢາເວຈະໃຫ້ພວກເຮົາເຫັນສະຫງ່າຣາສີຂອງພຣະອົງ. ພວກເຮົາຈະໄດ້ຢູ່ໃກ້ແມ່ນໍ້າລຳທານອັນກວ້າງໃຫຍ່ ແຕ່ເຮືອຂອງເຫຼົ່າສັດຕູຈະບໍ່ໄດ້ຈອດຢູ່ໃນທີ່ນັ້ນ. 22-23 ເຊືອກກາງຜ້າໃບຂອງເຮືອກໍບໍ່ມີປະໂຫຍດ; ຜ້າໃບແລ່ນເຮືອກໍໃຊ້ການບໍ່ໄດ້ ພວກເຈົ້າຈະຢຶດຊັບສົມບັດອັນມະຫາສານຂອງກອງທັບເຫຼົ່າສັດຕູຈົນໝົດ ແມ່ນແຕ່ຄົນຂາພິການກໍໄດ້ຮັບສ່ວນແບ່ງ. ເພາະພຣະເຈົ້າຢາເວເປັນຜູ້ຕັດສິນຂອງພວກເຮົາ, ພຣະເຈົ້າຢາເວເປັນຜູ້ໃຫ້ກົດໝາຍຂອງພວກເຮົາ, ພຣະເຈົ້າຢາເວເປັນກະສັດຂອງພວກເຮົາ; ພຣະອົງຈະຊ່ວຍພວກເຮົາໃຫ້ພົ້ນ. 24 ບໍ່ມີຜູ້ໃດທີ່ຢູ່ໃນດິນແດນຂອງພວກເຮົາຈະຈົ່ມວ່າຕົນເຈັບໄຂ້ໄດ້ປ່ວຍ ແລະການບາບທັງໝົດຂອງພວກເຮົາຈະໄດ້ຮັບອະໄພ. |
@ 2012 United Bible Societies. All Rights Reserved.