Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 32 - ພຣະຄຳພີສັກສິ


ກະສັດ​ຜູ້​ຊອບທຳ

1 ວັນ​ໜຶ່ງ​ຈະ​ມາ​ເຖິງ ຄື​ຈະ​ມີ​ກະສັດ​ຄົນ​ໜຶ່ງ​ຜູ້​ທີ່​ປົກຄອງ​ດ້ວຍ​ຄວາມ​ຊອບທຳ ແລະ​ຜູ້​ນຳພາ​ຊາດ​ທີ່​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ.

2 ແຕ່ລະຄົນ​ໃນ​ພວກເຂົາ​ນັ້ນ ຈະ​ເປັນ​ດັ່ງ​ບ່ອນ​ຊົ້ນ​ຈາກ​ລົມ ແລະ​ບ່ອນ​ຫລົບລີ້​ຈາກ​ພະຍຸ. ພວກເຂົາ​ຈະ​ເປັນ​ດັ່ງ​ສາຍ​ນໍ້າ​ທີ່​ຫລັ່ງໄຫລ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ດັ່ງ​ຮົ່ມເງົາ​ໂງ່ນຫີນ​ໃຫຍ່​ໃນ​ດິນແດນ​ທີ່​ແຫ້ງແລ້ງ.

3 ພວກເຂົາ​ຈະ​ມືນ​ຕາ​ເບິ່ງ ແລະ​ງ່ຽງຫູ​ຟັງ​ຄຳ​ຮ້ອງທຸກ​ຕ່າງໆ​ຂອງ​ປະຊາຊົນ.

4 ພວກເຂົາ​ຈະ​ບໍ່​ຂາດ​ຄວາມ​ອົດທົນ​ອີກ​ຕໍ່ໄປ ແຕ່​ພວກເຂົາ​ຈະ​ດຳເນີນການ​ດ້ວຍ​ຄວາມ​ເຂົ້າໃຈ ແລະ​ເວົ້າຈາ​ຢ່າງ​ກົງໄປ​ກົງມາ.

5 ບໍ່ມີ​ຜູ້ໃດ​ເລີຍ​ທີ່​ຈະ​ຄິດ​ຍົກຍ້ອງ​ຄົນໂງ່ຈ້າ​ຫລື​ຈະ​ເວົ້າ​ວ່າ, ຄົນ​ອັນທະພານ​ມີ​ໃຈ​ສັດຊື່.

6 ຄົນໂງ່​ກໍ​ເວົ້າ​ຢ່າງ​ໂງ່ໆ ແລະ​ຄິດ​ຫາ​ເຮັດ​ແຕ່​ສິ່ງ​ຊົ່ວໆ. ສິ່ງ​ທີ່​ລາວ​ເຮັດ ແລະ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ ເປັນ​ການ​ໝິ່ນປະໝາດ​ພຣະເຈົ້າຢາເວ​ທັງນັ້ນ ແລະ​ລາວ​ກໍ​ບໍ່ເຄີຍ​ໃຫ້​ອາຫານ​ແກ່​ຄົນ​ທີ່​ອຶດຫິວ ແລະ​ໃຫ້​ນໍ້າ​ດື່ມ​ແກ່​ຄົນ​ທີ່​ກະຫາຍ.

7 ຄົນໂງ່ຈ້າ​ນັ້ນ​ຊົ່ວຊ້າ ແລະ​ເຮັດ​ແຕ່​ສິ່ງ​ທີ່​ບໍ່​ດີ; ລາວ​ວາງແຜນ​ລ້າງຜານ​ຄົນ​ຍາກຈົນ ໂດຍ​ເວົ້າຕົວະ​ແລະ​ກີດກັ້ນ​ພວກເຂົາ ບໍ່​ໃຫ້​ໄດ້​ຮັບ​ສິດທິ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ.

8 ແຕ່​ຄົນ​ທີ່​ມີ​ກຽດ​ກະທຳ​ຢ່າງ​ສັດຊື່ ແລະ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມ​ຖືກຕ້ອງ.


ການ​ພິພາກສາ​ແລະ​ການ​ສ້າງຂຶ້ນ​ໃໝ່

9 ບັນດາ​ຜູ້ຍິງ​ທີ່​ໃຊ້​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ ແລະ​ບໍ່​ວິຕົກ​ກັງວົນ​ກັບ​ສິ່ງໃດ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ຂ້າພະເຈົ້າ​ກ່າວ.

10 ດຽວນີ້ ພວກເຈົ້າ​ຄົງ​ອີ່ມໜຳ​ສຳລານ​ໃຈ​ແລ້ວ​ນໍ ແຕ່​ປີ​ໜ້າ​ໃນ​ເວລາ​ດຽວກັນ​ນີ້ ພວກເຈົ້າ​ຈະ​ສິ້ນຫວັງ​ເພາະ​ຈະ​ບໍ່ມີ​ໝາກອະງຸ່ນ​ໃຫ້​ພວກເຈົ້າ​ເກັບ.

11 ພວກເຈົ້າ​ໃຊ້​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ ບໍ່ມີ​ຄວາມ​ວິຕົກ​ກັງວົນ​ຫຍັງ​ເລີຍ; ແຕ່​ບັດນີ້ ຈົ່ງ​ຢ້ານກົວ​ຈົນສັ່ນເຊັ່ນ​ສາ​ເຖີດ ຈົ່ງ​ແກ້​ເຄື່ອງນຸ່ງ​ອອກ ແລະ​ເອົາ​ຜ້າ​ຂາດ​ມັດ​ແອວ​ໄວ້.

12 ຈົ່ງ​ຕີ​ເອິກ​ຮ້ອງໄຫ້​ຢ່າງ​ຂົມຂື່ນ​ສາ ເພາະ​ທົ່ງນາ​ແລະ​ສວນອະງຸ່ນ​ທີ່​ອຸດົມສົມບູນ​ໄດ້​ຖືກ​ທຳລາຍ​ສາ​ແລ້ວ

13 ແລະ​ພຸ່ມໜາມ​ນ້ອຍໃຫຍ່​ກຳລັງ​ຈະ​ເກີດຂຶ້ນ​ໃນ​ດິນແດນ​ປະຊາຊົນ​ຂອງເຮົາ. ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ເຖິງ​ເຮືອນ​ທີ່​ເຄີຍ​ຢູ່​ຢ່າງ​ຜາສຸກ ແລະ​ເຖິງ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ຊີວິດ​ຊີວາ​ນັ້ນ​ສາ.

14 ແມ່ນແຕ່​ຣາຊວັງ​ກໍ​ຈະ​ຖືກ​ປະຖິ້ມ ແລະ​ເມືອງຫລວງ​ກໍ​ຈະ​ຮ້າງ​ຫວ່າງເປົ່າ​ຢ່າງ​ໝົດສິ້ນ. ເຮືອນ​ແລະ​ປ້ອມ​ປ້ອງກັນ​ທັງຫລາຍ​ຈະ​ຮົກຮ້າງ​ເພພັງ​ຕະຫລອດໄປ. ລໍ​ປ່າ​ຈະ​ທ່ຽວຫລິ້ນ​ຢູ່​ທີ່ນັ້ນ ແລະ​ຝູງແກະ​ກໍ​ຈະ​ກິນ​ຫຍ້າ​ຢູ່​ທີ່​ນັ້ນ.

15 ແຕ່​ພຣະເຈົ້າ​ຈະ​ສົ່ງ​ພຣະວິນຍານ​ຂອງ​ພຣະອົງ​ມາ​ໃຫ້​ພວກເຮົາ​ອີກເທື່ອໜຶ່ງ. ດິນ​ທີ່​ປູກຝັງ​ບໍ່ໄດ້​ກໍ​ຈະ​ກາຍເປັນ​ດິນ​ທີ່​ປູກຝັງ​ໄດ້ ແລະ​ທົ່ງນາ​ກໍ​ຈະ​ຜະລິດ​ຜົນລະປູກ​ໄດ້​ຢ່າງ​ອຸດົມສົມບູນ.

16 ທຸກໆ​ບ່ອນ​ໃນ​ດິນແດນ​ຈະ​ມີ​ແຕ່​ຄວາມ​ຊອບທຳ ແລະ​ຄວາມ​ຍຸດຕິທຳ.

17 ຄວາມ​ສະຫງົບສຸກ ແລະ​ຄວາມ​ປອດໄພ​ຈະ​ມີ​ຕະຫລອດໄປ ເພາະ​ທຸກຄົນ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.

18 ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ບໍ່​ວິຕົກ​ກັງວົນ​ກັບ​ສິ່ງໃດໆ​ຕໍ່ໄປ ແລະ​ບ້ານເຮືອນ​ຂອງ​ພວກເຂົາ​ກໍ​ຈະ​ມີ​ແຕ່​ສັນຕິສຸກ ແລະ​ຄວາມ​ປອດໄພ.

19 ແຕ່​ໝາກເຫັບ​ຈະ​ຕົກ​ໃນ​ປ່າ ແລະ​ເມືອງ​ກໍ​ຈະ​ເພພັງ​ລົງ.

20 ທຸກຄົນ​ຈະ​ມີ​ຄວາມສຸກ​ຫລາຍ​ສໍ່າໃດ ໃນ​ເມື່ອ​ຢູ່​ທີ່ນັ້ນ​ມີ​ນໍ້າ​ຢ່າງ​ສົມບູນ​ສຳລັບ​ເຄື່ອງປູກ​ຂອງຝັງ ແລະ​ມີ​ທົ່ງຫຍ້າ​ໃຫ້​ລໍ ແລະ​ຝູງແກະ​ກິນ​ຫຍ້າ​ຢ່າງ​ປອດໄພ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan