ເອຊາຢາ 31 - ພຣະຄຳພີສັກສິພຣະເຈົ້າຈະຄຸ້ມຄອງນະຄອນເຢຣູຊາເລັມ 1 ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກທີ່ໄປຂໍໃຫ້ເອຢິບຊ່ວຍເຫລືອ. ພວກເຂົາເພິ່ງພາອາໄສກຳລັງທາງທະຫານອັນເຂັ້ມແຂງຂອງເອຢິບຄື: ຝູງມ້າ, ລົດຮົບ ແລະທະຫານ, ແຕ່ພວກເຂົາບໍ່ໄດ້ເພິ່ງພາອາໄສອົງພຣະຜູ້ເປັນເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ຫລືຂໍໃຫ້ພຣະອົງຊ່ວຍເຫລືອ. 2 ພຣະອົງຮູ້ວ່າພຣະອົງກຳລັງເຮັດຫຍັງ ພຣະອົງສົ່ງໄພພິບັດມາ. ພຣະອົງຂົ່ມຂູ່ຈະລົງໂທດຄົນຊົ່ວແລະພວກທີ່ຄຸ້ມຄອງພວກເຂົາ. 3 ຊາວເອຢິບບໍ່ແມ່ນພຣະເຈົ້າ ພວກເຂົາເປັນພຽງແຕ່ມະນຸດເທົ່ານັ້ນ. ມ້າຂອງພວກເຂົາບໍ່ໄດ້ວິເສດຫຍັງ. ເມື່ອພຣະເຈົ້າຢາເວດຳເນີນການ ຊາດທີ່ເຂັ້ມແຂງກໍຈະແຕກເປັນປ່ຽງນ້ອຍໆ ແລະຊາດອ່ອນແອທີ່ໄປຂໍໃຫ້ຊ່ວຍເຫລືອນັ້ນກໍຈະລົ້ມລົງ. ທັງສອງຈະຖືກທຳລາຍ. 4 ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຖິງແມ່ນຜູ້ລ້ຽງແກະຈະຮ້ອງສຽງດັງປານໃດກໍຕາມ ລາວກໍເຮັດໃຫ້ໂຕສິງຢ້ານກົວ ແລະແລ່ນໜີຈາກແກະທີ່ມັນຂ້ານັ້ນບໍ່ໄດ້; ດັ່ງນັ້ນ ກໍບໍ່ມີຫຍັງທີ່ກີດກັ້ນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ບໍ່ໃຫ້ຄຸ້ມຄອງພູເຂົາຊີໂອນໄດ້. 5 ນົກບິນເວີ່ນເທິງຮັງຂອງມັນເພື່ອປ້ອງກັນລູກນ້ອຍຂອງມັນໄວ້ສັນໃດ; ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ກໍຈະປົກປັກຮັກສານະຄອນເຢຣູຊາເລັມໄວ້ສັນນັ້ນ.” 6 ພຣະເຈົ້າກ່າວວ່າ, “ປະຊາຊົນຊາດອິດສະຣາເອນເອີຍ ພວກເຈົ້າໄດ້ເຮັດບາບຕໍ່ສູ້ເຮົາແລະຕໍ່ຕ້ານເຮົາ, ແຕ່ບັດນີ້ ຈົ່ງກັບມາຫາເຮົາເທີ້ນ 7 ເມື່ອເວລານັ້ນມາເຖິງ ພວກເຈົ້າທຸກຄົນຈະໂຍນຮູບເຄົາຣົບເປັນເງິນ ເປັນຄຳ ອັນພາໃຫ້ພວກເຈົ້າເຮັດບາບນັ້ນຖິ້ມ. 8 ອັດຊີເຣຍຈະຖືກທຳລາຍໃນສົງຄາມ ແຕ່ບໍ່ແມ່ນດ້ວຍອຳນາດຂອງມະນຸດ. ຊາວອັດຊີເຣຍຈະແລ່ນໜີຈາກສະໜາມຮົບ ແລະຊາຍໜຸ່ມຂອງພວກເຂົາຈະຖືກຈັບໄປເປັນທາດຮັບໃຊ້. 9 ຈັກກະພັດຂອງພວກເຂົາຈະແລ່ນປົບໜີໄປດ້ວຍຄວາມຢ້ານອັນໃຫຍ່ ແລະບັນດານາຍທະຫານຈະຢ້ານຫລາຍທີ່ສຸດ ຈົນປະຖິ້ມທຸງສູ້ຮົບປົບໜີໄປ.” ພຣະເຈົ້າຢາເວອົງທີ່ພວກເຈົ້ານະມັດສະການຢູ່ໃນນະຄອນເຢຣູຊາເລັມ ແລະອົງທີ່ພວກເຈົ້າເຜົາເຄື່ອງບູຊາຖວາຍຢູ່ໃນທີ່ນັ້ນໄດ້ກ່າວດັ່ງນີ້ແຫລະ. |
@ 2012 United Bible Societies. All Rights Reserved.