ເອຊາຢາ 30 - ພຣະຄຳພີສັກສິຂໍ້ສັນຍາກັບເອຢິບບໍ່ມີປະໂຫຍດ 1 ພຣະເຈົ້າຢາເວໄດ້ກ່າວດັ່ງນີ້: “ເຄາະກຳເປັນຂອງຜູ້ປົກຄອງຢູດາຍສາແລ້ວ ເພາະພວກເຂົາກະບົດຕໍ່ສູ້ເຮົາ. ພວກເຂົາເຮັດຕາມແຜນການຕ່າງໆທີ່ເຮົາບໍ່ໄດ້ກຳນົດໃຫ້ ແລະເຊັນສັນຍາຕໍ່ສູ້ຄວາມປະສົງຂອງເຮົາ ໂດຍເຮັດບາບຊ້ອນບາບກອງໄວ້. 2 ພວກເຂົາໄປຂໍຄວາມຊ່ວຍເຫລືອຈາກປະເທດເອຢິບ ໂດຍບໍ່ໄດ້ຂໍຄຳປຶກສານຳເຮົາ. ພວກເຂົາຕ້ອງການໃຫ້ປະເທດເອຢິບຄຸ້ມຄອງພວກເຂົາ; ສະນັ້ນ ພວກເຂົາຈຶ່ງໄວ້ເນື້ອເຊື່ອໃຈກະສັດແຫ່ງເອຢິບ. 3 ແຕ່ກະສັດບໍ່ມີອຳນາດທີ່ຈະຊ່ວຍເຫລືອພວກເຂົາໄດ້ ແລະການຄຸ້ມຄອງຂອງປະເທດເອຢິບກໍຈະຈົບລົງຢ່າງພິນາດ. 4 ເຖິງແມ່ນວ່າບັນດາທູດຂອງພວກເຂົາໄດ້ມາຮອດ ເມືອງໂຊອານ ແລະຮາເນັດໃນເອຢິບແລ້ວກໍຕາມ 5 ແຕ່ປະຊາຊົນຊາວຢູດາຍຈະກິນແໜງໃຈ ທີ່ພວກຕົນໄດ້ໄວ້ເນື້ອເຊື່ອໃຈຊົນຊາດທີ່ໄວ້ວາງໃຈບໍ່ໄດ້ ຄືຊົນຊາດໜຶ່ງທີ່ເຮັດໃຫ້ພວກຕົນຜິດຫວັງ ເມື່ອພວກຕົນຄາດວ່າຈະໄດ້ຮັບຄວາມຊ່ວຍເຫລືອ.” 6 ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າກ່ຽວກັບສັດຕ່າງໆ ໃນຖິ່ນແຫ້ງແລ້ງກັນດານທາງພາກໃຕ້: “ບັນດາທູດເດີນທາງຜ່ານປະເທດທີ່ເປັນອັນຕະລາຍ ຄືບ່ອນທີ່ມີໂຕສິງ, ງູພິດ ແລະມັງກອນທີ່ເຫາະໄດ້. ພວກເຂົາບັນທຸກຂອງຂວັນລາຄາແພງ ໃສ່ເທິງຫລັງລໍ ແລະອູດໄປໃຫ້ຊົນຊາດໜຶ່ງທີ່ຊ່ວຍເຫລືອຫຍັງບໍ່ໄດ້. 7 ຄວາມຊ່ວຍເຫລືອທີ່ເອຢິບໃຫ້ນັ້ນບໍ່ມີປະໂຫຍດ. ສະນັ້ນ ເຮົາຈຶ່ງໄດ້ໃສ່ຊື່ຫລິ້ນໆໃຫ້ແກ່ເອຢິບວ່າ, ‘ມັງກອນບໍ່ມີພິດ.”’ ປະຊາຊົນຜູ້ບໍ່ເຊື່ອຟັງ 8 ພຣະເຈົ້າໄດ້ບອກຂ້າພະເຈົ້າໃຫ້ຂຽນລົງໃສ່ໜັງສືມ້ວນໜຶ່ງວ່າ ປະຊາຊົນເປັນຄົນຢ່າງໃດເພື່ອຈະໄດ້ບັນທຶກໄວ້ເປັນການຖາວອນວ່າ ພວກເຂົາຊົ່ວຊ້າສໍ່າໃດ. 9 ພວກເຂົາກະບົດຕໍ່ສູ້ພຣະເຈົ້າຢູ່ສະເໝີ, ຕົວະພຣະເຈົ້າຢູ່ສະເໝີ, ບໍ່ຍອມເຊື່ອຟັງຄຳສັ່ງສອນຂອງພຣະເຈົ້າຢາເວຢູ່ສະເໝີ. 10 ພວກເຂົາບອກພວກຜູ້ທຳນວາຍໃຫ້ມິດງຽບ. ພວກເຂົາເວົ້າວ່າ, “ຢ່າເວົ້າສິ່ງທີ່ຖືກຕ້ອງສູ່ພວກເຮົາຟັງເລີຍ. ຈົ່ງບອກສິ່ງທີ່ພວກເຮົາຢາກຟັງ. ໃຫ້ພວກເຮົາຢຶດຖືສິ່ງທີ່ລວງຕາລວງໃຈໄວ້ສາ. 11 ອອກໜີໄປໃຫ້ພົ້ນຈາກທາງຂອງພວກເຮົາສາ ແລະຢ່າມາກີດກັ້ນພວກເຮົາເລີຍ. ພວກເຮົາບໍ່ຢາກຟັງ ເຖິງເລື່ອງພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ.” 12 ແຕ່ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນກ່າວວ່າ, “ພວກເຈົ້າບໍ່ເອົາໃຈໃສ່ນຳສິ່ງທີ່ເຮົາບອກແລະເພິ່ງການໃຊ້ກຳລັງແລະການຫລອກລວງ. 13 ພວກເຈົ້າເຮັດຜິດ. ພວກເຈົ້າເປັນດັ່ງກຳແພງສູງທີ່ມີຮອຍແຕກຮອດລຸ່ມ; ບໍ່ດົນນານດອກ ພວກເຈົ້າກໍຈະພັງທະລາຍລົງ. 14 ພວກເຈົ້າຈະຖືກຕີໃຫ້ແຕກດັ່ງໝໍ້ດິນ ຄືແຕກໝຸ່ນໝົດຈົນບໍ່ມີປ່ຽງໃດພໍຈະເອົາມາໃສ່ຖ່ານໄຟຮ້ອນໄດ້ ຫລືຕັກເອົານໍ້າຈາກຖັງໄດ້.” 15 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ກ່າວແກ່ປະຊາຊົນວ່າ, “ຈົ່ງກັບຄືນມາແລະໄວ້ວາງໃຈໃນເຮົາຢ່າງງຽບໆສາ. ແລ້ວພວກເຈົ້າກໍຈະເຂັ້ມແຂງແລະປອດໄພ.” ແຕ່ພວກເຈົ້າບໍ່ຍອມປະຕິບັດຕາມ. 16 ພວກເຈົ້າຊໍ້າພັດວາງແຜນປົບໜີຈາກເຫຼົ່າສັດຕູຂອງພວກເຈົ້າໂດຍຂີ່ມ້າໜີໄປ. ພວກເຈົ້າເຮັດຖືກຕ້ອງແລ້ວ ການແລ່ນເປີດໜີແມ່ນສິ່ງທີ່ພວກເຈົ້າຕ້ອງເຮັດ ພວກເຈົ້າຄິດວ່າມ້າທີ່ພວກເຈົ້າຂີ່ນັ້ນແລ່ນໄວພໍ ແຕ່ຄົນທີ່ໄລ່ຕາມນັ້ນຈະໄປໄວກວ່າ 17 ພວກເຈົ້າພັນຄົນຈະແລ່ນໜີເມື່ອເຫັນທະຫານຜູ້ໜຶ່ງຂອງສັດຕູ ແລະທະຫານຫ້າຄົນຂອງສັດຕູກໍພຽງພໍ ທີ່ຈະເຮັດໃຫ້ພວກເຈົ້າແລ່ນໜີໄປໝົດ. ໃນກອງທັບຂອງພວກເຈົ້າຈະບໍ່ມີຫຍັງເຫຼືອເລີຍ ນອກຈາກຫລັກທຸງທີ່ຈອມເນີນພູເທົ່ານັ້ນ. 18 ເຖິງປານນັ້ນກໍຕາມ ພຣະເຈົ້າຢາເວກໍຍັງລໍຖ້າ ເພື່ອໃຫ້ຄວາມເມດຕາແກ່ພວກເຈົ້າຢູ່. ພຣະອົງພ້ອມທີ່ຈະໃຫ້ຄວາມເມດຕາສົງສານແກ່ພວກເຈົ້າ ຍ້ອນພຣະເຈົ້າຢາເວແມ່ນພຣະເຈົ້າແຫ່ງການຕັດສິນ. ຄວາມສຸກເປັນຂອງຜູ້ທີ່ໄວ້ວາງໃຈໃນພຣະອົງ. ພຣະເຈົ້າຈະອວຍພອນປະຊາຊົນຂອງພຣະອົງ 19 ພວກເຈົ້າ ປະຊາຊົນທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ ຈະບໍ່ຮ້ອງໄຫ້ຄໍ່າຄວນອີກຕໍ່ໄປແລ້ວ. ອົງພຣະຜູ້ເປັນເຈົ້າຍັງເມດຕາພວກເຈົ້າ ແລະເມື່ອພວກເຈົ້າຮ້ອງຫາພຣະອົງໃຫ້ຊ່ວຍເຫລືອ ພຣະອົງຈະຕອບພວກເຈົ້າ. 20 ເຖິງແມ່ນອົງພຣະຜູ້ເປັນເຈົ້າປະທານເຂົ້າຈີ່ແຫ່ງຄວາມຍາກລຳບາກ ແລະນໍ້າແຫ່ງຄວາມທຸກໃຈໃຫ້ແກ່ພວກເຈົ້າ ເຖິງປານນັ້ນ ພຣະອົງຈະບໍ່ລີ້ຊ່ອນຕົວຕໍ່ໄປອີກເລີຍ, ແຕ່ຕາພວກເຈົ້າຈະເຫັນຜູ້ເປັນຄູຂອງພວກເຈົ້າ. 21 ຖ້າພວກເຈົ້າຫັນໜີອອກຈາກທາງໄປຂ້າງຂວາ ຫລືໄປຂ້າງຊ້າຍ ພວກເຈົ້າກໍຈະໄດ້ຍິນສຽງເວົ້າຕາມຫລັງພວກເຈົ້າວ່າ, “ຫົນທາງຢູ່ພີ້ ຈົ່ງເດີນໄປແມ.” 22 ພວກເຈົ້າຈະເອົາຮູບເຄົາຣົບທີ່ໂອບດ້ວຍເງິນ ແລະຄຳ ໂຍນຖິ້ມອອກໄປດັ່ງຂອງເປິເປື້ອນໂດຍຮ້ອງວ່າ, “ໜີໄປໃຫ້ພົ້ນ!” 23 ເມື່ອໃດພວກເຈົ້າປູກຝັງພືດພັນ ພຣະອົງຈະສົ່ງຝົນມາຫລໍ່ລ້ຽງໃຫ້ໃຫຍ່ຂຶ້ນ ພ້ອມຈະໃຫ້ພວກເຈົ້າເກັບກ່ຽວໄດ້ຢ່າງອຸດົມສົມບູນ ແລະຝູງສັດຂອງພວກເຈົ້າກໍຈະມີຫຍ້າກິນຢ່າງອຸດົມສົມບູນ. 24 ງົວ ແລະລໍທີ່ໃຊ້ໄຖນາຈະມີຫຍ້າແຫ້ງຢ່າງດີກິນ. 25 ວັນໃດທີ່ປ້ອມປ້ອງກັນຂອງເຫຼົ່າສັດຕູຂອງພວກເຈົ້າ ຖືກຢຶດໄດ້ ແລະປະຊາຊົນຖືກຂ້າ ວັນນັ້ນແຫຼະ ສາຍນໍ້າກໍຈະໄຫລອອກຈາກພູແລະເນີນພູທຸກໆໜ່ວຍ. 26 ດວງຈັນຈະສ່ອງແສງເຫລືອງເຫລື້ອມດັ່ງຕາເວັນ ແລະຕາເວັນກໍຈະສ່ອງແສງເຫລືອງເຫລື້ອມກວ່າປົກກະຕິເຖິງເຈັດເທົ່າ ດັ່ງແສງແຈ້ງຂອງເຈັດວັນສ່ອງໃສ່ວັນດຽວ. ເຫດການນີ້ຈະເກີດຂຶ້ນ ເມື່ອພຣະເຈົ້າຢາເວໃຊ້ຜ້າພັນບາດ ແລະປິ່ນປົວແຜ ຊຶ່ງພຣະອົງໄດ້ເຮັດໃຫ້ເກີດຂຶ້ນແກ່ປະຊາຊົນຂອງພຣະອົງ. ພຣະເຈົ້າຈະລົງໂທດອັດຊີເຣຍ 27 ພຣະນາມຂອງພຣະເຈົ້າຢາເວເບິ່ງເຫັນໄດ້ແຕ່ໄກ. ໄຟແລະຄວັນຈະສະແດງໃຫ້ເຫັນເຖິງຄວາມໂກດຮ້າຍຂອງພຣະອົງ. ພຣະອົງກ່າວຈາແລະຖ້ອຍຄຳນັ້ນກໍລຸກໄໝ້ຂຶ້ນເປັນໄຟ. 28 ພຣະອົງເຮັດໃຫ້ລົມພັດຢູ່ເບື້ອງໜ້າຂອງພຣະອົງ ດັ່ງກະແສນໍ້າຖ້ວມພັດເອົາທຸກໆສິ່ງໄປ. ມັນກວາດເອົາຊົນຊາດທັງຫລາຍໄປສູ່ຄວາມຈິບຫາຍ ແລະເຮັດໃຫ້ແຜນການອັນຊົ່ວຮ້າຍຂອງພວກເຂົາສິ້ນສຸດລົງ. 29 ແຕ່ພວກເຈົ້າຜູ້ທີ່ເປັນປະຊາຊົນຂອງພຣະເຈົ້າ ຈະຊົມຊື່ນຍິນດີ ແລະຮ້ອງເພງດັ່ງໃນຕອນກາງຄືນທີ່ພວກເຈົ້າກິນລ້ຽງອັນບໍຣິສຸດ. ພວກເຈົ້າຈະມີຄວາມຊົມຊື່ນຍິນດີດັ່ງຄົນທີ່ຍ່າງໄປກັບສຽງດົນຕຼີ ຄືຜູ້ທີ່ບັນເລງດ້ວຍສຽງຂຸ່ຍຕາມທາງໄປສູ່ພູເຂົາຂອງພຣະເຈົ້າຢາເວ ສູ່ສີລາຂອງຊາດອິດສະຣາເອນ. 30 ແລະພຣະເຈົ້າຢາເວຈະໃຫ້ທຸກຄົນໄດ້ຍິນສຽງອັນຊົງຣິດອຳນາດຂອງພຣະອົງ ແລະຊີມຣິດແຫ່ງຄວາມໂກດຮ້າຍຂອງພຣະອົງ. ມັນຈະມີແປວໄຟ, ພະຍຸຝົນ, ໝາກເຫັບ ແລະຫ່າຝົນຮໍ່າລົງມາ. 31 ຊາວອັດຊີເຣຍຈະຢ້ານກົວໃຫຍ່ ເມື່ອພວກເຂົາໄດ້ຍິນສຽງຂອງພຣະເຈົ້າຢາເວ ແລະຊີມຣິດແຫ່ງການລົງໂທດຂອງພຣະອົງ. 32 ພຣະເຈົ້າຢາເວຕີພວກເຂົາຫລາຍເທື່ອຢ່າງໃດ ພຣະອົງກໍຈະໃຫ້ປະຊາຊົນຂອງພຣະອົງສົດຊື່ນຢູ່ກັບສຽງກອງ ແລະສຽງພິນຢ່າງນັ້ນ. ພຣະເຈົ້າເອງຈະຕໍ່ສູ້ຊາວອັດຊີເຣຍ. 33 ພວກເຂົາຈັດຕຽມບ່ອນເຜົາຈັກກະພັດອັດຊີເຣຍ ດ້ວຍກອງໄຟອັນໃຫຍ່ມາດົນແລ້ວ. ບ່ອນນັ້ນທັງເລິກທັງກວ້າງແລະທັງມີກອງຟືນສູງ. ພຣະເຈົ້າຢາເວຈະຫາຍໃຈເປັນແປວໄຟ ເພື່ອໄໝ້ເຜົາຜານບ່ອນນັ້ນ. |
@ 2012 United Bible Societies. All Rights Reserved.