Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 3 - ພຣະຄຳພີສັກສິ


ນະຄອນ​ເຢຣູຊາເລັມ​ເກີດ​ສັບສົນ​ວຸ້ນວາຍ

1 ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໃກ້​ຈະ​ເອົາ​ທຸກສິ່ງ​ແລະ​ທຸກຄົນ​ທີ່​ປະຊາຊົນ​ເພິ່ງພາ​ອາໄສ​ໄດ້​ໄປ​ຈາກ​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ. ສິ່ງ​ທີ່​ພຣະອົງ​ກຳລັງ​ຈະ​ເອົາ​ໄປ​ຈາກ​ພວກເຂົາ​ມີ​ດັ່ງນີ້: ເຂົ້າຈີ່​ແລະ​ນໍ້າ​ດື່ມ,

2 ບັນດາ​ວິລະບູລຸດ​ແລະ​ພວກ​ທະຫານ, ບັນດາ​ຜູ້ຕັດສິນ​ແລະ​ພວກ​ຜູ້ທຳນວາຍ, ບັນດາ​ໝໍ​ດູ​ແລະ​ພວກ​ຜູ້ປົກຄອງ,

3 ພວກ​ນາຍ​ທະຫານ​ແລະ​ພວກ​ຜູ້ປົກຄອງ​ພົນລະເຮືອນ, ບັນດາ​ນັກການເມືອງ​ແລະ​ທຸກຄົນ​ທີ່​ໃຊ້​ເວດມົນ​ຄາຖາ​ເພື່ອ​ເບິ່ງ​ເຫດການ​ຕ່າງໆ.

4 ອົງພຣະ​ຜູ້​ເປັນເຈົ້າ​ຈະ​ປ່ອຍ​ໃຫ້​ເດັກນ້ອຍ​ປົກຄອງ​ປະຊາຊົນ.

5 ທຸກຄົນ​ຈະ​ເອົາລັດ​ເອົາປຽບ​ຊຶ່ງກັນແລະກັນ. ຄົນໜຸ່ມ​ຈະ​ບໍ່​ໃຫ້​ຄວາມນັບຖື​ແກ່​ພວກ​ຜູ້​ອາວຸໂສ ແລະ​ຄົນຊົ່ວ​ຈະ​ບໍ່​ໃຫ້​ຄວາມນັບຖື​ແກ່​ຜູ້ມີກຽດ.

6 ເມື່ອ​ເວລາ​ນັ້ນ​ມາ​ເຖິງ ສະມາຊິກ​ໃນ​ຕະກຸນ​ໜຶ່ງ​ຈະ​ເລືອກເອົາ​ຜູ້ໜຶ່ງ​ໃນ​ພວກເຂົາ ແລະ​ເວົ້າ​ກັບ​ລາວ​ວ່າ, “ຢ່າງໜ້ອຍ​ເຈົ້າ​ກໍ​ມີ​ເຄື່ອງນຸ່ງຫົ່ມ​ບາງ​ໂຕ; ສະນັ້ນ ໃນ​ເວລາ​ທີ່​ເດືອດຮ້ອນ​ຢ່າງນີ້ ຈົ່ງ​ເປັນ​ຜູ້ນຳ​ຂອງ​ພວກເຮົາ​ເຖີດ.”

7 ແຕ່​ລາວ​ຈະ​ຕອບ​ວ່າ, “ຢ່າ​ເລືອກເອົາ​ຂ້ອຍ​ເທາະ ຂ້ອຍ​ຊ່ວຍ​ພວກເຈົ້າ​ບໍ່ໄດ້​ດອກ. ຂ້ອຍ​ບໍ່ມີ​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ​ເລີຍ. ຢ່າ​ສູ່​ເລືອກເອົາ​ຂ້ອຍ​ເປັນ​ຜູ້ນຳ​ເທາະ.”

8 ຖືກຕ້ອງ ຄວາມ​ຫຼົ້ມຈົມ​ເປັນ​ຂອງ​ນະຄອນ​ເຢຣູຊາເລັມ​ສາ​ແລ້ວ ຢູດາຍ​ກໍ​ກຳລັງ​ຫຼົ້ມຈົມ​ດ້ວຍ ພວກເຂົາ​ເວົ້າ​ແລະ​ເຮັດ​ທຸກຢ່າງ​ຕໍ່ສູ້​ພຣະເຈົ້າຢາເວ; ພວກເຂົາ​ດູຖູກ​ໝິ່ນປະໝາດ​ພຣະອົງ​ຢ່າງ​ເປີດເຜີຍ.

9 ຈິດໃຈ​ລຳອຽງ​ຂອງ​ພວກເຂົາ​ຕໍ່ສູ້​ພວກເຂົາ​ເອງ. ພວກເຂົາ​ເຮັດ​ບາບ​ຢ່າງ​ເປີດເຜີຍ​ດັ່ງ​ຊາວ​ໂຊໂດມ​ໄດ້​ເຮັດ. ເຄາະກຳ​ເປັນ​ຂອງ​ພວກເຂົາ​ສາ​ແລ້ວ ເພາະ​ພວກເຂົາ​ເອງ​ເປັນ​ຜູ້ນຳ​ເຄາະກຳ​ນັ້ນ​ມາ.

10 ຝ່າຍ​ຄົນ​ຊອບທຳ​ຈະ​ມີ​ຄວາມສຸກ ແລະ​ສິ່ງ​ທັງຫລາຍ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຂົາ. ພວກເຂົາ​ສາມາດ​ທີ່​ຈະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຫາ​ມາ​ໄດ້.

11 ແຕ່​ຄົນຊົ່ວຊ້າ ພັດ​ໄດ້​ຮັບ​ຄວາມ​ຫາຍຍະນະ; ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ​ໃຫ້​ຜູ້​ອື່ນ​ນັ້ນ ບັດນີ້ ສິ່ງ​ນັ້ນ​ໄດ້​ຕາມ​ມາ​ສະໜອງ​ພວກເຂົາ​ເອງ.

12 ພວກ​ໃຫ້​ກູ້ຢືມ​ເງິນ ກົດຂີ່​ປະຊາຊົນ​ຂອງເຮົາ ແລະ​ພວກເຈົ້າໜີ້​ກໍ​ສໍ້ໂກງ​ພວກເຂົາ. ປະຊາຊົນ​ຂອງເຮົາ​ເອີຍ ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ກຳລັງ​ນຳ​ພວກເຈົ້າ​ໄປ​ໃນ​ທາງ​ຜິດ ພວກເຈົ້າ​ຈຶ່ງ​ບໍ່​ຮູ້​ເລີຍ​ວ່າ​ຄວນ​ລ້ຽວ​ໄປ​ທາງ​ໃດ​ດີ.


ພຣະເຈົ້າຢາເວ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ

13 ພຣະເຈົ້າຢາເວ​ພ້ອມແລ້ວ​ທີ່​ຈະ​ກ່າວ​ຄະດີ​ຂອງ​ພຣະອົງ; ພຣະອົງ​ພ້ອມ​ແລ້ວ​ທີ່​ຈະ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ.

14 ພຣະເຈົ້າຢາເວ​ກຳລັງ​ນຳ​ຄົນ​ເຫຼົ່ານີ້​ມາ​ຕັດສິນ ຄື​ບັນດາ​ເຖົ້າແກ່​ແລະ​ບັນດາ​ຜູ້ນຳ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ກ່າວ​ຟ້ອງ​ດັ່ງນີ້: “ພວກເຈົ້າ​ໄດ້​ປຸ້ນ​ເອົາ​ສວນອະງຸ່ນ ແລະ​ໃນ​ເຮືອນ​ຂອງ​ພວກເຈົ້າ​ກໍ​ເຕັມ​ໄປ​ດ້ວຍ​ສິ່ງຂອງ ທີ່​ພວກເຈົ້າ​ໄດ້​ຢຶດເອົາ​ມາ​ຈາກ​ຄົນ​ຍາກຈົນ.

15 ພວກເຈົ້າ​ບໍ່ມີ​ສິດ​ທີ່​ຈະ​ຢຽບຢໍ່າ​ປະຊາຊົນ​ຂອງເຮົາ ແລະ​ເອົາລັດ​ເອົາປຽບ​ຄົນ​ຍາກຈົນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າ​ເຕືອນ​ພວກຜູ້ຍິງ​ຊາວ​ນະຄອນ​ເຢຣູຊາເລັມ

16 ພຣະເຈົ້າຢາເວ​ກ່າວ​ວ່າ, “ເບິ່ງດູ ຜູ້ຍິງ​ຊາວ​ນະຄອນ​ເຢຣູຊາເລັມ​ອວດອົ່ງ​ຈອງຫອງ​ສໍ່າໃດ ພວກເຂົາ​ຍ່າງ​ເບີດ​ຈົນ​ດັງ​ຕັ້ງຊື່. ພວກເຂົາ​ມັກ​ທ່ຽວ​ເລາະ​ຫລິ້ນ​ສະເໝີ​ໂດຍ​ຍ່າງ​ບາດກ້າວ​ອັນ​ຜ່າເຜີຍ ຈົນ​ປອກຕີນ​ດັງ​ເປັນ​ຈັງຫວະ.

17 ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ພວກເຂົາ ຄື​ເຮົາ​ຈະ​ແຖ​ຫົວ​ພວກເຂົາ​ໃຫ້​ໂຫລ້ນ ແລະ​ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຂົາ​ປາກົດ​ຕົວ​ເປືອຍກາຍ​ຢູ່.”

18 ເມື່ອ​ວັນ​ນັ້ນ​ມາ​ເຖິງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ເອົາ​ທຸກສິ່ງ ທີ່​ພວກຜູ້ຍິງ​ຊາວ​ນະຄອນ​ເຢຣູຊາເລັມ​ໂອ້ອວດ​ນັ້ນ​ໜີໄປ​ໃຫ້​ໝົດ​ເຊັ່ນ: ເຄື່ອງເອ້​ທີ່​ພວກເຂົາ​ໃສ່​ຕາມ​ຂໍ້ຕີນ, ຕາມ​ເທິງ​ຫົວ, ຕາມ​ຄໍ,

19 ແລະ​ຕາມ​ຂໍ້ມື. ພຣະອົງ​ຈະ​ເອົາ​ຜ້າ​ປົກ​ໜ້າ​ຂອງ​ພວກເຂົາ​ໄປ

20 ແລະ​ໝວກ​ຂອງ​ພວກເຂົາ​ດ້ວຍ; ຄາຖາ​ທີ່​ພວກເຂົາ​ມີ​ຕາມ​ແຂນ​ແລະ​ຕາມ​ແອວ;

21 ແຫວນ​ທີ່​ໃສ່​ຕາມ​ນິ້ວມື​ແລະ​ເກາະ​ທີ່​ດັງ​ຂອງ​ພວກເຂົາ;

22 ກະໂປ່ງ​ອັນ​ງາມໆ, ເສື້ອ​ຊຸດ​ຜ້າ​ຄຸມ, ກະເປົາ​ຖື​ຂອງ​ພວກເຂົາ;

23 ເສື້ອໃຫຍ່, ແພມົນ​ບາງໆ, ຜ້າ​ພັນ​ຄໍ ແລະ​ຜ້າ​ຍາວໆ​ທີ່​ໃຊ້​ປົກ​ຫົວ​ຂອງ​ພວກເຂົາ.

24 ແທນ​ທີ່​ຕົນຕົວ​ພວກເຂົາ​ຈະ​ມີ​ກິ່ນ​ຫອມ ພວກເຂົາ​ຈະ​ມີ​ກິ່ນ​ເໝັນ; ແທນ​ທີ່​ຈະ​ມີ​ສາຍແອວ​ງາມ ພວກເຂົາ​ຈະ​ມີ​ເຊືອກ​ມັດ​ແອວ; ແທນ​ທີ່​ຈະ​ມີ​ຜົມ​ງາມ ພວກເຂົາ​ຈະ​ຫົວ​ໂຫລ້ນ; ແທນ​ທີ່​ຈະ​ໃສ່​ເສື້ອ​ງາມ ພວກເຂົາ​ຈະ​ນຸ່ງ​ຜ້າ​ຂາດ; ຄວາມງາມ​ຂອງ​ພວກເຂົາ​ຈະ​ປ່ຽນ​ເປັນ​ຄວາມ​ອັບອາຍ​ຂາຍໜ້າ.

25 ແມ່ນ​ແລ້ວ ພວກ​ຜູ້ຊາຍ​ໃນ​ເມືອງ​ແມ່ນແຕ່​ຄົນ​ທີ່​ແຂງແຮງ​ທີ່ສຸດ ກໍ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ.

26 ທົ່ວ​ທັງ​ເມືອງ​ຈະ​ຮ້ອງໄຫ້​ຄວນຄາງ​ດັ່ງ​ຍິງ​ຜູ້ໜຶ່ງ​ກຳລັງ​ນັ່ງ​ຢູ່​ກັບ​ພື້ນດິນ ເພາະ​ສູນເສຍ​ທຸກສິ່ງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan