ເອຊາຢາ 29 - ພຣະຄຳພີສັກສິຊາຕາກຳຂອງນະຄອນເຢຣູຊາເລັມ 1 ເຄາະກຳເປັນຂອງນະຄອນເຢຣູຊາເລັມ ຄືແທ່ນບູຊາຂອງພຣະເຈົ້າສາແລ້ວ ເຄາະກຳເປັນຂອງເມືອງທີ່ດາວິດໄດ້ຕັ້ງຄ້າຍໃສ່ສາແລ້ວ ປ່ອຍໃຫ້ງານກິນລ້ຽງແລະເທດສະການຕ່າງໆ ປີໜຶ່ງຫລືສອງປີຜ່ານໄປກ່ອນ 2 ແລ້ວພຣະເຈົ້າຈະນຳເອົາຄວາມຈິບຫາຍມາສູ່ນະຄອນທີ່ເອີ້ນວ່າ, “ແທ່ນບູຊາຂອງພຣະເຈົ້າ.” ໃນທີ່ນັ້ນຈະມີແຕ່ສຽງຮ້ອງໄຫ້ຮໍ່າໄຮ ແລະທົ່ວທັງນະຄອນກໍຈະເປັນດັ່ງແທ່ນບູຊາທີ່ນອງໄປດ້ວຍເລືອດ. 3 ພຣະເຈົ້າຈະໂຈມຕີ ແລະປິດລ້ອມນະຄອນນີ້ໄວ້. 4 ນະຄອນເຢຣູຊາເລັມຈະເປັນດັ່ງວິນຍານ ທີ່ຍາດແຍ່ງກັນເວົ້າຈາຈາກພື້ນດິນ ສຽງດັງອູດອີດອອກຈາກຂີ້ຝຸ່ນດິນ. 5 ນະຄອນເຢຣູຊາເລັມເອີຍ ຄົນຕ່າງດ້າວທີ່ໂຈມຕີເຈົ້າຈະຖືກລົມພັດໄປດັ່ງຂີ້ຝຸ່ນດິນ ແລະກອງທັບອັນໜ້າຢ້ານກົວຂອງພວກເຂົາກໍຈະບິນເຈີດໜີດັ່ງເຟືອງ. ໃນທັນໃດແລະຢ່າງບໍ່ຄາດຝັນນັ້ນ 6 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະຊ່ວຍກູ້ເອົາພວກເຈົ້າດ້ວຍລົມພະຍຸ ທີ່ມີສຽງຟ້າຮ້ອງຟ້າແມບ ແລະແຜ່ນດິນໄຫວ. ພຣະອົງຈະສົ່ງລົມພະຍຸຮ້າຍ ແລະແປວໄຟອັນແກ່ກ້າມາ; 7 ແລ້ວກອງທັບທັງໝົດຂອງຊົນຊາດຕ່າງໆ ທີ່ກຳລັງໂຈມຕີນະຄອນແຫ່ງແທ່ນບູຊາຂອງພຣະເຈົ້າ ພ້ອມທັງອາວຸດຍຸດທະພັນທຸກຢ່າງຂອງພວກເຂົາ ກໍຈະສູນຫາຍໄປດັ່ງຄວາມຝັນ ດັ່ງພາບທີ່ຄົນຄິດຂຶ້ນຫາຍໄປໃນຕອນກາງຄືນ. 8 ຊົນຊາດທັງໝົດທີ່ເຕົ້າໂຮມກັນເພື່ອໂຈມຕີນະຄອນເຢຣູຊາເລັມ ຈະເປັນດັ່ງຄົນກຳລັງຈະຕາຍເພາະຫິວເຂົ້າ ທີ່ຝັນວ່າກຳລັງກິນເຂົ້າ ແລະຕື່ນຂຶ້ນມາຫິວໂຫຍ ຫລືດັ່ງຄົນກຳລັງຈະຕາຍຍ້ອນກະຫາຍນໍ້າ ທີ່ຝັນວ່າກຳລັງດື່ມນໍ້າ ແລະຕື່ນຂຶ້ນມາໂດຍຄໍກໍຍັງແຫ້ງ. ບໍ່ມີຜູ້ໃດຟັງຄຳຕັກເຕືອນ 9 ຈົ່ງໂງ່ຈ້າຕໍ່ໄປສາ ຈົ່ງຕາບອດຕໍ່ໄປເຖີດ ຈົ່ງມືນເມົາໂດຍບໍ່ມີເຫຼົ້າອະງຸ່ນດື່ມສາ ໂຊເຊໄປມາໂດຍບໍ່ໄດ້ດື່ມເຫຼົ້າຈັກຈອກສາ 10 ພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຈົ້າງ້ວງນອນ ພ້ອມທີ່ຈະລົ້ມລົງນອນຢ່າງຫລັບສະໜິດ. ພວກຜູ້ທຳນວາຍຄວນຈະເປັນສາຍຕາໃຫ້ແກ່ປະຊາຊົນ ແຕ່ພຣະເຈົ້າໄດ້ອັດຕາຂອງພວກເຂົາໄວ້ສາແລ້ວ. 11 ນິມິດຂອງເຫດການທັງໝົດເຫຼົ່ານີ້ໄດ້ກາຍເປັນດັ່ງໜັງສືມ້ວນ ທີ່ຖືກປະທັບຕາໄວ້ສຳລັບພວກເຈົ້າ. ຖ້າພວກເຈົ້ານຳໜັງສືນັ້ນ ໄປຫາຜູ້ໃດທີ່ຮູ້ຈັກອ່ານ ແລະບອກໃຫ້ລາວອ່ານສູ່ຟັງ ຜູ້ນັ້ນກໍຈະເວົ້າວ່າ, ຕົນອ່ານບໍ່ໄດ້ ເພາະໄດ້ຖືກປະທັບຕາໄວ້ແລ້ວ. 12 ຖ້າພວກເຈົ້ານຳໄປຫາຜູ້ໃດທີ່ບໍ່ຮູ້ຈັກອ່ານ ແລະບອກໃຫ້ລາວອ່ານສູ່ຟັງ ຜູ້ນັ້ນກໍຈະຕອບວ່າ, ຕົນບໍ່ຮູ້ຈັກອ່ານ. 13 ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ປະຊາຊົນເຫຼົ່ານີ້ອ້າງວ່ານະມັດສະການເຮົາ ແຕ່ຄຳເວົ້າຂອງພວກເຂົາໄຮ້ຄວາມໝາຍ ແລະຈິດໃຈຂອງພວກເຂົາກໍສຸມຢູ່ທີ່ອື່ນ. ຄວາມເຊື່ອຖືຂອງພວກເຂົາບໍ່ມີຫຍັງ, ແຕ່ເປັນກົດເກນ ແລະຮີດຄອງຂອງມະນຸດ ຊຶ່ງພວກເຂົາໄດ້ທ່ອງຂຶ້ນໃຈເທົ່ານັ້ນ. 14 ສະນັ້ນ ເຮົາຈະເຮັດໃຫ້ພວກເຂົາສະດຸ້ງຕື່ນຕົກໃຈ ດ້ວຍການງຶດງໍ້ແລ້ວງຶດງໍ້ອີກໂດຍບໍ່ໄດ້ຄາດຝັນ. ຄົນສະຫລາດຈະກາຍເປັນຄົນໂງ່ ແລະຄວາມຫລັກແຫລມທຸກຢ່າງຂອງພວກເຂົາກໍຈະບໍ່ມີປະໂຫຍດ.” ຄວາມຫວັງສຳລັບອະນາຄົດ 15 ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກທີ່ຊອກປິດບັງແຜນການຂອງພວກຕົນໄວ້ຈາກພຣະເຈົ້າຢາເວ. ພວກເຂົາເຮັດຕາມແຜນການຂອງຕົນເອງໃນທີ່ລັບລີ້ ແລະຄິດວ່າບໍ່ມີຜູ້ໃດຮູ້ເຫັນພວກຕົນກຳລັງເຮັດຢູ່. 16 ພວກເຂົາປ່ຽນທຸກສິ່ງຈາກໜ້າມືເປັນຫລັງມື. ແມ່ນຫຍັງສຳຄັນກວ່າກັນ ຜູ້ປັ້ນໝໍ້ຫລືດິນດາກ? ສິ່ງທີ່ມະນຸດໄດ້ສ້າງຂຶ້ນນັ້ນເວົ້າກັບຜູ້ສ້າງໄດ້ບໍວ່າ, “ເຈົ້າບໍ່ໄດ້ສ້າງຂ້ອຍມາໃດ!” ຫລືເວົ້າກັບຜູ້ສ້າງໄດ້ບໍວ່າ, “ເຈົ້າບໍ່ຮູ້ດອກວ່າເຈົ້າກຳລັງເຮັດຫຍັງ?” 17 ມີຄຳເວົ້າຕໍ່ໆກັນມາວ່າ ອີກບໍ່ດົນປ່າໄມ້ຈະກາຍເປັນທົ່ງນາ ແລະທົ່ງນາກໍຈະກາຍເປັນປ່າໄມ້ຄືນ. 18 ເມື່ອວັນນັ້ນມາເຖິງ ຄົນຫູໜວກຈະສາມາດໄດ້ຍິນສຽງຂອງຄົນອ່ານໜັງສືໄດ້ ແລະຄົນຕາບອດທີ່ຢູ່ໃນຄວາມມືດຈະສາມາດເຫັນຮຸ່ງໄດ້. 19 ຄົນຍາກຈົນແລະຄົນຖ່ອມຕົວຈະພົບຄວາມສຸກອີກເທື່ອໜຶ່ງ ທີ່ພຣະເຈົ້າຢາເວອົງບໍຣິສຸດຂອງຊາດອິດສະຣາເອນມອບໃຫ້. 20 ມັນຈະເປັນຄາວສຸດທ້າຍຂອງພວກທີ່ກົດຂີ່ຄົນອື່ນ ແລະດູໝິ່ນປະໝາດພຣະເຈົ້າ. ຄົນບາບທຸກຄົນຈະຖືກກຳຈັດໃຫ້ໝົດສິ້ນໄປ. 21 ພຣະເຈົ້າຈະທຳລາຍພວກທີ່ໃສ່ຮ້າຍປ້າຍສີຄົນອື່ນ, ພວກທີ່ປົກປ້ອງຜູ້ຂ້າຄົນບໍ່ໃຫ້ຖືກໂທດ ແລະພວກທີ່ເວົ້າຕົວະເພື່ອບໍ່ໃຫ້ຄົນສັດຊື່ໄດ້ຮັບຄວາມຍຸດຕິທຳ. 22 ສະນັ້ນ ບັດນີ້ພຣະເຈົ້າຢາເວຜູ້ໄດ້ຊົງໄຖ່ເອົາອັບຣາຮາມຈາກຄວາມເດືອດຮ້ອນກ່າວວ່າ, “ປະຊາຊົນຂອງເຮົາເອີຍ ເຈົ້າຈະບໍ່ຖືກອັບອາຍຂາຍໜ້າຕໍ່ໄປ ແລະສີໜ້າຂອງພວກເຈົ້າກໍຈະບໍ່ຫລ່າເຫລືອງ ຍ້ອນຄວາມອັບອາຍຕໍ່ໄປອີກ. 23 ເມື່ອພວກເຈົ້າເຫັນເດັກນ້ອຍທີ່ເຮົາຈະມອບໃຫ້ນັ້ນ ພວກເຈົ້າຈະຮັບຮູ້ນາມຊື່ຂອງເຮົາແມ່ນອົງບໍຣິສຸດຂອງຢາໂຄບ ແລະພຣະເຈົ້າຂອງຊາດອິດສະຣາເອນ. ພວກເຈົ້າຈະຍ້ອງຍໍໃຫ້ກຽດເຮົາແລະເກງກົວເຮົາ. 24 ຄົນໂງ່ຈ້າຈະຮຽນຮູ້ເພື່ອເຂົ້າໃຈ ແລະຄົນມັກຈົ່ມກໍຈະຍິນດີຮັບຟັງຄຳບອກສອນ.” |
@ 2012 United Bible Societies. All Rights Reserved.