Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 28 - ພຣະຄຳພີສັກສິ


ຄຳ​ຕັກເຕືອນ​ທີ່​ມີ​ຕໍ່​ອານາຈັກ​ເໜືອ

1 ເຄາະກຳ​ເປັນ​ຂອງ​ອານາຈັກ​ອິດສະຣາເອນ​ສາ​ແລ້ວ ຄວາມ​ຮຸ່ງເຮືອງ​ຂອງ​ອານາຈັກ​ກຳລັງ​ຫ່ຽວແຫ້ງ​ລົງ ດັ່ງ​ມົງກຸດ​ດອກໄມ້​ທີ່​ຢູ່​ເທິງ​ຫົວ​ຂອງ​ຜູ້ນຳ​ຂີ້ເມົາ​ທັງຫລາຍ. ຫົວ​ອັນ​ອວດອົ່ງ​ຂອງ​ພວກເຂົາ​ມີ​ກິ່ນ​ຫອມຫວນ​ດີ ແຕ່​ພວກເຂົາ​ພັດ​ນອນ​ເມົາ​ບໍ່ໄດ້​ສະຕິ​ດັ່ງ​ຄົນຕາຍ.

2 ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ມີ​ຄົນ​ໜຶ່ງ​ທີ່​ເຂັ້ມແຂງ ແລະ​ມີ​ອຳນາດ ຕຽມພ້ອມ​ເພື່ອ​ໂຈມຕີ​ພວກເຂົາ ຄື​ຄົນ​ໜຶ່ງ​ທີ່​ຈະ​ມາ​ດັ່ງ​ພະຍຸ​ໝາກເຫັບ, ດັ່ງ​ຫ່າຝົນ ແລະ​ດັ່ງ​ນໍ້າ​ໄຫລເຊາະ​ຖ້ວມ​ລົ້ນ​ເຕັມ​ໄປ​ທົ່ວ​ດິນແດນ.

3 ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ບັນດາ​ຜູ້ນຳ​ເຫຼົ່ານັ້ນ ຈະ​ຖືກ​ຢຽບຢໍ່າ​ລົງ​ໃຕ້​ພື້ນ​ຕີນ.

4 ຄວາມ​ຮຸ່ງເຮືອງ​ອັນ​ຫ່ຽວແຫ້ງ​ຂອງ​ພວກຜູ້ນຳ ທີ່​ອວດອົ່ງ​ຈອງຫອງ​ເຫຼົ່ານັ້ນ​ຈະ​ສູນຫາຍ​ໄປ ດັ່ງ​ໝາກເດື່ອສຸກ​ຮວດ​ທຳອິດ​ໃນ​ລະດູ ເມື່ອ​ມັນ​ສຸກ​ແລ້ວ​ກໍ​ເກັບ​ເອົາ​ມາ​ກິນ​ໄດ້​ທັນທີ.

5 ເມື່ອ​ວັນ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ເປັນ​ດັ່ງ​ມົງກຸດ​ດອກໄມ້​ອັນ​ສະຫງ່າງາມ ສຳລັບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ຍັງ​ມີ​ຊີວິດ​ຢູ່.

6 ພຣະອົງ​ຈະ​ໃຫ້​ຜູ້​ເຮັດ​ໜ້າທີ່​ຕັດສິນ​ຄະດີ ມີ​ຄວາມ​ເຂົ້າໃຈ​ຄວາມ​ຍຸດຕິທຳ ແລະ​ຈະ​ໃຫ້​ຄວາມ​ກ້າຫານ​ແກ່​ຜູ້​ທີ່​ປ້ອງກັນ​ປະຕູ​ເມືອງ​ບໍ່​ໃຫ້​ຖືກ​ໂຈມຕີ.


ເອຊາຢາ​ແລະ​ພວກ​ຜູ້ທຳນວາຍ​ຂີ້ເມົາ

7 ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ມືນເມົາ​ເໝືອນກັນ ຈົນ​ຍ່າງ​ໂຊເຊ ພວກເຂົາ​ດື່ມ​ເຫຼົ້າ​ອະງຸ່ນ ແລະ​ດື່ມ​ເຫຼົ້າ​ຫລາຍ ຈົນ​ມືນເມົາ​ເຕະ​ສະດຸດ. ພວກ​ຜູ້ທຳນວາຍ​ເມົາຫຼາຍ ຈົນ​ບໍ່​ເຂົ້າໃຈ​ນິມິດ​ຕ່າງໆ​ທີ່​ພຣະເຈົ້າ​ສົ່ງ​ມາ; ແລະ​ພວກ​ປະໂຣຫິດ​ກໍ​ເມົາໂພດ ຈົນ​ຕັດສິນ​ຄະດີ​ທີ່​ຄົນ​ນຳ​ມາ​ຫາ​ພວກເຂົາ​ບໍ່ໄດ້.

8 ໂຕະ​ທີ່​ພວກເຂົາ​ນັ່ງ​ເຕັມ​ໄປ​ແຕ່​ຮາກ ແລະ​ບໍ່ມີ​ບ່ອນ​ໃດ​ສະອາດ​ເລີຍ.

9 ພວກເຂົາ​ຈົ່ມ​ໃຫ້​ຂ້າພະເຈົ້າ​ວ່າ, “ລາວ​ຄິດ​ວ່າ​ລາວ​ກຳລັງ​ສັ່ງສອນ​ຜູ້ໃດ? ຜູ້ໃດ​ເດ​ນໍ​ຕ້ອງການ​ຄຳສັ່ງສອນ​ຂອງ​ລາວ? ຄຳສັ່ງສອນ​ນັ້ນ​ສຳລັບ​ແອນ້ອຍ​ທີ່​ຫາ​ກໍ​ເຊົາ​ກິນ​ນົມ​ຫລາຍກວ່າ.

10 ລາວ​ກຳລັງ​ພະຍາຍາມ​ຈະ​ສັ່ງສອນ​ພວກເຮົາ​ເທື່ອລະ​ໂຕ ເທື່ອລະ​ແຖວ ແລະ​ເທື່ອລະ​ບົດ.”

11 ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ​ຂ້າພະເຈົ້າ ແລ້ວ​ພຣະເຈົ້າ​ກໍ​ຈະ​ໃຊ້​ພວກ​ຕ່າງຊາດ ທີ່​ເວົ້າ​ພາສາ​ອື່ນ​ມາ​ສັ່ງສອນ​ບົດຮຽນ​ໃຫ້.

12 ພຣະອົງ​ໃຫ້​ການ​ພັກຜ່ອນ ແລະ​ການ​ເລົ້າໂລມ​ໃຈ​ແກ່​ພວກເຈົ້າ ແຕ່​ພວກເຈົ້າ​ພັດ​ບໍ່​ຍອມ​ຟັງ​ພຣະອົງ.

13 ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ສັ່ງສອນ​ບົດຮຽນ​ໃຫ້​ເທື່ອລະ​ໂຕ ເທື່ອລະ​ແຖວ ແລະ​ເທື່ອລະ​ບົດ ແລ້ວ​ພວກເຈົ້າ​ກໍ​ຈະ​ສະດຸດ​ລົ້ມລົງ​ທຸກ​ບາດກ້າວ​ທີ່​ພວກເຈົ້າ​ຍ່າງ​ໄປ. ພວກເຈົ້າ​ຈະ​ໄດ້​ຮັບ​ບາດເຈັບ, ຖືກ​ບ້ວງແຮ້ວ ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.


ຫີນ​ເສົາ​ເອກ​ສຳລັບ​ພູເຂົາ​ຊີໂອນ

14 ບັດນີ້ ພວກເຈົ້າ​ຄົນ​ອວດດີ​ເອີຍ ຄື​ຜູ້ປົກຄອງ​ປະຊາຊົນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ; ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ.

15 ພວກເຈົ້າ​ເວົ້າ​ອວດ​ວ່າ ພວກເຈົ້າ​ໄດ້​ເຮັດ​ຂໍ້​ສັນຍາ​ກັບ​ຄວາມຕາຍ ແລະ​ບັນລຸ​ຂໍ້​ຕົກລົງ​ໄປ​ສູ່​ແດນ​ມໍຣະນາ. ພວກເຈົ້າ​ແນ່ໃຈ​ວ່າ​ເມື່ອ​ຄວາມ​ຈິບຫາຍ​ມາ ມັນ​ຈະ​ຫວິດ​ໄປ​ຈາກ​ພວກເຈົ້າ​ຍ້ອນ​ພວກເຈົ້າ​ເພິ່ງ​ຄຳເວົ້າ​ຕົວະ ແລະ​ເພິ່ງ​ການ​ຫລອກລວງ​ເພື່ອ​ຮັກສາ​ພວກເຈົ້າ​ໃຫ້​ປອດໄພ.

16 ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: “ເຮົາ​ກຳລັງ​ວາງ​ຮາກຖານ​ໃນ​ພູເຂົາ​ຊີໂອນ​ຢ່າງ​ໝັ້ນຄົງ​ແລະ​ແຂງແຮງ. ໃນ​ທີ່ນັ້ນ ເຮົາ​ກຳລັງ​ວາງ​ຫີນ​ເສົາ​ເອກ ຊຶ່ງ​ມີ​ຂຽນ​ຖ້ອຍຄຳ​ໃສ່​ເທິງ​ວ່າ ‘ຄວາມເຊື່ອ​ທີ່​ໝັ້ນຄົງ​ກໍ​ອົດທົນ​ດົນນານ.’

17 ຄວາມ​ຍຸດຕິທຳ​ຈະ​ເປັນ​ເສັ້ນ​ວັດແທກ​ຮາກຖານ ແລະ​ຄວາມສັດຊື່​ຈະ​ເປັນ​ສາຍ​ຢັ່ງ​ຄວາມ​ທຸ່ນທ່ຽງ.” ພະຍຸ​ໝາກເຫັບ​ຈະ​ກວາດ​ເອົາ​ຄຳເວົ້າ​ຕົວະ​ຂອງ​ພວກເຈົ້າ​ໄປ​ຈົນ​ໝົດ ແລະ​ນໍ້າ​ຖ້ວມ​ຈະ​ທຳລາຍ​ຄວາມ​ໝັ້ນຄົງ​ຂອງ​ພວກເຈົ້າ.

18 ຂໍ້​ສັນຍາ​ທີ່​ພວກເຈົ້າ​ໄດ້​ເຮັດ​ກັບ​ຄວາມຕາຍ​ຈະ​ຖືກ​ທຳລາຍ ແລະ​ຂໍ້​ຕົກລົງ​ທີ່​ພວກເຈົ້າ​ໄດ້​ເຮັດ​ກັບ​ແດນ​ມໍຣະນາ​ກໍ​ຈະ​ຖືກ​ຍົກເລີກ. ເມື່ອ​ຄວາມ​ຈິບຫາຍ​ມາເຖິງ ມັນ​ຈະ​ຢຽບຢໍ່າ​ພວກເຈົ້າ​ລົງ.

19 ມັນ​ຈະ​ກະທົບ​ພວກເຈົ້າ​ອີກ​ຫລາຍເທື່ອ ຕອນເຊົ້າ​ແລ້ວ​ຕອນເຊົ້າ​ອີກ. ພວກເຈົ້າ​ຈະ​ຕ້ອງ​ອົດທົນ​ເອົາ​ທັງ​ກາງເວັນ​ແລະ​ກາງຄືນ. ຖ້ອຍຄຳ​ໃໝ່ໆ​ຈາກ​ພຣະເຈົ້າ​ແຕ່ລະ​ເທື່ອ ຈະ​ນຳ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ຢ່າງ​ໃໝ່​ມາ​ໃຫ້

20 ພວກເຈົ້າ​ຈະ​ເປັນ​ດັ່ງ​ຄົນ​ທີ່​ກ່າວ​ໄວ້​ໃນ​ສຸພາສິດ​ວ່າ: ຜູ້​ທີ່​ຊອກ​ຫາ​ນອນ​ໃນ​ຕຽງ​ທີ່​ສັ້ນ​ໂພດ ແຖມ​ຫົ່ມ​ຜ້າ​ທີ່​ສັ້ນ​ບໍ່​ຫຸ້ມ​ຮອດ​ຕົນຕົວ.

21 ພຣະເຈົ້າຢາເວ​ຈະ​ຕໍ່ສູ້ ດັ່ງ​ທີ່​ພຣະອົງ​ໄດ້​ຕໍ່ສູ້​ທີ່​ພູ​ເປຣາຊີມ ແລະ​ຢູ່​ໃນ​ຮ່ອມພູ​ກີເບໂອນ​ເພື່ອ​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ຢາກ​ເຮັດ; ການ​ກະທຳ​ຂອງ​ພຣະອົງ​ເບິ່ງ​ແລ້ວ​ເປັນ​ການ​ແປກ​ປະຫລາດ​ແທ້ ພຣະອົງ​ຈະ​ເຮັດ​ພາລະກິດ​ຂອງ​ພຣະອົງ​ໃຫ້​ຄົບຖ້ວນ ຄື​ພາລະກິດ​ທີ່​ລຶກລັບ​ຂອງ​ພຣະອົງ.

22 ຢ່າ​ສູ່​ຫົວຂວັນ​ຕໍ່​ຄຳເຕືອນ​ທີ່​ຂ້າພະເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ຖ້າ​ຫົວຂວັນ​ມັນ​ຈະ​ຮ້າຍແຮງ​ຫລາຍ​ຂຶ້ນ​ຈົນ​ພວກເຈົ້າ​ປົບໜີໄປ​ບໍ່ໄດ້. ຂ້າພະເຈົ້າ​ໄດ້ຍິນ​ຄຳ​ຕັດສິນໃຈ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເພື່ອ​ທຳລາຍ​ດິນແດນ​ທັງໝົດ​ແລ້ວ.


ປັນຍາ​ຂອງ​ພຣະເຈົ້າ

23 ຈົ່ງ​ຫງ່ຽງຫູ​ຟັງ​ສິ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ກ່າວ ຈົ່ງ​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ບອກ.

24 ບໍ່ມີ​ຊາວນາ​ຄົນໃດ​ທີ່​ສືບຕໍ່​ໄຖ​ນາ ແລະ​ຕຽມ​ດິນ​ສຳລັບ​ຫວ່ານ​ເມັດພືດ​ໄປ​ເລີຍໆ.

25 ພໍ​ຕຽມ​ດິນ​ແລ້ວໆ ລາວ​ກໍ​ປູກ​ແກ່ນ​ຜັກ​ໃສ່ ເຊັ່ນ: ຜັກຊີ​ແລະ​ຂີ້ໝິ້ນ. ລາວ​ປູກ​ເຂົ້າບາເລ​ແລະ​ເຂົ້າເດືອຍ ເປັນ​ແຖວ ແລະ​ລາວ​ປູກ​ພືດ​ເປັນເມັດ​ແນວ​ອື່ນ​ຕາມ​ແຄມ​ນາ.

26 ລາວ​ຮູ້​ວຽກ​ຂອງຕົນ​ເພາະ​ພຣະເຈົ້າ​ໄດ້​ບອກສອນ​ລາວ.

27 ລາວ​ບໍ່ເຄີຍ​ໃຊ້​ໄມ້​ໜັກໆ ທັບ​ເອົາ​ເມັດ​ຜັກຊີ​ແລະ​ຫົວ​ຂີ້ໝິ້ນ​ຈັກເທື່ອ; ແຕ່​ລາວ​ໃຊ້​ໄມ້​ຂະໜາດ​ພໍດີ​ຂຸດ​ເອົາ.

28 ລາວ​ບໍ່ໄດ້​ບົດ​ເມັດ​ເຂົ້າ​ທີ່​ເຮັດ​ເຂົ້າຈີ່​ເສຍຫາຍ​ໂດຍ​ນວດ​ຢ່າງ​ບໍ່​ຮູ້ຈັກ​ເຊົາ ແລະ​ຮູ້ຈັກ​ສີເຂົ້າ​ໂດຍ​ແລ່ນ​ກົງກວຽນ​ທັບ​ບໍ່​ໃຫ້​ເມັດ​ເຂົ້າ​ແຕກ.

29 ສະຕິປັນຍາ​ທັງໝົດ​ນີ້​ມາ​ຈາກ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ແຜນການ​ທີ່​ພຣະອົງ​ດຳເນີນ​ນັ້ນ​ສະຫລາດ ແລະ​ສຳເລັດຜົນ​ສະເໝີ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan