ເອຊາຢາ 27 - ພຣະຄຳພີສັກສິ1 ໃນວັນນັ້ນ ພຣະເຈົ້າຢາເວຈະໃຊ້ດາບອັນມີອຳນາດ ແລະເຖິງແກ່ຄວາມຕາຍ ລົງໂທດເລວີອາທັນມັງກອນຮ້າຍທີ່ບິດ ແລະກ້ຽວໄປໂງມາ ແລະຂ້າເງືອກ ທີ່ອາໄສຢູ່ໃນທະເລ. 2 ໃນວັນນັ້ນ ພຣະເຈົ້າຢາເວຈະກ່າວເຖິງສວນອະງຸ່ນຂອງພຣະອົງ ທີ່ໃຫ້ຄວາມພໍໃຈນັ້ນວ່າ, 3 “ເຮົາເຝົ້າເບິ່ງແລະຫົດນໍ້າມັນບໍ່ໄດ້ຂາດ. ເຮົາເຝົ້າຮັກສາທັງເວັນ ແລະທັງຄືນ ເພື່ອບໍ່ໃຫ້ຜູ້ໃດມາທຳຮ້າຍມັນໄດ້. 4 ເຮົາຈະບໍ່ໂກດຮ້າຍຕໍ່ສວນອະງຸ່ນຂອງເຮົາອີກຕໍ່ໄປ. ຖ້າກົກໜາມໃຫຍ່ນ້ອຍເກີດຂຶ້ນມາຕໍ່ສູ້ ເຮົາກໍຈະເຜົາໃຫ້ສິ້ນຊາກໄປ. 5 ແຕ່ຖ້າເຫຼົ່າສັດຕູຂອງປະຊາຊົນຂອງເຮົາ ຕ້ອງການໃຫ້ເຮົາປົກປ້ອງຄຸ້ມຄອງພວກເຂົາ ຈົ່ງໃຫ້ພວກເຂົາສ້າງສັນຕິພາບກັບເຮົາສາ. ຖືກແລ້ວ ໃຫ້ພວກເຂົາສ້າງສັນຕິພາບກັບເຮົາ.” 6 ໃນວັນນັ້ນ ປະຊາຊົນອິດສະຣາເອນຜູ້ເປັນເຊື້ອສາຍຂອງຢາໂຄບ ຈະຢັ່ງຮາກລົງດັ່ງຮາກຂອງຕົ້ນໄມ້ແລະຈະອອກດອກຈູມດອກບານ. ໂລກນີ້ຈະເຕັມໄປດ້ວຍໝາກຜົນຂອງພວກເຂົາ. 7 ຊາດອິດສະຣາເອນຈະບໍ່ຖືກພຣະເຈົ້າຢາເວລົງໂທດໜັກ ເທົ່າກັບບັນດາເຫຼົ່າສັດຕູຂອງຕົນ ແລະຈະບໍ່ຖືກຂ້າຫລາຍເທົ່າກັບເຫຼົ່າສັດຕູຂອງເຂົາຖືກຂ້າ. 8 ພຣະເຈົ້າຢາເວລົງໂທດປະຊາຊົນຂອງພຣະອົງ ໂດຍເນລະເທດເຂົາໃຫ້ໜີໄປ. ພຣະອົງໄດ້ໃຊ້ລົມອັນໂຫດຮ້າຍຈາກທິດຕາເວັນອອກ ພັດສົ່ງພວກເຂົາໄປ. 9 ແຕ່ບາບຂອງຊາດອິດສະຣາເອນຈະໄດ້ຮັບການໃຫ້ອະໄພ ກໍຕໍ່ເມື່ອຫີນແທ່ນບູຊາຂອງຜູ້ທີ່ບໍ່ນັບຖືພຣະເຈົ້າຖືກທຳລາຍດັ່ງຂີ້ສໍຂາວ ແລະທັງບໍ່ມີສັນຍາລັກຕ່າງໆຂອງເຈົ້າແມ່ອາເຊຣາ ຫລືແທ່ນເຜົາເຄື່ອງຫອມບູຊາເຫຼືອຢູ່ເລີຍ. 10 ເມືອງທີ່ມີປ້ອມປ້ອງກັນກໍຮົກຮ້າງເພພັງ ຂາດຄົນຢູ່ອາໄສດັ່ງຖິ່ນແຫ້ງແລ້ງກັນດານອັນເປົ່າແປນ. ມັນກາຍເປັນທົ່ງທີ່ສັດພັກຜ່ອນແລະເລາະກິນຫຍ້າ. 11 ງ່າໄມ້ກໍຫ່ຽວແຫ້ງແລະຫັກລົງ ແລະພວກຜູ້ຍິງກໍໄປເກັບເອົາມາເຮັດຟືນ. ຍ້ອນປະຊາຊົນບໍ່ໄດ້ເຂົ້າໃຈຫຍັງ ພຣະເຈົ້າອົງເປັນພຣະຜູ້ສ້າງຂອງພວກເຂົາຈຶ່ງຈະບໍ່ໃຫ້ຄວາມເມດຕາປານີ ຫລືສະແດງຄວາມອີດູຕົນໃດໆແກ່ພວກເຂົາເລີຍ. 12 ໃນວັນນັ້ນ ຕັ້ງແຕ່ແມ່ນໍ້າເອີຟຣັດຈົນຮອດຊາຍແດນຂອງປະເທດເອຢິບ ພຣະເຈົ້າຢາເວຈະເຕົ້າໂຮມປະຊາຊົນຂອງພຣະອົງແຕ່ລະຄົນດັ່ງຝັດແກບອອກຈາກເມັດເຂົ້າ. 13 ເມື່ອວັນນັ້ນມາເຖິງ ສຽງແກຈະດັງຂຶ້ນ ເພື່ອເອີ້ນເອົາພວກອິດສະຣາເອນທັງໝົດທີ່ໄດ້ຖືກເນລະເທດໄປນັ້ນ ໃຫ້ກັບຄືນມາຈາກອັດຊີເຣຍ ແລະປະເທດເອຢິບ. ພວກເຂົາຈະມານະມັດສະການພຣະເຈົ້າຢາເວຢູ່ໃນນະຄອນເຢຣູຊາເລັມ ຄືທີ່ເທິງເນີນພູສັກສິດຂອງພຣະອົງ. |
@ 2012 United Bible Societies. All Rights Reserved.