Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 26 - ພຣະຄຳພີສັກສິ


ພຣະເຈົ້າ​ຈະ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ມີໄຊ

1 ເມື່ອ​ເຖິງ​ວັນ​ນັ້ນ ປະຊາຊົນ​ຈະ​ຮ້ອງເພງ​ໃນ​ດິນແດນ​ຢູດາຍ​ວ່າ: ເມືອງ​ຂອງ​ພວກເຮົາ​ໜາແໜ້ນ​ແລະ​ເຂັ້ມແຂງ ພຣະເຈົ້າ​ເອງ​ປ້ອງກັນ​ກຳແພງ​ເມືອງ​ໄວ້

2 ຈົ່ງ​ໄຂ​ປະຕູ​ເມືອງ​ໃຫ້​ຊົນຊາດ​ທີ່​ສັດຊື່​ເຂົ້າ​ມາ ຄື​ຊົນຊາດ​ທີ່​ປະຊາຊົນ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.

3 ຂໍ​ໂຜດ​ໃຫ້​ມີ​ສັນຕິສຸກ​ເຖີດ ເປັນ​ສັນຕິສຸກ​ອັນ​ຄົບຖ້ວນ​ແກ່​ທຸກຄົນ​ດ້ວຍ ຄື​ຜູ້​ທີ່​ຢຶດໝັ້ນ​ແທ້ຈິງ​ໃນ​ເປົ້າໝາຍ​ຂອງຕົນ ແລະ​ແກ່​ທຸກຄົນ​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.

4 ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ຕະຫລອດໄປ ເຫດວ່າ​ພຣະເຈົ້າຢາເວ, ພຣະເຈົ້າຢາເວ​ເປັນ​ສີລາ​ຕະຫຼອດ​ໄປ​ເປັນນິດ.

5 ພຣະອົງ​ໄດ້​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ ແລະ​ທຳລາຍ​ເມືອງ​ອັນ​ເຂັ້ມແຂງ​ຂອງ​ພວກເຂົາ​ຖິ້ມ ຄື​ເມືອງ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ຢູ່​ອາໄສ ແລະ​ທຳລາຍ​ໝຸ່ນ​ທະລາຍ​ໃຫ້​ເປັນ​ຂີ້ຝຸ່ນ.

6 ບັດນີ້ ພວກ​ທີ່​ຖືກ​ກົດຂີ່​ກໍ​ຢຽບ​ຂີ້ຝຸ່ນ​ດິນ​ນັ້ນ​ໄປ ແລະ​ຢຽບຢໍ່າ​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ເຂົາເຈົ້າ.

7 ທາງ​ຂອງ​ຄົນ​ຊອບທຳ​ກໍ​ຮາບພຽງ​ດີ ພຣະອົງ​ຊົງ​ສັດຊື່​ກໍຊົງ​ກະທຳ​ໃຫ້​ທາງ​ແຫ່ງ​ຄວາມ​ຊອບທຳ​ຮາບກ້ຽງ.

8 ຂ້ແດ່​ພຣະເຈົ້າຢາເວ ໃນ​ທາງ​ແຫ່ງ​ການ​ຕັດສິນ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ໂດຍ​ນາມຊື່​ອັນ​ເປັນ​ທີ່​ລະນຶກ​ຂອງ​ພຣະອົງ ແມ່ນ​ຈິດໃຈ​ທີ່​ປາຖະໜາ​ຂອງ​ພວກ​ຂ້ານ້ອຍ.

9 ໃນ​ຕອນ​ກາງຄືນ ຂ້ານ້ອຍ​ກໍ​ຄິດຫາ​ແຕ່​ພຣະອົງ ປາຖະໜາ​ຫາ​ແຕ່​ພຣະອົງ​ດ້ວຍ​ໝົດ​ຫົວໃຈ. ເມື່ອ​ພຣະອົງ​ຕັດສິນ​ໂລກນີ້​ລວມທັງ​ປະຊາຊາດ​ທັງປວງ ທຸກຄົນ​ຈະ​ໄດ້​ຮຽນຮູ້​ວ່າ​ຄວາມ​ຍຸດຕິທຳ​ຄື​ຫຍັງ​ແທ້.

10 ເຖິງ​ວ່າ​ພຣະອົງ​ເມດຕາ​ຕໍ່​ຄົນຊົ່ວຮ້າຍ​ກໍຕາມ ພວກເຂົາ​ກໍ​ບໍ່ເຄີຍ​ຮຽນຮູ້​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ເຖິງ​ວ່າ​ບ່ອນນີ້​ຈະ​ເປັນ​ດິນແດນ ບ່ອນ​ທີ່​ຄົນ​ຊອບທຳ​ອາໄສ​ຢູ່​ກໍຕາມ; ພວກເຂົາ​ກໍ​ຍັງ​ເຮັດ​ໃນ​ສິ່ງ​ທີ່​ຜິດພາດ​ສະເໝີ​ມາ ພວກເຂົາ​ບໍ່​ຍອມ​ຮັບຮູ້​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ.

11 ຂ້າແດ່​ພຣະເຈົ້າຢາເວ ເຫຼົ່າ​ສັດຕູ​ບໍ່​ຮູ້​ວ່າ​ພຣະອົງ​ຈະ​ລົງໂທດ​ພວກເຂົາ ໃຫ້​ຖືກ​ອັບອາຍ​ແລະ​ຮັບ​ທຸກ ຈົ່ງ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດ​ທີ່​ພຣະອົງ​ຕຽມໄວ້​ນັ້ນ​ສາ ໃຫ້​ເຫັນ​ວ່າ​ພຣະອົງ​ຮັກ​ປະຊາຊົນ​ຂອງ​ພຣະອົງ.

12 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ໃຫ້​ພວກ​ຂ້ານ້ອຍ​ນັ້ນ ໄດ້​ຈະເລີນ​ຮຸ່ງເຮືອງ ທຸກສິ່ງ​ທີ່​ພວກ​ຂ້ານ້ອຍ​ກະທຳ ລ້ວນແຕ່​ແມ່ນ​ພຣະປະສົງ​ຂອງ​ພຣະເຈົ້າ.

13 ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ມີ​ຄົນອື່ນ​ປົກຄອງ​ພວກ​ຂ້ານ້ອຍ ແຕ່​ພວກ​ຂ້ານ້ອຍ​ຍອມຮັບ​ນາມຊື່​ຂອງ​ພຣະອົງ​ອົງດຽວ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ.

14 ບັດນີ້ ພວກເຂົາ​ຕາຍໄປ​ແລ້ວ​ແລະ​ບໍ່ມີ​ຊີວິດ​ຢູ່ ແລະ​ວິນຍານ​ຂອງ​ພວກເຂົາ​ກໍ​ຈະ​ບໍ່​ຟື້ນ​ຄືນ​ມາ​ເລີຍ ເພາະ​ພຣະອົງ​ໄດ້​ລົງໂທດ​ແລະ​ທຳລາຍ​ພວກເຂົາ ແລະ​ບໍ່ມີ​ຜູ້ໃດ​ຈະ​ລະລຶກ​ເຖິງ​ພວກເຂົາ​ອີກ​ຕໍ່ໄປ.

15 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ເຮັດ​ໃຫ້​ຊົນຊາດ​ຂອງ​ຂ້ານ້ອຍ ມີ​ປະຊາຊົນ​ມາກມາຍ​ເພີ່ມພູນ​ຍິ່ງໆ​ຂຶ້ນ ທັງ​ເຮັດ​ໃຫ້​ເຂດແດນ​ທຸກ​ດ້ານ​ຂະຫຍາຍ​ອອກ​ໄປ ເປັນ​ການ​ນຳ​ກຽດ​ອັນ​ຍິ່ງໃຫຍ່​ມາ​ສູ່​ພຣະອົງ.

16 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ລົງໂທດ​ຄົນ​ຂອງ​ພຣະອົງ ພວກເຂົາ​ໄດ້​ພາວັນນາ​ອະທິຖານ​ດ້ວຍ​ຈິດໃຈ​ທີ່​ເຈັບປວດ.

17 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ເຮັດ​ໃຫ້​ຄົນ​ຂອງ​ພຣະອົງ​ຮ້ອງ​ອອກ​ມາ ດັ່ງ​ຜູ້ຍິງ​ຖືພາ​ຮ້ອງ​ຢ່າງ​ເຈັບປວດ​ເມື່ອ​ຄອດ​ລູກ.

18 ພວກ​ຂ້ານ້ອຍ​ເຈັບປວດ​ເກືອບ​ຈະ​ສິ້ນໃຈ​ຕາຍ ແຕ່​ກໍ​ບໍ່ໄດ້​ໃຫ້​ກຳເນີດ​ຫຍັງ​ອອກ​ມາ​ຊໍ້າ ທັງ​ບໍ່ໄດ້​ນຳ​ໄຊຊະນະ​ມາ​ສູ່​ດິນແດນ​ເລີຍ ພວກ​ຂ້ານ້ອຍ​ບໍ່ໄດ້​ສຳເລັດຜົນ​ຫຍັງ​ທັງນັ້ນ.

19 ຄົນ​ພວກ​ຂ້ານ້ອຍ​ທີ່​ຕາຍໄປ​ແລ້ວ ກໍ​ຈະ​ມີ​ຊີວິດ​ຢູ່​ ຮ່າງກາຍ​ເຂົາເຈົ້າ​ຈະ​ກັບຄືນ​ມີ​ຊີວິດ​ອີກ​ຄັ້ງ. ທຸກຄົນ​ທີ່​ນອນ​ຫລັບ​ຢູ່​ໃນ​ຂຸມຝັງສົບ ຈະ​ຕື່ນ​ຂຶ້ນ​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ​ໃຫຍ່. ນໍ້າ​ຄ້າງ​ໃສເຫລື້ອມ​ເຮັດ​ໃຫ້​ໂລກນີ້​ສົດຊື່ນ​ສັນໃດ ພຣະອົງ​ຈະ​ເຮັດ​ໃຫ້​ຜູ້​ຕາຍໄປ​ແຕ່​ດົນນານ​ຟື້ນ​ຄືນ​ສັນນັ້ນ.


ການ​ພິພາກສາ​ແລະ​ການ​ສ້າງ​ຂຶ້ນ​ໃໝ່

20 ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ເມືອ​ເຮືອນ​ຂອງ​ພວກເຈົ້າ​ແລະ​ອັດ​ປະຕູ​ໄວ້​ສາ. ຈົ່ງ​ຊ້ອນຕົວ​ພວກເຈົ້າ​ໄວ້​ຊົ່ວ​ໄລຍະ​ໜຶ່ງ ຈົນກວ່າ​ພຣະເຈົ້າ​ເຊົາ​ໂກດຮ້າຍ.

21 ພຣະເຈົ້າຢາເວ​ກຳລັງ​ມາ​ແຕ່​ບ່ອນ​ທີ່​ພຣະອົງ​ສະຖິດ​ຢູ່ ເພື່ອ​ລົງໂທດ​ປະຊາກອນ​ໃນ​ໂລກນີ້ ເພາະ​ບາບ​ທີ່​ພວກເຂົາ​ໄດ້​ເຮັດ. ຄາດຕະກອນ​ທີ່​ໄດ້​ຂ້າ​ຄົນ​ຢ່າງ​ລັບລີ້​ຈະ​ຖືກ​ເປີດເຜີຍ ແລະ​ພື້ນດິນ​ກໍ​ຈະ​ບໍ່​ເຊື່ອງຊ້ອນ​ຊາກສົບ​ຂອງ​ຜູ້​ທີ່​ໄດ້​ຖືກ​ຂ້າ​ອີກ​ຕໍ່ໄປ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan