ເອຊາຢາ 25 - ພຣະຄຳພີສັກສິບົດເພງແຫ່ງການສັນລະເສີນ 1 ຂ້າແດ່ພຣະເຈົ້າຢາເວ ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍຈະຍ້ອງຍໍໃຫ້ກຽດພຣະອົງ ແລະສັນລະເສີນພຣະນາມພຣະເຈົ້າ. ພຣະອົງນັ້ນໄດ້ເຮັດສິ່ງອັດສະຈັນນາໆປະການ ພຣະອົງເຮັດຕາມແຜນການທີ່ຊົງໄດ້ວາງໄວ້. 2 ພຣະອົງໄດ້ປ່ຽນເມືອງຕ່າງໆໃຫ້ຮົກຮ້າງເພພັງ ແລະທຳລາຍປ້ອມປ້ອງກັນເມືອງຂອງເຂົາເຈົ້າ. ຜາສາດຣາຊວັງທີ່ເຫຼົ່າສັດຕູໄດ້ສ້າງຂຶ້ນມາ ກໍໄດ້ສູນເສຍຕະຫລອດໄປສາແລ້ວ. 3 ຊົນຊາດທີ່ມີອຳນາດຈະສັນລະເສີນພຣະອົງ ປະຊາຊາດທີ່ໂຫດຮ້າຍຈະຢ້ານກົວພຣະອົງດ້ວຍ. 4 ຄົນຍາກຈົນຂາດທີ່ເພິ່ງໄດ້ປົບມາຫາພຣະອົງ ແລະໄດ້ມີຄວາມປອດໄພໃນຄາວເດືອດຮ້ອນ. ພຣະອົງໄດ້ໃຫ້ພວກເຂົາມີບ່ອນຊົ້ນຈາກພະຍຸຮ້າຍ ແລະໃຫ້ເພິ່ງໃນຮົ່ມຈາກແສງແດດຮ້ອນ. ເຫຼົ່າສັດຕູຜູ້ໂຫດຮ້າຍກໍໄດ້ມາໂຈມຕີ ດັ່ງກັບພະຍຸຮ້າຍໂຈມຕີຍາມລະດູໜາວ 5 ດັ່ງຄວາມແຫ້ງແລ້ງເກີດຂຶ້ນໃນດິນແດນ ແຕ່ແມ່ນພຣະອົງທີ່ເຮັດໄດ້; ຄືເຮັດໃຫ້ສັດຕູຜູ້ໂຫດຮ້າຍມິດງຽບໄປ ດັ່ງເມກເຮັດໃຫ້ຊຸ່ມເຢັນໃນມື້ທີ່ມີແດດຮ້ອນ. ພຣະເຈົ້າຕຽມງານກິນລ້ຽງໃຫຍ່ 6 ທີ່ເທິງພູເຂົາຊີໂອນບ່ອນນີ້ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຈະຕຽມງານກິນລ້ຽງໃຫຍ່ສຳລັບຊົນຊາດທັງໝົດໃນໂລກ ຄືການກິນລ້ຽງໃຫຍ່ທີ່ມີອາຫານບໍຣິບູນທີ່ສຸດ ແລະມີເຫຼົ້າອະງຸ່ນທີ່ດີເລີດ. 7 ໃນງານກິນລ້ຽງນີ້ ພຣະອົງຈະຍົກຍ້າຍຄວາມທຸກໂສກ ຊຶ່ງເປັນດັ່ງເມກປົກຄຸມເທິງຊາດທັງໝົດນັ້ນໃຫ້ໜີໄປໃນທັນທີ. 8 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະທຳລາຍຄວາມຕາຍຕະຫລອດໄປ ພຣະອົງຈະເຊັດນໍ້າຕາໃຫ້ໝົດທຸກຄົນແລະກຳຈັດຄວາມອັບອາຍ ທີ່ປະຊາຊົນຂອງພຣະອົງໄດ້ຮັບຢູ່ທົ່ວໂລກ. ພຣະເຈົ້າຢາເວເອງໄດ້ກ່າວດັ່ງນີ້ແຫລະ. 9 ໃນວັນນັ້ນ ພວກເຂົາກໍຈະເວົ້າວ່າ, “ພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍ ພວກຂ້ານ້ອຍລໍຄອຍພຣະອົງ; ສະນັ້ນ ພຣະອົງຈຶ່ງຊ່ວຍເອົາພວກຂ້ານ້ອຍໄວ້. ພຣະອົງແມ່ນພຣະເຈົ້າຢາເວ ອົງທີ່ພວກຂ້ານ້ອຍລໍຄອຍພຣະອົງ; ພວກຂ້ານ້ອຍຊົມຊື່ນຍິນດີແລະມີຄວາມສຸກຫລາຍ ໃນການຊ່ວຍໃຫ້ພົ້ນຂອງພຣະອົງ.” ພຣະເຈົ້າຈະລົງໂທດໂມອາບ 10 ພຣະເຈົ້າຢາເວຈະປົກປ້ອງພູເຂົາຊີໂອນ; ແຕ່ປະຊາຊົນຊາວໂມອາບຈະຖືກຢຽບຢໍ່າລົງ ເໝືອນກັນກັບຄົນຢຽບຢໍ່າເຟືອງເພື່ອເຮັດຝຸ່ນ. 11 ພວກເຂົາຈະເດ່ມືອອກເໝືອນຄົນທີ່ພະຍາຍາມລອຍນໍ້າໄປ, ແຕ່ພຣະອົງຈະເຮັດໃຫ້ພວກເຂົາອ່ອນແຮງ ແລະມືພວກເຂົາຈະຈົມລົງຢ່າງຂາດຜູ້ຊ່ວຍ. 12 ພຣະອົງຈະທຳລາຍປ້ອມປ້ອງກັນເມືອງບ່ອນສູງໆໃນດິນແດນໂມອາບລົງ ແລະເຮັດໃຫ້ມັນຮົກຮ້າງເພພັງຈົນກາຍເປັນຂີ້ຝຸ່ນ. |
@ 2012 United Bible Societies. All Rights Reserved.