Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 24 - ພຣະຄຳພີສັກສິ


ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ແຜ່ນດິນ​ໂລກ

1 ພຣະເຈົ້າຢາເວ​ກຳລັງ​ຈະ​ທຳລາຍ​ແຜ່ນດິນ​ໂລກ ແລະ​ປະ​ໄວ້​ໃຫ້​ເປົ່າປ່ຽວ. ພຣະອົງ​ຈະ​ບິດ​ໜ້າດິນ ແລະ​ເຮັດ​ໃຫ້​ປະຊາກອນ​ກະຈັດ​ກະຈາຍ.

2 ທຸກຄົນ​ຈະ​ໄດ້​ຮັບ​ຊາຕາກຳ​ຢ່າງ​ດຽວກັນ​ເຊັ່ນ: ປະໂຣຫິດ​ແລະ​ປະຊາຊົນ, ທາດຮັບໃຊ້​ແລະ​ນາຍ, ຜູ້ຂາຍ​ແລະ​ຜູ້ຊື້, ຜູ້ຢືມ​ກັບ​ຜູ້​ໃຫ້ຢືມ, ຄົນຮັ່ງມີ​ກັບ​ຄົນ​ຍາກຈົນ.

3 ແຜ່ນດິນ​ໂລກ​ຈະ​ພິນາດ​ແລະ​ຮົກຮ້າງ​ເພພັງ. ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ຢ່າງໃດ​ກໍ​ຈະ​ເປັນ​ໄປ​ຢ່າງນັ້ນ.

4 ແຜ່ນດິນ​ໂລກ​ຈະ​ແຫ້ງແລ້ງ ແລະ​ທຸກສິ່ງ​ຈະ​ຫ່ຽວແຫ້ງ​ໄປ; ທົ່ວ​ທັງໂລກ​ຈະ​ອ່ອນ​ລົງ ທັງ​ແຜ່ນດິນ​ໂລກ ແລະ​ຟ້າ​ສະຫວັນ ​ກໍ​ຈະ​ເສື່ອມເສຍ​ໄປ.

5 ປະຊາກອນ​ໄດ້​ເຮັດ​ໃຫ້​ໂລກນີ້​ເປັນ​ມົນທິນ ໂດຍ​ລະເມີດ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຝ່າຝືນ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ​ຕະຫລອດໄປ.

6 ສະນັ້ນ ແຜ່ນດິນ​ໂລກ​ນີ້ ຈຶ່ງ​ຖືກ​ສາບແຊ່ງ ໃຫ້​ສົມກັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ຄື​ໜ້ອຍຄົນ​ທີ່ສຸດ​ຈະ​ມີ​ຊີວິດ​ຢູ່.

7 ກົກອະງຸ່ນ​ຈະ​ຫ່ຽວແຫ້ງ​ໄປ ແລະ​ເຫຼົ້າ​ອະງຸ່ນ​ຈະ​ຫາ​ຍາກ​ທີ່ສຸດ. ທຸກໆຄົນ​ທີ່​ເຄີຍ​ມີ​ຄວາມສຸກ ບັດນີ້ ກໍ​ຈະ​ມີ​ແຕ່​ຄວາມທຸກ

8 ແລະ​ສຽງ​ພິນ ແລະ​ສຽງ​ກອງ​ທີ່​ເຄີຍ​ດັງ​ຢ່າງ​ອອນຊອນ ກໍໄດ້​ຢຸດ​ສະງັກ​ລົງ.

9 ການ​ຮ້ອງເພງ​ເຮຮາ​ເພາະ​ລິດ​ເຫຼົ້າ​ອະງຸ່ນ​ບໍ່ມີ​ອີກ​ຕໍ່ໄປ; ແລະ​ບໍ່ມີ​ຜູ້ໃດ​ຊົມຊື່ນ​ຍ້ອນ​ໄດ້​ຊີມ​ຣົດ​ເຫຼົ້າ​ອະງຸ່ນ​ອີກ​ຕໍ່ໄປ.

10 ຢູ່​ໃນ​ເມືອງ​ເກີດ​ສັບສົນ​ວຸ້ນວາຍ​ກັນ​ໄປ​ໝົດ ແລະ​ຊາວ​ເມືອງ​ກໍ​ຢູ່​ໃນ​ເຮືອນ​ອັດ​ປະຕູ​ໃສ່​ໄລ​ໄວ້​ເພື່ອ​ຄວາມ​ປອດໄພ.

11 ຊາວ​ເມືອງ​ຮ້ອງ​ດ່າ​ຕາມ​ຫົນທາງ​ຍ້ອນ​ບໍ່ມີ​ເຫຼົ້າ​ອະງຸ່ນ​ດື່ມ​ອີກ. ຄວາມສຸກ​ໝົດ​ໄປ​ຈາກ​ດິນແດນ​ຢ່າງ​ບໍ່ມີ​ມື້​ຈະ​ກັບຄືນ​ມາ.

12 ເມືອງ​ຮົກຮ້າງ​ຫັກພັງ ແລະ​ປະຕູ​ເມືອງ​ກໍ​ເພພັງ​ລົງ.

13 ສິ່ງ​ນີ້ແຫລະ ຈະ​ເກີດຂຶ້ນ​ກັບ​ທຸກໆ​ຊາດ​ທົ່ວ​ໂລກນີ້. ຈະ​ເປັນ​ດັ່ງ​ຕອນ​ທີ່​ສິ້ນສຸດ​ຂອງ​ລະດູ​ເກັບກ່ຽວ ເມື່ອ​ເຂົາ​ສັ່ນ​ເອົາ​ໝາກກອກເທດ​ໃນ​ທຸກ​ກົກ ແລະ​ເກັບ​ເອົາ​ພົ້ວ​ໝາກອະງຸ່ນ​ໃນ​ທຸກ​ຕົ້ນ.

14 ຜູ້ໃດ​ທີ່​ມີ​ຊີວິດ​ຢູ່​ຈະ​ຮ້ອງເພງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ. ຜູ້​ທີ່​ຢູ່​ທາງ​ທິດ​ຕາເວັນຕົກ​ກໍ​ຈະ​ບອກ​ວ່າ, ພຣະເຈົ້າຢາເວ​ຍິ່ງໃຫຍ່​ສໍ່າໃດ

15 ແລະ​ຜູ້​ທີ່​ຢູ່​ທາງທິດ​ຕາເວັນອອກ​ກໍ​ຈະ​ສັນລະເສີນ​ພຣະເຈົ້າຢາເວ. ປະຊາຊົນ​ທີ່​ຢູ່​ຕາມ​ແຄມ​ທະເລ​ຈະ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.

16 ແຕ່​ທາງ​ພາກ​ຕ່າງໆ​ຂອງ​ໂລກ​ທີ່​ຢູ່​ໄກ​ສຸດ ພວກເຮົາ​ຈະ​ໄດ້ຍິນ​ສຽງ​ເພງ​ຮ້ອງ​ສັນລະເສີນ​ອິດສະຣາເອນ ຊົນຊາດ​ທີ່​ຊອບທຳ. ສ່ວນ​ຂ້າພະເຈົ້າ​ນັ້ນ​ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ຈ່ອຍຜອມ​ລົງ​ເລື້ອຍໆ ພວກ​ທີ່​ທໍລະຍົດ​ກໍ​ສືບຕໍ່​ທໍລະຍົດ ແລະ​ພວກເຂົາ​ຍິ່ງ​ທໍລະຍົດ​ຢ່າງ​ຊົ່ວຮ້າຍ​ຫລາຍ​ຂຶ້ນ.

17 ທຸກຄົນ​ຈົ່ງ​ຟັງ​ຂ້າພະເຈົ້າ​ເທີ້ນ ຄວາມ​ຢ້ານກົວ​ອັນ​ໃຫຍ່, ຫລຸມ ແລະ​ແຮ້ວ​ກຳລັງ​ລໍ​ດັກຈັບ​ພວກເຮົາ​ຢູ່.

18 ຜູ້ໃດ​ທີ່​ຊອກຫາ​ປົບໜີ​ຈາກ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ນັ້ນ ກໍ​ຈະ​ຕົກລົງ​ໃນ​ຫລຸມ; ແລະ​ຜູ້ໃດ​ທີ່​ປົບໜີ​ຈາກ​ຫລຸມ​ກໍ​ຈະ​ຖືກ​ແຮ້ວ. ຫ່າຝົນ​ຈະ​ຕົກລົງ​ມາ​ຈາກ​ທ້ອງຟ້າ ແລະ​ຮາກຖານ​ຂອງ​ໂລກ​ກໍ​ຈະ​ສັ່ນ​ຄອນແຄນ​ໝົດ.

19 ໂລກ​ຈະ​ແຕກ​ເປັນ​ປ່ຽງ​ແລະ​ຍະ​ອອກ.

20 ແຜ່ນດິນ​ໂລກ​ຈະ​ໂຊເຊ​ໄປມາ​ດັ່ງ​ຄົນ​ເມົາ​ເຫຼົ້າ ຫລື​ໂຢກເຢກ​ດັ່ງ​ຕູບ​ໄມ້​ໃນ​ທ່າມກາງ​ພະຍຸຮ້າຍ. ບາບ​ໄດ້​ເຮັດ​ໃຫ້​ໂລກນີ້​ເສື່ອມໂຊມ​ລົງ​ຈົນ​ລົ້ມ​ທະລາຍ ແລະ​ແຜ່ນດິນ​ໂລກ​ກໍ​ຈະ​ຟື້ນ​ຕົວ​ຂຶ້ນ​ມາ​ອີກ​ບໍ່ໄດ້​ຈັກເທື່ອ.

21 ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ຈະ​ລົງໂທດ​ບັນດາ​ອຳນາດ​ເບື້ອງເທິງ ແລະ​ບັນດາ​ນັກປົກຄອງ​ເບື້ອງລຸ່ມ​ທີ່​ເທິງ​ແຜ່ນດິນ​ໂລກ​ນີ້.

22 ພຣະເຈົ້າ​ຈະ​ນຳ​ບັນດາ​ກະສັດ​ມາ​ຮ່ວມກັນ​ເປັນ​ຝູງ ດັ່ງ​ນຳ​ຊະເລີຍເສິກ​ມາ​ໃນ​ເຫວ. ພຣະອົງ​ຈະ​ຂັງ​ພວກເຂົາ​ໄວ້​ໃນ​ຄຸກ ຈົນຮອດ​ເວລາ​ຕັດສິນ​ລົງໂທດ.

23 ດວງຈັນ​ຈະ​ມືດມົວ ແລະ​ດວງອາທິດ​ຈະ​ບໍ່​ສ່ອງແສງ. ດ້ວຍວ່າ, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຂຶ້ນ​ເປັນ​ກະສັດ. ພຣະອົງ​ຈະ​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ທີ່​ເທິງ​ພູເຂົາ​ຊີໂອນ ແລະ​ພວກ​ຜູ້ນຳ​ປະຊາຊົນ​ຈະ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan