ເອຊາຢາ 23 - ພຣະຄຳພີສັກສິຖ້ອຍຄຳກ່ຽວກັບໂຟນີເຊຍ 1 ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບຕີເຣ. ຈົ່ງໂສກເສົ້າຮໍ່າໄຮເຖີດ ພວກແລ່ນເຮືອແຫ່ງຕາກຊິດເອີຍ ທ່າເຮືອໃນເມືອງທ່າຂອງພວກເຈົ້າຖືກທຳລາຍສາແລ້ວ; ບ້ານເຮືອນກັບທ່າເຮືອຖືກພັງພິນາດສາແລ້ວ. ພວກເຈົ້າຮູ້ຂ່າວຕ່າງໆ ເມື່ອເຮືອຂອງພວກເຈົ້າກັບມາແຕ່ເມືອງໄຊປຣັດ. 2 ຈົ່ງຄວນຄາງເຖີດ ບັນດາພໍ່ຄ້າທີ່ເມືອງຊີໂດນເອີຍ 3 ພວກເຈົ້າສົ່ງຄົນຂ້າມທະເລໄປຊື້ຂາຍເມັດພືດທີ່ເກີດໃນປະເທດເອຢິບ ແລະເຮັດທຸລະກິດກັບທຸກຊົນຊາດ. 4 ເມືອງຊີໂດນເອີຍ ເຈົ້າຖືກອັບອາຍຂາຍໜ້າສາແລ້ວ ທະເລແລະມະຫາສະໝຸດອັນກວ້າງເລິກບອກປະຕິເສດໄປວ່າ, “ເຮົາບໍ່ເຄີຍມີລູກຈັກເທື່ອ. ເຮົາບໍ່ເຄີຍລ້ຽງລູກຊາຍລູກຍິງເລີຍ.” 5 ແມ່ນແຕ່ຊາວເອຢິບກໍເກີດສະເທືອນຈິດໃຈ ແລະທໍ້ຖອຍ ເມື່ອຮູ້ວ່າເມືອງຕີເຣຖືກທຳລາຍ. 6 ຊາວເມືອງໂຟນີເຊຍເອີຍ ຈົ່ງໂສກເສົ້າຮໍ່າໄຮເຖີດ ຈົ່ງພະຍາຍາມປົບໜີໄປຍັງຕາກຊິດສາ 7 ເມືອງຕີເຣນີ້ ຊຶ່ງຖືກໍ່ຕັ້ງມາໄດ້ດົນນານແລ້ວ ເປັນແຫລ່ງແຫ່ງການສະໜຸກສະໜານຊັ້ນຫລື? ບໍ່ແມ່ນເມືອງນີ້ບໍ ທີ່ສົ່ງນັກກໍ່ຕັ້ງຖິ່ນຖານຂ້າມທະເລໄປສ້າງເມືອງຂຶ້ນຕ່າງໆ? 8 ຜູ້ໃດເດເປັນຜູ້ວາງແຜນນຳສິ່ງທັງໝົດນີ້ມາສູ່ເມືອງຕີເຣ ເມືອງແຫ່ງຈອມຈັກກະພັດທີ່ພວກເຈົ້າຊາຍຜູ້ເປັນພໍ່ຄ້າ ໄດ້ຮັບກຽດອັນສູງສຸດເໜືອມະນຸດໃນໂລກ? 9 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ວາງແຜນການນີ້. ພຣະອົງໄດ້ວາງແຜນການນັ້ນ ເພື່ອເຮັດໃຫ້ຄວາມອວດອົ່ງຈອງຫອງຂອງພວກເຂົາສິ້ນສຸດລົງ ແລະເຮັດໃຫ້ຄົນທີ່ໄດ້ຮັບກຽດນັ້ນສະຫງຽມຈຽມຕົວ. 10 ຈົ່ງໄປເຮັດໄຮ່ເຮັດນາເຖີດ ພວກເຈົ້າຄົນທີ່ຢູ່ໃນເມືອງຂຶ້ນຕ່າງໆຂອງຕາກຊິດເອີຍ ບໍ່ມີຜູ້ໃດທີ່ຈະປົກປ້ອງເຈົ້າໄວ້ຕໍ່ໄປອີກແລ້ວ. 11 ພຣະເຈົ້າຢາເວໄດ້ຢຽດມືຂອງພຣະອົງອອກເທິງທະເລ ແລະໄດ້ໂຄ່ນລົ້ມຣາຊອານາຈັກຕ່າງໆ. ພຣະອົງໄດ້ສັ່ງໃຫ້ສູນການຄ້າຕ່າງໆໃນໂຟນີເຊຍຖືກທຳລາຍ. 12 ເມືອງຊີໂດນເອີຍ ຄວາມສຸກຂອງເຈົ້າໄດ້ສິ້ນສຸດລົງສາແລ້ວ ແລະປະຊາຊົນຂອງເຈົ້າກໍໄດ້ຖືກກົດຂີ່. ເຖິງແມ່ນວ່າພວກເຂົາປົບໜີໄປທີ່ເມືອງໄຊປຣັດ; ແຕ່ກໍຈະບໍ່ໄດ້ຮັບຄວາມປອດໄພ. 13 ແມ່ນຊາວບາບີໂລນ ແຕ່ບໍ່ແມ່ນຊາວອັດຊີເຣຍ ທີ່ໄດ້ປ່ອຍໃຫ້ພວກສັດປ່າຢຽບຢໍ່າເມືອງຕີເຣ. ແມ່ນຊາວບາບີໂລນທີ່ໄດ້ປິດລ້ອມຫໍຄອຍຕ່າງໆ ຮື້ປ້ອມທີ່ປ້ອງກັນເມືອງຕີເຣ ແລະປະປ່ອຍໃຫ້ເປັນເມືອງຮົກຮ້າງເພພັງ. 14 ຈົ່ງໂສກເສົ້າຮໍ່າໄຮເຖີດ ບັນດາເຮືອແຫ່ງຕາກຊິດເອີຍ ເມືອງທີ່ພວກເຈົ້າເພິ່ງພາອາໄສໄດ້ຖືກທຳລາຍສາແລ້ວ. 15 ເມື່ອເວລານັ້ນມາເຖິງ ເມືອງຕີເຣຈະຖືກລືມໄລເປັນເວລາເຈັດສິບປີ ຄືຊົ່ວຊີວິດຂອງກະສັດຜູ້ໜຶ່ງ. ເມື່ອປີເຫຼົ່ານັ້ນໄດ້ຜ່ານພົ້ນໄປແລ້ວ ເມືອງຕີເຣຈະເປັນດັ່ງຍິງໂສເພນີທີ່ຮ້ອງເພງວ່າ: 16 “ຈົ່ງຈັບກິດຕາຂຶ້ນດີດຍ່າງເລາະໄປທົ່ວເມືອງ ພວກເຈົ້າຍິງໂສເພນີຜູ້ທີ່ຖືກລືມໄລໄປສິ້ນ ຈົ່ງພາກັນຮ້ອງລຳທຳເພງກັນອີກໃໝ່ ເພື່ອນຳພວກຜູ້ຊາຍໃຫ້ກັບຄືນມາອີກແມ.” 17 ເມື່ອເຈັດສິບປີນັ້ນໝົດໄປແລ້ວ ພຣະເຈົ້າຢາເວຈະໃຫ້ເມືອງຕີເຣກັບສູ່ສະພາບເດີມ ແລະເມືອງນີ້ຈະຮັບຈ້າງເຮັດທຸລະກິດກັບທຸກອານາຈັກໃນໂລກ. 18 ພວກເຂົາຈະເອົາເງິນທີ່ຄ້າຂາຍໄດ້ນັ້ນ ມາຖວາຍແກ່ພຣະເຈົ້າຢາເວ. ເມືອງນີ້ຈະບໍ່ທ້ອນເງິນນັ້ນໄວ້ລ້າໆ ແຕ່ຜູ້ທີ່ນະມັດສະການພຣະເຈົ້າຢາເວຈະໃຊ້ເງິນນັ້ນຊື້ອາຫານແລະເຄື່ອງນຸ່ງຫົ່ມທີ່ພວກເຂົາຕ້ອງການ. |
@ 2012 United Bible Societies. All Rights Reserved.