Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 22 - ພຣະຄຳພີສັກສິ


ຖ້ອຍຄຳ​ກ່ຽວກັບ​ນະຄອນ​ເຢຣູຊາເລັມ

1 ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ຮ່ອມພູ​ນິມິດ. ມີ​ຫຍັງ​ກຳລັງ​ເກີດຂຶ້ນ? ເປັນຫຍັງ​ຊາວ​ເມືອງ​ທັງໝົດ​ຈຶ່ງ​ສະເຫລີມ​ສະຫລອງ​ທີ່​ເທິງ​ຫລັງຄາ​ເຮືອນ​ຂອງຕົນ?

2 ທົ່ວ​ທັງ​ເມືອງ​ກຳລັງ​ອຶກກະທຶກ ເຕັມ​ໄປ​ດ້ວຍ​ສຽງ​ຄຶກໂຄມ​ແລະ​ຕື່ນເຕັ້ນ. ພວກ​ຜູ້ຊາຍ​ທີ່​ຕາຍ​ໃນ​ເສິກ​ນີ້ ບໍ່ໄດ້​ຕາຍ​ຍ້ອນ​ການ​ສູ້ຮົບ.

3 ບັນດາ​ຜູ້ນຳ​ທັງໝົດ​ໄດ້​ແລ່ນ​ປົບໜີໄປ ແລະ​ຖືກ​ຈັບ​ໄດ້​ກ່ອນ​ຖືກ​ຍິງ​ດ້ວຍ​ລູກທະນູ.

4 ບັດນີ້ ຈົ່ງ​ປ່ອຍ​ໃຫ້​ຂ້າພະເຈົ້າ​ຮ້ອງໄຫ້​ຢ່າງ​ຂົມຂື່ນ ເຖິງ​ປະຊາຊົນ​ຂອງ​ຂ້າພະເຈົ້າ​ທຸກຄົນ​ທີ່​ໄດ້​ຕາຍໄປ​ນັ້ນ. ຢ່າ​ພະຍາຍາມ​ເລົ້າໂລມ​ໃຈ​ຂ້າພະເຈົ້າ.

5 ຄາວນີ້​ແມ່ນ​ເວລາ​ທີ່​ອົນລະຫົນ​ວຸ້ນວາຍ, ພ່າຍແພ້ ແລະ​ສັບສົນ​ຢູ່​ໃນ​ຮ່ອມພູ​ນິມິດ​ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ນຳ​ມາ​ສູ່​ພວກເຮົາ. ກຳແພງ​ນະຄອນ​ຂອງ​ພວກເຮົາ​ກໍ​ຖືກ​ທຳລາຍ​ເພພັງ​ລົງ ແລະ​ສຽງ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ​ກໍ​ດັງ​ກ້ອງ​ໄປ​ທົ່ວ​ເນີນພູ.

6 ພວກ​ທະຫານ​ຈາກ​ດິນແດນ​ເອລາມ​ໄດ້​ຂີ່​ມ້າ​ມາ ພ້ອມ​ທັງ​ມີ​ໜ້າທະນູ ແລະ​ລູກທະນູ​ຄົບມື. ພວກ​ທະຫານ​ຈາກ​ດິນແດນ​ກີຣະ ກໍ​ມີ​ໂລ້​ຂອງ​ພວກເຂົາ​ຕຽມໄວ້​ພ້ອມ.

7 ຮ່ອມພູ​ທີ່​ມີ​ດິນ​ອຸດົມສົມບູນ​ດີ​ຂອງ​ດິນແດນ​ຢູດາຍ​ກໍ​ເຕັມ​ໄປ​ດ້ວຍ​ລົດຮົບ; ບັນດາ​ທະຫານ​ມ້າ​ກໍ​ຢູ່​ຕໍ່ໜ້າ​ປະຕູ​ຂອງ​ນະຄອນ​ເຢຣູຊາເລັມ​ແລ້ວ.

8 ບ່ອນ​ປ້ອງກັນ​ທັງໝົດ​ຂອງ​ດິນແດນ​ຢູດາຍ​ໄດ້​ພັງ​ທະລາຍ​ລົງ​ສາ​ແລ້ວ. ເມື່ອ​ສິ່ງ​ເຫຼົ່ານັ້ນ​ເກີດຂຶ້ນ​ແລ້ວ ພວກເຈົ້າ​ກໍໄດ້​ນຳ​ອາວຸດ​ອອກ​ຈາກ​ສາງ.

9-10 ພວກເຈົ້າ​ໄດ້​ພົບ​ບ່ອນ​ຊຶ່ງ​ກຳແພງ​ຂອງ​ນະຄອນ​ເຢຣູຊາເລັມ ຕ້ອງການ​ໃຫ້​ສ້ອມແປງ. ພວກເຈົ້າ​ໄດ້​ກວດເບິ່ງ​ເຮືອນ​ທຸກ​ຫລັງ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ມ້າງ​ບາງ​ຫລັງ​ລົງ​ເພື່ອ​ຈະ​ເອົາ​ຫີນ​ໄປ​ສ້ອມແປງ​ກຳແພງ. ເພື່ອ​ຈະ​ເກັບ​ຮັກສາ​ນໍ້າ​ໄວ້​ໃຊ້

11 ພວກເຈົ້າ​ໄດ້​ສ້າງ​ອ່າງນໍ້າ​ໄວ້​ຢູ່​ພາຍ​ໃນ​ເມືອງ ເພື່ອ​ກັກ​ນໍ້າ​ທີ່​ໄຫລ​ມາ​ແຕ່​ສະ​ນໍ້າ​ເກົ່າ, ແຕ່​ພວກເຈົ້າ​ບໍ່​ເອົາໃຈໃສ່​ຕໍ່​ພຣະເຈົ້າ ຜູ້​ທີ່​ໄດ້​ວາງແຜນ​ສິ່ງ​ທັງໝົດ​ນີ້​ແຕ່​ດົນນານ​ມາ​ແລ້ວ ແລະ​ຜູ້​ທີ່​ໄດ້​ບັນດານ​ໃຫ້​ເຫດການ​ຕ່າງໆ​ເກີດຂຶ້ນ.

12 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກຳລັງ​ຮ້ອງ​ບອກ​ພວກເຈົ້າ​ໃຫ້​ຮ້ອງໄຫ້ ແລະ​ໄວ້ທຸກ ໂດຍ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ.

13 ແຕ່​ພວກເຈົ້າ​ພັດ​ຫົວເລາະ ແລະ​ສະເຫລີມ​ສະຫລອງ​ກັນ. ພວກເຈົ້າ​ໄດ້​ຂ້າ​ແກະ​ແລະ​ງົວ​ກິນ ທັງ​ມີ​ເຫຼົ້າ​ອະງຸ່ນ​ດື່ມ​ດ້ວຍ. ພວກເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ກິນ​ແລະ​ດື່ມ​ສາ ມື້ອື່ນ​ພວກເຮົາ​ຈະ​ຕາຍ.”

14 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ນັ້ນເອງ ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຄວາມ​ຊົ່ວຊ້າ​ເຊັ່ນນີ້​ຈະ​ບໍ່ໄດ້​ຮັບ​ການ​ຍົກໂທດ​ຈັກເທື່ອ ຈົນກວ່າ​ພວກເຂົາ​ຈະ​ຕາຍ​ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.


ຄຳ​ຕັກເຕືອນ​ທີ່​ມີ​ຕໍ່​ເຊັບນາ

15 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ໄປ​ຫາ​ເຊັບນາ ຜູ້ດູແລ​ສຳນັກ​ຂອງ​ກະສັດ ແລະ​ກ່າວ​ຕໍ່​ລາວ​ວ່າ,

16 “ເຈົ້າ​ຄິດ​ວ່າ​ເຈົ້າ​ເປັນ​ຜູ້ໃດ? ເຈົ້າ​ມີ​ສິດ​ຫຍັງ​ຈຶ່ງ​ຕ້ອງ​ເຈາະ​ອຸບມຸງ​ໄວ້​ຢູ່​ໃນ​ພູ​ນີ້​ສຳລັບ​ເຈົ້າເອງ?

17 ເຈົ້າ​ອາດ​ເປັນ​ຄົນ​ສຳຄັນ, ແຕ່​ພຣະເຈົ້າຢາເວ​ຈະ​ຈັບ​ເຈົ້າ​ໂຍນ​ຖິ້ມ​ອອກ​ໄປ​ຢ່າງແຮງ.

18 ພຣະອົງ​ຈະ​ຈັບ​ເຈົ້າ​ດັ່ງ​ຈັບ​ໝາກບານ ແລະ​ແກວ່ງ​ເຈົ້າ​ໄປ​ໃນ​ເມືອງ​ທີ່​ໃຫຍ່​ກວ່າ​ນີ້. ເຈົ້າ​ຈະ​ຕາຍ​ຢູ່​ທີ່​ຂ້າງ​ລົດຮົບ ທີ່​ເຈົ້າ​ແສນ​ພູມໃຈ​ນຳ​ນັ້ນ. ເຈົ້າ​ໄດ້​ເຮັດ​ໃຫ້​ບ້ານ​ນາຍ​ຂອງຕົນ​ອັບອາຍ​ຂາຍໜ້າ.

19 ເຮົາ​ຈະ​ຂັບໄລ່​ເຈົ້າ​ອອກ​ຈາກ​ຕໍ່າແໜ່ງ​ຂອງ​ເຈົ້າ ແລະ​ປົດ​ເຈົ້າ​ລົງ​ຈາກ​ໜ້າທີ່​ການງານ​ຂອງ​ເຈົ້າ.”

20 “ໃນວັນນັ້ນ ເຮົາ​ຈະ​ສົ່ງ​ເອລີອາກິມ ລູກຊາຍ​ຂອງ​ຮິນກີຢາ​ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ.

21 ເຮົາ​ຈະ​ໃຫ້​ລາວ​ນຸ່ງ​ເສື້ອ ແລະ​ຮັດ​ສາຍແອວ​ປະຈຳ​ຕຳແໜ່ງ​ຂອງເຈົ້າ ພ້ອມ​ໃຫ້​ລາວ​ມີ​ອຳນາດ​ທັງໝົດ​ທີ່​ເຈົ້າ​ເຄີຍ​ມີ​ມາ. ລາວ​ຈະ​ເປັນ​ດັ່ງ​ພໍ່​ຜູ້ໜຶ່ງ​ສຳລັບ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ​ແລະ​ຊາວ​ຢູດາ.

22 ເຮົາ​ຈະ​ໃຫ້​ລາວ​ມີ​ອຳນາດ​ທັງໝົດ​ຮອງ​ຈາກ​ກະສັດ​ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ດາວິດ. ລາວ​ຈະ​ມີ​ໜ້າທີ່​ສຳຄັນ; ສິ່ງ​ທີ່​ລາວ​ໄຂ​ຈະ​ບໍ່ມີ​ຜູ້ໃດ​ອັດ​ໄດ້ ແລະ​ສິ່ງ​ທີ່​ລາວ​ອັດ​ໄວ້​ຈະ​ບໍ່ມີ​ຜູ້ໃດ​ໄຂ​ໄດ້.

23 ເຮົາ​ຈະ​ຮັດ​ລາວ​ໄວ້​ກັບ​ບ່ອນ​ຢ່າງ​ໝັ້ນຄົງ​ດັ່ງ​ຕອກ​ຫລັກ​ໄວ້ ແລະ​ລາວ​ຈະ​ເປັນ​ບໍ່​ແຫ່ງ​ກຽດສັກສີ​ໃນ​ຄອບຄົວ​ທັງໝົດ​ຂອງຕົນ.

24 ແຕ່​ພວກ​ພີ່ນ້ອງ​ຂອງ​ລາວ​ກັບ​ຜູ້​ເພິ່ງພາ​ອາໄສ​ທັງຫລາຍ ຈະ​ເປັນ​ພາລະໜັກ​ໃຫ້​ແກ່​ລາວ. ພວກເຂົາ​ຈະ​ແຂວນ​ລາວ​ໄວ້​ດັ່ງ​ໝໍ້ ແລະ​ເຄື່ອງໃຊ້​ທີ່​ຫ້ອຍ​ເທິງ​ຫລັກ

25 ພຣະເຈົ້າຢາເວ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ໃນວັນ​ນັ້ນ ຫລັກ​ຊຶ່ງ​ມັດ​ໄວ້​ຢ່າງ​ໝັ້ນຄົງ​ກໍ​ຈະ​ຫລຸດ ແລະ​ຕົກລົງ. ອັນ​ນັ້ນ​ຈະ​ແມ່ນ​ຈຸດຈົບ​ຂອງ​ທຸກໆສິ່ງ​ທີ່​ເກາະຫ້ອຍ​ຢູ່​ເທິງ​ນັ້ນ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan