Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 21 - ພຣະຄຳພີສັກສິ


ນິມິດ​ທີ່​ບອກ​ວ່າ ນະຄອນ​ບາບີໂລນ​ຈະ​ຫຼົ້ມຈົມ

1 ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ບາບີໂລນ. ໄພພິບັດ​ຈະ​ມາ​ຈາກ​ດິນແດນ​ທີ່​ໜ້າຢ້ານກົວ​ຫລາຍ ດັ່ງ​ລົມ​ບ້າໝູ​ພັດ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ.

2 ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຂອງ​ເຫດການ​ທີ່​ໂຫດຮ້າຍ ຄື​ນິມິດ​ຂອງ​ການ​ທໍລະຍົດ ແລະ​ການທຳລາຍ. ກອງທັບ​ຂອງ​ເອລາມ​ເອີຍ ຈົ່ງ​ໂຈມຕີ​ເຖີດ ກອງທັບ​ຂອງ​ມີເດຍ​ເອີຍ ຈົ່ງ​ປິດລ້ອມ​ເມືອງ​ທັງຫລາຍ​ໄວ້​ເຖີດ ພຣະເຈົ້າ​ໄດ້​ກະທຳ​ໃຫ້​ຄວາມ​ທົນທຸກ ຊຶ່ງ​ນະຄອນ​ບາບີໂລນ​ໄດ້​ສ້າງ​ຂຶ້ນ​ນັ້ນ​ສິ້ນສຸດ​ລົງ​ແລ້ວ.

3 ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ ແລະ​ໄດ້ຍິນ​ໃນ​ນິມິດ​ນັ້ນ ເຮັດ​ໃຫ້​ຂ້າພະເຈົ້າ​ຢ້ານກົວ​ເຕັມທີ ແລະ​ເຈັບປວດ​ເໝືອນ​ຜູ້ຍິງ​ຄອດ​ລູກ.

4 ຂ້າພະເຈົ້າ​ວິນ​ຫົວ​ແລະ​ຢ້ານກົວ​ຈົນ​ສັ່ນເຊັນ. ຂ້າພະເຈົ້າ​ລໍຖ້າ​ໃຫ້​ເຖິງ​ຕອນຄໍ່າ ແຕ່​ຄວາມ​ຢ້ານກົວ​ໃຫຍ່​ພັດ​ປົກຄຸມ​ຂ້າພະເຈົ້າ​ໄວ້.

5 ໃນ​ນິມິດ​ນັ້ນ​ງານກິນລ້ຽງ​ກໍ​ຕຽມພ້ອມ​ແລ້ວ ພວກເຂົາ​ພື​ພົມ​ອອກ​ສຳລັບ​ໃຫ້​ແຂກ​ນັ່ງ. ພວກເຂົາ​ກຳລັງ​ກິນ​ແລະ​ດື່ມ. ແຕ່​ໃນ​ທັນໃດນັ້ນ ກໍ​ມີ​ຄຳສັ່ງ​ດັງ​ກ້ອງ​ຂຶ້ນ​ວ່າ, “ນາຍ​ທະຫານ​ທັງຫລາຍ ຕຽມ​ໂລ້​ໄວ້​ໃຫ້​ພ້ອມ.”

6 ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ໄປ​ຈັດ​ທະຫານ​ຍາມ​ຄົນ​ໜຶ່ງ​ໄວ້ ທັງ​ບອກ​ລາວ​ໃຫ້​ລາຍງານ​ເຈົ້າ​ສິ່ງ​ທີ່​ລາວ​ເຫັນ.

7 ຖ້າ​ລາວ​ເຫັນ​ຄົນ​ກຳລັງ​ຂີ່​ມ້າ​ຄຽງຄູ່​ກັນ​ມາ ພ້ອມ​ທັງ​ມີ​ຄົນ​ຂີ່​ລໍ​ແລະ​ຂີ່​ອູດ ລາວ​ຈະ​ຕ້ອງ​ສັງເກດ​ເບິ່ງ​ພວກເຂົາ​ຢ່າງ​ລະມັດ​ລະວັງ.”

8 ຄົນເຝົ້າຍາມ​ໄດ້​ເອີ້ນ​ບອກ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ໄດ້​ຢືນ​ຍາມ​ທັງເວັນ​ທັງຄືນ.”

9 ໃນ​ທັນໃດນັ້ນ ກໍ​ມີ​ຄົນ​ມາ ຄົນ​ຂີ່​ມ້າ​ຄຽງຄູ່​ກັນ​ມາ. ຄົນເຝົ້າຍາມ​ສົ່ງ​ຂ່າວ​ໃຫ້​ຮູ້​ວ່າ, “ນະຄອນ​ບາບີໂລນ​ແຕກ​ແລ້ວ ຮູບເຄົາຣົບ​ທັງໝົດ​ທີ່​ພວກເຂົາ​ຂາບໄຫວ້​ນັ້ນ​ກໍ​ແຕກ​ເປັນ​ປ່ຽງໆ ຢາຍ​ເດຍລະດາດ​ຢູ່​ຕາມ​ໜ້າດິນ.”

10 ປະຊາຊົນ​ອິດສະຣາເອນ​ຂອງ​ຂ້າພະເຈົ້າ​ເອີຍ ພວກເຈົ້າ​ໄດ້​ຖືກ​ຢຽບຢໍ່າ​ເໝືອນດັ່ງ​ນວດ​ເຂົ້າ ແຕ່​ບັດນີ້ ຂ້າພະເຈົ້າ​ປະກາດ​ຂ່າວ​ດີ​ທີ່​ຂ້າພະເຈົ້າ​ໄດ້ຍິນ ຈາກ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໃຫ້​ພວກເຈົ້າ​ຮູ້.


ຖ້ອຍຄຳ​ກ່ຽວກັບ​ເອໂດມ

11 ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ດິນແດນ​ເອໂດມ. ມີ​ບາງຄົນ​ໄດ້​ເອີ້ນ​ຖາມ​ຂ້າພະເຈົ້າ​ຈາກ​ດິນແດນ​ເອໂດມ​ວ່າ, “ຄົນ​ຍາມ​ເອີຍ ເຫີງ​ປານໃດ​ຈະແຈ້ງ? ບອກ​ຂ້ອຍ​ແດ່​ໄດ້​ບໍ​ວ່າ​ຍັງ​ເຫິງ​ປານໃດ​ຈະ​ສິ້ນສຸດ.”

12 ຂ້າພະເຈົ້າ​ຕອບ​ວ່າ, “ຕອນເຊົ້າ​ກຳລັງ​ມາ ແຕ່​ຕອນຄໍ່າ​ຈະ​ມາ​ອີກ. ຖ້າ​ເຈົ້າ​ຢາກ​ຈະ​ຖາມ​ອີກ​ກໍ​ກັບ​ມາ​ຖາມ​ໄດ້.”


ຖ້ອຍຄຳ​ກ່ຽວກັບ​ອາຣາເບຍ

13 ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ອາຣາເບຍ. ປະຊາຊົນ​ຊາວ​ເມືອງ​ເດດານ​ເອີຍ ຄື​ຂະບວນ​ຂອງ​ພວກ​ທີ່​ໄດ້​ຕັ້ງ​ຄ້າຍພັກ ຢູ່​ໃນ​ດິນແດນ​ຂອງ​ອາຣາເບຍ​ບ່ອນ​ແຫ້ງແລ້ງ

14 ຈົ່ງ​ໃຫ້​ນໍ້າ​ດື່ມ​ແກ່​ຄົນ​ຫິວນໍ້າ​ທີ່​ມາ​ຫາ​ພວກເຈົ້າ. ພວກເຈົ້າ​ປະຊາຊົນ​ຂອງ​ດິນແດນ​ເຕມາ​ເອີຍ ຈົ່ງ​ເອົາ​ເຂົ້າຈີ່​ໃຫ້​ແກ່​ພວກ​ອົບພະຍົບ.

15 ປະຊາຊົນ​ໄດ້​ປົບໜີ​ຈາກ​ຄົມ​ດາບ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ສັງຫານ​ພວກເຂົາ ຈາກ​ໜ້າທະນູ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ຍິງ​ໃສ່​ພວກເຂົາ ຈາກ​ໄພ​ອັນຕະລາຍ​ຂອງ​ເສິກ​ສົງຄາມ.

16 ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ໃນ​ໜຶ່ງ​ປີ​ເຕັມ ຄວາມ​ຍິ່ງໃຫຍ່​ຂອງ​ຄົນ​ໃນ​ເຜົ່າ​ຕ່າງໆ​ຂອງ​ເກດາ​ຈະ​ສິ້ນສຸດໄປ.

17 ນັກຍິງ​ໜ້າທະນູ​ຜູ້​ເກັ່ງ​ທີ່ສຸດ​ຂອງ​ຊາວ​ເກດາ​ກໍ​ຈະ​ມີ​ແຕ່​ໜ້ອຍຄົນ​ເຫຼືອ​ຢູ່.” ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້ແຫລະ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan