ເອຊາຢາ 20 - ພຣະຄຳພີສັກສິຜູ້ທຳນວາຍເປືອຍຕົວເປັນໝາຍສຳຄັນ 1 ພາຍໃຕ້ຄຳສັ່ງຂອງຈັກກະພັດຊາກໂກນແຫ່ງອັດຊີເຣຍ ຜູ້ບັນຊາການສູງສຸດຂອງກອງທັບອັດຊີເຣຍໄດ້ໂຈມຕີອາຊະໂດດເມືອງຂອງຊາວຟີລິດສະຕິນ. 2 ກ່ອນໜ້ານັ້ນສາມປີ ພຣະເຈົ້າຢາເວໄດ້ບອກເອຊາຢາ ລູກຊາຍຂອງອາໂມດໃຫ້ຖອດເກີບ ແລະແກ້ເສື້ອທີ່ຕົນນຸ່ງອອກ. ເພິ່ນໄດ້ປະຕິບັດຕາມນັ້ນໂດຍຍ່າງໄປມາຕີນເປົ່າ ແລະເປືອຍຕົວ. 3 ເມື່ອເມືອງອາຊະໂດດຖືກຢຶດເອົາແລ້ວ ພຣະເຈົ້າຢາເວໄດ້ກ່າວວ່າ, “ເອຊາຢາ ຜູ້ຮັບໃຊ້ຂອງເຮົາໄດ້ຍ່າງໄປມາຕີນເປົ່າ ແລະເປືອຍຕົວ ເປັນເວລາເຖິງສາມປີ. ອັນນີ້ແມ່ນໝາຍສຳຄັນທີ່ບອກໃຫ້ຮູ້ເຖິງ ສິ່ງທີ່ຈະເກີດຂຶ້ນກັບປະເທດເອຢິບ ແລະປະເທດເອທີໂອເປຍ. 4 ກະສັດແຫ່ງອັດຊີເຣຍຈະນຳຊະເລີຍເສິກ ພວກທີ່ເພິ່ນໄດ້ຈັບຈາກສອງຕົວເມືອງໃຫ້ຍ່າງເປືອຍຕົວໄປ ບໍ່ວ່າໜຸ່ມຫລືແກ່ ຕ່າງກໍຈະຍ່າງຕີນເປົ່າແລະເປືອຍຕົວ ແລະເປີດກົ້ນຍ່າງໄປ ອັນຈະນຳຄວາມອັບອາຍມາສູ່ປະເທດເອຢິບ. 5 ພວກໃດທີ່ໄວ້ວາງໃຈປະເທດເອທີໂອເປຍ ແລະເວົ້າອວດໃຫ້ແກ່ປະເທດເອຢິບ ພວກນັ້ນກໍຈະຮູ້ເມື່ອວ່າຕົນຄິດຜິດໄປສາແລ້ວ ຄືຄວາມຫວັງຂອງພວກເຂົາໄດ້ແຕກສະຫລາຍໄປ. 6 ເມື່ອເວລານັ້ນມາເຖິງ ປະຊາຊົນທີ່ອາໄສຢູ່ຕາມຊາຍຝັ່ງຂອງດິນແດນຟີລິດສະຕິນ ຈະເວົ້າວ່າ, ‘ຈົ່ງເບິ່ງ ສິ່ງທີ່ໄດ້ເກີດຂຶ້ນແກ່ປະຊາຊົນທີ່ພວກເຮົາໄດ້ເພິ່ງພາອາໄສ ໃຫ້ປົກປ້ອງພວກເຮົາຈາກກະສັດອັດຊີເຣຍນັ້ນແມ ພວກເຮົາຈະລອດຊີວິດໄດ້ຢ່າງໃດ?”’ |
@ 2012 United Bible Societies. All Rights Reserved.