ເອຊາຢາ 2 - ພຣະຄຳພີສັກສິສັນຕິສຸກອັນຕະຫລອດໄປ 1 ຕໍ່ໄປນີ້ ແມ່ນຖ້ອຍຄຳທີ່ພຣະເຈົ້າໄດ້ບອກເອຊາຢາລູກຊາຍຂອງອາໂມດ ກ່ຽວກັບຢູດາຍແລະນະຄອນເຢຣູຊາເລັມວ່າ: 2 ໃນວັນທັງຫລາຍທີ່ຈະໝູນວຽນມາເຖິງ ພູບ່ອນທີ່ຕັ້ງພຣະວິຫານຂອງພຣະເຈົ້າຢາເວຈະສູງກວ່າທຸກໆແຫ່ງ ພູນັ້ນຈະຕັ້ງຢູ່ສູງສົ່ງເທິງເນີນພູທັງໝົດ ດັ່ງນັ້ນ ຫລາຍຊົນຊາດຈຶ່ງຈະຫລັ່ງມາສູ່ທີ່ນັ້ນ 3 ປະຊາຊົນຫລາຍຊົນຊາດຈະພາກັນກ່າວວ່າ, “ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວເດີ ສູ່ວິຫານຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ພຣະອົງຈະສັ່ງສອນພວກເຮົາເຖິງສິ່ງທີ່ພຣະອົງຢາກໃຫ້ເຮັດ. ພວກເຮົາຈະພາກັນຍ່າງຕາມຮ່ອມແຫ່ງຫົນທາງ ທີ່ພຣະອົງໄດ້ເລືອກສັນໄວ້ແລ້ວນັ້ນ. ຖ້ອຍຄຳຂອງພຣະເຈົ້າຢາເວມາແຕ່ນະຄອນເຢຣູຊາເລັມ ແຕ່ພູເຂົາຊີໂອນທີ່ພຣະອົງກ່າວແກ່ປະຊາຊົນນັ້ນ.” 4 ພຣະອົງຈະຕັດສິນການຂັດແຍ່ງ ໃນທ່າມກາງຊົນຊາດທັງຫລາຍ. ພວກເຂົາຈະຕີດາບເປັນໝາກສົບໄຖ ແລະຕີຫອກເປັນມີດຕອນຕົ້ນໄມ້. ຊົນຊາດທັງຫລາຍຈະບໍ່ເຮັດເສິກອີກຕໍ່ໄປ ຈະບໍ່ຕຽມເຂົ້າສູ່ການສົງຄາມອີກຈັກເທື່ອ. 5 ບັດນີ້ ເຊື້ອສາຍຂອງຢາໂຄບເອີຍ ໃຫ້ພວກເຮົາເດີນໄປໃນຄວາມສະຫວ່າງ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ນັ້ນເທີ້ນ. ຄວາມອວດດີຈະຖືກທຳລາຍ 6 ໂອພຣະເຈົ້າເອີຍ ພຣະອົງໄດ້ປະຖິ້ມປະຊາຊົນຂອງພຣະອົງສາແລ້ວ ຄືເຊື້ອສາຍຂອງຢາໂຄບ ດິນແດນເຕັມແຕ່ການໃຊ້ເວດມົນຄາຖາ ຈາກທິດຕາເວັນອອກແລະຈາກຟີລິດສະຕິນ. ປະຊາຊົນຕ່າງກໍເຮັດຕາມປະເພນີຂອງຊາວຕ່າງຊາດ. 7 ດິນແດນຂອງພວກເຂົານັ້ນເຕັມໄປດ້ວຍເງິນແລະຄຳ ແລະຊັບສົມບັດຂອງພວກເຂົາກໍບໍ່ໝົດເປັນຈັກເທື່ອ. ດິນແດນຂອງພວກເຂົາເຕັມໄປດ້ວຍຝູງມ້າ ແລະລົດຮົບຂອງພວກເຂົາກໍບໍ່ໝົດເປັນຈັກເທື່ອ. 8 ດິນແດນຂອງພວກເຂົາເຕັມໄປດ້ວຍຮູບເຄົາຣົບ ແລະຕ່າງກໍຂາບໄຫວ້ວັດຖຸທີ່ຖືກສ້າງຂຶ້ນດ້ວຍມືຂອງພວກເຂົາເອງ. 9 ທຸກຄົນຈະຖືກລົດກຽດແລະຖືກອັບອາຍຂາຍໜ້າ, ຂໍຢ່າຍົກໂທດໃຫ້ພວກເຂົາເລີຍ. 10 ພວກເຂົາຈະລີ້ຢູ່ໃນຖໍ້າ ຢູ່ໃນໂງ່ນຫີນຕາມເນີນພູ ຫລືຂຸດຮູຢູ່ໃນດິນ ເພື່ອຊອກຫາທີ່ຈະປົບໜີຈາກຄວາມໂກດຮ້າຍຂອງພຣະເຈົ້າຢາເວ ແລະຫລົບລີ້ຈາກຣິດອຳນາດແລະສະຫງ່າຣາສີຂອງພຣະອົງ 11 ວັນໜຶ່ງຈະມາເຖິງ ເມື່ອຄວາມອວດອົ່ງຈອງຫອງຂອງມະນຸດຈະສິ້ນສຸດລົງ ແລະຄວາມອວດດີຂອງພວກເຂົາຈະຖືກທຳລາຍ. ແລ້ວແມ່ນພຣະເຈົ້າຢາເວເທົ່ານັ້ນ ທີ່ຈະໄດ້ຮັບກຽດແລະຄຳຍົກຍໍສັນລະເສີນ. 12 ໃນວັນນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະເຮັດໃຫ້ທຸກຄົນທີ່ມີອຳນາດ ທຸກຄົນທີ່ອວດອົ່ງ ແລະທຸກຄົນທີ່ຈອງຫອງນັ້ນໄດ້ຖ່ອມຕົວລົງ. 13 ພຣະອົງຈະທຳລາຍຕົ້ນແປກສູງແຫ່ງເລບານອນ ແລະຕົ້ນໂອກທັງໝົດຢູ່ໃນດິນແດນລົງ. 14 ພຣະອົງຈະເຮັດໃຫ້ພູສູງທຸກໜ່ວຍພ້ອມທັງເນີນພູທັງຫລາຍ 15 ຫໍຄອຍສູງແລະປ້ອມປ້ອງກັນເມືອງທຸກແຫ່ງເຫຼົ່ານັ້ນໃຫ້ຮາບກ້ຽງ. 16 ພຣະອົງຈະເຮັດໃຫ້ແມ່ນແຕ່ເຮືອໃຫຍ່ແລະງາມທີ່ສຸດຈົມ. 17-18 ຄວາມອວດອົ່ງຈອງຫອງຂອງມະນຸດຈະຈົບລົງ ແລະຄວາມອວດດີຂອງມະນຸດຈະຖືກທຳລາຍ. ຮູບເຄົາຣົບທັງຫລາຍຈະສູນສິ້ນໄປ ແລະແມ່ນພຣະເຈົ້າຢາເວເທົ່ານັ້ນ ທີ່ຈະໄດ້ຮັບກຽດແລະຄຳຍົກຍໍສັນລະເສີນໃນວັນນັ້ນ. 19 ປະຊາຊົນຈະລີ້ຢູ່ໃນຖໍ້າຢູ່ໃນໂງ່ນຫີນຕາມເນີນພູ ຫລືຂຸດຮູຢູ່ໃນດິນ ເພື່ອຊອກຫາທີ່ຈະປົບໜີຈາກຄວາມໂກດຮ້າຍຂອງພຣະເຈົ້າຢາເວ ແລະຫລົບລີ້ຈາກຣິດອຳນາດແລະສະຫງ່າຣາສີຂອງພຣະອົງ ເມື່ອພຣະອົງມາເຮັດໃຫ້ໂລກສັ່ນສະເທືອນ. 20 ເມື່ອວັນນັ້ນມາເຖິງ ພວກເຂົາຈະໂຍນຮູບເຄົາຣົບເປັນເງິນເປັນຄຳ ທີ່ພວກເຂົາໄດ້ສ້າງຂຶ້ນນັ້ນຖິ້ມເສຍ ແລະປະໃຫ້ເປັນບ່ອນຢູ່ຂອງໂຕໜູແລະໂຕເຈຍ. 21 ເມື່ອພຣະເຈົ້າຢາເວມາເຮັດໃຫ້ໂລກສັ່ນສະເທືອນ ປະຊາຊົນຈະລີ້ຢູ່ໃນຖໍ້າ ຢູ່ໃນໂງ່ນຫີນຕາມເນີນພູ ຫລືຂຸດຮູຢູ່ໃນດິນ ເພື່ອຊອກຫາທີ່ຈະປົບໜີຈາກຄວາມໂກດຮ້າຍຂອງພຣະອົງ ແລະຫລົບລີ້ຈາກຣິດອຳນາດແລະສະຫງ່າຣາສີຂອງພຣະອົງ. 22 ຢ່າເຊື່ອໝັ້ນຕາຍໃຈໃນມະນຸດທີ່ຕາຍເປັນ. ພວກເຂົາມີຄ່າຫຍັງແດ່? |
@ 2012 United Bible Societies. All Rights Reserved.