ເອຊາຢາ 19 - ພຣະຄຳພີສັກສິພຣະເຈົ້າຈະລົງໂທດເອຢິບ 1 ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບເອຢິບ. ພຣະເຈົ້າຢາເວກຳລັງມາສູ່ເອຢິບເທິງເມກຢ່າງວ່ອງໄວ. ຮູບເຄົາຣົບທັງຫລາຍຂອງຊາວເອຢິບສັ່ນເຊັນຕໍ່ໜ້າພຣະອົງ ແລະປະຊາຊົນຊາວເອຢິບກໍສູນເສຍຄວາມກ້າຫານຂອງພວກເຂົາ. 2 “ເຮົາຈະເຮັດໃຫ້ປະເທດເອຢິບສັ່ນສະທ້ານ ແລະເກີດເສິກກາງເມືອງ; ອ້າຍນ້ອງຈະຕໍ່ສູ້ກັນ ແລະເພື່ອນບ້ານຈະສູ້ຮົບກັນ. ເມືອງຕ່າງໆຈະຕໍ່ສູ້ກັນເອງເພາະການເປັນສັດຕູກັນ ແລະກະສັດທີ່ເປັນສັດຕູກັນກໍຈະຍາດແຍ່ງອຳນາດກັນ. 3 ເຮົາກຳລັງຈະເຮັດໃຫ້ແຜນການຂອງຊາວເອຢິບບໍ່ສົມຫວັງ ແລະເຮັດໃຫ້ພວກເຂົາເສຍຂວັນ. ພວກເຂົາຈະໄປຂໍໃຫ້ຮູບເຄົາຣົບຊ່ວຍເຫລືອພວກເຂົາ ແລະຈະໄປປຶກສາໝໍຜີ ແລະຈະໄປຖາມເອົາຄວາມນຳຄົນຕາຍ. 4 ເຮົາຈະຍົກຊາວເອຢິບໃຫ້ແກ່ນັກກົດຂີ່ຄົນໜຶ່ງ ຄືໃຫ້ກະສັດທີ່ໂຫດຫ້ຽມຜູ້ໜຶ່ງທີ່ຈະປົກຄອງພວກເຂົາ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ. 5 ແມ່ນໍ້ານິນຈະລົດລົງ ແລະນໍ້າໃນຫ້ວຍຈະແຫ້ງລົງເລື້ອຍໆ. 6 ຄອງຂອງຫ້ວຍນໍ້າທັງຫລາຍຈະເໝັນ ເມື່ອມັນແຫ້ງລົງເທື່ອເລັກເທື່ອໜ້ອຍ. ກົກອໍ້ແລະກົກຫຍ້າຈະຫ່ຽວແຫ້ງໄປ 7 ແລະພືດຜົນຕາມແຄມຝັ່ງຂອງແມ່ນໍ້ານິນກໍຈະແຫ້ງ ແລະຖືກລົມພັດໄປ. 8 ທຸກໆຄົນທີ່ຫາປາເປັນອາຊີບໃນແມ່ນໍ້ານິນຕ່າງກໍຈະຄວນຄາງແລະຮ້ອງໄຫ້ ເພາະເບັດ ແລະແຫຂອງພວກເຂົາຈະໃຊ້ການບໍ່ໄດ້. 9 ພວກທີ່ເຮັດຜ້າປ່ານກໍຈະໝົດຫວັງໄປຕາມໆກັນ; 10 ຊ່າງຕໍ່າຜ້າແພ ແລະຊ່າງສີມືຈະໝົດເນື້ອໝົດຕົວ ແລະຈະເສົ້າໂສກເສຍໃຈ. 11 ບັນດາຜູ້ນຳໃນເມືອງໂຊອານປ່ວງບ້າ ຄົນສະຫລາດທີ່ສຸດໃນເອຢິບໃຫ້ຄຳເຫັນອັນໂງ່ຈ້າ ພວກເຂົາກ້າບອກກະສັດໄດ້ຢ່າງໃດວ່າ ພວກຕົນເປັນຜູ້ສືບແທນນັກຮຽນຮູ້ໃນສະໄໝບູຮານແລະບັນດາກະສັດ? 12 ກະສັດແຫ່ງເອຢິບເອີຍ ບັນດາທີ່ປຶກສາຜູ້ຫລັກແຫລມຂອງເຈົ້າໄປໃສໝົດ? ບາງທີພວກເຂົາອາດບອກເຈົ້າໄດ້ວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ມີແຜນການຫຍັງແດ່ຕໍ່ສູ້ເອຢິບກໍໄດ້. 13 ບັນດາຜູ້ນຳຂອງເມືອງໂຊອານ ແລະເມືອງມຳຟິດໂງ່ຫລາຍ. ພວກເຂົາຖືຕົນວ່າເປັນຜູ້ນຳຂອງຊາດ ແຕ່ພັດໄດ້ນຳຊາດໄປໃນທາງຜິດ. 14 ພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຂົາໃຫ້ຄຳແນະນຳອັນສັບສົນ. ຜົນທີ່ໄດ້ຮັບຄືເອຢິບກະທຳທຸກສິ່ງຜິດພາດ ແລະຍ່າງໂຊເຊໄປດັ່ງຄົນເມົາເຫຼົ້າທີ່ພະລາດລົ້ມເທິງຮາກຂອງຕົນ. 15 ໃນເອຢິບບໍ່ມີຜູ້ໃດ ບໍ່ວ່າຄົນທຸກຫລືຄົນຮັ່ງກໍຕາມ ສຳຄັນຫລືບໍ່ສຳຄັນກໍດີ ທີ່ໃຫ້ຄວາມຊ່ວຍເຫລືອໄດ້. ປະເທດເອຢິບຈະນະມັດສະການພຣະເຈົ້າຢາເວ 16 ເມື່ອເວລານັ້ນມາເຖິງ ປະຊາຊົນຊາວເອຢິບຈະເປັນດັ່ງພວກຜູ້ຍິງ. ພວກເຂົາຈະສັ່ນເຊັນດ້ວຍຄວາມຢ້ານກົວ ເມື່ອເຫັນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຢຽດມືອອກເພື່ອລົງໂທດພວກເຂົາ. 17 ປະຊາຊົນຊາວເອຢິບຈະຢ້ານກົວຊາວຢູດາຫລາຍ ໃນທຸກເທື່ອທີ່ພວກເຂົາລະນຶກເຖິງຊາຕາກຳ ທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ຈັດຕຽມໄວ້ສຳລັບພວກເຂົາ. 18 ເມື່ອເວລານັ້ນມາເຖິງ ຄົນໃນຫ້າຕົວເມືອງຂອງເອຢິບຈະເວົ້າພາສາເຮັບເຣີ. ປະຊາຊົນທີ່ຢູ່ໃນບ່ອນນັ້ນ ຈະສາບານໂດຍພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. ເມືອງໜຶ່ງໃນຈຳນວນເມືອງທັງຫລາຍຈະມີຄົນເອີ້ນວ່າ, “ເມືອງແຫ່ງດວງອາທິດ.” 19 ເມື່ອເວລານັ້ນມາເຖິງ ຢູ່ໃນເອຢິບຈະມີແທ່ນບູຊາຖວາຍແກ່ພຣະເຈົ້າຢາເວ ແລະມີເສົາຫີນທີ່ໄດ້ຕັ້ງຂຶ້ນທີ່ຊາຍແດນຂອງປະເທດເພື່ອອຸທິດໃຫ້ແກ່ພຣະເຈົ້າຢາເວ. 20 ສິ່ງເຫຼົ່ານັ້ນຈະເປັນໝາຍສຳຄັນແລະພະຍານຝ່າຍພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ດຳລົງຢູ່ໃນເອຢິບ. ເມື່ອປະຊາຊົນໃນທີ່ນັ້ນໄດ້ຮັບການກົດຂີ່ ແລະຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ ພຣະອົງຈະສົ່ງຄົນໜຶ່ງໄປຊ່ວຍກູ້ເອົາພວກເຂົາ. 21 ພຣະເຈົ້າຢາເວຈະປາກົດພຣະອົງເອງໃຫ້ຊາວເອຢິບໄດ້ເຫັນ ແລ້ວໃນວັນນັ້ນພວກເຂົາກໍຈະຮັບຮູ້ພຣະເຈົ້າຢາເວ ແລະນະມັດສະການພຣະອົງ ທັງຈະນຳເຄື່ອງບູຊາມາຖວາຍແກ່ພຣະອົງດ້ວຍ. ພວກເຂົາຈະເຮັດສັນຍາສາບານຕົວໄວ້ກັບພຣະເຈົ້າຢາເວ ແລະກະທຳໃຫ້ສັນຍານັ້ນສຳເລັດແລ້ວ. 22 ພຣະເຈົ້າຢາເວຈະລົງໂທດຊາວເອຢິບ, ແຕ່ຈະປິ່ນປົວພວກເຂົາໃຫ້ດີ. ພວກເຂົາຈະກັບມາຫາພຣະເຈົ້າຢາເວ ແລະພຣະອົງຈະຟັງຄຳພາວັນນາອະທິຖານ ແລະປິ່ນປົວພວກເຂົາໃຫ້ດີ. 23 ເມື່ອເວລານັ້ນມາເຖິງ ຈະມີຫົນທາງຫລວງລະຫວ່າງປະເທດເອຢິບ ແລະອັດຊີເຣຍ. ປະຊາຊົນທັງສອງປະເທດນີ້ຈະໄປມາຫາສູ່ກັນ ແລະທັງສອງຊົນຊາດຈະນະມັດສະການພຣະອົງຮ່ວມກັນ. 24 ເມື່ອເວລານັ້ນມາເຖິງ ຊາດອິດສະຣາເອນຈະມີຕຳແໜ່ງເທົ່າທຽມກັນກັບປະເທດເອຢິບ ແລະອັດຊີເຣຍ ແລະປະເທດທັງສາມນີ້ ຈະເປັນທໍ່ພຣະພອນໃຫ້ແກ່ຊົນຊາດທັງໝົດໃນໂລກ. 25 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະອວຍພອນພວກເຂົາວ່າ, “ເຮົາຈະອວຍພອນເຈົ້າ ເອຢິບປະຊາຊົນຂອງເຮົາ; ອັດຊີເຣຍ ຜູ້ທີ່ເຮົາໄດ້ສ້າງຂຶ້ນມາ ແລະອິດສະຣາເອນ ປະຊາຊົນທີ່ເຮົາໄດ້ເລືອກໄວ້.” |
@ 2012 United Bible Societies. All Rights Reserved.