ເອຊາຢາ 18 - ພຣະຄຳພີສັກສິພຣະເຈົ້າຈະລົງໂທດປະເທດເອທີໂອເປຍ 1 ທີ່ຟາກແມ່ນໍ້າຂອງປະເທດເອທີໂອເປຍໄປພຸ້ນ ມີດິນແດນແຫ່ງໜຶ່ງທີ່ໄດ້ຍິນແຕ່ສຽງຂອງປີກພືພັບ. 2 ຈາກດິນແດນນັ້ນ ພວກອັກຄະຣາຊທູດຂີ່ເຮືອທີ່ເຮັດດ້ວຍກົກອໍ້ ລ່ອງໄປຕາມແມ່ນໍ້ານິນ. ບັນດາຜູ້ສົ່ງຂ່າວທີ່ວ່ອງໄວເອີຍ ຈົ່ງກັບເມືອສາເຖີດ ຈົ່ງນຳຂ່າວຄືນເມືອສູ່ດິນແດນຂອງພວກເຈົ້າທີ່ມີແມ່ນໍ້າທັງຫລາຍແບ່ງແຍກ, ສູ່ຊົນຊາດທີ່ເຂັ້ມແຂງ ແລະມີອຳນາດຂອງພວກເຈົ້າ, ສູ່ປະຊາຊົນທີ່ມີຮູບຮ່າງໃຫຍ່ ແລະຜິວພັນກ້ຽງໃສດີຂອງພວກເຈົ້າ ຄືພວກທີ່ຄົນທັງໂລກຢ້ານກົວ. 3 ຈົ່ງຟັງເດີ ໝົດທຸກຄົນທີ່ຢູ່ໃນໂລກນີ້ ຈົ່ງເບິ່ງທຸງໄຊອັນເປັນສັນຍານທີ່ຈະຖືກຍົກຂຶ້ນເທິງຈອມພູເຂົາ ຈົ່ງຟັງສຽງເປົ່າເຂົາສັດ 4 ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຮົາຈະເບິ່ງລົງຈາກສະຫວັນຢ່າງງຽບໆ ດັ່ງນໍ້າຄ້າງຕອນກາງຄືນອັນອົບເອົ້າທີ່ລວມຕົວກັນໃນລະດູເກັບກ່ຽວ ດັ່ງດວງອາທິດອັນງຽບສະຫງັດໃນຕອນກາງເວັນທີ່ສ່ອງແຈ້ງ. 5 ກ່ອນເຖິງຍາມເກັບໝາກອະງຸ່ນ ເມື່ອດອກຂອງມັນຫລົ່ນ ແລະໝາກອະງຸ່ນກຳລັງສຸກ ສັດຕູຈະມາທຳລາຍຊາວເອທີໂອເປຍຢ່າງງ່າຍດາຍ ດັ່ງເອົາມີດຕັດຕົ້ນອະງຸ່ນຖິ້ມ. 6 ຊາກສົບທະຫານຂອງພວກເຂົາຈະຖືກປະປ່ອຍໄວ້ໃຫ້ຝູງນົກແລະສັດປ່າ. ໃນລະດູຮ້ອນໂຕນົກຈະມາເຈາະ ແລະໃນລະດູໜາວສັດປ່າຈະມາກິນ.” 7 ເມື່ອເວລານັ້ນມາເຖິງ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະຮັບເອົາເຄື່ອງຖວາຍ ຈາກດິນແດນທີ່ຖືກແບ່ງແຍກດ້ວຍແມ່ນໍ້າທັງຫລາຍນີ້, ຈາກຊົນຊາດທີ່ເຂັ້ມແຂງ ແລະມີອຳນາດນີ້, ຈາກປະຊາຊົນທີ່ມີຮູບຮ່າງສູງ ແລະມີຜິວພັນກ້ຽງໃສນີ້ ຊຶ່ງຄົນທັງໂລກຢ້ານກົວພວກເຂົາ. ພວກເຂົາຈະມາທີ່ພູເຂົາຊີໂອນ ຊຶ່ງເປັນບ່ອນຢູ່ແຫ່ງນາມຊື່ຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. |
@ 2012 United Bible Societies. All Rights Reserved.