Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 16 - ພຣະຄຳພີສັກສິ


ໂມອາບ​ຢູ່​ໃນ​ສະພາບ​ທີ່​ສິ້ນຫວັງ

1 ຈາກ​ເມືອງ​ເສລາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ປະຊາຊົນ​ແຫ່ງ​ໂມອາບ​ສົ່ງ​ລູກແກະ​ໄປ ເພື່ອ​ເປັນ​ຂອງຂວັນ​ໃຫ້​ຜູ້ປົກຄອງ​ໃນ​ນະຄອນ​ເຢຣູຊາເລັມ.

2 ພວກເຂົາ​ຄອຍຖ້າ​ຢູ່​ຕາມ​ຕາຝັ່ງ​ແມ່ນໍ້າ​ອາກໂນນ ແລະ​ເຄື່ອນຍ້າຍ​ໄປມາຢ່າງ​ບໍ່ມີ​ເປົ້າໝາຍ ດັ່ງ​ນົກ​ທີ່​ຖືກ​ໄລ່​ໃຫ້​ໜີໄປ​ຈາກ​ຮັງ.

3 ພວກເຂົາ​ເວົ້າ​ກັບ​ປະຊາຊົນ​ຊາວ​ຢູດາ​ວ່າ, “ຈົ່ງ​ບອກ​ພວກເຮົາ​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ​ດີ. ຂໍ​ປົກປ້ອງ​ພວກເຮົາ​ໄວ້​ດັ່ງ​ຕົ້ນໄມ້​ໃຫ້​ຮົ່ມເຢັນ ໃນ​ທ່າມກາງ​ແສງ​ແດດ​ຂອງ​ຕອນທ່ຽງ​ດ້ວຍ; ແລະ​ຂໍ​ໃຫ້​ພວກເຮົາ​ໄດ້​ພັກຜ່ອນ​ຢູ່​ໃຕ້​ຮົ່ມ​ຂອງ​ພວກເຈົ້າ​ເຖີດ. ພວກເຮົາ​ເປັນ​ຊາວ​ອົບພະຍົບ ຂໍ​ເຊື່ອງ​ພວກເຮົາ​ໄວ້​ຢູ່​ໃນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ຫາ​ພົບ​ໄດ້​ແດ່.

4 ຂໍ​ໃຫ້​ພວກເຮົາ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ​ແດ່ທ້ອນ. ຂໍ​ປົກປ້ອງ​ພວກເຮົາ​ໄວ້​ຈາກ​ພວກ​ທີ່​ຢາກ​ທຳລາຍ​ດ້ວຍ.” (ການ​ກົດຂີ່​ແລະ​ໄພພິບັດ​ທັງຫລາຍ​ຈະ​ສິ້ນສຸດໄປ ແລະ​ພວກ​ທີ່​ທຳລາຍ​ປະເທດ​ກໍ​ຈະ​ໝົດໄປ.

5 ແລ້ວ​ເຊື້ອສາຍ​ຜູ້ໜຶ່ງ​ຂອງ​ດາວິດ​ກໍ​ຈະ​ຂຶ້ນ​ເປັນ​ກະສັດ ແລະ​ເພິ່ນ​ຈະ​ປົກຄອງ​ປະຊາຊົນ​ດ້ວຍ​ຄວາມຮັກ​ແລະ​ຄວາມສັດຊື່. ເພິ່ນ​ຈະ​ຟ້າວ​ລົງມື​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ແລະ​ເພິ່ນ​ຈະ​ຄອຍເບິ່ງ​ວ່າ​ມີ​ຄວາມ​ຍຸດຕິທຳ​ຫລືບໍ?)

6 ປະຊາຊົນ​ຊາວ​ຢູດາ​ເວົ້າ​ວ່າ, “ພວກເຮົາ​ເຄີຍ​ໄດ້ຍິນ​ເຖິງ​ຊາວ​ໂມອາບ​ວ່າ ພວກເຂົາ​ອວດອົ່ງ​ຈອງຫອງ​ສໍ່າໃດ. ພວກເຮົາ​ຮູ້​ວ່າ​ພວກເຂົາ​ອວດດີ​ແລະ​ທະນົງ​ຕົວ ແຕ່​ພວກເຂົາ​ຂີ້ສະຫາວ​ລ້າໆ.”

7 ຊາວ​ໂມອາບ​ຈະ​ຮ້ອງໄຫ້​ຮໍ່າໄຮ ຍ້ອນ​ຄວາມ​ເດືອດຮ້ອນ​ທີ່​ພວກຕົນ​ໄດ້​ຮັບ. ພວກເຂົາ​ຈະ​ຮໍ່າໄຮ​ເມື່ອ​ຄິດເຖິງ​ອາຫານ​ແຊບໆ ທີ່​ພວກຕົນ​ເຄີຍ​ກິນ​ໃນ​ເມືອງ​ກີຣະເຮເຣັດ. ພວກເຂົາ​ຈະ​ຖືກ​ທໍລະມານ​ຈົນ​ຕ້ອງ​ສິ້ນຫວັງ.

8 ທົ່ງໄຮ່​ທົ່ງນາ​ຂອງ​ເມືອງ​ເຮັດຊະໂບນ ແລະ​ສວນ​ໝາກອະງຸ່ນ​ຂອງ​ເມືອງ​ສິບມາ​ກໍ​ຈະ​ຖືກ​ທຳລາຍ ຄື​ສວນ​ໝາກອະງຸ່ນ​ຂອງ​ຄົນ​ທີ່​ໃຊ້​ເຫຼົ້າ​ອະງຸ່ນ​ເຮັດ​ໃຫ້​ຊົນຊາດ​ຕ່າງໆ​ມືນເມົາ. ໃນ​ສະໄໝ​ໜຶ່ງ​ຕົ້ນອະງຸ່ນ​ໄດ້​ແຜ່ຜາຍ​ອອກ​ໄປຮອດ​ເມືອງ​ຢາເຊ ແລະ​ຈົນເຖິງ​ທິດ​ຕາເວັນຕົກ​ຟາກ​ທະເລຕາຍ​ເບຶ້ອງນັ້ນ.

9 ບັດນີ້ ຂ້າພະເຈົ້າ​ຮ້ອງໄຫ້​ເພື່ອ​ຕົ້ນອະງຸ່ນ​ຂອງ​ເມືອງ​ສິບມາ ເໝືອນ​ດັ່ງ​ຮ້ອງໄຫ້​ເພື່ອ​ເມືອງ​ຢາເຊ. ນໍ້າຕາ​ຂອງ​ຂ້າພະເຈົ້າ​ຫລັ່ງໄຫລ ເຖິງ​ເມືອງ​ເຮັດຊະໂບນ​ແລະ​ເມືອງ​ເອເລອາເລ ຍ້ອນ​ທີ່​ນັ້ນ​ບໍ່ມີ​ການ​ເກັບກ່ຽວ​ພໍ​ເຮັດ​ໃຫ້​ປະຊາຊົນ​ເບີກບານ​ໃຈ​ເລີຍ.

10 ບັດນີ້ ໃນ​ທົ່ງໄຮ່​ທົ່ງນາ​ທີ່​ມີ​ດິນ​ດີ​ກໍ​ບໍ່ມີ​ຜູ້ໃດ​ຢູ່​ເປັນ​ສຸກ. ບໍ່ມີ​ຜູ້ໃດ​ໂຮຮ້ອງ​ຫລື​ຂັບລຳ​ທຳເພງ​ໃນ​ສວນອະງຸ່ນ​ເລີຍ. ບໍ່ມີ​ຜູ້ໃດ​ບີບ​ໝາກອະງຸ່ນ​ເຮັດ​ເຫຼົ້າ​ອະງຸ່ນ ສຽງ​ໂຮຮ້ອງ​ອັນ​ຊົມຊື່ນ​ຍິນດີ​ນັ້ນ​ໄດ້​ໝົດໄປ​ສາ​ແລ້ວ.

11 ຂ້າພະເຈົ້າ​ຄວນຄາງ​ດ້ວຍ​ຄວາມ​ເສົ້າໝອງ​ເພື່ອ​ດິນແດນ​ໂມອາບ ແລະ​ດ້ວຍ​ຄວາມ​ຂົມຂື່ນ​ຫລາຍ​ເພື່ອ​ເມືອງ​ກີຣະເຮເຣັດ.

12 ປະຊາຊົນ​ຊາວ​ໂມອາບ​ໝົດ​ກຳລັງ​ແລ້ວ ທີ່​ຈະ​ໄປ​ເທິງ​ພູເຂົາ​ທີ່​ມີ​ຮູບເຄົາຣົບ​ຂອງ​ພວກເຂົາ ແລະ​ໄປ​ຍັງ​ວິຫານ​ຂອງ​ພວກເຂົາ​ເພື່ອ​ໄຫວ້ວອນ ແຕ່​ຈະ​ບໍ່ມີ​ປະໂຫຍດ​ຫຍັງ​ເລີຍ.

13 ນັ້ນແຫລະ ຄື​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ບອກ​ລ່ວງໜ້າ​ກ່ຽວກັບ​ໂມອາບ.

14 ບັດນີ້ ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ຄົບ​ສາມ​ປີ​ເຕັມ ຄວາມຮັ່ງມີ​ອັນ​ມະຫາສານ​ຂອງ​ໂມອາບ​ຈະ​ສູນສິ້ນໄປ. ໃນ​ຈຳນວນ​ປະຊາຊົນ​ທີ່​ຫລວງຫລາຍ ຈະ​ມີ​ພຽງແຕ່​ໜ້ອຍຄົນ​ເທົ່ານັ້ນ​ທີ່​ລອດຊີວິດ​ຢູ່ ແລະ​ຕ່າງ​ກໍ​ຈະ​ອ່ອນເພຍ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan