ເອຊາຢາ 15 - ພຣະຄຳພີສັກສິພຣະເຈົ້າຈະທຳລາຍໂມອາບ 1 ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບດິນແດນໂມອາບ. ເມືອງອາຣະແລະເມືອງກີຣະໄດ້ຖືກທຳລາຍພຽງຄືນດຽວເທົ່ານັ້ນ ແລະດິນແດນໂມອາບກໍມີແຕ່ຄວາມມິດງຽບທັງສິ້ນ. 2 ປະຊາຊົນແຫ່ງດີໂບນ ປີນຂຶ້ນສູ່ເທິງພູເພື່ອໄປຮ້ອງໄຫ້ໃນບ່ອນທີ່ມີຮູບເຄົາຣົບ. ປະຊາຊົນແຫ່ງໂມອາບຄໍ່າຄວນດ້ວຍຄວາມໂສກເສົ້າໃຫ້ເມືອງເນໂບແລະເມືອງເມເດບາ; ພວກເຂົາໄດ້ແຖຫົວແລະແຖໜວດເພື່ອສະແດງຄວາມໂສກເສົ້າ. 3 ປະຊາຊົນຕາມຖະໜົນກໍນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ; ທີ່ສີ່ແຍກກາງເມືອງແລະທີ່ເທິງຫລັງຄາພຽງປະຊາຊົນກໍໄວ້ທຸກແລະຮ້ອງໄຫ້. 4 ປະຊາຊົນແຫ່ງເມືອງເຮັດຊະໂບນແລະເມືອງເອເລອາເລ ຮ້ອງໄຫ້ແຮງຈົນສຽງດັງໄປກາຍເມືອງຢາຮາດ. ແມ່ນແຕ່ພວກທະຫານກໍສັ່ນເຊັນຈົນໝົດຄວາມກ້າຫານ. 5 ຈິດໃຈຂອງຂ້ອຍຮໍ່າຮ້ອງເຖິງດິນແດນໂມອາບ ປະຊາຊົນພາກັນປົບໜີໄປທີ່ເມືອງໂຊອາ ແລະໄປທີ່ເມືອງເອັກລາດ-ເຊລິດຊີຢາ. ບາງຄົນຍ່າງຂຶ້ນຄ້ອຍ ຕ່າງຮ້ອງໄຫ້ໄປທີ່ເມືອງລູຫິດ; ບາງຄົນປົບໜີໄປທີ່ເມືອງໂຮໂຣນາອິມ ທັງຄວນຄາງສຽງດັງອຶກກະທຶກ. 6 ນໍ້າຫ້ວຍນິມຣິມກໍແຫ້ງແລ້ງ ຫຍ້າທີ່ແຄມຝັ່ງກໍຫ່ຽວແຫ້ງ ແລະບໍ່ມີສິ່ງຂຽວຫຍັງເຫຼືອຢູ່ເລີຍ. 7 ປະຊາຊົນພະຍາຍາມປົບໜີໄປ ໂດຍຂ້າມຮ່ອມພູວິນໂລພ້ອມກັບສິ່ງຂອງທີ່ພວກຕົນມີຢູ່. 8 ທຸກບ່ອນຕາມເຂດແດນຂອງໂມອາບໄດ້ຍິນແຕ່ສຽງຮ້ອງໄຫ້ ຈົນໄປຮອດເມືອງເອັກລາອີມແລະເມືອງເບເອເຣລີມ. 9 ທີ່ເມືອງດີໂບນ ນໍ້າຫ້ວຍນອງໄປດ້ວຍເລືອດ ແລະພຣະເຈົ້າຍັງສະສົມສິ່ງທີ່ຮ້າຍກາດຫລາຍກວ່ານີ້ອີກ ໄວ້ສຳລັບປະຊາຊົນຢູ່ໃນທີ່ນັ້ນ. ແມ່ນແລ້ວ ຜູ້ທີ່ເຫຼືອຢູ່ໃນດິນແດນໂມອາບຈະຖືກຂ້າ ຈົນເລືອດໄຫລນອງແຜ່ນດິນ. |
@ 2012 United Bible Societies. All Rights Reserved.