ເອຊາຢາ 14 - ພຣະຄຳພີສັກສິການກັບຄືນມາຈາກການເປັນຊະເລີຍ 1 ອີກເທື່ອໜຶ່ງ ພຣະເຈົ້າຢາເວຈະເມດຕາປະຊາຊົນອິດສະຣາເອນ ແລະຈະເລືອກພວກເຂົາເອງໃຫ້ເປັນພວກຂອງພຣະອົງ. ພຣະອົງຈະໃຫ້ພວກເຂົາມາຢູ່ໃນດິນແດນຂອງພວກເຂົາເອງອີກ ແລະຊາວຕ່າງດ້າວກໍຈະມາອາໄສຢູ່ນຳໃນທີ່ນັ້ນ. 2 ຫລາຍຊົນຊາດຈະຊ່ວຍປະຊາຊົນອິດສະຣາເອນໃຫ້ກັບຄືນມາສູ່ດິນແດນ ບ່ອນທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຂົາ; ໃນທີ່ນັ້ນ ຊົນຊາດເຫຼົ່ານັ້ນຈະຮັບໃຊ້ຊາດອິດສະຣາເອນດັ່ງທາດ. ພວກທີ່ເຄີຍຈັບຄົນໃນຊາດອິດສະຣາເອນໄປຄັ້ງໜຶ່ງນັ້ນ ບັດນີ້ ຈະຖືກຄົນໃນຊາດອິດສະຣາເອນຈັບຄືນ ແລະປະຊາຊົນອິດສະຣາເອນຈະປົກຄອງ ຄົນເຫຼົ່ານັ້ນທີ່ເຄີຍກົດຂີ່ພວກຕົນມາຄັ້ງໜຶ່ງ. ກະສັດແຫ່ງບາບີໂລນຢູ່ໃນແດນມໍຣະນາ 3 ພຣະເຈົ້າຢາເວຈະໃຫ້ປະຊາຊົນອິດສະຣາເອນ ໄດ້ບັນເທົາຈາກຄວາມເຈັບປວດ ແລະຄວາມທົນທຸກຂອງພວກເຂົາ ແລະຈະໃຫ້ພວກເຂົາພົ້ນຈາກການຖືກບັງຄັບໃຫ້ເຮັດວຽກໜັກ. 4 ເມື່ອພຣະອົງກະທຳການນັ້ນ ພວກເຂົາຈະເວົ້າເຍາະເຍິ້ຍກະສັດແຫ່ງບາບີໂລນວ່າ: “ກະສັດຜູ້ຮ້າຍກາດໄດ້ລົ້ມລົງແລ້ວ ເພິ່ນຈະບໍ່ໄດ້ກົດຂີ່ຜູ້ໃດຜູ້ໜຶ່ງອີກຕໍ່ໄປ 5 ພຣະເຈົ້າຢາເວໄດ້ເຮັດໃຫ້ອຳນາດຂອງພວກຜູ້ປົກຄອງທີ່ຊົ່ວຮ້າຍສິ້ນສຸດໄປ 6 ຄືຜູ້ກົດຂີ່ປະຊາຊົນຢ່າງໂຫດຮ້າຍ ແລະບໍ່ໄດ້ຢຸດເຂັ່ນຂ້າຊົນຊາດທັງຫລາຍທີ່ພວກຕົນຕີໄດ້ນັ້ນ. 7 ບັດນີ້ໃນທີ່ສຸດ ທົ່ວທັງໂລກມີສິດໄດ້ພັກຜ່ອນ ແລະໄດ້ຢູ່ຢ່າງສະຫງົບສຸກ ແລະທຸກຄົນຕ່າງກໍຮ້ອງເພງດ້ວຍຄວາມຊົມຊື່ນຍິນດີ. 8 ຕົ້ນສົນແລະຕົ້ນແປກຂອງເລບານອນຕ່າງກໍຊົມຊື່ນຍິນດີ ທີ່ກະສັດຜູ້ນີ້ໄດ້ລົ້ມລົງ; ບັດນີ້ຈຶ່ງບໍ່ມີຜູ້ໃດຕັດມັນລົງອີກ ຍ້ອນກະສັດຜູ້ນັ້ນໄດ້ສາບສູນໄປແລ້ວ. 9 ແດນມໍຣະນາກຳລັງຕຽມພ້ອມເພື່ອຕ້ອນຮັບກະສັດແຫ່ງບາບີໂລນ. ບັນດາວິນຍານຂອງພວກທີ່ເຄີຍມີອຳນາດເທິງໂລກນີ້ ຕ່າງກໍຖືກປຸກຂຶ້ນມາ. ວິນຍານຂອງບັນດາກະສັດທີ່ຕາຍໄປແລ້ວ ຕ່າງກໍລຸກຂຶ້ນມາຈາກບັນລັງຂອງຕົນ. 10 ພວກມັນທັງໝົດຮ້ອງອອກມາວ່າ, ‘ບັດນີ້ ເຈົ້າກໍອ່ອນແຮງຄືກັນກັບພວກເຮົານໍ ເຈົ້າກໍເປັນຜູ້ໜຶ່ງໃນພວກເຮົາແລ້ວ 11 ເຈົ້າເຄີຍມີຄົນດີດພິນຍ້ອງຍໍໃຫ້ກຽດ; ແຕ່ບັດນີ້ ເຈົ້າພັດໄດ້ຢູ່ໃນແດນມໍຣະນາ. ເຈົ້ານອນເທິງໜອນທີ່ເປັນຕຽງຂອງເຈົ້າ ແລະມີໜອນຢູ່ເທິງເຈົ້າແທນຜ້າຫົ່ມ.”’ 12 ລູຊີເຟີ ດວງດາວສ່ອງໃສໃນຕອນເຊົ້າເອີຍ ເຈົ້າໄດ້ຕົກລົງຈາກສະຫວັນແລ້ວນໍ ໃນອະດີດນັ້ນ ເຈົ້າໄດ້ຕີຊະນະຫລາຍໆຊົນຊາດ ແຕ່ບັດນີ້ ເຈົ້າພັດຖືກໂຍນລົງຂີ້ດິນ. 13 ເຈົ້າໄດ້ເວົ້າໃນໃຈວ່າ, “ຂ້ອຍຈະຂຶ້ນໄປສະຫວັນ ແລະຕັ້ງບັນລັງຂອງຂ້ອຍໄວ້ໃນທີ່ສູງສຸດເໜືອດວງດາວຕ່າງໆ. ຂ້ອຍຈະຕ້ອງນັ່ງດັ່ງກະສັດເທິງພູທາງທິດເໜືອ ບ່ອນທີ່ພະທັງຫລາຍຊຸມນຸມກັນຢູ່ນັ້ນ. 14 ຂ້ອຍຈະຕ້ອງຂຶ້ນໄປເໜືອຈອມເມກ ແລະເປັນດັ່ງອົງຊົງຣິດອຳນາດຍິ່ງໃຫຍ່.” 15 ແຕ່ແລ້ວເຈົ້າພັດໄດ້ຖືກຖິ້ມລົງມາສູ່ບ່ອນເລິກທີ່ສຸດຂອງແດນມໍຣະນາ. 16 ພວກຄົນຕາຍຈະຈ້ອງຕາເບິ່ງເຈົ້າ ແລະຈະຖາມວ່າ, “ຄົນນີ້ບໍ່ແມ່ນຜູ້ທີ່ໄດ້ເຮັດໃຫ້ໂລກແລະບັນດາອານາຈັກສັ່ນສະເທືອນນັ້ນບໍ? 17 ຄົນນີ້ບໍ່ແມ່ນຜູ້ທີ່ໄດ້ທຳລາຍເມືອງທັງຫລາຍ ແລະເຮັດໃຫ້ໂລກເປັນທີ່ຮົກຮ້າງຫວ່າງຄົນນັ້ນບໍ? ຄົນນີ້ບໍ່ແມ່ນຜູ້ທີ່ກັກຊະເລີຍເສິກໄວ້ ຫລືຜູ້ທີ່ບໍ່ຍິນຍອມປ່ອຍໃຫ້ພວກເຂົາກັບຄືນເມືອນັ້ນບໍ?” 18 ກະສັດໝົດທົ່ວທັງໂລກນອນຢູ່ໃນຂຸມຝັງສົບອັນງົດງາມ 19 ແຕ່ເຈົ້າພັດບໍ່ມີຂຸມຝັງສົບ. ຊາກສົບຂອງເຈົ້າຖືກໂຍນອອກໄປ ປະໃຫ້ເປື່ອຍເນົ່າຢູ່ລຸ່ມຊາກສົບຂອງພວກທະຫານຊຶ່ງຖຶກຂ້າໃນສະໜາມຮົບ ແລະໄດ້ຖືກໂຍນລົງພ້ອມກັນໄປໃນເຫວແລະຖືກຢຽບຢໍ່າ. 20 ຍ້ອນເຈົ້າໄດ້ທຳລາຍປະເທດຂອງເຈົ້າໃຫ້ຮົກຮ້າງເພພັງ ແລະຂ້າປະຊາຊົນຂອງຕົນເອງ; ສະນັ້ນ ເຈົ້າຈະບໍ່ໄດ້ຖືກຝັງໄວ້ດັ່ງກະສັດອື່ນໆ. ບໍ່ມີຜູ້ໃດຈັກຄົນໃນຄອບຄົວອັນຊົ່ວຮ້າຍຂອງເຈົ້ານັ້ນຈະລອດຊີວິດ. 21 ຈົ່ງໃຫ້ການສັງຫານໝູ່ເລີ່ມຂຶ້ນສາ ພວກລູກຊາຍຂອງກະສັດຜູ້ນີ້ຈະຕາຍ ຍ້ອນບັນພະບຸລຸດຂອງພວກເຂົາໄດ້ເຮັດບາບ. ບໍ່ມີຜູ້ໃດໃນພວກເຂົາຈະໄດ້ປົກຄອງແຜ່ນດິນ ຫລືສ້າງບ້ານເມືອງທັງຫລາຍຂຶ້ນໃໝ່. ພຣະເຈົ້າຈະທຳລາຍນະຄອນບາບີໂລນ 22 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະໂຈມຕີນະຄອນບາບີໂລນໃຫ້ພັງພິນາດໄປ. ເຮົາຈະບໍ່ປະຫຍັງໃຫ້ເຫຼືອໄວ້ເລີຍ ຄືບໍ່ໃຫ້ມີເດັກນ້ອຍແລະຜູ້ລອດຊີວິດເຫຼືອຢູ່ຈັກຄົນ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ. 23 “ເຮົາຈະປ່ຽນນະຄອນບາບີໂລນໃຫ້ເປັນບຶງ ແລະຝູງນົກເຄົ້າຈະຢູ່ທີ່ນັ້ນ. ເຮົາຈະໃຊ້ຟອຍກວາດນະຄອນບາບີໂລນ ພ້ອມທັງສັບພະທຸກສິ່ງໄປໃຫ້ໝົດ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ. ພຣະເຈົ້າຢາເວຈະທຳລາຍຊາວອັດຊີເຣຍ 24 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ສາບານວ່າ: “ສິ່ງທີ່ເຮົາໄດ້ວາງແຜນໄວ້ແລ້ວຈະຕ້ອງເກີດຂຶ້ນ. ສິ່ງທີ່ເຮົາໄດ້ຕັ້ງໃຈໄວ້ແລ້ວ ເຮົາຈະຕ້ອງເຮັດ. 25 ເຮົາຈະທຳລາຍຊາວອັດຊີເຣຍໃນດິນແດນອິດສະຣາເອນຂອງເຮົາ ແລະຈະຢຽບຢໍ່າພວກເຂົາລົງທີ່ເທິງພູຂອງເຮົາ. ເຮົາຈະປົດປ່ອຍປະຊາຊົນຂອງເຮົາອອກຈາກແອກຂອງຊາວອັດຊີເຣຍ ແລະຈາກພາລະໜັກທີ່ພວກເຂົາແບກຢູ່ນັ້ນ. 26 ອັນນີ້ແມ່ນແຜນການຂອງເຮົາສຳລັບໂລກ ຄືແຂນຂອງເຮົາໄດ້ຢຽດອອກເພື່ອລົງໂທດຊົນຊາດທັງຫລາຍ.” 27 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຕັ້ງໃຈເຮັດສິ່ງນີ້ ພຣະອົງຢຽດແຂນພຣະອົງອອກເພື່ອລົງໂທດ ແລະບໍ່ມີຜູ້ໃດທີ່ຢຸດຢັ້ງພຣະອົງໄດ້. ພຣະເຈົ້າຈະທຳລາຍຊາວຟີລິດສະຕິນ 28 ອັນນີ້ແມ່ນຖ້ອຍຄຳທີ່ໄດ້ຖືກປະກາດໃນປີທີ່ກະສັດອາຮາດໄດ້ຕາຍໄປ. 29 ປະຊາຊົນຊາວຟີລິດສະຕິນເອີຍ ໄມ້ຄ້ອນທີ່ໃຊ້ຕີພວກເຈົ້ານັ້ນຫັກສາແລ້ວ ແຕ່ພວກເຈົ້າຢ່າສູ່ຟ້າວດີໃຈ. ເມືອງູໂຕໜຶ່ງຕາຍໄປ ງູໂຕໂຫດຮ້າຍທີ່ສຸດກໍຂຶ້ນມາແທນ ເໝືອນດັ່ງໄຂ່ງູຟັກອອກເປັນໂຕມັງກອນ. 30 ອົງພຣະຜູ້ເປັນເຈົ້າຈະເປັນຜູ້ລ້ຽງປະຊາຊົນຂອງພຣະອົງຜູ້ຍາກຈົນ ແລະຈະໃຫ້ພວກເຂົາມີຊີວິດຢູ່ຢ່າງປອດໄພ, ແຕ່ພຣະອົງຈະສົ່ງຄວາມອຶດຢາກອັນຮ້າຍແຮງມາສູ່ຊາວຟີລິດສະຕິນ ແລະສິ່ງນັ້ນຈະບໍ່ປ່ອຍໃຫ້ຜູ້ໃດລອດຊີວິດເຫຼືອຢູ່ເລີຍ. 31 ສຽງຄວນຄາງກັບສຽງຮ້ອງຂໍໃຫ້ຊ່ວຍເຫລືອ ຈະມີຢູ່ໃນທຸກເມືອງຂອງຊາວຟີລິດສະຕິນ ພວກເຈົ້າທັງໝົດຈະປະສົບຄວາມໜ້າຢ້ານ ເພາະມັນເໝືອນດັ່ງເມກກຳລັງມາຈາກທາງທິດເໜືອ ແມ່ນກອງທັບໜຶ່ງທີ່ມີແຕ່ຜູ້ກ້າຫານທັງນັ້ນ ທີ່ກຳລັງເດີນທາງມາ. 32 ພວກເຮົາຈະຕ້ອງຕອບພວກຜູ້ນຳຂ່າວ ທີ່ມາຈາກຟີລິດສະຕິນນັ້ນຢ່າງໃດ? ພວກເຮົາຈະບອກພວກເຂົາວ່າ, “ພຣະເຈົ້າຢາເວໄດ້ຕັ້ງພູເຂົາຊີໂອນຂຶ້ນແລ້ວ ແລະປະຊາຊົນຂອງພຣະອົງຜູ້ທີ່ທົນທຸກຈະໄດ້ພົບຄວາມປອດໄພໃນທີ່ນັ້ນ.” |
@ 2012 United Bible Societies. All Rights Reserved.