ເອຊາຢາ 13 - ພຣະຄຳພີສັກສິພຣະເຈົ້າຈະລົງໂທດນະຄອນບາບີໂລນ 1 ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບນະຄອນບາບີໂລນ ທີ່ເອຊາຢາລູກຊາຍຂອງອາໂມດໄດ້ຮັບຈາກພຣະເຈົ້າ. 2 ທີ່ຈອມພູຫົວໂຫລ້ນ ຈົ່ງຍົກທຸງສູ້ຮົບຂຶ້ນສາ ຈົ່ງຮ້ອງສັ່ງພວກທະຫານ ແລະຍົກອາວຸດຂຶ້ນເປັນສັນຍານໃຫ້ບຸກໂຈມຕີ ປະຕູເມືອງຂອງພວກທີ່ອວດອົ່ງຈອງຫອງ. 3 ອົງພຣະຜູ້ເປັນເຈົ້າໄດ້ເອີ້ນເອົາທະຫານທີ່ທະນົງຕົວ ແລະໄວ້ໃຈໄດ້ໃຫ້ເຮັດເສິກຂອງພຣະອົງ ແລະໃຫ້ລົງໂທດຜູ້ທີ່ພຣະອົງໂກດຮ້າຍ. 4 ຈົ່ງຟັງສຽງທີ່ເທິງພູ ຄືສຽງຂອງຝູງຄົນອັນແໜ້ນໜາ ສຽງຂອງຊົນຊາດ ແລະອານາຈັກຕ່າງໆທີ່ກຳລັງເຕົ້າໂຮມກັນ. ກອງທັບທັງຫລາຍຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ຕຽມກຳລັງສູ້ຮົບ. 5 ພວກເຂົາກຳລັງຍົກທັບມາແຕ່ທີ່ໄກສຸດຂອງຟ້າສະຫວັນ. ໃນຄວາມໂກດຮ້າຍຂອງພຣະອົງ ພຣະເຈົ້າຢາເວກຳລັງມາທຳລາຍໝົດທັງປະເທດ. 6 ຮ້ອງຄວນຄາງດ້ວຍຄວາມເຈັບປວດສາເຖີດ ວັນຂອງພຣະເຈົ້າຢາເວມາໃກ້ແລ້ວ ຄືມື້ທີ່ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ນຳໄພພິບັດມາ. 7 ແຂນຂອງທຸກໆຄົນຈະຢ່ອນລົງເພາະອ່ອນແຮງ ແລະຄວາມກ້າຂອງທຸກໆຄົນກໍຈະໝົດໄປ. 8 ພວກເຂົາທຸກຄົນຈະຢ້ານກົວຍິ່ງ ແລະເຈັບປວດໜັກ ຄືເຈັບດັ່ງຜູ້ຍິງຈະຄອດລູກ. ພວກເຂົາຈະເບິ່ງກັນແລະກັນດ້ວຍຄວາມຢ້ານກົວ ແລະສີໜ້າຂອງພວກເຂົາກໍຮູ້ສຶກເຜົາຮ້ອນດ້ວຍຄວາມອັບອາຍ. 9 ວັນຂອງພຣະເຈົ້າຢາເວກຳລັງມາ ຄືມື້ແຫ່ງຄວາມຮ້າຍກາດ ແລະໂມໂຫຂອງພຣະອົງ. ໂລກຈະເປັນຖິ່ນແຫ້ງແລ້ງກັນດານ ແລະຄົນບາບທຸກຄົນຈະຖືກທຳລາຍ. 10 ດວງດາວທັງຫລາຍແຫ່ງຟ້າສະຫວັນຈະຢຸດສ່ອງແສງ ດວງອາທິດຈະມືດດຳໄປ ເມື່ອມັນຂຶ້ນສູ່ຂອບຟ້າ ແລະດວງເດືອນກໍຈະບໍ່ສ່ອງແຈ້ງ. 11 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຈະນຳໄພພິບັດມາເທິງແຜ່ນດິນໂລກ ແລະລົງໂທດຄົນຊົ່ວຮ້າຍທຸກຄົນເພາະການບາບຂອງພວກເຂົາ. ເຮົາຈະເຮັດໃຫ້ຄົນອວດອົ່ງຈອງຫອງທຸກຄົນຖ່ອມໃຈ ແລະຈະລົງໂທດຄົນອວດດີແລະຄົນຮ້າຍກາດທຸກຄົນ. 12 ຄົນທີ່ລອດຊີວິດຈະຫາຍາກກວ່າຫາຄຳ. 13 ໃນມື້ທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໂກດຮ້າຍນັ້ນ; ເຮົາຈະເຮັດໃຫ້ຟ້າສະຫວັນ ສັ່ນສະເທືອນ ແລະຈະເຮັດໃຫ້ແຜ່ນດິນໂລກຫວັ່ນໄຫວ ຫລຸດອອກຈາກບ່ອນຂອງມັນ. 14 ພວກຄົນຕ່າງດ້າວທີ່ອາໄສຢູ່ໃນນະຄອນບາບີໂລນ ຈະແລ່ນປົບໜີໄປສູ່ບ້ານເມືອງຂອງພວກເຂົາໂດຍກະຈັດກະຈາຍໄປ ດັ່ງກວາງປົບຄົນໂຫ່ເນື້ອ ແລະດັ່ງຝູງແກະທີ່ຂາດຜູ້ລ້ຽງ. 15 ຜູ້ທີ່ຖືກຈັບໄດ້ຈະຖືກແທງໃຫ້ຕາຍ. 16 ໃນຂະນະທີ່ພວກເຂົາແນມຫາທີ່ເພິ່ງຢ່າງສິ້ນຫວັງນັ້ນ ລູກນ້ອຍຂອງພວກເຂົາຈະຖືກຕີຈົນຕາຍ, ເຮືອນຂອງພວກເຂົາຈະຖືກປຸ້ນ ແລະເມຍຂອງພວກເຂົາຈະຖືກຂົ່ມຂືນ.” 17 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາກຳລັງປຸກປັ່ນຊາວເມເດັດ ໃຫ້ໂຈມຕີນະຄອນບາບີໂລນ. ພວກເຂົາບໍ່ວົນນຳເງິນ ແລະບໍ່ໄຝ່ຝັນນຳຄຳ. 18 ພວກເຂົາຈະໃຊ້ໜ້າທະນູກັບລູກທະນູຂ້າພວກຊາຍໜຸ່ມ ແລະຈະບໍ່ເມດຕາພວກເດັກອ່ອນ ແລະເອັນດູພວກເດັກນ້ອຍ. 19 ບາບີໂລນເປັນອານາຈັກໜຶ່ງທີ່ສວຍງາມກວ່າອານາຈັກໃດໆທັງໝົດ ເປັນທີ່ພູມໃຈຂອງຊາວນະຄອນ. ເມືອງນັ້ນຈະເປັນຄືເມືອງໂຊໂດມ ແລະເມືອງໂກໂມຣາທີ່ພຣະເຈົ້າໄດ້ໂຄ່ນລົ້ມແລ້ວ. 20 ຈະບໍ່ມີຜູ້ໃດອາໄສຢູ່ໃນທີ່ນັ້ນອີກຕໍ່ໄປ. ແມ່ນແຕ່ນັກເດີນທາງຊາວອາຣັບກໍຈະບໍ່ກາງເຕັນໃສ່ທີ່ນັ້ນ ແລະຈະບໍ່ມີຜູ້ໃດໄປລ້ຽງຝູງແກະຂອງຕົນໃນທີ່ນັ້ນ. 21 ມັນຈະເປັນບ່ອນເປົ່າປ່ຽວທີ່ສັດປ່າອາໄສແລະໂຕເຈຍເຮັດຮັງຢູ່. ນົກກະຈອກເທດຈະຢູ່ທີ່ນັ້ນ ແລະແບ້ປ່າກໍຈະກະໂດດເຕັ້ນໄປມາຕາມບ່ອນຮົກຮ້າງເພພັງ. 22 ຫໍຄອຍກັບຜາສາດຣາຊວັງຕ່າງໆຈະມີສຽງດັງກ້ອງຂອງໝາປ່າແລະໝາໄນ. ເວລາຂອງນະຄອນບາບີໂລນໄດ້ມາຮອດສາແລ້ວ ມື້ຂອງນະຄອນບາບີໂລນກຳລັງຈະຈົບສິ້ນລົງແລ້ວ.” |
@ 2012 United Bible Societies. All Rights Reserved.