Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 12 - ພຣະຄຳພີສັກສິ


ບົດເພງ​ແຫ່ງ​ການ​ໂມທະນາ​ຂອບພຣະຄຸນ

1 ເມື່ອ​ເຖິງ​ມື້​ນັ້ນ ປະຊາຊົນ​ຈະ​ຮ້ອງລຳ​ທຳເພງ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ ພຣະອົງ​ໄດ້​ໂກດຮ້າຍ​ຂ້ານ້ອຍ ແຕ່​ບັດນີ້​ພຣະອົງ​ເລົ້າໂລມ​ໃຈ ແລະ​ບໍ່​ໂກດຮ້າຍ​ຕໍ່ໄປ​ອີກ​ແລ້ວ

2 ພຣະເຈົ້າ​ຄື​ພຣະ​ຜູ້ໂຜດຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ບໍ່​ຢ້ານ. ເພາະ​ພຣະເຈົ້າຢາເວ, ພຣະເຈົ້າຢາເວ​ຊົງ​ເປັນ​ກຳລັງ​ແລະ​ບົດເພງ​ຂອງ​ຂ້ານ້ອຍ ແລະ​ພຣະອົງ​ຊົງເປັນ​ຄວາມພົ້ນ​ຂອງ​ຂ້ານ້ອຍ​ແລ້ວ.

3 ດັ່ງ​ນໍ້າ​ເຢັນໆ​ຊ່ວຍ​ໃຫ້​ຜູ້​ຫິວນໍ້າ​ສົດ​ຊື່ນ​ສັນໃດ ຄວາມ​ຊ່ວຍຊູ​ຂອງ​ພຣະອົງ​ກໍ​ໃຫ້​ສົດຊື່ນ​ສັນນັ້ນ.”

4 ເມື່ອ​ເຖິງ​ວັນ​ນັ້ນ ປະຊາຊົນ​ຈະ​ຮ້ອງເພງ​ວ່າ, “ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ແລະ​ຈົ່ງ​ຮ້ອງ​ອອກ​ພຣະນາມ​ຂອງ​ພຣະອົງ ຈົ່ງ​ບອກ​ຊົນຊາດ​ທັງຫລາຍ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ຈົ່ງ​ບອກ​ໃຫ້​ພວກເຂົາ​ຮູ້ວ່າ​ພຣະນາມ​ຂອງ​ພຣະອົງ ເປັນທີ່​ຍົກຍ້ອງ​ຢ່າງສູງສຸດ

5 ຈົ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ເພາະ​ສິ່ງ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ກະທຳ ຈົ່ງ​ແຈ້ງ​ໃຫ້​ທົ່ວ​ທັງໂລກ​ໄດ້ຍິນ​ໄດ້​ຟັງ ເລື່ອງລາວ​ທັງຫລາຍ​ນີ້.

6 ຈົ່ງ​ໃຫ້​ທຸກຄົນ​ທີ່​ອາໄສ​ຢູ່​ເທິງ​ພູເຂົາ​ຊີໂອນ ຮ້ອງໂຮ​ຍິນດີ ແລະ​ຮ້ອງລຳ​ທຳເພງ​ເຖີດ ອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຢູ່​ທ່າມກາງ​ພວກເຈົ້າ​ແລ້ວ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan