Biblia Todo Logo
Bìoball air-loidhne

- Sanasan -

ເອຊາຢາ 11 - ພຣະຄຳພີສັກສິ


ຣາຊອານາຈັກ​ທີ່​ມີ​ສັນຕິສຸກ

1 ເຊື້ອວົງ​ຂອງ​ກະສັດ​ດາວິດ​ເປັນ​ດັ່ງ​ກົກໄມ້​ທີ່​ຖືກ​ປໍ້າ​ລົງ​ແລ້ວ, ແຕ່​ຍັງ​ມີ​ກິ່ງ​ເກີດ​ອອກ​ມາ​ຈາກ​ຕໍ​ນັ້ນ​ສັນໃດ ກໍ​ຈະ​ມີ​ກະສັດ​ອົງ​ໃໝ່ ເກີດຂຶ້ນ​ມາ​ຈາກ​ເຊື້ອສາຍ​ຂອງ​ດາວິດ​ສັນນັ້ນ.

2 ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ຈະ​ຊົງ​ສະຖິດ​ຢູ່​ກັບ​ເພິ່ນ, ວິນຍານ​ແຫ່ງ​ສະຕິປັນຍາ ວິນຍານ​ແຫ່ງ​ຄວາມ​ເຂົ້າໃຈ. ວິນຍານ​ແຫ່ງ​ທີ່ປຶກສາ ວິນຍານ​ແຫ່ງ​ຣິດອຳນາດ ວິນຍານ​ແຫ່ງ​ຄວາມຮູ້ ວິນຍານ​ແຫ່ງ​ການ​ຢຳເກງ​ພຣະເຈົ້າຢາເວ

3 ແລະ​ເພິ່ນ​ຈະ​ຊົມຊື່ນ​ດ້ວຍ​ຄວາມ​ຢຳເກງ​ພຣະເຈົ້າຢາເວ ເພິ່ນ​ຈະ​ບໍ່​ຕັດສິນ​ຕາມ​ຕາເຫັນ ຫລື​ຕາມ​ຄຳ​ທີ່​ຄົນ​ເວົ້າ;

4 ເພິ່ນ​ຈະ​ຕັດສິນ​ຄົນ​ທຸກ​ລຳບາກ​ຢ່າງ​ຍຸດຕິທຳ​ ແລະ​ປ້ອງກັນ​ສິດທິ​ຂອງ​ຜູ້​ທີ່​ຕໍ່າຕ້ອຍ. ເມື່ອ​ເພິ່ນ​ສັ່ງ​ແລ້ວ​ຄົນ​ຈະ​ຕ້ອງ​ໄດ້​ຮັບ​ໂທດກຳ ແລະ​ຄົນ​ກະທຳ​ການ​ຊົ່ວຮ້າຍ​ຕ່າງ​ກໍ​ຈະ​ຕາຍໄປ​ສິ້ນ.

5 ເພິ່ນ​ຈະ​ປົກຄອງ​ຊົນຊາດ​ຂອງເພິ່ນ​ໂດຍ​ຕົນເອງ ດ້ວຍ​ຄວາມ​ຍຸດຕິທຳ​ແລະ​ດ້ວຍ​ຄວາມສັດຊື່.

6 ໝາໄນ​ກັບ​ແກະ​ຈະ​ຢູ່​ນຳກັນ​ຢ່າງ​ສັນຕິສຸກ ແລະ​ເສືອ​ດາວ​ຈະ​ນອນ​ຮ່ວມກັນ​ກັບ​ໂຕ​ແບ້. ລູກ​ງົວ​ກັບ​ລູກ​ໂຕສິງ​ຈະ​ຫາຢູ່​ຫາກິນ​ນຳກັນ ແລະ​ເດັກນ້ອຍ​ກໍ​ຈະ​ດູແລ​ສັດ​ເຫຼົ່ານັ້ນ.

7 ງົວ​ກັບ​ໝີ​ນັ້ນ​ຈະ​ກິນ​ນຳກັນ ລູກ​ພວກ​ມັນ​ຈະ​ນອນ​ຢ່າງ​ເປັນ​ສຸກລົ້ນ. ສ່ວນ​ໂຕສິງ​ນັ້ນ​ກໍ​ຈະ​ກິນ​ເຟືອງ ດັ່ງ​ໂຕ​ງົວ​ກິນ​ເຟືອງ​ແລະ​ຫຍ້າ.

8 ແມ່ນແຕ່​ເດັກອ່ອນນ້ອຍ​ກໍ​ບໍ່ມີ​ອັນຕະລາຍ ເມື່ອ​ພວກເຂົາ​ຫລິ້ນ​ຢູ່​ໃກ້​ກັບ​ງູ​ມີ​ພິດ.

9 ເທິງ​ເນີນພູ​ສັກສິດ​ຂອງ​ພຣະເຈົ້າ​ຄື​ພູເຂົາ​ຊີໂອນ ທີ່​ນັ້ນ​ຈະ​ບໍ່ມີ​ສິ່ງໃດໆ​ທຳຮ້າຍ ແລະ​ຊົ່ວຊ້າ. ຄົນ​ທີ່​ຮູ້​ເຖິງ​ພຣະເຈົ້າຢາເວ​ຈະ​ມີ​ຢູ່​ເຕັມ​ດິນແດນ ດັ່ງ​ທ້ອງ​ທະເລ​ຫລວງ​ທີ່​ເຕັມ​ໄປ​ດ້ວຍ​ນໍ້າ.


ພວກ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຈະ​ກັບຄືນ​ມາ

10 ເມື່ອ​ວັນ​ນັ້ນ​ມາ​ເຖິງ ກະສັດ​ອົງ​ໃໝ່​ຈາກ​ເຊື້ອວົງ​ຂອງ​ດາວິດ ຈະ​ເປັນ​ສັນຍາລັກ​ຂອງ​ຊົນຊາດ​ທັງຫລາຍ. ພວກເຂົາ​ຈະ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ຂອງ​ກະສັດ ແລະ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ.

11 ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.

12 ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຍົກ​ທຸງ​ຂຶ້ນ​ເປັນ​ສັນຍານ ເພື່ອ​ສະແດງ​ໃຫ້​ຊົນຊາດ​ຕ່າງໆ​ຮູ້​ວ່າ ພຣະອົງ​ກຳລັງ​ເຕົ້າໂຮມ​ປະຊາຊົນ​ຂອງ​ພຣະອົງ​ເຂົ້າກັນ ຄື​ປະຊາຊົນ​ຂອງ​ອິດສະຣາເອນ​ແລະ​ຢູດາຍ ທີ່​ກະຈັດ​ກະຈາຍ​ຢູ່​ຕາມ​ທິດ​ທັງ​ສີ່​ຂອງ​ໂລກ​ນັ້ນ​ໃຫ້​ກັບຄືນ​ມາ.

13 ອານາຈັກ​ເອຟຣາອິມ​ຈະ​ບໍ່​ອິດສາ​ຢູດາຍ​ອີກ​ຕໍ່ໄປ ແລະ​ອານາຈັກ​ຢູດາຍ​ຈະ​ບໍ່​ເປັນ​ສັດຕູ​ຂອງ​ເອຟຣາອິມ​ດ້ວຍ.

14 ພວກເຂົາ​ຈະ​ໂຈມຕີ​ຊາວ​ຟີລິດສະຕິນ​ທາງ​ທິດ​ຕາເວັນຕົກ ແລະ​ປຸ້ນສະດົມ​ປະຊາຊົນ​ທາງທິດ​ຕາເວັນອອກ. ພວກເຂົາ​ຈະ​ຕີ​ຊະນະ​ຊາວ​ເອໂດມ​ແລະ​ຊາວ​ໂມອາບ ແລະ​ຊາວ​ອຳໂມນ​ກໍ​ຈະ​ເຊື່ອຟັງ​ພວກເຂົາ.

15 ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ນໍ້າ​ໃນ​ອ່າວ​ຊູແອດ​ແຫ້ງ ແລະ​ພຣະອົງ​ຈະ​ບັນດານ​ໃຫ້​ລົມ​ຮ້ອນ​ມາ​ພັດ​ແມ່ນໍ້າ​ເອີຟຣັດ​ໃຫ້​ແຫ້ງ ໂດຍ​ປະ​ເຈັດ​ຫ້ວຍນ້ອຍ​ເທົ່ານັ້ນ​ໃຫ້​ມີ​ນໍ້າ ເພື່ອ​ວ່າ​ຜູ້ໃດໆ​ກໍ​ຈະ​ສາມາດ​ຂ້າມ​ໄປ​ໄດ້.

16 ຈະ​ມີ​ຖະໜົນ​ຫລວງ​ຈາກ​ອັດຊີເຣຍ ໃຫ້​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ຜູ້​ລອດຕາຍ​ຢູ່​ໃນ​ທີ່ນັ້ນ​ເດີນທາງ​ອອກ​ມາ ດັ່ງ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເດີນທາງ ເມື່ອ​ອອກມາ​ຈາກ​ປະເທດ​ເອຢິບ​ນັ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan